ວັດສະດຸສາດ

ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ວັດສະດຸສາດ ແມ່ນການສຶກສາກ່ຽວກັບຄຸນສົມບັດ ແລະ ຂະບວນການຕ່າງໆທີ່ກ່ຽວຂ້ອງຂອງວັດຖຸໃດໜຶ່ງ ​ໂດຍການນຳໃຊ້ ທິດສະດີທາງ ຟິຊິກສາດ, ເຄມີສາດ, ຊີວະວິທະຍາ ແລະ ທໍລະນີວິທະຍາເຂົ້າຊ່ວຍ. ວັດສະດຸສາດ ມີບົດບາດສໍາຄັນ ໃນການຊອກຫາການຄິດໄລ່ ແລະ ວິທີການທີ່ເໝາະສົມໃນການຜະລິດຜະລິດຕະພັນ ເຊັ່ນ: ຢາປົວພະຍາດ, ເສື້ອຜ້າ, ອຸປະກອນກໍ່ສ້າງ, ຍານພາຫະນະ ລວມໄປເຖີງເຄື່ອງໃຊ້ທາງເຕັກນິກທຸກຢ່າງ ໃຫ້ມີຄຸນນະພາບ ແລະ ມີປະສິດທິພາບໃນການໃຊ້ງານ.

ສຶກສາກ່ຽວກັບຄວາມຮູ້ພື້ນຖານທາງດ້ານຟິຊິກສາດ ແລະ ເຄມີສາດ; ຄຸນສົມບັດດ້ານຟິຊິກສາດ ແລະ ເຄມີສາດຂອງວັດຖຸ; ວັດສະດຸປະສົມ,​ ໂລຫະ ແລະ ຂະບວນການຜະລິດ; ຄວາມມີສະຖຽນລະພາບຂອງວັດຖຸ; ການຄິດໄລ່ຫາອາຕອມ ແລະ ໂມເລກຸນຂອງວັດຖຸ; ຄຸນສົມບັດທີ່ອະນຸຍາດໃຫ້ແສງສະຫວ່າງຜ່ານ; ການນໍາເອົາຄຸນສົມບັດເຊັ່ນ: ເອເລັກໂຕຣນິກ, ຄວາມຮ້ອນ, ເຄມີສາດ ​ແລະ ແມ່ເຫຼັກໄຟຟ້າມາປະສົມປະສານເຂົ້າກັນ; ແລະ ການສ້າງແບບຈໍາລອງຂອງວັດສະດຸສາດ ດ້ວຍຄອມພິວເຕີ.

ເນັ້ນໃສ່ການສິດສອນທິດສະດີຄຽງຄູ່ກັບການທົດລອງຕົວຈິງໃນຫ້ອງທົດລອງ; ມີການສຶກສາ ແລະ ທົດລອງຄວາມແຂງແກ່ນ ແລະ ຄວາມທົນທານໃນການຫົດຢືດຂອງວັດຖຸແຕ່ລະຊະນິດ ​ເຊິ່ງມີໂຄງສ້າງທີ່ແຕກຕ່າງກັນໄປ; ມີການລົງ​ເຝິກງານໃນອົງ​ກອນຕ່າງໆທີ່ເຫັນວ່າມີຄວາມສອດຄ່ອງກັບສາຂາດັ່ງກ່າວ ເປັນຕົ້ນແມ່ນໂຮງງານອຸດສາຫະກຳ ເຊັ່ນ ໂຮງງານຜະລິດເຫຼັກເສັ້ນ ແລະ ໂຮງງານຜະລິດຂວດ; ​ມີການເລືອກຫົວຂໍ້ຄົ້ນຄວ້າ ເພື່ອຂຽນບົດລາຍງານ ແລະ ນໍາສະເໜີ.

ມີຄວາມຮູ້ພື້ນຖານ ຟິຊິກສາດ, ເຄມີສາດ, ຄະນິດສາດ, ພາສາອັງກິດ ແລະ ຄອມພິວເຕີພື້ນຖານ;  ເປັນຄົນ ຊ່າງສັງເກດ, ຄິດໄລ່ໄວ ແລະ ຈື່ຈຳສູດໄດ້ດີ, ມັກວິເຄາະສະຖານະການ, ມັກການທົດລອງກ່ຽວກັບຟິຊິກສາດ ແລະ ເຄມີສາດ; ມີທັກສະໃນການວິເຄາະ; ແລະ ມີຄວາມສົນໃຈ ກ່ຽວກັບວິທະຍາສາດ, ໂຄງສ້າງຂອງວັດຖຸ ແລະ ປະກົດການທາງ ຟີຊິກສາດຕ່າງໆ.

