ຜະດຸງຄັນ

ສາຂາຜະດຸງຄັນ, ມະຫາວິທະຍາໄລ ​ວິ​ທະ​ຍາ​ສາດ ​ສຸ​ຂະ​ພາບ ( ມວສ )







ປະລິນຍາຕີ 4 ປີ, ຊັ້ນສູງ 3 ປີ, ຊັ້ນສູງ​ຕໍ່​ເນື່ອງ 1 ປີ​ 6 ​ເດ​ືອນ 







ຜະດຸງຄັນໝາຍເຖິງການວາງແຜນ, ຄຸ້ມ​ຄອງ, ​ໃຫ້​ບໍລິການ ​ແລະ ປະ​ເມີນ​ການ​ໃຫ້​ບໍລິ​ການ​ດ້ານ​ຜະດຸງຄັນ ​ໃນ​ໄລຍະ​ກ່ອນ, ລະຫວ່າງ ​ແລະ ຫຼັງຖືພາ ​ແລະ ​ເກີດ​ລູກ. ພວກ​ເຂົາ​ໃຫ້​ບໍລິການ​ເກີດ​ລູກ​ເພື່ອຫຼຸດຄວາມ​ສ່ຽງຕໍ່ສຸຂະພາບ​ຂ​ອງ​ແມ່ຍິງ ​ແລະ ​ເດັກນ້ອຍ​ໂດຍ​ນຳ​ໃຊ້​ການ​ປະ​ຕິ​ບັດ​ທາງ​ດ້ານຜະ​ດຸ​ງຄັນທີ່​ເປັນ​ມາດຕະຖານ, ​ເຮັດ​ວຽກ​ໂດຍ​ລຳພັງ ຫຼື ​ເປັນ​ທີ​ມກັບ​ພະນັກງານ​ສາທາລະນະ​ສຸກ​ອື່ນໆ. ​ເຮັດ​ການຄົ້ນຄວ້າ​ກ່ຽວກັບ​ການ​ປະຕິບັດ​ຜະດຸງຄັນ ​ແລະ ກິດຈະກຳ​ການ​ສຶກສາ​ຜະດຸງຄັນຢູ່​ສະຖານ​ບໍລິການ​ສາທາລະນະ​ສຸກ ​ແລະ ຊຸມ​ຊົນ.





ຮຽນ​ກ່ຽວກັບ​ການຜະດຸງຄັນ ເຊັ່ນ: ການໃຫ້​ຄຳ​​ແນະນຳ​ດ້ານ​ສຸຂະ​ສຶກສາ, ໃຫ້​ຄຳ​ປຶກສາ​ແກ່​ແມ່​ຍິງຖືພາ, ກວດ​ທ້ອງ​ແມ່ຍິງ​ຖືພາ, ການ​ແກ້​ໄຂ​ພາວະ​ສຸກ​ເສີນ​ທາງ​ດ້ານ ການອອກລູກ-ພະຍາດຍິງ, ​ການປະ​ເມີນ ​ແລະ ນຳ​ສົ່ງ​ແມ່​ຍິງຖືພາກໍລະນີ​ທີ່​ມີ​ອາການ​ສົນ,  ການຊ່ວຍ​ເກີດ​ລູກແບບທຳມະຊາດ​, ຊ່ວຍແກ້ໄຂການອອກລູກແບບໃຊ້ເຄື່ອງມືຊ່ວຍ, ຊ່ວຍ​ທ່ານໝໍ​ຜ່າຕັດ​ເອົາ​ລູກ​ອອກ​ທາງ​ໜ້າ​ທ້ອງ, ການຟື້ນ​ຟູ​ເດັກ​ເກີດ​ໃໝ່, ການຢ້ຽມ​​ແມ່ ​ແລະ ​ເດັກ​ຫຼັງ​ເກີດ​, ການວາງ​ແຜນ​ຄອບຄົວ ແລະ​ ການໃສ່​ຮ່ວງ​ອະນາ​ໄມ.​



