ຄະນິດສາດ ນຳໃຊ້ສໍາລັບເສດຖະສາດ ແລະ ບໍລິຫານທຸລະກິດ

ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ຄະນິດສາດນຳໃຊ້ສໍາລັບເສດຖະສາດ ແລະ ບໍລິຫານທຸລະກິດ ໝາຍເຖິງ ການນໍາໃຊ້ວິທີການ ​ແລະທິດ​ສະ​ດີຄະນິດສາດ ເຂົ້າໃນການ​ວິ​ເຄາະ​​ ແລະ ເຂົ້າ​ໃນ​ວຽກ​ງານເສດຖະກິດ ແລະ ການບໍລິຫານທຸລະກິດ. ສາຂາ​​ນີ້​ມີ​ຄວາມ​ສໍາຄັນ​ໃນ​ການ​ວິ​ເຄາະ, ​ແກ້​ໄຂ​ບັນຫາ​ ​ແລະ ສ້າງ​ແບບ​ຈໍາລອງ​ເພື່ອ​ຄາດ​ຄະ​ເນ​ກິດຈະ​ກໍາ​ທາງ​ເສດຖະກິດ​​ແລະ​ປະກອບສ່ວນ​ໃນ​ການກຳນົດ​ນະ​ໂຍບາຍ​ທາງ​ດ້ານ​​ເສດຖະກິດ ​ແລະ ການ​ບໍລິຫານ​ທຸລະ​ກິດໃຫ້ມີຄວາມຖືກຕ້ອງ ແລະ ຊັດ​ເຈນ.

​ສຶກສາ​ກ່ຽວ​ກັບ​ເສດຖະສາດ ​ແລະ ບໍລິຫານ​ທຸລະ​ກິດ​ເຊັ່ນ: ​ເສດຖະສາດ​ມະຫາ​ພາກ ​ແລະ ຈຸ​ລະ​ພາກ, ການ​ເງິນ ​​ແລະ ການ​ບັນຊີ;  ການນຳ​ໃຊ້​ສະຖິຕິ ​ແລະ ທິດ​ສະ​ດີ, ຫຼັກການ ​ແລະ ສູດຄິດ​ໄລ່ ​ທາງ​ຄະນິດສາດ​​ເຊັ່ນ: ລະບົບ​ສົມ​ຜົນ,​ ຜົນ​ຕໍາລາ,​​ແບບ​ຈໍາລອງ ​ແລະ ການ​ທົດ​ສອບ​ສົມມຸດ​ຖານ ​ເຂົ້າ​ໃນ​ການຄິດໄລ່​ ​ແລະ ວິ​ເຄາະບັນຫາ​ທາງ​ດ້ານ​ການ​ເງິນ, ​ເສດຖະກິດ ​ແລະ ບໍລິຫານ​ທຸລະ​ກິດ; ​ແລະ ​ການ​ນໍາ​ໃຊ້​ ຊອຟແວຣ໌ທີ່​ທັນ​ສະ​ໄໝ​ ເຂົ້າ​ໃນ​ແກ້​ໄຂ​ບັນຫາ​ທາງ​ຄະນິດສາດ ​ແລະ ​ເສດຖະສາດ.

ເນັ້ນໃສ່ການ​ຮຽນ​ກ່ຽວກັບທິດສະດີທາງຄະນິດສາດເພື່ອນໍາໃຊ້ເຂົ້າໃນການຄິດໄລ່ ​ແລະ ວິເຄາະເສດຖະສາດພື້ນຖານໂດຍນຳໃຊ້ຄອມພິວເຕີ ​ແລະ ໂປຣແກຣມເຂົ້າໃນການຄິດໄລ່ຕົວ​ຈິງ; ມີ​ການແກ້ບົດຝຶກຫັດຄະນິດສາດ​​ຕາມ​ເນື້ອ​ໃນ​ຂອງ​ແຕ່​ລະວິ​ຊາ;ມີ​ການລົງ​ເກັບ​ກໍາ​ຂໍ້​ມູນ​ເພື່ອ​ຂຽນ ແລະ ນໍາ​ສະ​ເໜີບົດ​ລາຍ​ງານ​; ​ແລະ ມີ​ການລົງ​ຝຶກງານ​ທີ່​: ສູນສະຖິຕິແຫ່ງຊາດ, ຝ່າຍບັນຊີ, ຝ່າຍເສດຖະສາດ ແລະ ການຕະຫຼາດຕາມຫ້ອງການພາກລັດ ແລະ ເອກະຊົນ.