ສາມາດຄິດໄລ່ ແລະ ນໍາໃຊ້ທິດສະດີທາງຟິຊີກສາດ ແລະ ເຄມີສາດ; ອະທິບາຍໂຄງສ້າງຂອງວັດຖຸ ແລະ ປະກົດການຕ່າງໆ ເຊັ່ນ: ການຖືກກະທົບຂອງວັດຖຸຈາກພາຍໃນ ແລະ ພາຍນອກ, ລັກສະນະການເຄື່ອນທີ່ຂອງໂມເລກຸນ, ລັກສະນະທາງ ໄຟຟ້າ, ແມ່ເຫຼັກ ແລະ ກົນລະສາດ; ແລະ ສາມາດນໍາໃຊ້ໂປຣແກຣມຄອມພິວເຕີສໍາລັບຟິຊິກສາດ.

v

ເປັນອາຈານສອນ ແລະ ນັກວິຊາການທາງດ້ານວັດສະດຸສາດໃນຂົງເຂດອຸດສາຫະກຳ ເຊັ່ນ: ການຜະລິດອຸປະກອນ ເຄື່ອງໃຊ້ໄຟຟ້າຕ່າງໆໃນໂຮງຈັກໂຮງງານ ເຊັ່ນ: ໂຮງງານອຸດສາຫະກຳເຫຼັກ, ໄຟຟ້າ, ຊີມັງ; ແລະ ໃນອົງການຈັດຕັ້ງລັດ ເຊັ່ນ: ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ອົງການກວດສອບວັດແທກ, ກົມອຸຕຸນິຍົມ ແລະ ສະຖາບັນຄົ້ນຄວ້າ ວິທະຍາສາດຕ່າງໆ.

ໝວດວິຊາພື້ນຖານວິຊາສະເພາະ

  1. ວິທີການຄົ້ນຄວ້າ
  2. ແຄນຄູລັດ
  3. ເຄມີສາດທົ່ວໄປ
  4. ທົດລອງເຄມີສາດ
  5. ກົນລະສາດຄວານຕັມ
  6. ຊອບແວນຳໃຊ້ລະດັບສູງ
  1. ຄະນິດສາດສຳລັບຟີຊິກ
  2. ໂປຣແກຣມສຳລັບຟີຊິກ
  3. ຟີຊິກສາດ
  4. ທົດລອງຟີຊິກສາດ
  5. ໄຟຟ້າແມ່ເຫຼັກ
  6. ອີເລັກໂຕນິກ

ໝວດວິຊາສະເພາະ

  1. ສຳມະນາ
  2. ຝຶກງານ ຫຼື ເຮັດບົດໂຄງການນ້ອຍ
  3. ວັດສະດຸສາດເບື້ອງຕົ້ນ
  4. ໂຄງສ້າງຂອງມະນີ ແລະ ການຢືດໜ່ຽວຂອງວັດຖຸແຂງ
  5. ຄຸນສົມບັດທາງໄຟຟ້າ ແລະ ແມ່ເຫຼັກຂອງວັດສະດຸສາດ
  6. ຄຸນສົມບັດທາງກົນລະສາດຂອງວັດສະດຸສາດ
  7. ຄວາມຮ້ອນເດີນເຄື່ອນຂອງວັດສະດຸສາດ
  8. ທົດລອງວັດສະດຸສາດ
  9. ຟີຊິກວັດຖຸແຂງ
  10. ວັດສະດຸປະສົມ ແລະ ຂະບວນການຜະລິດ
  11. ໂລຫະ ແລະ ໂລຫະປະສົມ
  12. ຄຸນລັກສະນະເຕັກນິກຂອງວັດສະດຸສາດ
  13. ການນຳເອົາວັດສະດຸມາໃຊ້ຄືນໄດ້
  14. ວັດສະດຸເຄື່ອງປັ້ນດິນເຜົາຂັ້ນສູງ
  15. ວັດສະດຸຂອງຟີມບາງ
  16. ການບຳລຸງຮັກສາວັດສະດຸສາດ
  17. ໂຄງສ້າງໂພລີເມີ, ຄຸນລັກສະນະ ແລະ ການຜະລິດ

ໝວດວິຊາສະເພາະເລືອກ

  1. ວັດສະດຸສາດຕໍ່ການປ່ຽນແປງພະລັງງານແສງອາທິດ
  2. ວັດສະດຸເຄື່ອງປັ້ນດິນເຜົາ ແລະ ຂະບວນການຜະລິດ
  3. ການຈຳລອງ
  4. ການອອກແບບລະບົບໂຄງສ້າງ
  5. ຄວາມຮູ້ພື້ນຖານກ່ຽວກັບວິສະວະກອນ
  6. ການໃຊ້ກ້ອງຈຸລະທັດທັນສະ​ໄໝ
  7. ການກະຈາຍຂອງລັງສີເອັກສ໌