ສິລະປະປັ້ນຫຼໍ່

ສະຖາບັນ ວິຈິດສິນແຫ່ງຊາດ

ຫຼັກສູດ ອະນຸປະລິນຍາຕີ 3 ປີ

ຫຼັກສູດ ປະລິນຍາຕີ 5 ປີ

ສິລະປະປັ້ນຫຼໍ່ ຫຼື ວິຊາ​ປັ້ນຫຼໍ່ ​ເປັນ​ຂະ​ແໜງການໜຶ່ງຂອງ​ສິລະ​ປະ ທີ່​ສະ​ແດງ​ອອກ​ຜ່ານ​ການ​ປັ້ນ, ຫຼໍ່ ​​ໃຫ້​ເປັນ​ຮູບຊົງ 3 ມິ​ຕິ ​ແລະ ຕົກ​ແຕ່ງ​ໃຫ້​ເກີດ​ຄວາມ​ສວຍ​ງາມ. ສາຂາ​ນີ້​ມີ​ຄວາມ​ສຳຄັນ ​ແລະ ມີ​ບົດບາດ​ໃນ​ສັງຄົມ​ລາວ ເພາະຈະສາມາດ​ພົບ​ເຫັນ​ສິລະ​ປະປັ້ນຫຼໍ່ ​ໄດ້​ທົ່ວ​ທຸກ​ບ່ອນ ບໍ່​ວ່າ​ຈະ​ເປັນ ວັດວາອາ​ຮາມ, ອານຸສອນ​ສະຖານ, ອາຄານ ຫ້ອງການ, ສວນສາ​ທະ​ລະນະ ​ແລະ ອື່ນໆ ​ເຊິ່ງຄຸ້ນ​ເຄີຍ​ກັນ​ໃນ​ແບບ​ຂອງ ຮູບ​ປັ້ນ​ພະພຸດທະ​ຮູບ, ລວດລາຍ​ປະດັບ​ອາຄານ ​ແລະ ຮູບ​ຫຼໍ່ອານຸສາວະ​ລີ​ຕ່າງໆ.

ສາຂານີ້ຮຽນກ່ຽວກັບ ຄວາມ​ຮູ້​ດ້ານ​ລັກສະນະ​ຂອງສິລະ​ປະປັ້ນຫຼໍ່ຊະນິດ​ຕ່າງໆ ທັງ​ແບບ​ພື້ນ​ເມືອງ ​ແລະ ຮ່ວມ​ສະ​ໄໝ; ​ເຕັກນິກ ​ແລະ ວິທີການ​ໃນ​ການ​ປັ້ນ, ຫຼໍ່ ຮູບ​ສິລະ​ປະ ​ແບບ​ຕ່າງໆ​ເຊັ່ນ: ການ​ປັ້ນ​ພະພຸດທະ​ຮູບ, ລວດລາຍ​ປະດັບ, ວັດຖຸ​ຕົກ​ແຕ່ງ​ສວນ; ​ກາ​ນ​ເລືອກ, ນໍາໃຊ້ ​ແລະ ປະສົມວັດສະດຸເຊັ່ນ: ດິນ, ປູນ, ຊີມັງ ​ແລະ ວັດ​ສະດຸ​ອື່ນໆ ທີ່​ສາມາດ​ນຳ​ເອົາ​ມາ​ໃຊ້​ໃນ​ການ​ປັ້ນ​ໄດ້ ​ໂດຍຈະສ້າງສັນ​ໃຫ້​ມີ​ຄຸນຄ່າ​ເພີ່ມ​ດ້ວຍ​ຈິນຕະນາການ​ ​ແລະ ສີມື​ຂອງ​ນາຍ​ຊ່າງ.

ນັກສຶກສາຈະໄດ້ຮຽນທິດສະດີໃນຫ້ອງຮຽນ ຈາກ​ອາຈານ​ຜູ້​ທີ່​ມີ​ຄວາມ​ຊຳນານ​ງານ; ຮຽນຮູ້​ເຕັກນິກ​ກ່ຽວກັບ​ການ​ປັ້ນ ​ແລະ ຂຶ້ນ​ຮູ​ບ ​ໃນ​ແບບ​ຕ່າງໆ, ຮຽນຮູ້​ການ​ເຮັດ​ໂຄງ​ສ້າງ​ພາຍ​ໃນ​ຂອງ​ຮູ​ບປັ້ນກ່ອນ​. ຫຼັງຈາກ​ນັ້ນ ນັກ​ສຶກສາ ກໍ່ຈະ​ໄດ້​ເລີ່​ມຕົ້ນລົງມື​ປັ້ນຕົວ​ຈິງ, ​ເວົ້າລວມ ກໍ​ຄື​ຮຽນເຕັກນິກ​ທຸກ​ຢ່າງ​ທີ່​ກ່ຽວຂ້ອງ​ກັບ​ວິຊາ​ນີ້ ​ໂດຍ​ຈະເນັ້ນ​ພາກ​ປະຕິບັດ​ເປັນ​ສ່ວນ​ໃຫຍ່ ​ເຊິ່ງຈະ​ເລີ່​ມທົດ​ລອງ​ປັ້ນຈາກ ສິລະ​ປະ​ທີ່​ມີ​ຮູບຊົງ​ແບບ​ງ່າຍດາຍ ​​ໄປ​ຫາ ​ແບບ​ທີ່​ມີ​ຄວາມ​ສະຫຼັບຊັບ​ຊ້ອນ ​ແລະ ຕ້ອງການ​ຄວາມ​ປານີດ​ສູງ.

