ພະຍາບານ

ຄະນະພະຍາບານສາດ, ມະຫາວິທະຍາໄລ​ວິ​ທະ​ຍາ​ສາດ​ສຸ​ຂະ​ພາບ

 





ປະລິນຍາຕີ 4 ປີ, ຊັ້ນສູງ 3 ປີ, ຊັ້ນສູງ​ຕໍ່​ເນື່ອງ 2 ປີ 5 ​ເດ​ືອນ 





ພະຍາບານ ແມ່ນໝາຍເຖິງບຸກຄົນທີ່ໃຫ້ບໍລິການປິ່ນປົວ, ສະໜັບສະໜູນ ​ແລະ ດູ​ແລ​ຜູ້​ທີ່​ມີ​ຄວາມ​ຕ້ອງການ​ດ້ານ​ພະຍາບານ ​ເນື່ອງ​ຈາກ​ພາວະ​ຜູ້​ສູງ​ອາຍຸ, ບາດ​ເຈັບ, ​ເຈັບ​ປ່ວຍ ຫຼື ຜິດ​ປົກກະຕິ​ທາງ​ດ້ານ​ຮ່າງກາຍ ​ແລະ ຈິດ​ໃຈ ຫຼື ຜູ້​ທີ່ຢູ່​ໃນ​ພາວະ​ສ່ຽງທາງ​ດ້ານ​ສຸຂະພາບ ​ໂດຍ​ອີງ​ໃສ່​ການ​ປະຕິບັດ ​ແລະ ມາດຕະຖານ​ທາງ​ດ້ານ​ພະຍາບານ​ສາດ. ໜ້າທີ່​​ຂອງ​ພວກ​ເຂົາ​ແມ່ນວາງ​ແຜນ ​ແລະ ​ໃຫ້ການ​ດູ​ແລ​ຄົນ​ເຈັບ ຊຶ່ງ​ລວມ​ເຖິງການ​ຕິດຕາມ​ຊີ້ນຳ​ພະນັກງານ​ສາທາລະນະ​ສຸກ​ອື່ນໆ, ​ເຮັດ​ວຽກຢ່າງ​ເປັນ​ອິດສະຫຼະ ຫຼື ​ເຮັດ​ເປັນ​ທີ​ມທີ່​ປະກອບ​ມີ​ທ່ານໝໍ ​ແລະ ພະນັງານ​ອື່ນໆ ​ເພື່ອ​ປ້ອງ​ກັນ ​ແລະ ປິ່ນປົວ ​ໃນ​ສະຖານ​ພະຍາບານ ​ແລະ ຊຸມ​ຊົນ.

 





ສາຂາ​ວິຊາ​ນີ້ຮຽນຮູ້ກ່ຽວກັບ ການໃຫ້ການ​ເບິ່ງ​ແຍງ​ສຸຂະພາບແກ່ຜູ້ມາໃຊ້ບໍລິການສາທາລະນະສຸກເພື່ອຊ່ວຍເຫຼືອທາງດ້ານຮ່າງ ກາຍ, ຈິດໃຈ, ອາລົມ ​ແລະ ສັງຄົມ. ທັງໃນສະພາວະສຸຂະພາບດີ, ເຈັບປ່ວຍ ຫຼື ພິການ ໂດຍເນັ້ນໃສ່ຜູ້ມາຮັບບໍລິການເປັນ ສູນກາງ. ຕົວຢ່າງເຊັ່ນ: ການໃຫ້ສຸຂະສຶກສາກ່ຽວກັບວິທີການເບິ່ງແຍງສຸຂະພາບ, ການເຮັດກິດຈະກຳຕ່າງໆກັບ​ຄົນ​ເຈັບເພື່ອປິ່ນປົວພະຍາດ​ໂດຍ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ທ່ານໝໍ ​ເຊັ່ນ: ການ​​ໃຫ້​ຢາ, ການ​ໃຫ້​ອາຫານ, ການ​ຮັກສາບາດ​ແຜ  ​ແລະ ອື່ນໆ.



ມີ​ການ​ຮຽນພາກທິດ​ສະ​ດີໃນຮູບ​​ແບບ​ບັນ​ລະ​ຍາຍ ​ແລະ ​ແບ່ງ​ເປັນ​ກຸ່ມ​ຍ່ອຍ​ໃນ​ການ​​ເຝິກ​​ແອບ​ປະ​ຕິ​ບັດຕົວ​ຈິງ​ກັບ​ຄົນ​ເຈັບ​ທີ່​ເປັນ​ຫຸ່ນ​ຈຳລອງ​ໃນ​ຫ້ອງ​ທົດ​ລອງ​ຂອງ​ໂຮງຮຽນ ​ໂດຍ​ມີ​ອາຈານ​ປະຈຳ​ວິຊາ​ນັ້ນໆ​ເປັນ​ຜູ້ນຳ​ພາ. ນອກຈາກ​ນີ້, ນັກສຶກສາຈະຕ້ອງ​ລົງ​ຝຶກປະຕິບັດຕົວຈິງຢູ່​ໂຮງໝໍ​ ​ເຮັດ​ວຽກກັບ​ຄົນ​ເຈັບ​ຕົວ​ຈິງ ເປັນຕົ້ນແມ່ນ​ການ​ຊ່ວຍ​ເຫຼືອ​ເບື້ອງຕົ້ນ ​ແລະ ຕິດຕາມ​ອາການຄົນເຈັບໃນແຕ່ລະມື້ ​​ແລ້ວ​ລາຍ​ງານ​ທ່ານໝໍ. ຫຼັງຈາກ​ນັ້ນ, ກໍ​ຈະໄດ້ລົງ​ເຮັດ​ວຽກນຳ​ຊຸມ​ຊົນ.



