ຊອກຄົ້ນ ​ແລະ ສໍາຫຼວດແຮ່ 

ວິທະຍາໄລເຕັກນິກສັບພະວິຊາ

ຫຼັກສູດ ຊັ້ນກາງ 2 ປີ ແລະ ຊັ້ນສູງ 1 ປີ 6 ເດືອນ

ການຊອກຄົ້ນ ​ແລະ ສໍາຫຼວດ ແຮ່ທາດ ໝາຍເຖິງ ການຊອກຫາປະລິມານ ​ແລະ ຄຸນ​ນະພາ​ບຂອງ​ແຮ່​ທາດຕ່າງໆທີ່ຢູ່​ໃຕ້​ດິນ ​ເພື່ອ​ສະໜອງ​ໃຫ້​ແກ່​ການວາງ​ແຜນ​ການຂຸດ​ຄົ້ນເອົາຂຶ້ນມາຮັບໃຊ້ສັງຄົມ.  ປະຈຸບັນ ຈໍານວນຊັບພະຍາກອນແຮ່ທາດທີ່ມີຢູ່ ໄດ້ຄ່ອຍໆມີ​ການຫຼຸດລົງ  ​ເຮັດໃຫ້ເກີດມີການຊອກ​ຄົ້ນສໍາຫຼວດ ຫາແຫຼ່ງຊັບພະຍາກອນແຮ່ທາດໃໝ່ ຢູ່​ສ​ະ​ເໝີ ໂດຍຜ່ານການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າຊ່ວຍໃນການສໍາຫຼວດ ເພື່ອນໍາເອົາແຮ່ທາດມາໝູນໃຊ້ ໃນການພັດທະນາເສດຖະກິດ-ສັງຄົມ.

ສາຂານີ້ຮຽນ ກ່ຽວກັບ ວິທີການຊອກຄົ້ນ ແລະ ສໍາຫຼວດຫາແຫຼ່ງແຮ່ທາດ ໂດຍລົງເລິກສຶກສາທາງທໍລະນີສາດ ທີ່ກ່ຽວພັນກັບໂລກ ແລະ ຕົ້ນກໍາເນີດຂອງ ຫີນ-ແຮ່ຕ່າງໆ ລວມທັງຂະບວນການ ການປ່ຽນແປງທີ່ເກີດຂຶ້ນໃນທໍາມະຊາດ ນັບຕັ້ງແຕ່ການກໍາເນີດໂລກ ຈົນເຖິງປະຈຸບັນ ເພື່ອໃຫ້ຮູ້ ແລະ ເຂົ້າໃຈເຖິງ ລັກສະນະ, ຊະນິດ ແລະ ປະເພດຂອງ ແຮ່ທາດ ແລະ ພື້ນທີ່ສະເພາະທີ່ມີແຮ່ທາດ ວ່າມັນຄົງຕົວຢູ່ໃສ, ຢູ່ໃນຮູບແບບໃດ ແລະ ມີປະລິມານເທົ່າໃດ.

ມີ​ການຮຽນທິດສະດີ ​ໂດຍຜ່ານການບັນຍາຍ ຈາກຄູອາຈານ ແລະ ນັກສໍາມະນາກອນ ພ້ອມທັງ ມີການສົນທະນາ ແລະ ແລກປ່ຽນຄວາມຄິດເຫັນ ຕາມຫົວຂໍ້ຕ່າງໆທີ່ໄດ້ສິດສອນ. ນອກນັ້ນ, ຍັງມີພາກປະຕິບັດຕົວຈິງ ເຊັ່ນ: ການນໍາໃຊ້ GPS ຊອກຫາຈຸດພິກັດ, ເຂັມທິດ, ເຄື່ອງຈັກເຈາະ, ຂັ້ນຕອນ ແລະ ວີທີການຕ່າງໆ ໃນການຊອກຄົ້ນ ແລະ ສໍາຫຼວດແຮ່ທາດ ທັງໃນ ແລະ ນອກໂຮງຮຽນ ໂດຍຜ່ານການລົງພາກສະໜາມ, ການທັດສະນະສຶກສາ ຫຼື ການຝຶກງານ ໃນບໍລິສັດຕ່າງໆ ທີ່ກ່ຽວຂ້ອງ.

