ອິນຟໍເມຕິກ-ຄຸ້ມຄອງຫ້ອງການ

ວິທະຍາ​ໄລ​ເຕັກນິກ-ວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ

ຊັ້ນກາງ 2 ປີ 

ອີນຟໍເມຕິກຄຸ້ມຄອງຫ້ອງການໝາຍ​ເຖິງ ການນໍາໃຊ້ວິທີ​ການ​ໃນ​ການ ສ້າງ, ເກັບມ້ຽນ, ຄົ້ນຫາ, ຈັດການ ແລະ ແລກປ່ຽນ    ຂໍ້ມູນຂ່າວສານ​ ​ເຂົ້າ​ໃນ​ການບໍລິຫານຂໍ້ມູນ ເພື່ອຄຸ້ມຄອງວຽກພາຍໃນຫ້ອງການ ​ເປັນຕົ້ນ​ແມ່ນ ການຄຸ້ມຄອງເອກະສານ ເຂົ້າ-ອອກ ​ແລະ ສະຖິຕິຕ່າງໆ. ສາຂານີ້ມີຄວາມສໍາຄັນ ໃຫ້ແກ່ວຽກງານການຄຸ້ມຄອງ ຂໍ້ມູນຂ່າວສານ ແລະ ວຽກງານບໍລິຫານຫ້ອງການ ໃນທຸກຂົງເຂດໃຫ້​ມີ​ຄວາມ​ສະດວກ​ໃນ​ການ​ນໍາ​ໃຊ້ ​ແລະ ດໍາ​ເນີນ​ໄປຢ່າງເປັນລະບົບ.

ສາຂານີ້ຮຽນກ່ຽວກັບ ການນໍາໃຊ້ຄອມພິວເຕີ ໂດຍສະເພາະແມ່ນລະບົບການເກັບກໍາຂໍ້ມູນຂ່າວສານຂອງລະບົບຄອມພິວເຕີ; ການ​ຄຸ້ມ​ຄອງ​ຫ້ອງການ​ ເຊັ່ນ: ວິທີການຮ່າງເອກະສານ ແລະ ການຄິດໄລ່ດ້ານບັນຊີຄອມພິວເຕີ; ວິທີການຈັດເກັບ ແລະ ຄຸ້ມຄອງເອກະສານໃນຫ້ອງການ; ການຈັດພື້ນທີ່ເພື່ອວາງອຸປະກອນເຄື່ອງໃຊ້​ໃຫ້​ເໝາະສົມ​ກັບພື້ນທີ່ຫ້ອງການ. ນອກຈາກນີ້, ຍັງຈະໄດ້ຮຽນກ່ຽວກັບວຽກງານເລຂານຸການ ເຊັ່ນ: ການຮັບ-ສົ່ງເອກະສານ, ການຈັດກອງປະຊຸມ ​ແລະ ສໍາມະນາ ແລະ ອື່ນໆ.

ການສິດສອນຂອງສາຂານີ້ ລວມມີການບັນຍາຍທາງດ້ານທິດສະດີ 40% ແລະ ການປະຕິບັດຕົວຈິງ 60%; ມີການມອບ ຫົວຂໍ້ໃຫ້ນັກສຶກສາ ຄົ້ນຄວ້າ, ຂຽນບົດລາຍງານ ແລະ ນໍາສະເໜີ ໃນແຕ່ລະວິຊາ; ມີການມອບ​ໃຫ້ນັກສຶກສາ ຮ່າງເອກະສານ ​ແລະ ສ້າງຕາຕະລາງຄິດໄລ່ບັນຊີໃນລະບົບຄອມພິວເຕີ. ນອກ​ນີ້, ຍັງມີການໄປທັດສະນະສຶກສາ ແລະ ລົງຝຶກງານຢູ່ຕາມ ຫ້ອງການຕ່າງໆ ເພື່ອໃຫ້ເຫັນໄດ້ເຖິງວຽກງານຂອງການຄຸ້ມຄອງຫ້ອງການຕົວຈິງ.

