ສ້າງ​ຄູພາລະສຶກສາ

ຄະນະສຶກສາສາດ

ປະລິນຍາຕີ 4ປີ

ສ້າງຄູພາລະສຶກສາ ແມ່ນ ການສ້າງຄູອາຈານວິຊາສະເພາະທາງ​ດ້ານກິລາເພື່ອໄປສອນ ​ໃນໂຮງຮຽນສາມັນ ແລະ ໂຮງຮຽນວິຊາຊີບຕ່າງໆ. ວິຊານີ້ ມີຄວາມສຳຄັນ ໃນການປະກອບສ່ວນເຂົ້າໃນການ ເສີມສ້າງສະມັດຖະພາບທາງກາຍ ໃຫ້ແກ່ນັກຮຽນ. ການມີສຸຂະພາບທີ່ສົມບູນແຂງແຮງດີ ເປັນສີ່ງທີ່ມີຄ່າ ​​ແລະ ສໍາຄັນຕໍ່ບຸກຄົນ ດັ່ງນັ້ນ ການທີ່ບຸກຄະລາກອນມີສຸຂະພາບທີ່ດີ ຈຶ່ງເປັນປັດ​ໄຈທີ່ສຳຄັນ ໃຫ້ແກ່ການພັດທະນາ ແລະ ສ້າງສາປະເທດຊາດ.

ສາຂານີ້ສຶກສາກ່ຽວກັບ ຄວາມ​ເປັນ​ມາ ​ແລະ ທັກສະພື້ນຖານຕ່າງໆ ໃນການຫຼິ້ນກິລາແຕ່ລະປະເພດ ລວມ​​ທັງກິລາພື້ນເມືອງ ແລະ ສາກົນ ເຊັ່ນ: ກິລາແລ່ນລານ, ຕີດອກປີກໄກ່, ລອຍນ້ຳ, ເຕະກະຕໍ້, ເຕະບານ, ຕີບານ ແລະ ອື່ນໆ;  ວິທີການສິດສອນ ແລະ ຖ່າຍທອດຄວາມຮູ້ທາງດ້ານກິລາ. ນອກນັ້ນ, ຍັງສຶກສາກ່ຽວກັບ ແພດ​ກິລາ ​ແລະ ຫຼັກການພື້ນຖານທາງດ້ານວິທະຍາສາດການ​ກິ​ລາ ​ເປັນຕົ້ນ​ແມ່ນ ການທົດສອບຮ່າງກາຍຂອງນັກກິລາ ແລະ ການ​ວາງ​ແຜນ​ການ​ທາງດ້ານກິ​ລາ. ​

ວິທີການສິດສອນ ຂອງພາກວິຊານີ້ ແມ່ນເນັ້ນໃສ່ ການປະຕິບັດຕົວຈິງ ໂດຍສະເພາະແມ່ນກິດຈະກໍາ ໃນການອອກກໍາລັງກາຍ ແລະ ການລົງຫຼີ້ນກິລາ ປະເພດຕ່າງໆ ໂດຍນໍາໃຊ້ ສະຖານທີ່ ຫຼື ເດີ່ນ ຂອງປະເພດກິລາ ຕົວຈິງ;  ມີການວິເຄາະ-ວິໄຈ ຄວາມ​ຖືກຕ້ອງ​ຂອງ​ວິທີ​ການ ​ໃນ​ເວລາປະຕິບັດກິິລາ.  ໃນ​ດ້ານການຝຶກງານ, ນັກສຶກສາ ​ໄດ້ລົງພາກປະຕິບັດຕົວຈິງ ດ້ວຍ​ການສອນຝຶກຫັດ ກິລາ ຕາມໂຮງຮຽນມັດທະຍົມສຶກສາ ແລະ ໂຮງຮຽນວິຊາຊີບ ຕ່າງໆ.

ມີທັກສະ​ພື້ນ​ຖານ ໃນການຫຼິ້ນກິລາໂດຍລວມ ຫຼື ທັກ​ສ​ະ​ໃດ​ໜຶ່ງ ​ເຊັ່ນ​: ກິລາ​ແລ່ນ​ລານ, ລອຍ​ນ້ຳ, ບານບ້ວງ, ບານ​ສົ່ງ,ການ​ຕີ​ດອກ​ປີກ​ໄ​ກ່ ​ແລະ ​ອື່ນໆ; ເປັນ​ຄົນ​ ທີ່ມີສຸຂະພາບ​ ແລະ​ ຮ່າງ​ກາຍທີ່ສົມບູນແຂງແຮງດີ; ມີຄວາມສົນໃຈ ທາງດ້ານກິລາ​ ແລະ ມີຄວາມມັກຮັກ​ໃນ​ການ​ເປັນ​ຄູ ​ແລະ ​ຮັກ​ສາ​ສຸ​ຂະ​ພາບ.

