ອຸດສາຫະກຳໂລຫະ

ໂຮງຮຽນເຕັກນິກລາວ-ເຢຍລະມັນ

ຊັ້ນກາງ 3 ປີ (9 + 3); 2 ປີ (12 + 2)

ຊັ້ນສູງຕໍ່ເນື່ອງ 1 ປີ; 1.5 ປີ (ພາກຄໍ່າ); 2 ປີ (ເສົາ-ອາທິດ)  

ອຸດສາຫະກຳໂລຫະ ເປັນອຸດສາຫະກຳປະເພດໜຶ່ງທີ່ມີຄວາມສຳຄັນໃນການພັດທະນາປະເທດ ແລະ ເປັນພື້ນຖານໃຫ້ແກ່ບັນດາອຸດສາຫະກຳອື່ນໆ. ໃນປັດຈຸບັນ ການຜະລິດເຫຼັກເສັ້ນເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງເຄຫາສະຖານ ແລະ ຕິດຕັ້ງອຸປະກອນໂລຫະຕ່າງໆ ແມ່ນມີຄວາມພົ້ນເດັ່ນ ອີກທັງປະເທດລາວໄດ້ເອົາໃຈໃສ່ໃນການພັດທະນາທາງດ້ານອຸດສາຫະກຳ ເພື່ອດຶງດູດຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ຈຶ່ງມີຄວາມຮຽກຮ້ອງຕ້ອງການນາຍຊ່າງອຸດສະຫະກໍາເປັນຈຳນວນຫຼວງຫຼາຍ.

ສາຂານີ້ຮຽນກ່ຽວກັບ ບັນດາເຕັກນິກໃນການຜະລິດ, ຕິດຕັ້ງ ແລະ ບໍາລຸງຮັກສາໂລຫະຂັ້ນພື້ນຖານ ເຊິ່ງກວມເອົາ ເຕັກນິກຕ່າງໆໃນການຈອດໂລຫະ ເຊັ່ນ: ຈອດໄຟຟ້າ, ຈອດທິກ, ຈອດແກັສ, ຈອດມິກ/ແມັກ, ການກວດສອບຄອງຈອດ, ການຄິດໄລ່, ການແຕ້ມແບບ ແລະ ການຕິດຕັ້ງ ໂຄງສ້າງເຫຼັກຕາມອາຄານ ແລະ ສະຖານທີ່ຕ່າງໆ, ການຜະລິດວັດສະດຸ ແລະ ເຄື່ອງໃຊ້ຈາກໂລຫະແຜ່ນ ແລະ ອາລູມີນຽມ ລວມໄປເຖິງ ການຕິດຕັ້ງສຸຂະພັນ, ການເດີນທໍ່ນ້ຳ ແລະ ທໍ່ນໍ້າເສຍ ເປັນຕົ້ນ.

ວິທີການສິດສອນຂອງສາຂານີ້ ປະກອບມີ ພາກທິດສະດີ (40% ສໍາລັບຊັ້ນກາງ, 50% ສໍາລັບຊັ້ນສູງ) ແລະ ພາກປະຕິບັດຕົວຈິງ (60% – ຊັ້ນກາງ, 50% – ຊັ້ນສູງ) ເຊິ່ງໃນນັ້ນ ນັກສຶກສາຈະໄດ້ນໍາໃຊ້ທິດສະດີຕາມລາຍວິຊາສະເພາະ ເພື່ອອ້າງອີງໃນການຝຶກປະຕິບັດ ພ້ອມທັງມີການນໍາໃຊ້ວັດສະດຸຕົວຈິງປະກອບສ່ວນເຂົ້າໃນການຮຽນ. ນອກຈາກນັ້ນ, ນັກສຶກສາຍັງຈະໄດ້ລົງຝຶກງານກັບບໍລິສັດ, ໂຮງງານຂອງເອກະຊົນທີ່ກ່ຽວຂ້ອງ ຫຼື ສາມາດຝຶກງານພາຍໃນໂຮງຮຽນໄດ້.

