ນິເທດສາດ

ວິ​ທະຍາ​ໄລ​ສຸດ​ສະກະ

ຊັ້ນສູງ 3 ປີ

ນິເທດສາດແມ່ນ ການ​ສຶກສາ​ຄວາມ​ຮູ້​ທີ່​ກ່ຽວພັນ​ກັບ​ສິລະ​ປະ​ທາງດ້ານການສື່ສານປະ​ເພດຕ່າງໆ. ສາຂານີ້ແມ່ນມີຄວາມສໍາຄັນຫຼາຍຕໍ່ປະເທດເຮົາເພາະວ່າມັນສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານຕະຫຼາດແຮງງານໃນປະຈຸບັນໃນຂະ ແໜງວຽກງານສື່ສານ​ມວນ​ຊົນ ​ແລະ ປະຊາ​ສໍາພັນ ເຊັ່ນ:​ ການຜະລິດສື່, ສີ່ງພີມ,​ ວາລະສານ,​ ການໂຄສະນາ, ສ້າງຮູບເງົາ ແລະ ເປັນພິທີກອນ, ນັກຂ່າວ ຕາມລາຍການຕ່າງໆທັງພາຍໃນ ແລະ ນອກສະຖານທີ່. 

ສາຂາ​ນີ້ຮຽນ​ກ່ຽວ​ກັບການສື່ສານມວນຊົນໂດຍສະເພາະ ແມ່ນ ການປະກາດຂ່າວ ວິທະຍຸ-ໂທລະພາບ,​ ການໂຄສະນາ-ປະຊາສໍາພັນຂ່າວສານຕ່າງໆ ເຊັ່ນ: ຂຽນຂ່າວ-ບົດລະຄອນ, ຖ່າຍທໍາ ແລະ ຕັດຕໍ່ ພາບນິ່ງ, ວິດີໂອ, ສາລະຄະດີ,​ ໜັງສັ້ນ, ​ການສະ ແດງ, ລວມເຖິງການສ້າງໜັງ, ສ້າງລະຄອນ, ເປັນນັກຂ່າວ,​ ຂະບວນການສໍາພາດ ແລະ ອື່ນໆ. ນອກນັ້ນ ນັກສຶກສາຍັງໄດ້ຮຽນພື້ນຖານການນໍາໃຊ້ຄອມພິວເຕີ ແລະ ລົງເລີກໃນການອອກແບບສື່ສິ່ງພິມຕ່າງໆແລະ ​ໂທລະທັດ ເປັນຕົ້ນ. 

ວິ​ທີ​ການ​ສິດສອນ​ແມ່ນອີງ​ໃສ່​ພາກ​ປະຕິບັດ​ຕົວ​ຈິງເປັນສ່ວນໃຫຍ່ ນອກຈາກການຮຽນຮູ້ ແລະ ນໍາໃຊ້ອຸປະກອນເຄື່ອງມືທີ່ປະກອບເຂົ້າໃນການສິດສອນຢູ່ໃນຫ້ອງຮຽນແລ້ວ ນັກສຶກສາຍັງຈະໄດ້ນໍາໃຊ້ເຄື່ອງມືດັ່ງກ່າວເຂົ້າໃນການປະຕິບັດງານຕົວຈິງ ​ເຊິ່ງຊ່ວຍພັດທະນາທັກສະໃນການຮຽນຮູ້ໃຫ້ມີປະສິດທິພາບຍິ່ງຂື້ນ ພ້ອມທັງສ້າງຄວາມໜັ້ນໃຈກ້າຄິດກ້າສະແດງອອກ. ນອກນັ້ນ ນັກສຶກສາຍັງມີໂອກາດລົງຝຶກງານກັບອົງການທີ່ກ່ຽວຂ້ອງ​ ເຊັ່ນ:​ ສະຖານນີໂທລະພາບ-ວິທະຍຸ ແລະ ອື່ນໆ.

