ສ້າງຄູຄະນິດສາດ

ຄະນະສຶກສາສາດ, ມະຫາວິທະຍາໄລແຫ່ງຊາດລາວ

 ປະລິນຍາຕີ 4 ປີ

​ຄູຄະນິດສາດ ແມ່ນໝາຍເຖິງບຸກຄົນທີ່ສິດສອນຄວາມຮູ້ດ້ານຄະ​ນິດ​ສາດ ເຊິ່ງສາຂາດັ່ງກ່າວແມ່ນສ້າງເພື່ອໄປສອນ ວິຊາຄະນິດສາດໃນຊັ້ນມັດທະຍົມທັງຕອນຕົ້ນ ແລະ ຕອນປາຍ ອັນເປັນໜຶ່ງໃນວຽກງານກໍ່ສ້າງບຸກຄະລາກອນ ແລະ ນັກວິຊາການ ເພື່ອຕອບສະໜອງໃຫ້ແກ່ວຽກງານການສຶກສາໃນລະດັບສາມັນ. ຄູຄະນິດສາດ ແມ່ນບຸກຄະລາກອນທີ່ສໍາຄັນກຸ່ມໜຶ່ງໃນວຽກງານການສຶກສາ ເພາະຄະນິດສາດ ແມ່ນເປັນວິຊາຫຼັກທີ່ສໍາຄັນວິຊາໜຶ່ງໃນຫຼັກສູດຊັ້ນມັດທະຍົມສຶກສາ ຫຼື ຫຼັກສູດລະດັບສາມັນ. 

ວິຊານີ້ແມ່ນຮຽນ ກ່ຽວກັບ ອົງຄວາມຮູ້ໃນ 2 ໝວດວິຊາຫຼັກຄື: ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ (ວິຊາຄູ) ແລະ ໝວດວິຊາສະເພາະ (ຄະນິດສາດ). ນອກຈາກນີ້, ນັກສຶກສາຍັງຈະໄດ້ຮຽນ ກ່ຽວກັບ ໝວດວິຊາຄວາມຮູ້ທົ່ວໄປຈໍານວນໜຶ່ງ ແລະ ວິຊາທີ່ລົງເລິກ ໝາຍຄວາມວ່າ ນັກສຶກສາຈະໄດ້ຮຽນລົງເລິກຄວາມຮູ້ດ້ານຄະນິດສາດ, ວິທະຍາສາດການສຶກສາ ແລະ ວິທີການສິດສອນຄະນິດສາດ. 

ນັກສຶກສາຈະຕ້ອງຜ່ານທຸກໆວິຊາທີ່ບັນຈຸຢູ່ໃນຫຼັກສູດການຮຽນການສອນ, ລົງຝຶກຫັດສອນຕົວຈິງ ແລະ ຂຽນບົດ (ຫຼື ສອບເສັງ) ຈົບຊັ້ນ. ການຮຽນການສອນໃນແຕ່ລະວິຊາ ຈະດໍາເນີນໄປໃນໄລຍະ 1 ພາກຮຽນ (ປະກອບມີທັງໝົດ 16 ອາທິດ) ຊຶ່ງຮູບແບບການຮຽນການສອນແມ່ນປະກອບມີ ການບັນຍາຍ, ການປະຕິບັດຕົວຈິງ, ການໃຫ້ວຽກມອບໝາຍ, ຂຽນບົດລາຍງານ ແລະ ການນໍາສະເໜີຜົນງານ (ທັງເປັນກຸ່ມ ແລະ ເປັນບຸກຄົນ). 

ມີຄວາມຮູ້ ດ້ານຄະນິດສາດພື້ນຖານ ແລະ ພາສາອັງກິດ; ມີທັກສະ ໃນການ​ຄິດ​ໄລ່ຂ້ອນຂ້າງດີ. ເປັນຄົນ​ມີຄວາມສົນໃຈໃນການສອນ, ມີຄວາມທະນັດໃນວິຊາຄະນິດສາດ; ມີຄວາມສົນໃຈໃນວິທະຍາສາດ ແລະ ເຕັກໂນໂລຊີ (ໂດຍສະເພາະແມ່ນຄອມພິວເຕີ) ແລະ ມີສຸຂະພາບດີ.