ຄວາມຮູ້ພື້ນຖານ ດ້ານວິຊາຄິດໄລ່ ເຊັ່ນ: ຄະນິດສາດ, ເຄມີສາດ, ຟີຊິກສາດ, ຄອມພິວເຕີ ແລະ ວິຊາແຕ້ມຮູບ. ມີຄວາມມັກຮັກໃນການສຶກສາກ່ຽວກັບການສ້ອມແປງເຄື່ອງມື, ການອອກແບບໂຄງສ້າງ ແລະ ການຕິດຕັ້ງອຸປະກອນຕ່າງໆ. ມີຄວາມສົນໃຈໃນອາຊີບນາຍຊ່າງ. ເປັນຄົນ ມັກອອກແຮງງານ, ມັກຊອກຮູ້, ຊອກສຶກສາດ້ວຍຕົນເອງ ແລະ ດຸໝັ່ນຂະຫຍັນພຽນ 

ສາມາດຄິດໄລ່, ວັດແທກ, ອອກແບບ ແລະ ນໍາໃຊ້ເຕັກນິກຕ່າງໆ ເຂົ້າໃນການຕິດຕັ້ງໂຄງສ້າງເຫຼັກ ແລະ ອຸປະກອນໂລຫະອື່ນໆ ທັງພາຍໃນ ແລະ ພາຍນອກເຄຫາສະຖານ ເຊັ່ນ: ຕິດຕັ້ງສຸຂະພັນ, ຮາງລິນ, ທໍ່ນໍ້າ ແລະ ທໍ່ນໍ້າເສຍ ເປັນຕົ້ນ. ນັກສຶກສາຍັງຈະມີຄວາມຮູ້ພື້ນຖານທາງດ້ານວິສະວະກໍາ ເພື່ອສາມາດໄປສຶກສາຕໍ່ສາຂາວິສະວະກໍາຂົວ-ທາງໃນລະດັບປະລິນຍາຕີໄດ້.

ສາມາດບັນຈຸເຂົ້າເຮັດວຽກ ທັງພາກລັດ ເຊັ່ນ: ລັດວິສະຫະກິດນ້ຳປະປາລາວ, ລັດວິສະຫະກິດໄຟຟ້າລາວ ຫຼື ບໍລິສັດເອກະຊົນທີ່ກ່ຽວຂ້ອງກັບສຸຂະພັນ ແລະ ການກໍ່ສ້າງ ແລະ ຫ້າງຮ້ານຕິດຕັ້ງອາລູມີນຽມຕ່າງໆ. ນອກນີ້ ຍັງສາມາດ ປະກອບອາຊີບຊ່າງຈອດເຫຼັກ, ຊ່າງຕິດຕັ້ງເຄື່ອງໃຊ້ສຸຂະພັນ, ທໍ່ນ້ຳເສຍ ແລະ ໄຟຟ້າ ຫຼື ສາມາດປະກອບທູລະກິດຂອງຕົນເອງໄດ້. 

ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  • ໝວດຄວາມສາມາດທົ່ວໄປ
  1. ການເມືອງ
  2. ພາສາອັງກິດ
  3. ຟິຊິກສາດ
  4. ຄະນິດສາດ
  5. ສິ່ງແວດລ້ອມ
  • ໝວດວິຊາຄວາມສາມາດພື້ນຖານ
  1. ພື້ນຖານຊ່າງອຸດສາຫະກຳ
  2. ແຕ້ມແບບພື້ນຖານ
  3. ເລກຊ່າງພື້ນຖານ
  4. ກົນລະສາດວິສະວະກໍາ
  5. ຈັດວາງໂຮງຊ່າງ
  6. ກວດສອບວັດສະດຸ
  7. ວັດສະດຸຊ່າງ
  8. ໄຮໂດຣລິກ-ນິວເມຕິກ 1,2
  9. ແຕ້ມແບບດ້ວຍຄອມພິວເຕີ
  10. ຄອມພິວເຕີ
  • ໝວດວິຊາສະເພາະ
  1. ຈອດໄຟຟ້າ
  2. ຈອດແກ໊ສ
  3. ຈອດທິກ
  4. ຈອດມິກ/ແມັກ
  5. ກວດສອບຄອງຈອດ
  6. ໂລຫະແຜ່ນ
  7. ບໍາລຸງຮັກສາເຄື່ອງຈັກ
  8. ເລກຊ່າງ 
  9. ແຕ້ມແບບວິສະວະກໍາ
  10. ອອກແບບຜະລິດຕະພັນ
  11. ທໍ່ອຸດສາຫະກໍາ ແລະ ສຸຂະພັນ
  12. ອາລູມີນຽມ