ຄວາມຮູ້ພື້ນຖານ ດ້ານ ພູມສາດ, ເຄມີສາດ, ພາສາຕ່າງປະເທດ ແລະ  ຄອມພິວເຕີ; ເປັນຄົນ ມັກຊອກຄົ້ນຄວ້າ, ມັກຄວາມທ້າທາຍພະຈົນໄພ, ມັກການສັງເກດ ແລະ ການວິເຄາະ-ວິໄຈ. ນອກນັ້ນ, ສິ່ງທີ່ສໍາຄັນ ແມ່ນນັກສຶກສາ ຕ້ອງມີຄວາມສົນໃຈພິເສດ ໃນການສຶກສາ ແລະ ຮຽນຮູ້ ກ່ຽວກັບ ດິນ, ຫີນ ແລະ ແຮ່ທາດຕ່າງໆ.

ທັກສະການສຳຫຼວດ (ການເກັບຕົວຢ່າງເພື່ອສຶກສາ, ການບັນທຶກ ແລະ ວິເຄາະຂໍ້ມູນ); ຮູ້ວິທີການຄົ້ນຫາແຮ່ທາດ, ການນໍາໃຊ້ເຄື່ອງມື ອຸປະກອນ ແລະ ທາດເຄມີຕ່າງໆ ເຂົ້າໃນການຊອກຄົ້ນ, ສໍາຫຼວດ ແລະ ວິເຄາະຫາແຮ່ທາດ; ແລະ ຮູ້ວິທີການຈໍາແນກປະເພດ ແລະ ອົງປະກອບ ດິນ, ຫີນ ແລະ ແຮ່ປະເພດຕ່າງໆ. 

ດໍາເນີນກິດຈະການ ທາງດ້ານບໍ່ແຮ່ ເປັນຂອງຕົນເອງ, ເປັນນັກຊອກຄົ້ນ ແລະ ສໍາຫຼວດແຮ່ທາດ ແລະ ເປັນພະນັກງານ ຫຼື ວິຊາການ ທັງໃນພາກລັດ ແລະ ເອກະຊົນ ເຊັ່ນ: ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງ ພະລັງງານ ແລະ ບໍ່ແຮ່, ​ແລະ ບໍລິສັດຕ່າງໆ ທີ່ດໍາເນີນກິດຈະການທາງດ້ານບໍ່ແຮ່.

ຕົວຢ່າງລາຍຊື່ວິຊາ ຫຼັກສູດ 12+2+1.5

ໝວດວິຊາພື້ນຖານວິຊາສະເພາະ

  1. ​ຄອມ​ພິວ​ເຕີ​ວິສະວະ​ກໍາ
  2. ເຕັກນິກກົນຈັກ 
  3. ພື້ນຖານ ເອເລັກໂຕຣນິກ 
  4. ພື້ນຖານ​ວັດ​ແທກ

ໝວດວິຊາ​ສະ​ເພາະ​ບັງຄັບ

  1. ວຽກງານຂຸດຄົ້ນ
  2. ເຄື່ອງຈັກຂຸດຄົ້ນ
  3. ເຈາະຊີລະເບີດ 
  4. ກົດໝາຍແຮ່ທາດ
  5. ເສດຖະກິດບໍ່ແຮ່
  6. ​ເຈາະ​ສໍາ​ຫຼວດ
  7. ​ແຮ່ເປັນປະໂຫຍດ
  8. ທໍລະນີ​ຟິຊິກ
  9. ຊອກ​ຄົ້ນສ້າງ​ແຜນ​ທີ່
  10. ປຸງ​ແຕ່ງ​ແຮ່​
  11. ປ້ອງ​ກັນ​ໄພ​ແຮງ​ງານ

ບ. ​ໂສກ​ປ່າ​ຫຼວງ,

ໂທ 021 312 420 ຫຼຶ 021 313 303