ຄະນິດສາດ

ຄະນະ ວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ຄະນິດສາດ ໝາຍ​ເຖິງ ການ​ສຶກສາກ່ຽວກັບວິທີ​ການ​ຕ່າງໆໃນ​ການ​ຄໍານວນ. ວິຊານີ້ ມີຄວາມສຳຄັນເນື່ອງຈາກ​ ​ມັນເປັນ​ເຄື່ອງມື​ ທີ່​ຖືກນໍາ​ໃຊ້​ເຂົ້າ​ໃນ​ການ​ພິສູດ, ວິ​ໄຈ ແລະ ແກ້​ໄຂ​ບັນຫາ ພ້ອມທັງສາມາດປະຍຸກໃຊ້ ເຂົ້າໃນວຽກງານຕົວຈິງໄດ້ ​ໃນຫຼາຍໆຂະແໜງການ ບໍ່ວ່າຈະເປັນ ການບັນຊີ, ຄິດໄລ່ສະຖິຕິ, ວາງແຜນເສດຖະສາດ, ຄິດໄລ່ພູມີສາດ, ສຶກສາພົນລະເມືອງ, ອຸດສາຫະກໍາ ແລະ ການວິໄຈທາງດ້ານວິທະຍາສາດຕ່າງໆ. 

ສຶກສາກ່ຽວກັບ ຄະນິດສາດທົ່ວໄປ​ເຊັ່ນ: ຜົນ​ຕໍາລາ, ສັງຄະ​ນິດ, ​ໂລ​ຊິກ​ ​ແລະ ເລຂາ​ວິ​ເຄາະ; ສະຖິຕິ​ຄະນິດສາດ; ຄວາມ​ຮູ້​ພື້ນຖານ​ກ່ຽວກັບ​ຖານ​ຂໍ້​ມູນ; ຄະນິດສາດສໍາລັບເສດຖະສາດ ແລະ ບໍລິຫານທຸລະ​ກິດ; ສຶກສາລົງເລິກກ່ຽວກັບ ສູດຄິດໄລ່ທີ່ຊັບຊ້ອນຂຶ້ນ ພ້ອມທັງການນຳໃຊ້ຄະນິດສາດເຂົ້າຊ່ວຍໃນຂະແໜງອື່ນໆ ໃນການຄິດໄລ່; ​ແລະ ຮຽນກ່ຽວກັບ ຊອຟ​ແວ​ຣ໌ທາງ​ຄະນິດສາດ​ເພື່ອ​ຄິດ​ໄລ່, ຂຽນຮູບ​ແບບ​ຕ່າງໆທີ່​ກ່ຽວຂ້ອງ ​ແລະ ​ໃຊ້​ເຂົ້າ​ໃນ​ການ​ແກ້​ບັນຫາ.

ອີງໃສ່ຫຼັກສູດ ລວມມີ​ການ​ຮຽນທິດສະດີ ໃນການນຳໃຊ້ຄະນິດສາດ ເຂົ້າໃນການຄິດໄລ່; ມີການນຳໃຊ້ຄອມພິວເຕີ​ເຂົ້າ​ໃນ​ການ​ຮຽນ; ນໍາໃຊ້ໂປຣແກຣມການຄິດໄລ່ຕົວ​ຈິງ; ມີ​ການແກ້ບົດເຝິກຫັດ; ມີ​ການ​ລົງ​ເກັບ​ກໍາ​ຂໍ້​ມູນ; ​ປະຕິບັດ​ການ​ວິ​ໄຈ​ຂະໜາດນ້ອຍ; ສຶກສາ​, ວິ​ເຄາະ ແລະ ນໍາ​ສະ​ເໜີ​ຫົວ​ຂໍ້​ທີ່​ສົນ​ໃຈ​; ​ແລະ ມີ​ການລົງຝຶກງານຕາມສະຖານທີ່ຕ່າງໆ ​ໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ເຊັ່ນ: ສູນສະຖິຕິແຫ່ງຊາດ, ຝ່າຍບັນຊີຕາມຫ້ອງການລັດ ແລະ ເອກະຊົນ ​ແລະ ອື່ນໆ.

ມີຄວາມຮູ້ພື້ນຖານ ທາງດ້ານຄະນິດສາດ, ພາສາອັງກິດ, ຄອມພິວເຕີຂັ້ນພື້ນຖານ;  ມີທັກສະ ໃນການ​ຄິດ​ໄລ່, ວິ​ເຄາະ, ຈື່​ຈໍາ​ຮູບ​ແບບ ແລະ ແກ້​ໄຂບັນຫາທົ່ວໄປ;  ເປັນຄົນ ຫົວໄວ, ເຮັດວຽກຕາມຫຼັກການ ຫຼື ຕາມສູດ, ເຂົ້າໃຈໄດ້ໄວ ໃນສິ່ງໃດໜຶ່ງທີ່ມີຄວາມຊັບຊ້ອນ,  ມີຄວາມຈໍາດີ; ​ແລະ ມີຄວາມສົນໃຈ ໃນການຄິດໄລ່ ແລະ ຄິດຄົ້ນວິທີທາງໃນການຄິດໄລ່ໃໝ່ໆຢູ່ສະເໝີ.

