ຈິດຕະກຳ

ສະຖາບັນ ວິຈິດສິນແຫ່ງຊາດ

ຫຼັກສູດ ອະນຸປະລິນຍາຕີ 3 ປີ

ຫຼັກສູດ ປະລິນຍາຕີ 5 ປີ

ຈິດຕະກຳ ​ໝາຍ​ເຖິງ ຮູບ​ແຕ້ມ ຫຼື ການ​ແຕ້ມຮູບ ອັນເປັນ​ວິຊາສິລະ​ປະ​ຂະ​ແໜງ​ເອກ ທີ່ເປັນ​ພື້ນຖານ​ໃຫ້​ແກ່​ວິຊາ​ສິລະ​ປະ​ອື່ນໆ​ ​ເພາະກ່ອນ​ຈະ​ມີ​ການ​ສ້າງສັນ​ຜົນງານ​ສິລະ​ປະ ບໍ່​ວ່າ​ຂະ​ແໜງ​ໃດ​ໆກໍ່​ຕາມ ຕ້ອງ​ໄດ້​ມີ​ການ​ອອກ​ແບບ ດ້ວຍ​ການສະ​ເກັດ​ພາບ ຫຼື​ ແຕ້ມ​ແບບ​ຮ່າງ​ເສຍ​ກ່ອນ. ວິຊາ​ຈິດຕະກຳ​ເປັນ​ວິຊາໜຶ່ງ ທີ່​ມີ​ຄວາມ​ສຳຄັນ​ຕໍ່​ສັງຄົມມາ​ແຕ່​ດົນ​ນານ ໃນ​ດ້ານ​ການ​ປະດັບ​ປະດາ​ ຕົກແຕ່ງ ອາຄານ​, ບ້ານ​ເຮືອນ ແລະ ສະຖານ​ທີ່​ສຳຄັນຕ່າງໆ ລວມ​ເຖິງ​ ວັດວາອາ​ຮາມ ​ແລະ ອື່ນໆ.

ວິຊາ​ນີ້ຮຽນ ກ່ຽວກັບ ການ​ແຕ້ມ​ຮູບ ແລະ ການ​ອອກ​ແບບ ​ເຊິ່ງ​ໄດ້​ແບ່ງ​ການ​ແຕ້ມ​ອອກ​ເປັນ ​ການແຕ້ມ​ຮູບ​ເໝືອນ (ຄົນ, ສັດ …) ​ໂດຍ​ນຳ​ໃຊ້ ສໍດຳ, ສີ​ຝຸ່ນ ​ແລະ ຖ່ານ; ການ​ແຕ້ມ​ແບບທົ່ວ​ໄປ (ນຳ​ໃຊ້​ສີ​ຕ່າງໆ ຄື: ສີນ້ຳ, ສີພັດສເທວ, ສີ​ອະຄຼີລິກ ​ແລະ ສີນ້ຳມັນ) ແລະ ການອອກ​ແບບ​ແຕ້ມ​ຈັດ​ພາບ ຕາມ​ຈິນຕະນາການ ​ແລະ ຈິດຕະກຳ​ຮ່ວມ​ສະ​​ໄໝ.

​ນັກສຶກສາ ຈະໄດ້ຮຽນທິດສະດີ​ການ​ແຕ້ມເປັນ​ພື້ນຖານ ຜ່ານການສັງ​ເກດ​ຕົວຢ່າງຂອງ ​ຜົນງານ​ຈາກ​ສິລະ​ປິນພາຍ​ໃນ​ ແລະ​ ຕ່າງປະ​ເທດ ພ້ອມທັງຮຽນຂັ້ນຕອນ ແລະ ຮູບແບບຂອງການແຕ້ມຜ່ານທາງທິດສະດີ  ແລ້ວລົງມືແຕ້ມຕົວຈິງ​ເປັນ​ສ່ວນ​ຫຼາຍ ເຊິ່ງຈະ​ເນັ້ນໃສ່ການ​ສ້າງສັນ​ຜົນງານ​ດ້ານ​ການ​ແຕ້ມ ​ໂດຍ​ອີງ​ໃສ່​ຄວາມ​ຖະໜັດ ​ຂອງ​ນັກ​ສຶກສາ​ແຕ່ລະຄົນ ເຊິ່ງໃນຂັ້ນຕອນການແຕ້ມນັ້ນ ແມ່ນຈະມີອາຈານ​ ​ຊ່ວຍ​ດຶງ​ເອົາ​ຈຸດ​ທີ່​ເດັ່ນ ຂອງນັກສຶກສາ ແລະ ການແຕ້ມມາ​ພັດທະນາ​ຝີ​ມື​ການ​ແຕ້ມ​ຂອງ​ນັກ​ສຶກສາ​ເອງ.​ 