ຄວາມຮູ້ພື້ນຖານທາງ ດ້ານຄະນິດສາດ, ພາສາອັງກິດ ແລະ ຄອມພິວເຕີພື້ນຖານ; ເປັນຄົນທີ່ ມີມະນຸດສໍາພັນດີ, ​ໃສ່​ໃຈ​ໃນ​ລາຍ​ລະອຽດ, ມີຄວາມອົດທົນ, ມັກ​ການ​ຄຸ້ມ​ຄອງ, ຈັດ​ລະບຽບ ​ແລະ ຈັດການ;  ມີທັກສະໃນການຕິດຕໍ່ສື່ສານ, ມີຄວາມ ສົນໃຈໃນ ລະບົບການເຮັດວຽກລັກສະນະຫ້ອງການ ​ແລະ ການ​ຈັດການ​​ຂໍ້​ມູນ.

ສາມາດນໍາໃຊ້ ​ໂປຣ​ແກຣມ Word, Excel ແລະ Power Point; ມີທັກສະໃນການຈັດເກັບຂໍ້ມູນ​ໃນລະບົບຄອມພິວເຕີ ​ແລະ ຈັດມ້ຽນເອກະສານຢ່າງເປັນລະບົບ; ມີ​ພື້ນຖານ​ໃນ​ການອອກ​ແບບຕົກ​ແຕ່ງ​ຮູບ​ພາບ, ກາໝາຍ ​ແລະ ສັນຍາ​ລັກ​ຕ່າງໆ; ຮູ້​ວິທີ​ການ​ຈັດ​ກອງ​ປະຊຸມ, ສໍາ​ມະ​ນາ ​ແລະ ມີ​ທັກ​ສະ​ໃນ​ວຽກງານ​ພິທີການ​ ເຊັ່ນ: ໂທລະສັບ, ​ແຟັກ ​ແລະ ອີ​ເມ​ວ.  

ສາມາດປະກອບອາຊີບເປັນ ເລຂານຸການ; ເປັນວິຊາ​ການ​ໃນ​ວຽກງານ​ທີ່​ກ່ຽວຂ້ອງ​ກັບ​ຝ່າຍ ​ຄຸ້ມ​ຄອງ-ບໍລິຫານ; ​ເປັນພະນັກງານ​ຝ່າຍ​ບຸກຄະລາ​ກອນ ​ແລະ ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວສານ ໄດ້ທຸກຫ້ອງການ ທັງພາກລັດ ແລະ ເອກະຊົນ.  ນອກຈາກນັ້ນ, ຍັງສາມາດປະກອບອາຊີບເປັນອາຈານສອນວິຊາທີ່ກ່ຽວຂ້ອງກັບສາຂາດັ່ງກ່າວ ອີກດ້ວຍ.

  1. ຕົວຢ່າງ​ລາຍ​ວິຊາ

ວິຊາຮຽນ

  1. ພາສາອັງກິດທົ່ວ​ໄປ
  2. ພາສາຫວຽດນາມ
  3. ພາລະສຶກສາ
  4. ບໍລິຫານຊັບພະຍາກອນມະນຸດ
  5. ​ຝຶກພິມ Computer
  6. Programing 
  7. ພື້ນຖານການບັນຊີ
  8. ອານກໍຣິດ
  9. ເລີ່ມຕົ້ນທຸລະກິດ SYB
  10. ບັນຊີງົບປະມານ
  11. ເສດຖະສາດ
  12. ຄອມພິວເຕີຫ້ອງການ
  13. ບັນຊີວິສາຫະກິດ
  14. ມະນຸດສໍາພັນ
  15. ຖານຂໍ້ມູນ
  16. ເລຂານຸການ
  17. ຫຼັກການຕະຫຼາດ
  18. ປະກອບ-ຕິດຕັ້ງ PC
  19. ກຼາບຟິກດີຊາຍ (Graphic Design)
  20. ອອກແບບ ແລະ ສ້າງຖານຂໍ້ມູນ
  21. ເຄືອຂ່າຍຄອມພິວເຕີ-ອິນເຕີເນັດ
  22. ຄຸ້ມຄອງຫ້ອງການ
  23. ອອກແບບ​ເວັບໄຊ໌
  24. ອຸປະກອນ​ຫ້ອງການ

ຖະໜົນໜອງບົວ, ບ້ານນາໄຊ, ເມືອງໄຊເສດຖາ,ນະຄອນຫຼວວຽງຈັນ
Ten: 021 412461, Fax: 021 453126, Email: vihas/@hotmail.com

www.vihatec.edu.la