ການແພດ

ຄະນະແພດສາດ, ມະຫາວິທະຍາໄລ​ ວິ​ທະ​ຍາ​ສາດ ​ສຸ​ຂະ​ພາບ ( ມວສ ) 



ຫຼັກສູດ ປະລິນຍາ​ຕີ ​6 ປີ 



ສາຂາການແພດ ແມ່ນສາຂາໜຶ່ງຂອງວິທະຍາສາດ​ສຸຂະພາບ ທີ່ກ່ຽວຂ້ອງ​ກັບ​ການ ​ບົ່ງມະ​ຕິ​, ປິ່ນປົວ ​ແລະ ປ້ອງ​ກັນ​ພະຍາດ. ​ ​ເນື່ອງ​ຈາກ​ວ່າ ມະນຸດ​ເຮົາ​ແມ່ນປາສະຈາກ​ບໍ່​ໄດ້​ເຊິ່ງ​ພະຍາດ​ໂລຄາ ຫຼື ການ​ບາດ​ເຈັບ ທີ່​ສາມາດສົ່ງ​ຜົນ​ເສຍ​ຕ່າງໆຕໍ່ສຸຂະພາບ ​ແລະ ຮ້າຍ​​ແຮງ​ໄປ​ກວ່ານັ້ນ ກໍ່ອາດ​ຈະ​ເຮັດ​ໃຫ້​ເສຍ​ຊີວິດ​ໄດ້. ດັ່ງ​ນັ້ນ ວິທະຍາສາດ​ການ​ແພດ​ ຈຶ່ງ​ມີ​ຄວາມ​ສຳຄັນຫຼາຍຕໍ່ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ເຮົາ ​ເພື່ອ​ຊ່ວຍ​ໃນ​ການ​ປິ່ນປົວ ​ແລະ ຮັກສາ​ສຸຂະພາບ.



ພາກ​ວິຊາ​ນີ້​ຮຽນກ່ຽວກັບ ຮ່າງ​ກາຍຂອງ​ມະນຸດ ລວມ​ເຖິງທີ່​ຕັ້ງ, ໜ້າທີ່ ​ແລະ ກົນ​ໄກ​ການ​ເຮັດ​ວຽກ​ຂອງ​ແຕ່​ລະ​ອະ​ໄວ​ຍະ​ວະ​​​; ຮຽນຮູ້​ກ່ຽວກັບ​ອາການ​ທີ່​ນຳພາ​ຄົນ​ເຈັບ​ມາ​ໂຮງໝໍ ​ແລະ ວິທີ​ກວດກາ​ຮ່າງກາຍ​ຄົນ​ເຈັບເພື່ອ​ຊ່ວຍ​ໃນ​ການ​ບົ່ງມະຕິ​ພະຍາດ ​ແລະ ​ໃຫ້ການ​ປິ່ນປົວ ​ເຊິ່ງລວມຢູ່​ໃນ 4 ພາກສ່ວນຫຼັກ ຄື: ​ເດັກນ້ອຍ, ພາຍ​ນອກ​, ພາຍ​ໃນ ​ແລະ ອອກລູກ-ພະຍາດ​ຍິງ. ນອກຈາກ​ນີ້, ສາຂາ​ການ​ແພດ ​ຍັງ​ໄດ້​ຮຽນກ່ຽວກັບ​ ການ​ປ້ອງ​ກັນ​ ​ແລະ ຄວບ​ຄຸມພະ​ຍາດ​ອີກ​ດ້ວຍ. 



ວິທີ​ການ​ສິດສອນ ແຕ່ປີທີ 1 ຫາ ປີທີ 3 ແມ່ນຮຽນພາກ​ທິດ​ສະ​ດີ​ແບບ​ບັນ​ລະ​ຍາຍ, ຂຶ້ນຫ້ອງ​ທົດ​ລອງ​ໂດຍ​ມີ​ອາຈານ​ເປັນ​ຜູ້​ສາທິດ, ​ແບ່ງ​ກຸ່ມ​ສົນທະນາ​ກ່ຽວກັບ​ຫົວຂໍ້ທີ​ອາຈານ​ມອບໝາຍ​ໃຫ້ ພ້ອມ​ທັງ​ຂຽນບົດ​ລາຍ​ງານ​ຂຶ້ນນຳ​ສະ​ເໜີ. ປີ​ທີ 4 ​ແລະ ທີ 5 ແມ່ນ​ລົງ​ຝຶກ​ຫັດ​ຢູ່ໂຮງໝໍ​ໃນ​ຕອນ​ເຊົ້າ ​ແລະ ຮຽນທິດ​ສະ​ດີ​ຕອນ​ແລງ ພ້ອມກັບເວນຍາມໃນໂຮງໝໍ. ປີ​ທີ 6 ​ແມ່ນ​ລົງ​ຝຶກ​ຫັດ​ຢູ່​ໂຮງໝໍໝົດມື້​ເຮັດ​ວຽກ​ເປັນ​ຜູ້​ຊ່ວຍ​ທ່ານໝໍ: ຮັບຜິດຊອບ​ຄົນ​ເຈັບຕາມ​ທີ່​ຖືກມອບໝາຍ, ກວດ​ຄົນ​ເຈັບ, ຕິດຕາມ​ອາການ, ປິ່ນປົວ​ເບື້ອງຕົ້ນ ​ແລະ ອື່ນໆ.



