​ການ​ຄ້າ​ສາ​ກົນ



ວິທະຍາໄລເຕັກນິກປາກປ່າສັກ



ຫລັກສູດ​ຊັ້ນ​ສູງ 3 ປີ



​ການ​ຄ້າ​ສາ​ກົນ​ ໝາຍ​ເຖິງ​​ກິດຈະ​ກໍາ​ການ​ແລກປ່ຽນຊື້ຂາຍ​ສິນ​ຄ້າ​ ​​ແລະ ບໍລິການລະຫວ່າງ​ປະ​ເທດ ​ໂດຍອີງໃສ່ຫຼັກການຄ້າ ແລະ ການຕະຫຼາດແບບສາກົນ. ການ​ຄ້າ​ສາກົນ ກໍ່​ໃຫ້​ເກີດ​ການ​ຂະຫຍາຍຕົວ​ທາງ​ເສດຖະກິດ ​ເນື່ອງ​ຈາກ​ມັນ​ສ້າງ​ລາຍ​ໄດ້​ຈາກ​ການ​ສົ່ງ​ອອກ​ສິນຄ້າ ​ແລະ ທັງ​ເປັນການ​ສ້າງ​ວຽກ​ເຮັດ​ງານ​ທໍາ​ໃຫ້​ແກ່​ປະຊາຊົນ​ພາຍ​ໃນ​ປະ​ເທດ. ​​​​ດັ່ງ​ນັ້ນ,​ສາ​ຂາ​ນີ້ຈຶ່ງມີຄວາມສຳຄັນຫຼາຍ ໃນການ​ເສີມ​ສ້າງ​ບຸກ​ຄະ​ລາ​ກອນ​ໃຫ້​ມີ​ຄວາ​ມ​ຮູ້​ຄວາມ​ສາ​ມາດ​ເພື່ອ​ຕອບ​ສະ​ໜອງ​ກັບນະ​ໂຍ​ບາຍ​ການ​ຄ້າ​ສາ​ກົນ​. 



ສາຂານີ້ ຮຽນກ່ຽວກັບອົງ​ປະ​ກອບ​ຕ່າງໆ​ຂອງການ​ຄ້າ​ສາ​ກົນ​ ເຊັ່ນ​​: ຄວາມ​ຮູ້​ເບື້ອງ​ຕົ້ນ​ໃນ​ການ​ສື່​ສານ ​ແລະ ​ການ​ພົວ​ພັນ​ທຸ​ລະ​ກິດ, ກົດ​ໝາຍ​​ການ​ຄ້າ​ທັງ​ພາຍ​​ໃນ ​ແລະ ​ສາ​ກົນ; ​ລະ​ບົບ​ຂົນ​ສົ່ງ​ ແລະ ​ການ​ຈໍ​ລະ​ຈອນ​ແຈກ​ຢາຍ​ສິນ​ຄ້າ​​ໃຫ້​ມີ​ປະ​ສິດ​ທິ​ຜົນ; ຄວາມຮູ້ພື້ນຖານທາງການ​ຕະຫຼາດ, ການ​ເງິນ, ບັນຊີ ​ແລະ ​ເສດຖະສາດ; ການ​ຊໍາລະ​ສະ​ສາງ​ຈາກ​ຕ່າງປະ​ເທດ. ນ​ອກ​ນັ້ນ, ​ນັກ​ສຶກ​ສາ​ຍັງ​ຈະ​ໄດ້​ຮຽນ​ ຄວາມ​ຮູ້​ພື້ນຖານ​ໃນ​ການ​ບໍລິຫານ​ອົງ​ກອນ​ ​ແລະ ບຸກ​ຄະ​ລາ​ກອນໃຫ້​ມີ​ປະ​ສິດ​ທິ​ພາບ.



ວິທີການສິດສອນຂອງສາຂານີ້ ປະກອບ​ມີ 2 ພາກ ​ໂດຍ​ເນັ້ນ​ໃສ່​ການ​ຮຽນຮູ້ໃນພາກ​ທິດ​ສະ​ດີ ພ້ອມ​ທັງ​​ມີ​ການ​ເຮັດ​ບົດ​ລາຍ​ງານ​ທີ່​ກ່ຽວ​ຂ້ອງ​ກັບ​ລາຍ​ວິ​ຊາ​.​ໃນ​ພາກ​ປະ​ຕິ​ບັດ​ຕົວ​ຈິງ ຈະມີ​ການຈັດກິດ​ຈະ​ກຳ​ການຂາຍ​ສິນ​ຄ້າ​ຕົວ​ຈິງ​​ພາຍ​ໃນ​ໂຮງຮຽນ; ມີ​ການຝຶກ​ງານ​ 2 ປະ​ເພດ​ ເຊັ່ນ: ຝຶກ​ງານພາຍ​ໃນ​ ແມ່ນ​ຝຶກ​​ໃນ​ຫ້ອງ​ການ​ໂຮງຮຽນ ​ເພື່ອ​ຮຽນ​ຮູ້​ຂັ້ນ​ຕອນຕ່າງໆຂອງວຽກ​ງານ​ຫ້ອງ​ການ ​ແລະ ການ​ຝຶກ​ງານ​ພາຍນ​ອກ​ ຈະ​​ໄດ້​ລົງ​ຝຶກ​ງານ​ນຳ​ອົງ​ການ​, ກະ​ຊວງ​ທີ່​ກ່ຽວ​​ຂ້ອງ ​ແລະ ສະຖານ​ທີ່​ປະກອບ​ການ​ຕ່າງໆ.