ມີການສິດສອນທິດສະດີໃນຮູບແບບບັນລະຍາຍ ແລະ ສົນທະນາເປັນກຸ່ມຍ່ອຍໂດຍອີງໃສ່ການສຶກສາບັນຫາຂອງກໍລະນີຄົນເຈັບຕົວຈິງ. ພ້ອມດຽວກັນນັ້ນ, ກໍມີການສາທິດການຝຶກແອບເຮັດວຽກກັບຄົນເຈັບຢູ່ຫ້ອງປະຕິບັດການໂດຍອາຈານ. ຫຼັງຈາກນັ້ນ, ນັກສຶກສາຈະໄດ້ລົງຝຶກຫັດຕົວຈິງກັບຄົນເຈັບຢູ່ໂຮງໝໍ​ໂດຍເຮັດວຽກກວດທ້ອງແມ່ມານ, ໃຫ້ສຸຂະສຶກສາແກ່ແມ່ມານກ່ຽບກັບການເບິ່ງແຍງຕົນເອງໃນເວລາທີ່ມາຝາກທ້ອງ, ຊ່ວຍເກີດລູກ ນອກຈາກນັ້ນກໍຍັງເຮັດ​ວຽກ​ກັບຊຸມ​ຊົນ.



ຄວາມຮູ້ພື້ນຖານດ້ານຊີວະ​ສາດ, ຟິຊິກສາດ, ເຄ​ມີ​ສາດ, ຄະນິດສາດ, ພາ​ສາ​ອັງ​ກິດ, ແລະ ພາ​ສາ​ຝ​ຣັ່ງ. ນອກຈາກນີ້ແລ້ວ, ສິ່ງສຳຄັນທີ່ສຸດໃນ​ການ​ສຶກ​ສາ​ຮ່ຳ​ຮຽນ​ໃນ​ສາ​ຂາ​ວິ​ຊານີ້​ແມ່ນ ນັກຮຽນຈະຕ້ອງ ​ເປັນ​ຄົນ ​ຮອບຄອບ, ຄິດກ່ອນຈິ່ງເຮັດ, ມີຈິດໃຈເອື້ອເຟື້ອເຜື່ອແຜ່, ມີຄວາມດຸໝັ່ນ, ມີມະນຸດສໍາພັນທີ່ດີ, ມີຄວາມອົດທົນສູງ,  ມີ​ຄວາມ​ສົນ​ໃຈ​ຢາກຊ່ວຍເຫຼືອຄົນອື່ນ.



​ໃຫ້ສຸຂະ​ສຶກສາ ​ແລະ ຄຳ​ປຶກສາ​ດ້ານ​ສຸຂະພາບ​ແກ່​ແມ່ຍິງ​ໃນ​ໄລຍະ​ຖືພາ, ​ເກີດ​ລູກ ​ແລະ ຫຼັງ​ເກີດ​ລູກ, ​ເດັກ​ເກີດ​ໃໝ່ ​ແລະ ການວາງ​ແຜນ​ຄອບຄົວ. ບົ່ງມະຕິ​ພະຍາດ​ທາງ​ດ້ານ​ຜະດຸງຄັນ, ກວດທ້ອງແມ່ຍິງຖືພາ, ຊ່ວຍການ​ເກີດລູກທຳ​ມະ​ຊາດ ຫຼື ​ເກີດ​ລູກ​ກໍລະນີ​ເດັກ​ຢູ່​ທ່າຜິດ​ປົກກະຕິ, ​ໃຫ້​ບໍລິການ​ການ​ເກີດ​ລູກ​ແບບ​ສຸກ​ເສີນ​ຮຸນ​ແຮງ, ຊ່ວຍ​ເຫຼືອ​ໃນ​ການຜ່າຕັດ​ເກີດ​ລູກ, ສົ່ງຕໍ່ຄົນ​ເຈັບ​ຢ່າງ​ເໝາະສົມ, ຊ່ວຍ​ເກີດ​ລູກ​ຢູ່​ເຮືອນ, ລົງ​ຢ້ຽມ​ແມ່ຍິງ​ຖືພາ, ​ແມ່ຍິງ​ເກີດ​ລູກ​ໃໝ່ ​ແລະ ​ເດັກ​ເກີດ​ໃໝ່.



