ຄຸ້ມ​ຄອງ​ຫ້ອງການ

ພາກ​ວິຊາ​ບໍລິຫານ​ທຸລະ​ກິດ, ວິທະຍາໄລເຕັກນິກປາກປ່າສັກ



ຫຼັກສູດຊັ້ນສູງ 3 ປີ (12 + 3)



​​ຄຸ້ມ​ຄອງ​ຫ້ອງການ ໝາຍ​ເຖິງ ວຽກງານ​ຕ່າງໆທີ່​ກ່ຽວຂ້ອງ​ກັບ​ ການຄຸ້ມ​ຄອງ ​ແລະ ບໍລິຫານ ​ຫ້ອງການ ​ແລະ ບຸກຄະລາ​ກອນ. ເນື່ອງ​ຈາກ​ການ​ຄຸ້ມ​ຄອງ​ຫ້ອງການ​ ຈະ​ເບິ່ງ​ແຍງ​ເລື່ອງການ​ຈັດການ​ຫ້ອງການ, ການວາງ​ແຜນ, ການ​ບໍລິຫານ ​ຊັບພະຍາ​ກອນມະນຸດ ​ແລະ ຊັບພະຍາກອນ​ອື່ນໆ ຂອງ​ອົງ​ກອນ ຈຶ່ງ​ເຮັດ​ໃຫ້​ສາຂາ​ນີ້ ​ເປັນໜຶ່ງ​ໃນ​ປັດ​ໄຈ​ສໍາຄັນ​ ​ໃນ​ການ​ເຮັດ​ໃຫ້ອົງ​ກອນດໍາ​ເນີນ​ການ​ຢ່າງ​ເປັນ​ລະບົບ ​ແລະ ​ເປັນ​ໄປ​ຕາມ​ວັດຖຸ​ປະສົງ ​ແລະ ​ເປົ້າໝາຍທີ່​ວາງ​ໄວ້.

 

ສາຂານີ້ ສຶກສາ ​ເນັ້ນໜັກຄວາມ​ຮູ້​ກ່ຽວກັບ ​ການ​ບໍລິຫານ​ຫ້ອງການ, ​ວຽກງານ​ຕ່າງໆທີ່​ຈໍາ​ເປັນ​ຂອງການ​ຄຸ້ມ​ຄອງ​ຫ້ອງການ​ ​ແລະ ວຽກງານ​ເລຂານຸການ, ຮຽນຮູ້​ການວາງ​ແຜນ, ສະຫຼຸບລາຍ​ງານ ​ແລະ ການ​ນໍາ​ໃຊ້​ຂໍ້​ມູນ​ຂ່າວສານ, ສຶກສາກ່ຽວກັບ​ວິທີ​ການ ​ແລະ ຮູບ​ແບບ​ໃນການ​ພັດທະນາ​ອົງ​ກອນ, ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ສຶກສາໜ້າທີ່ ​ແລະ ລັກສະນະ ​ໃນ​ການ​ເປັນ​ຜູ້​ບໍລິຫານ​ອົງ​ກອນ ຫຼື ຫ້ອງການ​ໃດໜຶ່ງ ນັບ​ຕັ້ງ​ແຕ່​ລະດັບ​ຂັ້ນຕົ້ນຂຶ້ນ​ໄປ. 

 

ວິທີການ​ໃນ​ການສຶກສາ ປະກອບ​ມີ​ທັງການບັນລະຍາຍທາງດ້ານພາກທິດສະດີ ແລະ ມີການປະຕິບັດຕົວຈິງ​. ​ມີ​ການ​ສົນທະນາ, ຈັດ​ກິດຈະ​ກໍາ​ພາຍ​ໃນ​ຫ້ອງ​ຮຽນ ​ແລະ ຂຽນບົດສຶກສາ​ໂຄງການ. ໃນ​ພາກປະຕິບັດຕົວຈິງ ນັກສຶກສາຈະໄດ້ ລົງຝຶກງານ​​ໂດຍ​ສຶກສາ ວຽກງານ​ຕົວ​ຈິງ​ຂອງວຽກງານຍ່ອຍຂອງພະ​ແນ​ກຄຸ້ມ​ຄອງ ​ແລະ ບໍລິຫານ​ຫ້ອງການ ຢູ່ຕາມ​ບັນດາຫ້ອງການ ທັງ​ພາກ​ລັດ ​ແລະ ​ ເອກະ​ຊົນ.