ສາມາດສອນຄະນິດສາດໃນຊັ້ນມັດທະຍົມສຶກສາ; ຈັດສັນສິ່ງແວດລ້ອມທີ່ແທດເໝາະກັບຈິດຕະສາດການສຶກສາ; ຊຸກຍູ້ຂະບວນການຮຽນການສອນ; ວິເຄາະ ແລະ ພັດທະນາຫຼັກສູດຄະນິດສາດຂັ້ນພື້ນຖານໃຫ້ແທດເໝາະກັບລະບົບການສຶກສາ; ຄົ້ນຄວ້າວິເຄາະຢ່າງມີໂລຊິກ ແລະ ມີເຫດຜົນ; ແລະ ສາມາດເຊື່ອມໂຍງ ແລະ ນໍາໃຊ້ຄະນິດສາດເຂົ້າໃນຊີວິດປະຈໍາວັນ. 

ເປັນຄູສອນຄະນິດສາດໃນຊັ້ນມັດທະຍົມ ຫຼື ທຽບເທົ່າ (ວິຊາຊີບຊັ້ນຕົ້ນ, ກາງ ແລະ ສູງ); ເປັນພະນັກງານສຶກສາ ໃນລະດັບຂັ້ນຕ່າງໆ ຕາມກົມກອງ ຫຼື ສະຖາບັນການສຶກສາທີ່ກ່ຽວຂ້ອງ; ແລະ ເປັນພະນັກງານໃນພະແນກບັນຊີ, ການເງິນ ຫຼື ພະແນກທີ່ກ່ຽວຂ້ອງ ໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ. 

ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ 

  1. ສຶກສາສາດທົ່ວໄປ
  2. ຈິດຕະວິທະຍາພັດທະນາການ
  3. ບໍລິຫານການສຶກສາ
  4. ເຕັກໂນໂລຊີການສຶກສາ
  5. ການວັດ ແລະ ປະເມີນຜົນການສຶກສາ
  6. ການວິໄຈພາກປະຕິບັດ
  7. ວິທີວິໄຈການສຶກສາ
  8. ວິເຄາະຫຼັກສູດມັດທະຍົມຕອນປາຍ
  9. ວິທີສິດສອນ
  10. ຝຶກຫັດວິຊາຊີບຄູ                                                                                                                                                                                                                                                        ໝວດວິຊາສະເພາະ
    1. ຄະນິດສາດມັດທະຍົມຕອນປາຍ
    2. ເລຂາວິເຄາະ
    3. ພຶດຊະຄະນິດຂັ້ນຕົ້ນ-ຂັ້ນສູງ
    4. ເລຂາຄະນິດຂັ້ນຕົ້ນ
    5. ປະຫວັດຄະນິດສາດ
    6. ພຶດຊະຄະນິດລີເນແອ
    7. ພຶດຊະຄະນິດນາມມະທຳ
    8. ແຄນຄູລັດສ
    9. ສະຖິຕິຄະນິດສາດ
    10. ສົມຜົນຈຸນລະຄະນິດສາມັນ-ພາກສ່ວນ
    11. ທິດສະດີການຕັດສິນໃຈ
    12. ທິດສະດີຈຳນວນ
    13. ການນຳໃຊ້ຊອຟແວຣ໌ທາງຄະນິດສາດ
    14. ຕຳລາຕົວປ່ຽນເປັນຈຳນວນສົນ
    15. ວິເຄາະຄະນິດ
    16. ຄະນິດສາດເຕັມໜ່ວຍ
    17. ຊອຟແວຣ໌ນຳໃຊ້ລະດັບສູງ
    18. ສົມຜົນຄວາມແຕກຕ່າງ                                                                                                                                                                                                                                    ໝວດວິຊາເລືອກ
      1. ອະນຸກົມເວລາ ແລະ ດັດສະນີ
      2. ທິດສະດີກຸ່ມ
      3. ວິເຄາະຈຳນວນສົນ
      4. ເລຂາຈຸນລະຄະນິດ
      5. ຄວາມຮູ້ເບື້ອງຕົ້ນກ່ຽວກັບເຕັກໂນໂລຊີ