ສ້າງຄູຟີຊິກສາດ

ຄະນະສຶກສາສາດ, ມະຫາວິທະຍາໄລແຫ່ງຊາດລາວ

 ປະລິນຍາຕີ 4 ປີ

ສ້າງຄູຟິຊິກສາດແມ່ນການສຶກສາ ກ່ຽວກັບ ວິຊາຟິຊິກ ແລະ ວິຊາຄູທົ່ວໄປ. ສາຂາວິຊານີ້ ມີຄວາມສຳຄັນເພາະອີງໃສ່ສະພາບຕົວຈິງຂອງປະເທດລາວເຮົາ ແມ່ນເຫັນວ່າຍັງຂາດຄູສອນຂັ້ນສຶກສາໆມັນໃນສາຍທໍາມະຊາດຫຼາຍ ແລະ ເພາະສ່ວນໃຫຍ່ຄູທີ່ສອນຢູ່ ຊັ້ນມັດທະຍົມຕອນປາຍຍັງເປັນຄູທີ່ຈົບການສຶກສາແຕ່ຊັ້ນກາງ-ສູງ ບໍ່ເຖິງຂັ້ນຈົບປະລິນຍາທື່ອ. ດັ່ງນັ້ນຈຶ່ງມີ ຄວາມຕ້ອງການຄູໃນດ້ານນີ້ກໍຄືຄູຟິຊິກສາດ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ.

ວິຊານີ້ຮຽນ ກ່ຽວກັບ ການນຳໃຊ້ທິດສະດີ ແລະ ສູດຄິດໄລ່ຟິຊິກເຂົ້າໃນປະກົດການທົ່ວໄປທີ່ພົວພັນກັບຟິຊິກເຊັ່ນ: ການສຶກສາກ່ຽວກັບວິຊາກົນລະສາດ,ການເຄື່ອນທີ່ໃນມິຕີຂອງວັດຖຸ ໄປຈົນເຖິງຟິຊິກໄຟຟ້າສະຖິດ,ຟິຊິກແມ່ເຫຼັກ ແລະ ນິວເຄຼຍ.ນອກນັ້ນ, ນັກສຶກສາຍັງຈະໄດ້ຮຽນຮູ້ວິທີການສິດສອນ ແລະ ການວິເຄາະຫຼັກສູດເພື່ອໃຫ້ສາມາດກະກຽມບົດສອນ ແລະ ບົດເສັງໃຫ້ກົງກັບຫຼັກສູດ; ແລະ ຮຽນຮູ້ເຖິງຫຼັກຈັນຍາບັນຂອງການເປັນຄູສອນ ແລະ ການສ້າງແຮງບັນດານໃຈ.

ເນັ້ນໃສ່ຫຼັກສູດທາງທິດສະດີໃນການນຳໃຊ້ຟິຊິກເຂົ້າໃນການຄິດໄລ່, ໃຫ້ນັກສຶກສານໍາໃຊ້ການທົດລອງເພື່ອຄົ້ນຄ້ວາທິດສະດີຟິຊິກ ແລ້ວຄິດໄລ່ຫາຂໍ້ສະຫຼຸບໃນເຫດການທີ່ນຳໃຊ້ທິດສະດີຄິດໄລ່ນັ້ນໄປພ້ອມໆກັນ ພ້ອມທັງແນະນໍາຂໍ້ມູນໃຫ້ນັກສຶກສາຄົ້ນຄວ້າພ້ອມທັງນຳໃຊ້ຂໍ້ມູນທາງອິນເຕີເນັດມາເປັນຂໍ້ມູນໃນການຄົ້ນຄ້ວາ ແລະ ວິໄຈ, ສິດສອນວິທີການອອກແບບບົດສອນ ແລະ ການສ້າງປຶ້ມຄູມືການສອນ ແລະ ໃຫ້ນັກສຶກສາລົງຝຶກງານ ເພື່ອສິດສອນຕົວຈິງຢູ່ຕາມໂຮງຮຽນມັດທະຍົມຕ່າງໆ.