ຊີວະສາດ, ​ເຄມີສາດ, ຄະນິດສາດ, ພາສາອັງກິດ ​ແລະ ພາສາຝຣັ່ງ ຍິ່ງ​ເປັນ​ການ​ດີ; ເປັນ​ຄົນ ມັກຊ່ວຍເຫຼືອຄົນ, ຊ່າງສັງເກດ ແລະ ລະອຽດແຕ່ວ່ອງໄວ, ມັກອ່ານ, ມີມະນຸດສຳພັນດີ, ມີທັກສະໃນການຕິດຕໍ່ສື່ສານ ແລະ ມີຄວາມອົດທົນ​; ​ແລະ ມີຄວາມສົນ​ໃຈ​ໃນການ​ແພດ ​ແລະ ການຄົ້ນຄິດວິເຄາະຫາສາເຫດ ແລະ ຜົນ.



ສາ​ມາດ ສອບ​ຖາມ​ປະຫວັດ, ກວດ​ກາ​ຮ່າງກາຍ, ບົ່ງມະຕິ​ພະຍາດ ​ແລະ ປິ່ນປົວ​ພະຍາດ​ໄດ້; ສາມາດ​ສັ່ງ​ກວດ​ວິ​ເຄາະ​ເພີ່ມ​ເພື່ອ​ຊ່ວຍ​ໃນ​ການ​ບົ່ງມະຕິ​ພະຍາດ​ ເຊັ່ນ: ສັ່ງ​ກວດ​ເລືອດ, ສ່ອງ​ໄຟຟ້າ, ​ເຮັດ​ເອ​ໂກ ​ແລະ ອື່ນໆ ​ພ້ອມ​ທັງສາມາດ​ແປ​ຜົນ​ກວດ​ຕ່າງ​ໆ ໄດ້; ​ໃນ​ກໍລະນີ​ທີ່ຢູ່​ຫ່າງ​ໄກ ​ແມ່ນ​ສາມາດ​ປິ່ນປົວ​ເບື້ອງຕັ້ນ ​ແລະ ສົ່ງຕໍ່​ໄປ​ບ່ອນ​ທີ່​ມີ​ເງື່ອນ​ໄຂ.



ສາມາດ​​ເຮັດ​ວຽກ​ ​​​ເປັນ​ແພດ​ປິ່ນປົວ​ຢູ່​ສຸກສາລາ, ​ໂຮງໝໍ​ເມືອງ, ​ໂຮງໝໍ​ແຂວງ ​ແລະ ​ໂຮງໝໍສູນ​ກາງ. ​ປະກອບ​ອາຊີບ​ອິດສະຫຼະ​ເປັນຕົ້ນ​ແມ່ນ ​ເປີດ​ຫ້ອງ​ກວດ​ພະຍາດ​ເອກະ​ຊົນ, ​ເຮັດ​ວຽກສົ່ງ​ເສີມ​ສຸຂະພາບ ​ແລະ ປ້ອງ​ກັນ​ພະຍາດ​ນຳ​ໂຄງການ ​ແລະ ສູນ​ຄົ້ນຄວ້າ​ກ່ຽວກັບ​ພະຍາດ.

  1. ໂພຊະນາການເພື່ອສຸຂະພາບ
  2. ໜ້າທີ່ການຂອງຮ່າງກາຍ
  3. ການເກີດພະຍາດຂອງຮ່າງກາຍ
  4. ລະບົບປະສາດ 
  5. ລະບົບເລືອດ ແລະ ພູມຄຸ້ມກັນ
  6. ລະບົບຫົວໃຈ ແລະ ເສັ້ນເລືອດ
  7. ລະບົບຫາຍໃຈ
  8. ລະບົບຖ່າຍເທ
  9. ລະບົບລະລາຍ
  10. ລະບົບກະດູດ ກ້າມຊີ້ນ ແລະ ຜິວໜັງ
  11. ລະບົບຕ່ອມຂັບຍ່ອຍໃນ ແລະ ເຜົາປ່ຽນທາດ
  12. ລະບົບສືບພັນ
  13. Clinical skill
  14. ອາການຂອງຄົນເຈັບທີ່ມາພົບແພດ
  15. ພະຍາດເລືອດ
  16. ພະຍາດລະບົບຫາຍໃຈ
  17. ພະຍາດລະບົບຫົວໃຈ – ເສັ້ນເລືອດ
  18. ພະຍາດລະບົບຖ່າຍເທ
  19. ພະຍາດລະບົບລະລາຍ
  20. ພະຍາດລະບົບກະດູກ ກ້າມຊີ້ນ ແລະ ຜິວໜັງ
  21. ພະຍາດລະບົບຕ່ອມຂັບຍ່ອຍໃນ
  22. ພະຍາດລະບົບປະສາດ
  23. ພະຍາດລະບົບສືບພັນ
  24. ພັດທະນາ​ການ​ຂອງ​ມະນຸດ
  25. ສຸຂະພາບຈິດ
  26. ສາທາລະນະສຸກສາດ + ລົງ​ຊຸມ​ຊົນ
  27. ຝຶກຫັດອາຍຸລະສາດ
  28. ຝຶກຫັດກຸມມານເວດສາດ
  29. ຝຶກຫັດອອກລູກ-ພະຍາດຍິງ
  30. ຝຶກຫັດສັນລະຍະສາດ
  31. ຝຶກຫັດສຸກເສີນ