ອຸດສາຫະກຳໂລຫະ
ອຸດສາຫະກຳໂລຫະ ເປັນອຸດສາຫະກຳປະເພດໜຶ່ງທີ່ມີຄວາມສຳຄັນໃນການພັດທະນາປະເທດ ແລະ ເປັນພື້ນຖານໃຫ້ແກ່ບັນດາອຸດສາຫະກຳອື່ນໆ. ໃນປັດຈຸບັນ ການຜະລິດເຫຼັກເສັ້ນເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງເຄຫາສະຖານ ແລະ ຕິດຕັ້ງອຸປະກອນໂລຫະຕ່າງໆ ແມ່ນມີຄວາມພົ້ນເດັ່ນ ອີກທັງປະເທດລາວໄດ້ເອົາໃຈໃສ່ໃນການພັດທະນາທາງດ້ານອຸດສາຫະກຳ ເພື່ອດຶງດູດຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ຈຶ່ງມີຄວາມຮຽກຮ້ອງຕ້ອງການນາຍຊ່າງອຸດສະຫະກໍາເປັນຈຳນວນຫຼວງຫຼາຍ.
ສາຂານີ້ຮຽນກ່ຽວກັບ ບັນດາເຕັກນິກໃນການຜະລິດ, ຕິດຕັ້ງ ແລະ ບໍາລຸງຮັກສາໂລຫະຂັ້ນພື້ນຖານ ເຊິ່ງກວມເອົາ ເຕັກນິກຕ່າງໆໃນການຈອດໂລຫະ ເຊັ່ນ: ຈອດໄຟຟ້າ, ຈອດທິກ, ຈອດແກັສ, ຈອດມິກ/ແມັກ, ການກວດສອບຄອງຈອດ, ການຄິດໄລ່, ການແຕ້ມແບບ ແລະ ການຕິດຕັ້ງ ໂຄງສ້າງເຫຼັກຕາມອາຄານ ແລະ ສະຖານທີ່ຕ່າງໆ, ການຜະລິດວັດສະດຸ ແລະ ເຄື່ອງໃຊ້ຈາກໂລຫະແຜ່ນ ແລະ ອາລູມີນຽມ ລວມໄປເຖິງ ການຕິດຕັ້ງສຸຂະພັນ, ການເດີນທໍ່ນ້ຳ ແລະ ທໍ່ນໍ້າເສຍ ເປັນຕົ້ນ.
ວິທີການສິດສອນຂອງສາຂານີ້ ປະກອບມີ ພາກທິດສະດີ (40% ສໍາລັບຊັ້ນກາງ, 50% ສໍາລັບຊັ້ນສູງ) ແລະ ພາກປະຕິບັດຕົວຈິງ (60% – ຊັ້ນກາງ, 50% – ຊັ້ນສູງ) ເຊິ່ງໃນນັ້ນ ນັກສຶກສາຈະໄດ້ນໍາໃຊ້ທິດສະດີຕາມລາຍວິຊາສະເພາະ ເພື່ອອ້າງອີງໃນການຝຶກປະຕິບັດ ພ້ອມທັງມີການນໍາໃຊ້ວັດສະດຸຕົວຈິງປະກອບສ່ວນເຂົ້າໃນການຮຽນ. ນອກຈາກນັ້ນ, ນັກສຶກສາຍັງຈະໄດ້ລົງຝຶກງານກັບບໍລິສັດ, ໂຮງງານຂອງເອກະຊົນທີ່ກ່ຽວຂ້ອງ ຫຼື ສາມາດຝຶກງານພາຍໃນໂຮງຮຽນໄດ້.
ສາມາດຄິດໄລ່, ວັດແທກ, ອອກແບບ ແລະ ນໍາໃຊ້ເຕັກນິກຕ່າງໆ ເຂົ້າໃນການຕິດຕັ້ງໂຄງສ້າງເຫຼັກ ແລະ ອຸປະກອນໂລຫະອື່ນໆ ທັງພາຍໃນ ແລະ ພາຍນອກເຄຫາສະຖານ ເຊັ່ນ: ຕິດຕັ້ງສຸຂະພັນ, ຮາງລິນ, ທໍ່ນໍ້າ ແລະ ທໍ່ນໍ້າເສຍ ເປັນຕົ້ນ. ນັກສຶກສາຍັງຈະມີຄວາມຮູ້ພື້ນຖານທາງດ້ານວິສະວະກໍາ ເພື່ອສາມາດໄປສຶກສາຕໍ່ສາຂາວິສະວະກໍາຂົວ-ທາງໃນລະດັບປະລິນຍາຕີໄດ້.
ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ
- ໝວດຄວາມສາມາດທົ່ວໄປ
- ການເມືອງ
- ພາສາອັງກິດ
- ຟິຊິກສາດ
- ຄະນິດສາດ
- ສິ່ງແວດລ້ອມ
- ໝວດວິຊາຄວາມສາມາດພື້ນຖານ
- ພື້ນຖານຊ່າງອຸດສາຫະກຳ
- ແຕ້ມແບບພື້ນຖານ
- ເລກຊ່າງພື້ນຖານ
- ກົນລະສາດວິສະວະກໍາ
- ຈັດວາງໂຮງຊ່າງ
- ກວດສອບວັດສະດຸ
- ວັດສະດຸຊ່າງ
- ໄຮໂດຣລິກ-ນິວເມຕິກ 1,2
- ແຕ້ມແບບດ້ວຍຄອມພິວເຕີ
- ຄອມພິວເຕີ
- ໝວດວິຊາສະເພາະ
- ຈອດໄຟຟ້າ
- ຈອດແກ໊ສ
- ຈອດທິກ
- ຈອດມິກ/ແມັກ
- ກວດສອບຄອງຈອດ
- ໂລຫະແຜ່ນ
- ບໍາລຸງຮັກສາເຄື່ອງຈັກ
- ເລກຊ່າງ
- ແຕ້ມແບບວິສະວະກໍາ
- ອອກແບບຜະລິດຕະພັນ
- ທໍ່ອຸດສາຫະກໍາ ແລະ ສຸຂະພັນ
- ອາລູມີນຽມ
Leave A Comment