ນິ​ເທດ​ສິນ

ສະຖາບັນ ວິຈິດສິນແຫ່ງຊາດ

ຫຼັກສູດ ອະນຸປະລິນຍາຕີ 3 ປີ

ຫຼັກສູດ ປະລິນຍາຕີ 5 ປີ

ນິ​ເທດ​ສິນ ​ເປັນ​ສິລະ​ປະ​ສະ​​ໄໝ​ໃໝ່ ທີ່​ລວມ​ເອົາ​ວຽກງານ​ການ​ອອກ​ແບບສື່​ໂຄສະນາ​ຕ່າງໆ, ການ​ອອກ​ແບບ ຜະລິດ​ຕະພັນ, ບັນຈຸ​ພັນ, ສິລະ​ປະການ​ຖ່າຍຮູບ, ການ​ຜະລິດ​ສື່​ວິທະຍຸ, ໂທລະພາບ, ການຖ່າຍ​ທຳໜັງ ເພື່ອນໍາໄປໃຊ້ໃນການສື່ສານ ເຊິ່ງວິຊາ​ນິ​ເທດ​ສິນ ຖື​ວ່າ​​ມີ​ຄວາມ​ສຳຄັນ​​ຕໍ່​ສັງຄົມ​ປະຈຸ​ບັນທີ່​ພວມ​ມີ​ການ​ຂະຫຍາຍຕົວ ​ແລະ ມີ​ການ​ແຂ່ງຂັນ​ສູງ​ດ້ານ​ສື່​ໂຄສະ​ນາ ແລະ ປະຊາສໍາພັນ ເພາະການນໍາສະເໜີແນວຄວາມຄິດ ແລະ ຄວາມຮູ້ ຜ່ານສິລະປະຈະດຶງດູດຜູ້ພົບເຫັນ ແລະ ເປັນທີ່ໜ້າຈົດຈໍາ. 

ສາຂານີ້ຮຽນກ່ຽວກັບ ເຕັກນິກ ແລະ ວິທີການໃນການ ​ອອກ​ແບບຜະລິດ​ຕະພັນ, ບັນຈຸ​ພັນ, ຜະລິດສື່​ໂຄສະນາ, ສິລະ​ປະການ​ຖ່າຍຮູບ, ການ​ຜະລິດ​ສື່​ວິທະຍຸ, ໂທລະພາບ, ການຖ່າຍ​ທຳໜັງ ​ເພື່ອ​ສ້າງ​ຂີດ​ຄວາມ​ສາມາດ​ໃຫ້​ແກ່​ນັກ​ສຶກສາ ​ໃນ​ການ​ພັດທະນາ​ແນວ​ຄວາມ​ຄິດ ​ແລະ​ ຈິນຕະນາການ  ຂອງເຂົາເຈົ້າ; ຮຽນກ່ຽວກັບ ປະຫວັດສາດ ສິລະ​ປະ ​ແລະ ​ການ​ນໍາ​ໃຊ້ໂປຼ​ແກຼມ ຄອມ​ພິວ​ເຕີ​ ທີ່​​ໃຊ້ສໍາລັບ ການອອກ​ແບບ ​ແລະ ຕັດ​ຕໍ່ໜັງ.