ຄວາມຮູ້ພື້ນຖານດ້ານຊີວະ​ສາດ, ເຄ​ມີ​ສາດ, ຄະນິດສາດ, ພາ​ສາ​ອັງ​ກິດ, ແລະ ພາ​ສາ​ຝ​ຣັ່ງ. ສິ່ງສຳຄັນທີ່ສຸດໃນ​ການ​ສຶກ​ສາ​ຮ່ຳ​ຮຽນ​ໃນ​ສາ​ຂາ​ວິ​ຊານີ້​ແມ່ນ ນັກຮຽນຈະຕ້ອງ​ເປັນ​ຄົນ ກ້າຕັດສິນໃຈດ້ວຍຕົນເອງ, ມີມະນຸດສໍາພັນທີ່ດີ, ມີຄວາມອົດທົນແລະ ມີ​ຄວາມ​ສົນ​ໃຈ​ຢາກຊ່ວຍເຫຼືອຄົນອື່ນ. ນອກຈາກນີ້, ນັກຮຽນພະຍາບານຈະຕ້ອງມີທັກສະໃນການຄິດຢ່າງເປັນລະບົບ.



ນຳໃຊ້ຂະບວນການພະຍາບານ ແລະ ຄວາມຮູ້ດ້ານການພະຍາບານເຂົ້າໃນວຽກງານສົ່ງເສີມ, ປ້ອງກັນ, ດູ​ແລຮັກສາສຸຂະພາບ ແລະ ຟື້ນຟູໜ້າທີ່ການ ອີງ​ຕາມ​ຄວາມ​ຕ້ອງການ​ພື້ນຖານ ​ແລ​ະ ສິ່ງ​ແວດ​ລ້ອມ​ຂອງ​ບຸກຄົນ, ຄອບຄົວ ​ແລະ ຊຸມ​ຊົນ. ສາມາດໃຫ້ການສິດສອນ ​ແລະ ​ແນະນຳ​ແກ່​ພະຍາບານ ​ແລະ ນັກຮຽນພະຍາບານ, ​ໃຫ້ສຸຂະສຶກສາ​ຕໍ່ຄົນເຈັບ, ເຮັດການບົ່ງມະຕິ ແລະ ປີ່ນປົວພະຍາດ ທີ່ພົບເຫັນທົ່ວໄປໃນຊຸມຊົນ, ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທີ່ມີຢູ່ ຢ່າງມີປະສິດທິພາບ.



​​ເປັນ​ພະຍາບານຢູ່ ສຸກສາລາ, ​ໂຮງໝໍ​ເມືອງ, ​ໂຮງໝໍ​ແຂວງ ​ແລະ ​ໂຮງໝໍສູນ​ກາງ. ນອກຈາກ​ນີ້, ຍັງ​ສາມາດ​ເຮັດ​ວຽກ​ເປັນພະນັກງານຢູ່ ຫ້ອງການສາທາລະນະ​ສຸກ, ​ເປັນອາຈານສອນຢູ່​ສະ​ຖາ​ບັນ​ການ​ສຶກສາ​ສາທາລະນະ​ສຸກ, ​ແລະ ​ເຮັດ​ວຽກຢູ່​ຫ້ອງ​ກວດ​ພະຍາດ​ເອກະ​ຊົນ.




  1. ຊີວະເຄມີ
  2. ຟິຊິກ
  3. ທິດສະດີການພະຍາບານ
  4. ກົດລະບຽບ ແລະ ຈັນຍາທຳພະຍາບານ
  5. ສຳມະນາທາງການພະຍາບານ
  6. ແນວໂນ້ມວິຊາຊີບ
  7. ສຸຂະສຶກສາ
  8. ພາວະຜູ້ນຳ ແລະ ການເຮັດວຽກເປັນທີມ
  9. ກາຍະວິພາກສາດ
  10. ໂພຊະນາການ
  11. ອາຫານບຳບັດ
  12. ເພສັຊ
  13. ຢາພື້ນເມືອງ
  14. ພະຍາດວິທະຍາ
  15. ລະບາດວິທະຍາ
  16. ການຮຽນການສອນທາງການພະຍາບານ
  17. ການປະເມີນພາວະສຸຂະພາບ
  18. ການບຳບັດທາງການພະຍາບານ
  19. ຝຶກປະຕິບັດການພະຍາບານ
  20. ການພະຍາບານສູຕິສາດ
  21. ການພະຍາບານເດັກ
  22. ການພະຍາບານຜູ້ໃຫຍ່
  23. ການພະຍາບານຜູ້ສູງອາຍຸ
  24. ການພະຍາບານຊຸມຊົນ
  25. ການພະຍາບານຈິດຕະເວດ
  26. ບໍລິຫານການພະຍາບານ
  27. ວິໄຈທາງການພະຍາບານ
  28. ປິ່ນປົວຂັ້ນຕົ້ນ
  29. ການພະຍາບານໄພພິບັດ