ຄວາມຮູ້ພື້ນຖານຄະນິດສາດ, ພາສາອັງກິດ, ສະຖິຕິ ​ແລະ ຄອມພິວເຕີຂັ້ນພື້ນຖານ; ​ເປັນ​ຄົນ ມັກ​ຄວາມ​ທ້າ​ທາຍໃນການແກ້​ໄຂບັນຫາທີ່​ຊັບ​ຊ້ອນ​ໂດຍ​ການ​ນຳ​ໃຊ້​ສູດ​ຄະນິດສາດ;​ມີທັກ​ສະ ​ໃນ​ການ​ວິ​ເຄາະ ​ແລະ ​ຈົດ​ຈໍາ​ຮູບ​ແບບ; ​ແລະ ມີຄວາມສົນໃຈໃນການຄິດໄລ່, ການເກັບກຳສະຖິຕິ, ຂ່າວສານບ້ານເມືອງ, ​ເສດຖະກິດແລະ ຄິດຄົ້ນວິທີທາງໃນການຄິດໄລ່ໃໝ່ໆຢູ່ສະເໝີ.

ສາມາດ​​ນຳ​ໃຊ້​ສູດ​ຄິດໄລ່ ​ແລະ ໂປຣແກຣມທາງ​ດ້ານ​ຄະນິດສາດເຂົ້າຊ່ວຍໃນວຽກງານເກັບກຳສະຖິຕິ, ວາງແຜນ, ວິເຄາະຂໍ້ມູນ ແລະ ຄິດໄລ່ປະເມີນຜົນ; ສາມາດ​ນໍາ​ເອົາ​ສະຖິຕິ​ມາ​ວິ​ເຄາະ​ເສດຖະສາດ; ສາມາດຄົ້ນຄວ້າ ແລະ ວິໄຈບັນຫາ​ທາງ​ດ້ານ​ເສດຖະສາດ ​ແລະ ທຸລະ​ກິດ​​ແລະ ນໍາໃຊ້ຂໍ້ມູນ​ເຂົ້າ​ໃນ​ການວາງແຜນພັດທະນາ​ວຽກງານ​ດັ່ງກ່າວ.

ເປັນຄູສອນຄະນິດສາດ​ທົ່ວ​ໄປ ​ແລະ ຄະນິດສາດ​ສະ​ເພາະ​ສຳລັບ​ເສດຖະ​ເສດ ​ແລະ ການ​ບໍລິຫານ​ທຸລະ​ກິດ; ​ເປັນນັກຄົ້ນຄວ້າ ວິໄຈສະພາບເສດຖະກິດ, ສະຖິຕິປະຊາກອນ, ຄິດໄລ່ພູມສາດ, ເປັນພະນັກງານບັນຊີ, ບໍລິຫານທົ່ວໄປ ​ສັງ​ກັດ​ພາກລັດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ​ແລະ ​ເອກະ​ຊົນ​ທີ່​ກ່ຽວຂ້ອງ.

ໝວດທິດສະດີວິຊາສະເພາະດ້ານ

  1. ການບໍລິຫານທົ່ວໄປ
  2. ຄະນິດສາດສຳລັບເສດຖະສາດຈຸລະພາກ
  3. ການບັນຊີແລະການເງິນເບື້ອງຕົ້ນ
  4. ຄວາມຮູ້ພື້ນຖານກ່ຽວກັບເສດຖະສາດ
  5. ຄະນິດສາດສຳລັບເສດຖະສາດແລະບໍລິຫານທຸລະກິດ
  6. ສະຖິຕິສຳລັບເສດຖະສາດແລະບໍລິຫານທຸລະກິດ
  7. ຄະນິດສາດສຳລັບເສດຖະສາດມະຫາພາກ
  8. ການ​ນໍາ​ໃຊ້​ຊອຟ​ແວຣ໌​ທາງ​ຄະນິດສາດ

ໝວດວິຊາສະເພາະບັງຄັບ

  1. ານຂຽນໂປຣແກຣມດ້ວຍພາສາ Cຄະນິດສາດສຳລັບເສດຖະສາດແບບໄດນາມິກຄະນິດສາດການເງິນ

    ເສດຖາມິຕິ

    ການວາງແຜນແລະການປະເມີນໂຄງການ

    ການວິເຄາະຂໍ້ມູນດ້ວຍໂປຣແກຣມສຳເລັດຮູບທາງສະຖິຕິ

    ວິທີວິໄຈທຸລະກິດ

    ວິທີ​ການ​ທາງ​ດ້ານ​ຈໍານວນ

    ໝວດວິຊາສະເພາະເລືອກບັງຄັບ

  2. ການຄວບຄຸມຄຸນນະພາບ
  3. ເຕັກນິກການເລືອກຕົວຢ່າງ
  4. ທິດສະດີການຕັດສິນໃຈ
  5. ວິໄຈຕະຫຼາດ
  6. ການບໍລິຫານກົນລະຍຸດ