ຄວາມຮູ້ພື້ນຖານ ດ້ານການ​​ແຕ້ມ​ຂັ້ນ​ຕົ້ນ, ສິລະປະພື້ນຖານ ແລະ ວັນນະຄະດີ. ມີຄວາມມັກຮັກ ​ໃນ​ວຽກງານຈິດຕະກໍາ, ມັກສິ່ງ  ໃໝ່ໆຢູ່ສະເໝີ ແລະ ມັກ​ການ​ຝຶກ​ຝົນ​ຕົນ​ເອງ. ເປັນຄົນ ມັກ​ສັງ​ເກດ, ຊອກ​ຮູ້​ຮ່ຳຮຽນ, ມີຄວາມອົດທົນ, ມີຄວາມລະອຽດອ່ອນ ແລະ ມີຄວາມຄິດສ້າງສັນ. 

ສາມາດ​ອອກ​ແບບ ​ແລະ ແຕ້ມ​ຮູບ​ໃນ​ແບບ​ຕ່າງໆ​​ເຊັ່ນ: ຮູບ​ເໝືອນ, ວິວທິວທັດ, ຮູບ​ຕາມ​ຈິນຕະນາການ​, ການແຕ້ມຮູບທົ່ວໄປ ແລະ ຈິດຕະກຳ​ຮ່ວມ​ສະ​​ໄໝ. ສາມາດ​ນຳ​ໃຊ້​ສີ​ໄດ້​ທຸກ​ຮູບ​ແບບ​ເຂົ້າ​ໃນ​ການ​ແຕ້ມ​ຮູບ ບໍ່ວ່າຈະເປັນສີນໍ້າມັນ, ສີຝຸ່ນ, ສີພັດສເທວ, ສໍດໍາ ແລະ ອື່ນໆ. 

ເປັນນັກ​ແຕ້ມ​ອິດ​ສະລະ, ນັກ​ແຕ້ມ​ກາ​ຕູນ, ນັກ​ອອກ​ແບບ, ​ເປັນ​ອາຈານ​ສອນ​ແຕ້ມ​ຮູບ, ​ເປັນ​ພະນັກງານຕາມ​ສຳນັກງານ​ອົງການ​ ຫຼື ​ບໍລິສັດ ທີ່ເຮັດວຽກ ກ່ຽວກັບ ການອອກ​ແບບ ຫຼື ວຽກງານຈິດຕະກໍາ ເຊັ່ນ: ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ບໍລິສັດຕົກແຕ່ງ ແລະ ອອກແບບ ຫຼື ເປັນນັກສີລະປິນອິດສະລະ.

  1. ພາສາລາວ 
  2. ພາສາຕ່າງປະເທດ 
  3. ທິດສະດີວັດທະນະທໍາ 
  4. ເສດຖະສາດການເມືອງ 
  5. ກົດໝາຍ
  6. ປະຫວັດສາດລາວ ແລະ ປະຫວັດສາດໂລກ
  7. ພຸທປຼັດຊະຍາ ແລະ ສາສະນາຕ່າງໆໃນໂລກ
  8. ຫ້ອງສະໝຸດ ແລະ ວິທີຄົ້ນຄວ້າ
  9. ດົນຕີພື້ນເມືອງ
  10. ດົນຕີສາກົນ
  11. ພູມສາດ
  12. ການແຕ້ມຂັ້ນ 
  13. ອົງປະກອບສິນ 
  14. ສະຖາປັດຕະຍະກໍາ
  15. ສີລະປະພື້ນເມືອງ
  16. ວິຊາຮ່າງພາບ
  17. ທິດສະດີສິລະປະ
  18. ສີລະປະລາຍລາວ
  19. ຄອມພິວເຕີ
  20. ທັດສະນີຍະພາບ
  21. ປະຫວັດສາດສີລະປະ
  22. ບູຮານຄະດີ
  23. ທິດສະດີຄວາມງາມ
  24. ຈິດຕະກໍາ 1,2,3,4,໌5,6,7,8
  25. ໂຄງການສີລະປະນິພົນ
  26. ສີລະປະນິພົນ