ນິເທດສິນ
ນິເທດສິນ ເປັນສິລະປະສະໄໝໃໝ່ ທີ່ລວມເອົາວຽກງານການອອກແບບສື່ໂຄສະນາຕ່າງໆ, ການອອກແບບ ຜະລິດຕະພັນ, ບັນຈຸພັນ, ສິລະປະການຖ່າຍຮູບ, ການຜະລິດສື່ວິທະຍຸ, ໂທລະພາບ, ການຖ່າຍທຳໜັງ ເພື່ອນໍາໄປໃຊ້ໃນການສື່ສານ ເຊິ່ງວິຊານິເທດສິນ ຖືວ່າມີຄວາມສຳຄັນຕໍ່ສັງຄົມປະຈຸບັນທີ່ພວມມີການຂະຫຍາຍຕົວ ແລະ ມີການແຂ່ງຂັນສູງດ້ານສື່ໂຄສະນາ ແລະ ປະຊາສໍາພັນ ເພາະການນໍາສະເໜີແນວຄວາມຄິດ ແລະ ຄວາມຮູ້ ຜ່ານສິລະປະຈະດຶງດູດຜູ້ພົບເຫັນ ແລະ ເປັນທີ່ໜ້າຈົດຈໍາ.
ສາຂານີ້ຮຽນກ່ຽວກັບ ເຕັກນິກ ແລະ ວິທີການໃນການ ອອກແບບຜະລິດຕະພັນ, ບັນຈຸພັນ, ຜະລິດສື່ໂຄສະນາ, ສິລະປະການຖ່າຍຮູບ, ການຜະລິດສື່ວິທະຍຸ, ໂທລະພາບ, ການຖ່າຍທຳໜັງ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ນັກສຶກສາ ໃນການພັດທະນາແນວຄວາມຄິດ ແລະ ຈິນຕະນາການ ຂອງເຂົາເຈົ້າ; ຮຽນກ່ຽວກັບ ປະຫວັດສາດ ສິລະປະ ແລະ ການນໍາໃຊ້ໂປຼແກຼມ ຄອມພິວເຕີ ທີ່ໃຊ້ສໍາລັບ ການອອກແບບ ແລະ ຕັດຕໍ່ໜັງ.
ວິທີການສິດສອນປະກອບມີ 2 ພາກ ຄື: ນັກສຶກສາຈະໄດ້ຮຽນທິດສະດີໃນຫ້ອງຮຽນ ແລະ ນໍາຄວາມຮູ້ທີ່ໄດ້ຮຽນມາ ໃຊ້ໃນ ພາກປະຕິບັດຕົວຈິງ; ໃນນັ້ນ ຈະມີການ ເຮັດວຽກເປັນກຸ່ມ; ນຳໃຊ້ໂປຼແກມຄອມພິວເຕີ, ກ້ອງຖ່າຍ ແລະ ອຸປະກອນທີ່ກ່ຽວ ຂ້ອງໃນວິຊາຮຽນ; ຝຶກການອອກແບບ ແລະ ນໍາສະເໜີຜົນງານ ປະເພດຕ່າງໆ ໂດຍອີງຕາມຫົວຂໍ້ທີ່ໄດ້ຮັບມອບໝາຍ; ແລະ ມີການຝຶກການຖ່າຍຮູບພາບປະເພດຕ່າງໆ ແລະ ທົດລອງຕັດຕໍ່ໜັງ.
Leave A Comment