ຄວາມຮູ້ພື້ນຖານ ຟິຊິກສາດພື້ນຖານ, ເຄມີສາດ,ຄະນິດສາດ, ພາສາອັງກິດ ເປັນຄົນ ຊ່າງຈິນຕະນາການ, ຄິດໄລ່ໄວ ແລະ ຈື່ຈຳສູດໄດ້ດີ ມີຄວາມສົນໃຈ ກ່ຽວກັບ ວິທະຍາສາດ, ມັກຄົ້ນຄ້ວາ ແລະ ທົດລອງຕົວຈິງ ດ້ານຟິຊິກໃນການຄິດໄລ່ ແລະ ນໍາໃຊ້ທິດສະດີ.

ມີຄວາມຮູ້ດ້ານການຄິດໄລ່ ແລະ ທິດສະດີທາງຟິຊີກສາດຂັ້ນພື້ນຖານ ແລະ ສະເພາະດ້ານ ພ້ອມທັງວິຊາຄູພື້ນຖານ. ມີທັກສະໃນການຄິດໄລ່ສູດຕ່າງໆທາງດ້ານຟິຊິກສາດ ແລະ ມີຄວາມສາມາດໃນການສອນວິຊາຟີຊິກສາດ (ຂັ້ນມັດທະຍົມ ຫຼື ປະຖົມສຶກສາ) ພ້ອມທັງ ຮູ້ວິທີການນໍາໃຊ້ຟີຊິກເຂົ້າໃນວຽກງານຕ່າງໆທີ່ກ່ຽວຂ້ອງ. 

ສາມາດເປັນຄູສອນນັບຕັ້ງແຕ່ລະດັບ ປະຖົມຈົນເຖິງຂັ້ນປະລິນຍາຕີ, ເປັນພະນັກງານວິຊາການ ທັງໃນພາກລັດ ແລະ ເອກະຊົນ ເຊັ່ນ: ລັດວິສາຫະກິດໄຟຟ້າລາວ, ບໍລິສັດທີ່ເຮັດວຽກກ່ຽວກັບເຂື່ອນໄຟຟ້າ, ຫ້ອງການກະຊວງ (ກະຊວງສຶກສາທິການ ແລະ ກິລາ, ກະຊວງວິທະຍາສາດທໍາມະຊາດ ແລະ ອີື່ນໆ) ເປັນຕົ້ນ.

  • ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ
  1. ສຶກສາສາດທົ່ວໄປ
  2. ຈິດຕະວິທະຍາພັດທະນາການ
  3. ບໍລິຫານການສຶກສາ
  4. ເຕັກໂນໂລຊີການສຶກສາ
  5. ການວັດ ແລະ ປະເມີນຜົນການສືກສາ
  6. ການວິໄຈພາກປະຕິບັດ
  7. ວິທີວິໄຈການສືກສາ
  8. ວິເຄາະຫຼັກສູດມັດທະຍົມຕອນປາຍ
  9. ວິທີສິດສອນຟີຊິກ
    • ໝວດວິຊາສະເພາະ
    1. ຄະນິດສາດນຳໃຊ້
    2. ຄະນິດສາດສຳລັບຟີຊິກ
    3. ຊີວະສາດທົ່ວໄປ
    4. ເຄມີສາດທົ່ວໄປ
    5. ຟີຊິກພື້ນຖານ
    6. ກົນລະສາດ
    7. ຄວາມຮ້ອນ
    8. ໄຟຟ້າ
    9. ແສງສະຫວ່າງ
    10. ອາຕອມ
    11. ນິວເຄຼຍ
    12. ກົນລະສາດທາດໄຫຼ
    13. ຟີຊິກວັດຖຸແຂງ
    14. ອີເລັກໂຕນິກ
    15. ເຕັກໂນໂລຢີອຸດສາຫະກຳ
    16. ຝຶກຫັດວິຊາຊີບຄູ                                                                                                                                                                                                                                            ໝວດວິຊາເລືອກ
      1. ເຄື່ອງຈັກໄຟຟ້າສະຫຼັບ
      2. ກົນລະສາດກວາງຕອມ Quantum
      3. ດາລາສາດ
      4. ການສັ່ນໄກວແລະຄື້ນ