ຄວາມ​ຮູ້​ພື້ນຖານ​ ວິຊາ​ຄະນິດສາ​ດ ​ແລະ ພາສາ​ອັງກິດ; ​ເປັນຄົນ ທີ່ຊ່າງສັງເກດ, ມັກຮຽນຮູ້ສິ່ງໃໝ່ໆທີ່ເກີດຂຶ້ນຮອບຕົວ, ມີ​ຄວາມ​ຄິດ​ສ້າງສັນ ແລະ ມັກວິເຄາະສະຖານະການເສດຖະກິດສັງຄົມໃນປັດຈຸບັນ; ມີຄວາມສົນໃຈທາງດ້ານການຄ້າຂາຍ, ການເຮັດທຸລະກິດ, ​ການຮຽນພາສາຕ່າງປະເທດ, ການ​ເມືອງ ​ແລະ ການຕິດຕໍ່ພົວພັນກັບຫຼາກຫຼາຍວັດທະນະທຳ. 



ທັກສະພື້ນຖານໃນການວິ​ເຄາະ ​ແລະ ວາງ​ແຜນ​ປະ​ຕິ​ບັດ​ງານ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ; ຮູ້​ວິທີ​ການໃນ​ການ​ປະ​ກອບ​ເອ​ກະ​ສານ​ການ​ດຳ​ເນີນ​ ແລະ ​ຊຳ​ລະ​ສະ​ສາງ​ຈາກ​ຕ່າງປະ​ເທດ; ມີ​ຄວາມ​ຮູ້​ທາງ​ດ້ານ​ການ​ຕະ​ຫຼາດ​ຂັ້ນ​ພື້ນ​ຖານ​ໂດຍ​ສະ​ເພາະ​ແມ່ນ​ທາງ​ດ້ານ​ການ​ຂາຍ​ສິນ​ຄ້າ. ​ນ​ອກ​ນີ້, ​ນັກ​ສຶກ​ສາ​ຍັງ​ຈະ​ສາ​ມາດ​ຮຽນ​ຮູ້ ວິທີ​ການ​ໃນ​ການ​​ເຈ​ລະ​ຈາ​ ​ແລະ ດໍາ​ເນີນ​ທຸ​ລະ​ກິດ​ກັບ​ຕ່າງປະ​ເທດ​.



ເປັນນັກວິຊາການທີ່​ຮັບຜິດຊອບ​ກ່ຽວກັບ​ການ​ຄ້າ​ສາກົນ​ ເຊັ່ນ: ການ​ນໍາ​ເຂົ້າ-ສົ່ງ​ອອກ ​ແລະ ການ​ຊໍາລະ​ສະ​ສາງ​ລະຫວ່າງ​ປະ​ເທດ ໃນ ກະຊວງອຸດສາຫະກຳ ແລະ ການຄ້າ ​ແລະ ຫ້ອງການ​ຕ່າງໆທີ່​ກ່ຽວຂ້ອງ; ເປັນນັກຄົ້ນຄວ້າ ​ແລະ ​ເປັນວິຊາການໃນບໍລິສັດນຳເຂົ້າ ແລະ ສົ່ງອອກ; ​ແລະ ວິຊາ​ການ ກ່ຽວກັບໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດ ​ໃນກະຊວງແຜນການ ແລະ ການລົງທຶນ. 



ໝວດວິ​ຊາ​ຊີບ​ພື້ນ​ຖານ

  1. ​ພາ​ສາ​ອັງ​ກິດ​ທຸ​ລະ​ກິດ
  2. ເສດ​ຖະ​ສາດ​ຈຸ​ລະ​ພາກ
  3. ​ເສດ​ຖະ​ສາດ​ມະ​ຫາ​ພາກ
  4. ​ການ​ບໍ​ລິ​ຫານ​ທຸ​ລະ​ກິດ
  5. ​ການ​ເປັນ​ຜູ້​ນຳ​ ແລະ ​ການ​ບໍ​ລິ​ຫານ
  6. ​ເລກ​ການ​ຄ້າ
  7. ບັນຊີ​ວິ​ສາ​ຫະກິດ
  8. ສ່ວຍ​ສາ​ອາກອນ
  9. ​ການ​ຄ້າ​ອີ​ເລັກ​ໂຕຣ​ນິກ
  10. ກົດ​ໝາຍ​ທຸລະ​ກິດ​ລາວ
  11. ການ​ບໍລິຫານ​ຄຸນ​ນະພາ​ບ

ໝວດ​ວິ​ຊາ​ສະ​ເພາະ

  1. ການ​ເງິນທຸລະ​ກິດ ​ແລະ ​ການ​ລົງ​ທຶນ
  2. ການ​ຄ້າ​ລະຫວ່າງ​ປະ​ເທດ (ສາກົນ)
  3. ​ເງິນຕາ ​ແລະ ສິນ​ເຊື່ອ
  4. ການ​ສົ່ງ​ເສີມການ​ຕະ​ຫຼາດ
  5. ການ​ບໍ​ລິ​ຫານ ​ການ​ນຳ​ເຂົ້າ​ ແລະ ​ສົ່ງ​ອອກ
  6. ຕະ​ຫຼາດ​ການເງິນ-​ທຶນ
  7. ການ​ບໍ​ລິ​ຫານ​ການ​ເງິນ
  8. ພາ​ສີ ​ແລະ ​ສ່ວຍ​ສາ​ອາ​ກອນ
  9. ການ​ບໍ​ລິ​ຫານ​ຊັບ​ພະ​ຍາ​ກອນ​ມະ​ນຸດ
  10. ການ​ວາງ​ແຜນ​ໂຄງ​ການ