ຕ້ອງເປັນຄົນ​ທີ່​ມີ​ຄວາມ​ມັກຮັກໃນສີນລະປະ, ມັກສີ່ງບັນເທີງ (ຮູບເງົາ, ສຽງເພັງ ແລະ ໂຄສະນາຕ່າງໆ), ເປັນຄົນມີມະນຸດສໍາພັນດີ, ກ້າຄິດກ້າສະແດງອອກ, ມີຄວາມຄິດສ້າງສັນ,​ ມີຄວາມມຸ້ງໝັ້ນ ແລະ ຊອກຮຽນຮູ້ສີ່ງໃໝ່ໆ.​ ມີຄວາມຮູ້ພື້ນຖານທາງດ້ານຄອມພິວເຕີ ເຊັ່ນ: ໂຟໂຕຊອບ, ອິຣັສເຕເຕີ, ແລະ ສາມາດນໍາໃຊ້ໂປຣແກມຕັດຕໍ່ຕ່າງໆ ຍິ່ງ​ເປັນ​ການ​ດີ.

ມີ​ຄວາມ​ສາມາດທາງ​ດ້ານ​ການພົວພັນ-​ຕິດຕໍ່ສື່​ສານ​​ ​ແລະ ​ມີຄວາມຄິດສ້າງສັນ; ສາມາດ​ນໍາໃຊ້ຄອມພິວເຕີ ​ເພື່ອ​ອອກ​ແບບ ​ແລະ ຜະລິດ ທັງ​ພາບ​ນິ້ງ, ພາບ​ເຄື່ອນ​ໄຫວ ​ແລະ ມີ​ຄວາມ​ຮູ້​ໃນ​ການໃຊ້ໂປຣແກມແຕ່ງ, ຖ່າຍພາບ, ຕັດຕໍ່ຮູບພາບ ແລະ ວິດີໂອ ສໍາລັບງານໂຄສະນາປະຊາສໍາພັນຕ່າງໆຢ່າງຊຳນານ; ​ແລະ ຮູ້​ຂັ້ນຕອນ ​ແລະ ຂະ​ບວນການ​ໃນ​ການ​ຜະລິດ​ສື່​ປະ​ເພດ​ຕ່າງໆ. 

ສາມາດ​ເຮັດ​ວຽກກັບ​ບໍລິສັດ​ໂຄສະນາ, ສະຖານີ​ວິທະຍຸ​-ໂທລະທັດ (ທັງ​ເບື້ອງໜ້າ ​ແລະ ​ເບື້ອງຫຼັງ) ​ເຊັ່ນ: ເປັນຜູ້ປະກາດຂ່າວຕາມສະຖານີໂທລະພາບ ແລະ ວິທະຍຸ, ​ເປັນພິທີກອນຕາມລາຍການຕ່າງໆ; ເປັນນັກສະແດງ, ຜູ້ກໍາກັບລະຄອນ-ຮູບເງົາ, ເປັນຊ່າງຖ່າຍຮູບຕາມສະຕູດີ​ໂອ ແລະ ເປັນຜູ້ຜະລິດລາຍການຕາມສະຖານີໂທລະພາບ ແລະ ວິທະຍຸຕ່າງໆ. 

  1. ການ​ຕັດ​ຕໍ່ພາບ​ນິ້ງ, ພາບ​ເຄື່ອນ​ໄຫວ
  2. ການ​ຜະລິດ​ລາຍ​ການ​ວິທະຍຸ-​ໂທລະທັດ
  3. Graphic-photoshop
  4. I’llustrator
  5. Indesign
  6. ​ໂຄສະນາ-ປະຊາ​ສໍາພັນ
  7. ການ​ສ້າງ​ໂຄສະນາ
  8. ການ​ສ້າງ​ລະຄອນ
  9. ການ​ສ້າງໜັງ
  10. ການ​ສ້ງ Story board
  11. ການ​ຂຽນບົດ​ວິທະຍຸ-​ໂທລະທັດ
  12. ຫຼັກການ​ສິລະ​ປະ
  13. ພາສາ​ລາວ
  14. ຫຼັກການ​ອ່ານ-ຂຽນ-​ເວົ້າ

ບ້ານ ໂພນພະເນົາ

ໂທ 021 775 222