ຂຸດຄົ້ນ-ປຸງແຕ່ງແຮ່ທາດ

ວິທະຍາໄລເຕັກນິກສັບພະວິຊາ

ຫຼັກສູດ ຊັ້ນກາງ 2 ປີ ແລະ ຊັ້ນສູງ 1 ປີ 5 ເດືອນ

ການຂຸດຄົ້ນແຮ່ທາດ ໝາຍເຖິງ ການຂຸດຄົ້ນເອົາແຮ່ທາດທີ່ຢູ່ໃຕ້ດິນ ​ແລະ ​ເບື້ອງ​ເທິງໜ້າດິນ  ​ເພື່ອ​ຕອບ​ສະໜອງ​ໃຫ້​ແກ່ວຽກງານ​ວິສະວະ​ກໍາ​ການ​ປຸງ​ແຕ່ງ​ແຮ່​ໃຫ້​ມີ​ຄຸນ​ນະພາ​ບສູງ​ຂຶ້ນ ເຊິ່ງມີຄວາມສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດອຸດສາຫະກໍາບໍ່ແຮ່ທີ່ກໍາລັງຂະຫຍາຍຕົວ. ປະຈຸບັນ ຂະແໜງບໍ່​ແຮ່ ມີຄວາມຕ້ອງການ ນາຍຊ່າງເຕັກນິກທີ່ມີຄວາມຊໍານານ ແລະ ຄວາມຮູ້ ​ໂດຍ​ສະ​ເພາະ​ວິຊາ​ການ ຂຸດ​ຄົ້ນ​ແຮ່​ທາດ ​ແລະ ປຸງແຕ່ງແຮ່ທາດ ເພື່ອຕອບສະໜອງ​ໃຫ້​ແກ່ຂະ​ແໜງດັ່ງກ່າວ. 

ຂະ​ແໜງຂຸດ​ຄົ້ນ​ແຮ່​ທາດ ແມ່ນຂະ​ແໜງໜຶ່ງທີ່​ສັງກັດ​ພາກ​ວິຊາ ຂຸດ​ຄົ້ນ-ປຸງ​ແຕ່ງ​ແຮ່​ທາດ ​ເຊິ່ງສຶກສາກ່ຽວກັບ ທໍລະນີ ​ສາດຂອງ​ແຮ່​ທາດທາງ​ດ້ານ​ຟິຊິກ ​ແລະ ​ເຄມີ, ການ​ກໍາ​ເນີ​ດຂອງ​ຫີນ ​ແລະ ​ແຮ່​ທາດ​ຕ່າງໆ​ໃນ​ທໍາ​ມະ​ຊາດ ​ແລະ ຂະ​ບວນການ​ປ່ຽນ​ແປງ​ຂອງ​ໂລກ. ນອກຈາກ​ນີ້ ຍັງ​ໄດ້​ຮຽນຮູ້​ພື້ນຖານ​ກ່ຽວກັບ​ການ​ຂຸດ​ຄົ້ນ, ​ເຄື່ອງ​ຈັກ​ອຸປະກອນ​ທີ່​ໃຊ້​ໃນ​ການ​ຂຸດ​ຄົ້ນ ​ແລະ ຮູບ​ແບບ​ວິທີການ​ຂຸດ​ຄົ້ນ​ແຮ່​ທາດ​ຕ່າງໆ​ໃນ​ທໍາ​ມະ​ຊາດ.

ວິທີ​ການ​ສິດສອນ​ ປະກອບ​ມີ​ທັງ​ພາກ​ທິດ​ສະ​ດີ ​ແລະ ປະຕິບັດ​ຕົວ​ຈິງ. ທາງ​ພາກທິດສະດີ ຈະ​ສຶກສາກ່ຽວກັບ​ພາວະ​ການ​ຄົງ​ຕົວ​ຂອງ​ແຮ່​ທາດ, ປະລິມານ​ແຮ່​ທາດ ​ແລະ ​ເນື້ອ​ແຮ່​ທາດ​​ໃນ​ທໍາ​ມະ​ຊາດ, ຂະ​ບວນການ​ປຸງ​ແຕ່ງ​ແຮ່​ທາດ, ການ​ແຍກ​ແຮ່​ທາດ​ດ້ວຍ​ວິທີ​ຕ່າງໆ ​ແລະ ມີ​ພາກປະຕິບັດ​ຕົວ​ຈິງຢູ່​ຕາມ​ໂຮງງານ​ປຸງ​ແຕ່ງ​ແຮ່​ທາດ​ໃນ​ທົ່ວ​ປະ​ເທດ.