ມີ​ຄວາມຮູ້ກ່ຽວກັບທັກສະ ​ແລະ ​ເຕັກ​ນິກ ໃນກິລາປະເພດຕ່າງໆ; ທັກສະໃນການເປັນ​ຄູສອນ ກິລາປະເພດຕ່າງໆ; ຮູ້​ວິທີ​ການ​ສ້າງ​ແບບ​ແຜນ​ການ​ສອນ; ສາມາດ​ວາງ​ແຜນ​ ລະ​ບົບ​ການ​ຈັດ​ຕັ້ງ​ ແລະ ​ສ້າງ​ຍຸດ​ທະ​ສາດ​ການ​ກິ​ລາ​ພາຍ​ໃນ​ໂຮງ​ຮຽນ ​ແລະ ​ອົງ​ການ​ຈັດ​ຕັ້ງ; ສາມາດປະຕິບັດກິດຈະກໍາ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ​ການ​ກິ​ລາ ​ເຊັ່ນ: ​ການ​ທົດ​ສອບ ແລະ ການ​ວັດ​ປະ​ເມີນ​ຜົນ.

ເປັນຄູສອນພາລະສຶກສາຕາມໂຮງຮຽນສາມັນຕ່າງໆ; ເປັນອາຈານສອນໃນ ວິທະຍາໄລ, ຫ້ອງການສຶກສາ ແລະ ກິລາ. ນອກຈາກນີ້, ຍັງສາມາດເປັນຜູ້ບໍລິຫານ ໃນ​ພະ​ແນກການກິລາ ຕາມອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ເປັນຄູຝຶກສ່ວນຕົວຂອງທີມກິລາ ​ແລະ ເປັນທີ່ປຶກສາກ່ຽວກັບການເສີມສ້າງສະມັດທະພາບຮ່າງ​ກາຍ​ຂອງ​ບຸກ​ຄົນ.

ໝວດວິຊາ​​ພື້ນຖານວິສຊາສະເພາະ

  1. ເຕັກໂນໂລຊີການສຶກສາ
  2. ວັດ-ປະເມີນຜົນການສຶກສາ
  3. ການວິໄຈພາກປະຕິບັດ
  4. ສຶກສາສາດທົ່ວໄປ
  5. ບໍລິຫານການສຶກສາ
  6. ຈິດຕະວິທະຍາພັດທະນາການ
  7. ວິເຄາະຫຼັກສູດສ້າງຄູ
  8. ວິທີ​ວິ​ໄຈ​ການ​ສຶກສາ
  9. ປະສົບ​ການ​ວິຊາ​ຊີບ​ຄູ

ໝວດວິຊາ​ສະ​ເພາະ

  1. ບານ​ສົ່ງ
  2. ປິ່ງ​ປ່ອງ
  3. ບານ​ເຕະ
  4. ກະຕໍ້​ຫວາຍ
  5. ບານບ້ວງ
  6. ​ແລ່ນ-ລາ​ນ
  7. ກາ​ຍະ​ກໍາ
  8. ລອຍ​ນໍ້າ
  9. ​​ແບບ​ຫຼິ້ນ
  10. ກິລາ ​ແລະ ການທ່ອງທ່ຽວ
  11. ທິດ​ສະ​ດີການ​ກິລາ
  12. ​ແພດ​ກິລາ
  13. ປະຫວັດສາດ​ການ​ກິລາ
  14. ວິທີ​ຈັດການ​ແຂ່ງຂັນ
  15. ວິທະຍາສາດ​ການ​ກິລາ
  16. ບໍລິຫານ​ການ​ກິລາ
  17. ດອກ​ປີກ​ໄກ່
  18. ​ເທັນ​ນິດ
  19. ຍິງ​ທະນູ
  20. ຊີວະ​ເຄມີ
  21. ມວຍ​ສາກົນ
  22. ມວຍ​ລາຍ​ລາວ
  23. ມວຍ​ເທັກ​ຄວັນ​ໂດ
  24. ​ແອ​ໂຣບິ​ກ