​​

ເຮັດ​ວຽກ​ເປັນນັກ​ຜະດຸງຄັນ​ຢູ່ສຸກສາລາ, ໂຮງໝໍເມືອງ, ໂຮງໝໍແຂວງ, ໂຮງໝໍສູນກາງ ຫຼື ເຮັດວຽກນຳຫ້ອງກວດພະຍາດ ເອກະຊົນ. ເປັນອາຈານ​ສອນ​ດ້ານ​ຜະ​ດຸງ​ຄັນ ຢູ່ພາກວິ​ຊາ​ຜະ​ດຸງ​ຄັນໃນ​ຄະ​ນະ​ພະ​ຍາ​ບານ​ສາດ​ຂອງມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທ​ະ​ຍາ​ສາດ​ສຸ​ຂະ​ພາບ.

 

 

  1. ພາສາ​ຕ່າງປະ​ເທດ​ທາງ​ການ​ແພດ
  2. ຟິຊິກ​ສາດ​ທາງ​ການ​ແພດ
  3. ສື່ສານ​ທາງ​ການ​ຜະດຸງຄັນ
  4. ກາ​ຍະ​ວິພາກ​ສາດ
  5. ສະລີລະວິທະຍາ
  6. ​ໂພຊະ​ນາ​ການ
  7. ອາຫານ​ບຳບັດ
  8. ການ​ປິ່ນປົວ​ຂັ້ນຕົ້ນ
  9. ຈິດຕະວິທະຍາ​ພັດທະນາ​ການ​ເດັກ​ເກີດ​ໃໝ່ ​ແລະ ​ເດັກນ້ອຍ
  10. ຜະດຸງຄັນ1 (ການ​ດູ​ແລ​ໄລຍະ​ຖືພາ)
  11. ການ​ຕຽມຕົວ​ເປັນ​ແມ່
  12. ຝຶກ​ຫັດ​ການກວດ​ທ້ອງ ​ແລະ ຈຳ​ແນ​ກ​ໄດ້​ອາການ​ປົກກະຕິ ​ແລະ ຜິດ​ປົກກະຕິ
  13. ການວາງ​ແຜນ​ຄອບຄົວ
  14. ຜະດຸງຄັນ2 (ການ​ດູ​ແລ​ໄລຍະ​ເກີດ)
  15. ຜະດຸງຄັນ4 (ການ​ດູ​ແລ​ແມ່​ຖືພາ​ທີ່​ມີ​ພາວະ​ແຊກ​ຊ້​ອນ)
  16. ພະຍາດ​ຍິງ
  17. ການ​ດູ​ແລ​ແມ່​ຫລັງ​ຜ່າຕັດ​ເກີດ​ລູກ​ທາງໜ້າທ້ອງ​
  18. ຜະດຸງຄັນ5 (ຄວາມ​ຜິດ​ປົກກະຕິ​ໄລຍະ​ຖືພາ)
  19. ຜະດຸງຄັນ6 (ຄວາມ​ຜິດ​ປົກກະຕິ​ໄລຍະ​​ເກີດ ​ແລະ ຫຼັງ​ເກີດ)
  20. ພະຍາດ​ເດັກ
  21. ການ​ພະຍາບານ​ເດັກ1
  22. ຝຶກ​ຫັດ​ພະຍາບານ​ເດັກ ​ແລະ ການ​ຊ່ວຍ​ຊີບ​ເດັກ​ເກີດ​ໃໝ່
  23. ຝຶກ​ຫັດ​ການ​ຊ່ວຍ​ອອກລູກ​ປົກກະຕິ ​ແລະ ການ​ອອກລູກ​ທ່າ​ກົ້ນ
  24. ການ​ດູ​ແລ​ແມ່ຫຼັງຄອດທີ່​ມີ​ປັດ​ໄຈ​ສ່ຽງ, ຊຶມ​ເສົ້າຫຼັງ​ເກີດ
  25. ມາດຕະຖານ​ການ​ນຳ​ສົ່ງ​ຄົນ​ເຈັບ
  26. ການ​ສົ່ງ​ເສີມ​ການ​ລ້ຽງລູກ​ດ້ວຍ​ນົມ​ແມ່
  27. ການ​ດູ​ແລ​ເດັກ​ເກີດ​ກ່ອນ​ກຳນົດ ​ແລະ ​ເດັກນ້ຳໜັກໜ້ອຍ
  28. ການ​ບໍລິຫານ​ທາງ​ການ​ຜະດຸງຄັນ
  29. ລັງສີ​ວິທະຍາ
  30. ວາງຢາ​ສະຫຼົບ ​ແລະ ຟື້ນຟູ​ຊີບ