ຄວາມຮູ້ພື້ນຖານ ເຄມີສາດ ໂດຍສະເພາະແມ່ນ ​ເຄມີ​ຟິຊິກ, ​ເຄມີ​ອົງຄະ​ທາດ ​ແລະ ​ເຄມີ​ອະ​ນົງ​ຄະທາ​ດ; ດ້ານ​ພູມ​ສາດ, ຄະນິດສາດ ​​ແລະ ພາສາ​ຕ່າງປະ​ເທດ. ເປັນຄົນ ມັກຄວາມທ້າທາຍ, ຊອກ​ຫາ​ຄວາມ​ຮູ້​ໃໝ່ໆ, ມັກ​ພະ​ຈົນ​ໄພ, ມັກ​ການວິເຄາະ-ວິໄຈທາງ​ດ້ານ​ເຄມີ; ມີຄວາມສົນໃຈພິເສດໃນການສຶກສາກ່ຽວກັບ ທາດເຄມີທີ່​ປະກອບ​ຢູ່​ໃນດິນ, ຫີນ ແລະ ແຮ່ທາດຕ່າງໆ. 

ຮູ້ໄດ້ຄຸນລັກສະນະໂຄງປະກອບສ້າງທາງດ້ານອາຕອມຂອງ​ຫີນ ​ແລະ ​ແຮ່​ທາດ​ໃນ​ທໍາ​ມະ​ຊາດ, ການ​ກໍາ​ເນີ​ດ​ໂລກ, ຂະ​ບວນການ​ວິ​ວັດ​ຂອງ​ຫີນ ​ແລະ ​ແຮ່​ໃນ​ແຕ່​ລະ​ຍຸກ​ສະ​ໄໝ; ສາມາດປຸງແຕ່ງແຮ່ທາດໃນລະດັບຂັ້ນພື້ນຖານ​; ຈໍາແນກ ​ແລະ ຮູ້ນໍາໃຊ້ບັນດາທາດເຄມີຕ່າງໆເຂົ້າໃນຂະບວນການປຸງແຕ່ງແຮ່ ​ແລະ ການ​ແຍກ​ແຮ່​ທາດ; ຮູ້ວິທີການປ້ອງກັນຜົນກະທົບທາງ​ດ້ານສິ່ງແວດລ້ອມ​ໃນ​ລະດັບ​ຂັ້ນພື້ນຖານ; ແລະ ຮູ້ນໍາໃຊ້ເຄື່ອງຈັກອຸປະກອນການປຸງແຕ່ງແຮ່ທາດ. 

ເປັນຜູ້ຊ່ວຍ ຫຼື ວິຊາການ ປຸງແຕ່ງແຮ່ທາດ ຢູ່ໂຮງງານອຸດສາຫະກໍາ; ສາມາດດໍາເນີນທຸລະກິດ​ໃນ​ລະດັບ​ພື້ນຖານ​ຂອງ​ການຂຸດຄົ້ນ​ແຮ່​ທາດ ​ແລະ ປຸງແຕ່ງແຮ່ທາດ; ເປັນພະນັກງານໃນອົງການທີ່ກ່ຽວຂ້ອງເຊັ່ນ: ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງ ພະລັງງານ ແລະ ບໍ່ແຮ່, ​ແລະ ບັນດາບໍລິສັດ ອຸດສາຫະກໍາ​ປຸງ​ແຕ່ງ​ແຮ່ທາດ.

ຕົວຢ່າງລາຍຊື່ວິຊາລະບົບ 12+2+1,5

ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ

  1. ຄອມພິວເຕີວິສະວະກໍາ
  2. ເຕັກນິກກົນຈັກ 
  3. ທິດສະດີພື້ນຖານເອເລັກໂຕນິກ
  4. ພື້ນຖານວັດແທກ

 ໝວດວິຊາສະເພາະ 

  1. ພື້ນຖານທໍລະນີສາດ
  2. ປຸງແຕ່ງແຮ່
  3. ​ແຮ່​ທາດ, ສີ​ລະ​ສາດ
  4. ​ເຈາະ​ສໍາ​ຫຼວດ
  5. ວິທີທາງທໍລະນີຟີຊິກ
  6. ວຽກງານ​ຂຸດ​ຄົ້ນ
  7. ຊອກ​ຄົ້ນ ​ແລະ ສ້າງ​ແຜນ​ທີ່
  8. ​ເຄື່ອງ​ຈັກຂຸ​ດຄົ້ນ
  9. ເຈາະຊີລະເບີດ
  10. ​ເສດຖະກິດ
  11. ຂົນ​ສົ່ງ ​ແລະ ສາງ​ເກັບ​ມ້ຽນ
  12. ກົດໝາຍບໍ່ແຮ່
  13. ​ເຕັກນິກປ້ອງ​ກັນ​​ໄພ​ແຮງ​ງານ

ບ. ​ໂສກ​ປ່າ​ຫຼວງ,

ໂທ 021 312 420 ຫຼຶ 021 313 303