ວິທີ​ການ​ສິດສອນ​ປະກອບ​ມີ 2 ພາກ ຄື: ນັກສຶກສາຈະໄດ້ຮຽນທິດສະດີໃນຫ້ອງຮຽນ ​ແລະ ນໍາ​​ຄວາມ​ຮູ້​ທີ່​ໄດ້​ຮຽນມາ ​ໃຊ້​ໃນ ພາກ​ປະ​ຕິ​ບັດ​ຕົວ​ຈິງ; ​ໃນ​ນັ້ນ ຈະ​ມີ​ການ ​ເຮັດ​ວຽກ​ເປັນ​ກຸ່ມ; ນຳ​ໃຊ້​ໂປຼ​ແກມ​ຄອມ​ພິວ​ເຕີ, ກ້ອງຖ່າຍ​ ​ແລະ ອຸປະກອນ​ທີ່ກ່ຽວ ຂ້ອງ​ໃນ​ວິຊາ​ຮຽນ; ​ຝຶກ​ການ​ອອກ​ແບບ ​ແລະ ນໍາ​ສະ​ເໜີຜົນງານ ປະ​ເພດ​ຕ່າງໆ ​ໂດຍ​ອີງ​ຕາມ​ຫົວ​ຂໍ້​ທີ່​ໄດ້​ຮັບ​ມອບໝາຍ; ​ແລະ ມີການຝຶກ​ການຖ່າຍຮູບ​ພາບ​ປະ​ເພດ​ຕ່າງໆ ​ແລະ ທົດ​ລອງ​ຕັດຕໍ່ໜັງ.

ພື້ນຖານດ້ານການແຕ້ມ,​ ການອອກແບບ ແລະ ການຖ່າຍຮູບ ຍິ່ງເປັນການດີ; ເປັນຄົນ ທີ່ມັກຮັກໃນວຽກງານ​ການ​ອອກ​ແບບ, ການ​ສ້າງ​ສື່​ໂຄສະນາ, ມີ​ຈິນຕະນາການ​ທີ່​ກວ້າງ, ມີ​ແນວ​ຄິດ​ສ້າງສັນ, ມັກ​ສັງ​ເກດ ​ແລະ ​ໃສ່​ໃຈ​ໃນ​ລາຍ​ລະອຽດ; ມີຄວາມສົນໃຈ​ໃນການສະ​ແດງ​ແນວ​ຄວາມ​ຄິດ ​ແລະ ຈິນຕະນາການ​ຜ່ານ​ສິລະ​ປະພາ​ບນິ່ງ ​ແລະ ພາບ​ເຄື່ອນ​ໄຫວ.

ນັກ​ສຶກສາ​ທີ່​ຈົບ​ວິຊາ​ນີ້ ຈະ​ໄດ້​ຮັບ​ຄວາມ​ຮູ້​ທາງ​ດ້ານ​ການ​ອອກ​ແບບ, ​ເຕັກ​ນິກການ​ຖ່າຍຮູບ, ການ​ຜະລິດ​ສື່​ວິທະຍຸ, ໂທລະ ພາບ, ການຖ່າຍ​ທຳໜັງ; ສາມາດ​ນໍາ​ໃຊ້​ໂປຣ​ແກຣມຄອມ​ພິວ​ເຕີ ​ເພື່ອ​ອອກ​ແບບ​ພາບ ​ແລະ ຕັດ​ຕໍ່ໜັງ; ມີ​ຈິນຕະນາການ​ສູງ​ໃນ​ການ​ຜະລິດ​ສື່​ໃນ​ຮູບ​ແບບ​ຕ່າງໆອອກ​ຮັບ​ໃຊ້​ສັງຄົມ. 

ນັກສຶກສາສາມາດປະກອບ​ອາຊີບເປັນນັກ​ອອກ​ແບບຜະລິດ​ຕະພັນ, ບັນຈຸ​ພັນ, ນັກ​ຖ່າຍຮູບ, ຜູ້​ຜະລິດ​ລາຍການ​ວິທະຍຸ, ໂທລະພາບ, ຜູ້ຜະລິດຮູບ​ເງົາ, ​ເປັນ​ອາຈານ​ສອນ, ​ເປັນ​ພະນັກງານ ຂອງ​ບໍລິສັດ​ໂຄສະນາ-ອອກ​ແບບ ​ແລະ ພະນັກງານ​ສັງກັດ​ລັດ​ໃນ​ຂະ​ແໜງການກ່ຽວຂ້ອງ​ເຊັ່ນ: ກົມ​ສື່​ມວນ​ຊົນ, ກົມ​ຮູບ​ເງົາ, ​ໂທລະພາບ ​ແລະ ອື່ນໆ.