ສິລະປະໂລຫະ

ສະຖາບັນ ວິຈິດສິນແຫ່ງຊາດ

ຫຼັກສູດ ອະນຸປະລິນຍາຕີ 3 ປີ

ຫຼັກສູດ ປະລິນຍາຕີ 5 ປີ

ສິລະປະໂລຫະ ໝາຍເຖິງ ການສ້າງສັນຜົນງານສິລະປະ ສີ​ໄມ້​ລາຍ​ມືດ້ວຍ​ໂລຫະ​ຊະນິດ​ຕ່າງໆ​ເຊັ່ນ: ຄຳ, ​ເງິນ, ທອງ ​ເປັນຕົ້ນ. ວິຊານີ້ມີຄວາມສຳຄັນເນື່ອງຈາກເປັນສາຂາສິລະປະທີ່ມີຊື່ສຽງຂອງລາວ ເຊິ່ງໃນເມື່ຶອກ່ອນການ​ຜະ​ລິດເຄື່ອງ​ໂລຫະ ​ແມ່ນ​ເນັ້ນ​ໃສ່​​ເຄື່ອງ​ປະດັບ​ຊະນິດ​ຕ່າງໆທີ່​ໄດ້ມີການສືບທອດກັນຈາກຮຸ່ນສູ່ຮຸ່ນ ແຕ່​​​ປະຈຸ​ບັນ​ການ​ຮຽນສິລະ​ປະ​ໂລຫະ ​ແມ່ນ​ມີ​ຄວາມຫຼາກຫຼາຍກວ່າເກົ່າ ອັນລວມໄປເຖິງ ການ​ສ້າງ ​ແລະ ຫຼໍ່ອານຸສາ​ວະລີ ອານຸສອນ​ສະຖານ​ຕ່າງໆອີກ​ດ້ວຍ.

ວິຊານີ້ຮຽນກ່ຽວກັບ ການອອກແບບ ແລະ ການຜະລິດຜົນງານສິລະປະໂລຫະ ປະເພດເຄື່ອງປະດັບ ແລະ ເຄື່ອງໃຊ້ຕ່າງໆ ເຊັ່ນ: ສາຍຄໍ, ປອກແຂນ, ໂອ, ຂັນ, ຮາວທຽນ, ງ້າວ, ດາບ ເຊິ່ງໃນນັ້ນລວມມີຕັ້ງແຕ່ການຮຽນກ່ຽວກັບການອອກແບບລວດລາຍ ແລະ ການສ້າງສິລະປະໂລຫະດ້ວຍວິທີພື້ນເມືອງເຊັ່ນ: ການແກະສະຫຼັກ, ການຕີ, ການຫຼໍ່ ແລະ ການໃຊ້ເຕັກໂນໂລຊີສະໄໝໃໝ່ເຊັ່ນ ການດັດ, ການເຄືອບໂລຫະດ້ວຍນໍ້າຢາ, ການຈອດ​ ແລະ ການສ້າງ​ຮູບ​ຫຼໍ່ໂລຫະ ເປັນຕົ້ນ.

ນັກສຶກສາຈະໄດ້ຮຽນທິດສະດີໃນຫ້ອງຮຽນ ແລ້ວນຳໃຊ້ສິ່ງທີ່ຮຽນມາ ໃຊ້ອ້າງອີງໃນການປະຕິບັດຕົວຈິງໃນຫ້ອງສິນ ເຊັ່ນ: ການສຶກສາຕົວຢ່າງເຄື່ຶອງໃຊ້ ແລະ ເຄື່ອງປະດັບໂລຫະ ເພື່ອມາສຶກສາຮູບແບບແລ້ວສ້າງຄືນຕາມແບບເກົ່າ ຫຼື ອອກແບບລວດລາຍຂຶ້ນໃໝ່ຕາມຄວາມຄິດສ້າງສັນ, ຍຸກສະໄໝ ແລະ ຄວາມເໝາະສົມ. ຫຼັງຈາກນັກສຶກສາສໍາເລັດການສ້າງຜົນງານແລ້ວ, ນັກສຶກສາ ຈະໄດ້ມີການນຳສະເໜີຜົນງານຂອງຕົນໃຫ້ແກ່ອາຈານ.

ຄວາມຮູ້ພື້ນຖານ ດ້ານສີລະປະ. ມີຄວາມສົນໃຈ ພິເສດໃນວຽກງານການອະນຸລັກ ພູມປັນຍາສິລະປະ. ມີຄວາມມັກຮັກ ​ໃນ​ງານ​ສິລະປະ ແລະ ງານ​ສີມື. ເປັນຄົນ ມີຄວາມອົດທົນ, ລະອຽດອ່ອນ ແລະ ມີຄວາມຕັ້ງໃຈສູງ ເພາະຕ້ອງໃຊ້ເວລາໃນການສ້າງສັນຜົນງານ.

ມີຄວາມຮູ້ທາງດ້ານສິລະປະ ແລະ ວຽກງານສີມື ຫັດຖະກໍາ; ສາມາດອອກແບບ, ສ້າງສັນຜະລິດຕະພັນ ແລະ ສິລະປະ ຈາກໂລຫະ ແລະ ຍັງສາມາດ ນໍາໃຊ້ທັກສະດ້ານຊ່າງໂລຫະ (ການແກະສະຫຼັກ, ການຕີ, ການຫຼໍ່) ເຂົ້າໃນການ​ປະກອບ​ອາຊີບ​ໄດ້. 

ເປັນຊ່າງສີມືດ້ານການອອກແບບ​ເຄື່ອງ​ໂລຫະ ​ແລະ ປະດິດເຄື່ອງປະດັບ​ແບບ​ຕ່າງໆ, ​ເປັນອາຈານສອນ ເຊິ່ງສາມາດເຮັດວຽກໃນອົງກອນທີ່ກ່ຽວຂ້ອງເຊັ່ນ: ບໍລິສັດກໍ່ສ້າງ, ອອກແບບ ແລະ ຕົກແຕ່ງໂຮງຮຽນວິຊາຊີບ ຫຼື ໂຮງຮຽນວິຈິດສິນ ແລະ ສູນຫັດຖະກໍາ ຫຼື ສູນສົ່ງເສີມສີມືແຮງງານ.

  1. ທິດສະດີວັດທະນະທໍາ 
  2. ເສດຖະສາດການເມືອງ 
  3. ກົດໝາຍ
  4. ປະຫວັດສາດລາວ ແລະ ປະຫວັດສາດໂລກ
  5. ພຸທປຼັດຊະຍາ ແລະ ສາສະນາຕ່າງໆໃນໂລກ
  6. ຫ້ອງສະໝຸດ ແລະ ວິທີຄົ້ນຄວ້າ
  7. ດົນຕີພື້ນເມືອງ
  8. ດົນຕີສາກົນ
  9. ພູມສາດ
  10. ການແຕ້ມຂັ້ນ 
  11. ອົງປະກອບສິນ 
  12. ສະຖາປັດຕະຍະກໍາ
  13. ສີລະປະພື້ນເມືອງ
  14. ວິຊາຮ່າງພາບ
  15. ທິດສະດີສິລະປະ
  16. ສີລະປະລາຍລາວ
  17. ຄອມພິວເຕີ
  18. ທັດສະນີຍະພາບ
  19. ປະຕິມະກໍາ 1,2,3
  20. ອອກແບບນິເທດສິນ 1,2,3
  21. ປະຫວັດສາດສີລະປະ
  22. ບູຮານຄະດີ
  23. ທິດສະດີຄວາມງາມ
  24. ໂຄງການສີລະປະນິພົນ
  25. ສີລະປະນິພົນ