ມີຄວາມສາມາດດ້ານການຄິດໄລ່; ການນໍາໃຊ້ໂປຣແກຣມທີ່​ນໍາ​ໃຊ້​ສໍາລັບ​ຄະນິດສາດ ເຂົ້າຊ່ວຍໃນວຽກງານ ເກັບກຳສະຖິຕິ, ວາງແຜນ ແລະ ຄິດໄລ່ປະເມີນຜົນ; ທັກ​ສະ​ໃນການສອນຄະນິດສາດ; ທັກ​ສະ​ໃນ​ການ​ວິ​ເຄາະ ​ແລະ ນໍາ​ໃຊ້​ຄະນິດສາດ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນຫາ​ຕ່າງໆ; ​ແລະ ຮູ້​ວິທີ​ການ​ໃນ​ການຄົ້ນຄວ້າ ແລະ ເຮັດບົດວິໄຈຕ່າງໆ ທີ່ມີການນຳໃຊ້ຄະນິດສາດເຂົ້າຊ່ວຍ.

ເປັນຄູສອນຄະນິດສາດ ນັບຕັ້ງແຕ່ລະດັບປະຖົມ ຈົນເຖິງຂັ້ນປະລິນຍາຕີ; ນັກຄົ້ນຄວ້າວິໄຈໃນຫຼາຍຂະແໜງການບໍ່ວ່າຈະ​ເປັນທາງດ້ານການຄົ້ນຄວ້າ ສູດຄິດໄລ່ ຟິຊິກ, ເຄມີ, ສະຖິຕິປະຊາກອນ, ຄິດໄລ່ພູມສາດ; ເປັນພະນັກງານຝ່າຍບັນຊີ, ບໍລິຫານທົ່ວໄປ, ພະນັກງານ​ໃນສຳນັກງານພາກລັດ ​ແລະ ​ເອກະ​ຊົນ​ທີ່​ກ່ຽວຂ້ອງ.

  1. ໝວດທິດສະດີວິຊາສະເພາະດ້ານ
  1. ພຶດຊະຄະນິດຂັ້ນສູງ
  2. ເລຂາວິເຄາະ
  3. ຄະນິດສາດເຕັມໜ່ວຍ
  4. ພຶດຊະຄະນິດລີເນແອ
  5. ແຄນຄູລັດ
  6. ສົມຜົນຈຸລະຄະນິດສາມັນ
  1. ໝວດທິດສະດີວິຊາສະເພາະຫຼັກ
  1. ວິທີການຄົ້ນຄວ້າ
  2. ຊອຟແວຣ໌ນຳໃຊ້ລະດັບສູງ
  3. ສະຖິຕິຄະນິດສາດ
  4. ການບັນຊີ ແລະ ການເງິນເບື້ອງຕົ້ນ
  5. ຄວາມຮູ້ພື້ນຖານກ່ຽວກັບຖານຂໍ້ມູນ
  1. ໝວດວິຊາສະເພາະບັງຄັບ
  1. ການວິໄຈການດຳເນີນງານ
  2. ວິເຄາະຕຳລາ
  3. ເສດຖາມິຕິ
  4. ສົມຜົນຈຸລະຄະນິດພາກສ່ວນ
  5. ການນຳໃຊ້ຊອຟແວຣ໌ທາງຄະນິດສາດ
  6. ທິດສະດີຈຳນວນ
  7. ທິດສະດີການຕັດສິນໃຈ
  8. ວິທີການທາງດ້ານຈຳນວນ
  9. ວິເຄາະຄະນິດ
  1. ໝວດວິຊາສະເພາະເລືອກບັງຄັບ
  1. ຈຳລອງແບບທາງຄະນິດສາດ
  2. ສົມຜົນຄວາມແຕກຕ່າງ
  3. ອະນຸກົມເວລາ ແລະ ດັດຊະນີ
  4. ຄວາມຮູ້ເບື້ອງຕົ້ນກ່ຽວກັບເຕັກໂນໂລຊີ
  5. ທິດສະດີກຸ່ມ
  6. ເຕັກນິກການເລືອກຕົວຢ່າງ
  7. ການຄວບຄຸມຄຸນນະພາບ
  8. ທິດສະດີກຣາຟ
  9. ເລຂາຈຸລະຄະນິດ