ຄວາມຮູ້​ພື້ນຖານ ​ສິລະ​ປະດ້ານ​ໃດໜຶ່ງຍິ່ງ​ເປັນ​ການ​ດີ; ​ເປັນ​ຄົນ​ທີ່ມີຄວາມອົດທົນສູງ ເພາະວິຊາປັ້ນເປັນວິຊາທີໜັກ, ​ໃສ່​ໃຈ​ໃນ​ລາຍ​ລະອຽດ, ມີ​ຄວາມລະອຽດອ່ອນ​ໃນ​ການ​ໃຊ້​ມື, ມີຈິນຕະນາການ ແລະ ຄວາມຄິດສ້າງສັນ; ມີຄວາມສົນໃຈ ​ແລະ ມັກຮັກໃນວຽກງານການປັ້ນ, ​ໃນ​ການ​ຮັກສາ​​ ແລະ ສ້າງສາສິລະ​ປະ​ວັດທະນະ​ທໍາ.

ມີຄວາມຮູ້ທາງດ້ານສິລະປະການ​ປັ້ນ, ​ເຕັກ​ນິກວິທີ​ການ​ຕ່າງໆ ທີ່ມີຄວາມສຳຄັນ ແລະ ກ່ຽວ ຂ້ອງກັບການປັ້ນ; ມີ​ຄວາມ​ຄິດ​ສ້າງສັນ, ມີຈິນຕະນາການໃໝ່ ໃນການສ້າງສັນງານປັ້ນອອກສູ່ສັງຄົມ, ມີຄວາມສາມາດໃນການຜະລິດ ແລະ ຄຸມວຽກງານກໍ່ສ້າງທາງດ້ານສິລະປະຂະໜາດໃຫຍ່ໄດ້.

ນັກສຶກສາສາມາດເປັນຊ່າງສີມືດ້ານການ​ປັ້ນຫຼໍ່, ​ເປີດ​ກິດຈະການ​ສ່ວນ​ຕົວ, ​ເປັນອາຈານສອນ ເຊິ່ງສາມາດເຮັດວຽກໃນອົງກອນທີ່ກ່ຽວຂ້ອງເຊັ່ນ: ບໍລິສັດ ຜະລິດຕະພັນວັດທະນະທຳ, ບໍລິສັດກໍ່ສ້າງ-ອອກແບບຕົກແຕ່ງ, ເປັນພະນັກງານລັດ,ໂຮງຮຽນວິຈິດສິນ ແລະ ໂຮງຮຽນ ວິຊາຊີບຕ່າງໆ.

  1. ທິດສະດີວັດທະນະທໍາ 
  2. ເສດຖະສາດການເມືອງ 
  3. ກົດໝາຍ
  4. ປະຫວັດສາດລາວ ແລະ ປະຫວັດສາດໂລກ
  5. ພຸທປຼັດຊະຍາ ແລະ ສາສະນາຕ່າງໆໃນໂລກ
  6. ຫ້ອງສະໝຸດ ແລະ ວິທີຄົ້ນຄວ້າ
  7. ດົນຕີພື້ນເມືອງ
  8. ດົນຕີສາກົນ
  9. ພູມສາດ
  10. ການແຕ້ມຂັ້ນ 
  11. ອົງປະກອບສິນ 
  12. ສະຖາປັດຕະຍະກໍາ
  13. ສີລະປະພື້ນເມືອງ
  14. ວິຊາຮ່າງພາບ
  15. ທິດສະດີສິລະປະ
  16. ສີລະປະລາຍລາວ
  17. ຄອມພິວເຕີ
  18. ທັດສະນີຍະພາບ
  19. ປະຫວັດສາດສີລະປະ
  20. ບູຮານຄະດີ
  21. ປະຕິມະກໍາປັ້ນຫຼໍ່ 1,2,3
  22. ທິດສະດີຄວາມງາມ
  23. ໂຄງການສີລະປະນິພົນ
  24. ສີລະປະນິພົນ