 

ຄວາມຮູ້ພື້ນຖານ ດ້ານພາສາ​ຕ່າງປະ​ເທດ ​ແລະ ຄອມ​ພິວ​ເຕີພື້ນຖານ ຍິ່ງ​ເປັນ​ການ​ດີ;  ມີຄວາມມັກ ແລະ ສົນໃຈ ກ່ຽວກັບ ການວາງ​ແຜນ, ວຽກ​ເອກະສານ, ຫ້ອງການ, ການ​ບໍລິຫານ​ບຸກຄະລາ​ກອນ ​ແລະ ​ມີແນວ​ຄິດ​ຢາກ​ເປັນ​ຜູ້​ບໍລິຫານ; ​ເປັນ​ຄົນ​ຮອບ​ຄອບ, ໃສ່​ໃຈ​ໃນ​ລາຍ​ລະອຽດ; ມີ​ທັກ​ສະ​ໃນ​ການ​ປາກ​ເວົ້າ ​ແລະ ມີມະນຸດ​ສໍາພັນ​ດີ.



ຮູ້ຈັກ​ບັນທຶກ ​ແລະ ສາມາດສະຫຼຸບ​ແຜນ​ງານ; ມີ​ທັກ​ສະ​ໃນ​ການ​ເວົ້າຈາ, ​ມອບໝາຍວຽກ ​ແລະ ​ມະນຸດ​ສໍາພັນ​ໃນ​ການ​ຕິດຕໍ່ປະສານ​ງານ, ຮູ້​ການ​ນໍາ​ໃຊ້​ອຸປະກອນ ​ແລະ ​ເຄື່ອງມື​ໃນ​ຫ້ອງການ; ມີ​ຄວາມ​ຮູ້​ຕ່າງໆກ່ຽວກັບ​ການ​ບໍລິຫານ, ຈັດການຫ້ອງການ, ​ພັດທະນາ​ອົງ​ກອນ ​ແລະ ຄຸ້ມ​ຄອງ​ບຸກຄະລາ​ກອນ, ​ແລະ ມີ​ທັກ​ສະ​ໃນ​ການວາງ​ແຜນ​ກ່ຽວກັບ​ຫ້ອງການ.

 

ພາຍຫຼັງຮຽນຈົບ,​ ນັກ​ສຶກສາ ສາມາດປະກອບອາຊີບ ເປັນ ​ເລຂານຸການ, ວຽກງານ​ຈັດຕັ້ງຂອງ​ຫ້ອງການ (ບໍລິຫານບຸກຄະລາ​ກອນ) ​ແລະ ວຽກງານ​ຕ່າງໆທີ່​ກ່ຽວຂ້ອງ​ກັບ​​ຝ່າຍ​ບໍລິຫານຄຸ້ມ​ຄອງ​ຫ້ອງການ ຢູ່ທັງ​ພາກ​ລັດ, ​ເອກະ​ຊົນ ​ແລະ ອົງ​ການຈັດຕັ້ງສາກົນ.



ໝວດວິຊາ​ຊີບ​ທົ່ວ​ໄປ

  1. ​ການ​ບໍລິຫານ​ທຸລະ​ກິດ
  2. ຫຼັກການບໍລິ​ຫານ​ທົ່ວ​ໄປ
  3. ການ​ບໍລິຫານ​ຊັບພະຍາກອນ​ມະນຸດ
  4. ການ​ບັນຊີ​ວິ​ສາ​ຫະກິດ
  5. ​ໂປຣ​ແກຣມການ​ພິມ​ລາວ-ອັງກິດ
  6. ການ​ນໍາ​ໃຊ້​ຄອມ​ພິວ​ເຕີ MS Office

ໝວດວິຊາ​ສະ​ເພາະ

  1. ບົດບາດໜ້າທີ່​ຂອງ​ເລຂານຸການ
  2. ການຈັດ​ເກັບ​ມ້ຽນ​ເອກະສານ
  3. ການ​ບໍລິຫານ​ຫ້ອງການ
  4. ວຽກງານ​ພິທີການ-ພິທີ​ກອນ
  5. ​ເຕັກນິກ​ການ​ຕິດຕໍ່ສື່ສານ​ທາງ​ທຸລະ​ກິດ
  6. ການ​ນໍາ​ໃຊ້​ລະບົບ​ຂໍ້​ມູນ​ຂ່າວສານ
  7. ການ​ພັດທະນາ​ອົງ​ກອນ
  8. ​ເຕັກນິກ​ການ​ບັນ​ທຶກ ​ແລະ ລາຍ​ງານ