ຟິຊິກສາດທົ່ວໄປ

ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ຟິຊິກ​ສາດ ໝາຍ​ເຖິງ​ວິທະຍາສາດທີ່​ສຶກສາຄົ້ນຄວ້າ​ເຖິງ​ປະກົດ​ການ​ທໍາ​ມະ​ຊາດ. ​ ຟິຊິກ​ສາດ ມີ​ບົດບາດ​ສໍາຄັນຫຼາຍ​ໃນ​ຊີວິດ​ຂອງ​ຄົນ​ເຮົາ ​​ເນື່ອງ​ຈາກ​ມັນ​ສາມາດ​ອະທິບາຍ, ແກ້​ໄຂ​ບັນຫາ ​ຢ່າງ​ມີ​ເຫດຜົນ​ແບບ​ວິທະຍາສາດ, ສາມາດ​ໝູນ​ໃຊ້​ໄດ້​ໃນ​ວຽກງານຕົວຈິງ ​ແລະ ຍັງ​ເປັນ​ພື້ນຖານ​ທາງ​ວິທະຍາສາດໃຫ້​ແກ່ຄວາມ​ກ້າວໜ້າທາງເຕັກ​ໂນ​ໂລ​ຊີ​​ໃນ​ຫຼາຍໆຂະ​ແໜງການ​ເຊັ່ນ: ການ​ຜະລິດ​ພະລັງງານ, ກະ​ແສ​ໄຟຟ້າ, ​ແສງເລ​ເຊີ, ​ການ​ອອກ​ແບບ​ໂຄງ​ລ່າງ​ພື້ນຖານ ​ແລະ ອື່ນໆ. 

ສຶກສາ ແລະ ຄົ້ນຄວ້າເຖິງປະກົດການ ແລະ ຫຼັກເກນທາງຟິຊິກສາດໃນທຳມະຊາດ, ​ຜົນ​ກະທົບ​ຂອງ​ປະກົດ​ການ​ດັ່ງກ່າວ ລວມທັງ​ວິທີ​ການ​ທີ່​ຈະ​ໃຊ້​ປະ​ໂຫຍ​ດຈາກ​ປະກົດ​ການ​ເຫຼົ່ານັ້ນ; ​ເປັນ​ຕົ້ນ​ແມ່ນ ໄຟຟ້າ, ​ອີ​ເລັກ​ໂຕນິກ, ກົນ​ລະ​ສາດ, ວັດຖຸ​ແຂງ, ຄວາມ​ຮ້ອນ, ແສງສະຫວ່າງ, ພະລັງງານຟີຊິກ ​ແລະ ທໍລະນີສາດ; ສຶກສາຄວາມ​ຮູ້ພື້ນຖານ​​ດ້ານ​ເຄມີ​ສາດ, ການສຳຫຼວດດ້ານຄື້ນສັ່ນສະເທືອນ, ການ​ສໍາ​ຫຼວດທໍລະນີ​ໄຟຟ້າ ​ແລະ ການ​ນໍາ​ໃຊ້​ໂປຣ​ແກ​ຣມຄອມ​ພິວ​ເຕີ​ສໍາລັບ​ຟິຊິກ​ສາດ.

ປະກອບມີການຮຽນທິດສະດີໃນຫ້ອງຮຽນ ແລ້ວນຳໃຊ້ສິ່ງທີ່ຮຽນມາ ເຂົ້າໃນການປະຕິບັດຕົວຈິງໃນຫ້ອງທົດລອງ ​ເຊັ່ນ: ການທົດລອງກ່ຽວກັບກົດເກນການເຄື່ອນທີ່ຂອງນິວເຕິນ ອຸນຫະພູມ ​ແລະ ຄວາມ​ຮ້ອນ, ​ແຮງ​ງານ ​ແລະ ພະລັງງານ ​ແລະ ການນຳໃຊ້ໂປຣແກຣມຄອມພິວເຕີເຂົ້າຊ່ວຍໃນການຄິດໄລ່; ມີ​ການ​ຂຽນບົດ​ລາຍ​ງານ​ກ່ຽວກັບ​ບັນຫາ​ທາງ​ຟິຊິກ​ສາດ ​ແລະ ນໍາ​ສະ​ເໜີ; ​ແລະ ມີການລົງຝຶກງານໃນຂະແໜງການທີ່ກ່ຽວຂ້ອງ.

ມີຄວາມຮູ້ພື້ນຖານ ທາງດ້ານຟິຊິກສາດ, ເຄມີສາດ, ຄະນິດສາດ, ພາສາອັງກິດ ​ແລະ ຄອມ​ພິວ​ເຕີ​ພື້ນຖານ; ເປັນຄົນ ຊ່າງສັງ​ເກດ, ຊ່າງຈິນຕະນາການ, ຄິດໄລ່ໄວ, ຈື່ຈຳສູດໄດ້ດີ, ມັກຄົ້ນຄວ້າ ແລະ ທົດລອງຕົວຈິງທີ່ກ່ຽວກັບຟິຊິກ; ມີທັກ​ສະ ​ໃນ​ການ​ແກ້​ໄຂ​ບັນຫາ,​ ​ຊັ່ງຊາ​ເຫດ ​ແລະ ຜົນ; ​ແລະ ມີຄວາມສົນໃຈ ກ່ຽວກັບວິທະຍາສາດ​.

ສາມາດຄິດໄລ່ ແລະ ນໍາ​ໃຊ້ທິດສະດີທາງຟິຊີກສາດ; ດໍາເນີນການທົດລອງທາງຟິຊິກສາດ ​ແລະ ນໍາໃຊ້ເຄື່ອງມືໃນ ການທົດລອງ, ​ນໍາ​ໃຊ້ໂປຣ​ແກຣມຄອມ​ພິວ​ເຕີສໍາລັບ​ການ​ຄິດ​ໄລ່​; ມີທັກ​ສະ​ໃນການວິ​ໄຈປະກົດການທາງຟິຊິກສາດ ​ແລະ ​ວິເຄາະ-ວິໄຈດ້ານວິທະຍາສາດ ເພື່ອຊ່ວຍເຂົ້າ​ໃນ​ວຽກງານຂົງ​ເຂດ​ອຸດ​ສາຫະ​ກໍາ, ສິ່ງແວດລ້ອມ, ​​ໄຟ​ຟ້າ ​ແລະ ວິສະວະ​ກໍາ.

​ເປັນ​ນັກ​ຟິຊິກ​ສາດ, ພະນັກງານເຕັກນິກ​ ​ແລະ ນັກຄົ້ນຄວ້າວິໄຈທີ່​ກ່ຽວຂ້ອງ​ກັບປະ​ກົດ​ການ​ທາງ​ຟິຊິກ​ສາດ ທັງ​ໃນ​ພາກ​ລັດ ​ແລະ ເອກະຊົນ ​ເຊັ່ນ: ກະຊວງວິທະຍາສາດ ​ແລະ ເຕັກ​ໂນ​ໂລ​ຊີ, ໜ່ວຍງານກວດ​ສອບ​ວັດແທກ, ທໍລະນີ​ສາດ, ອຸຕຸນິຍົມ, ​ໄຟ​ຟ້າ, ການ​ຜະລິດ​ອຸປະກອນໄຟຟ້າ ແລະ ອີເລັກໂຕນິກ, ຂະ​ບວນການ​ຄວບ​ຄຸມ​ການຜະລິດ ແລະ ໂຮງງານອຸດ​ສາ​ຫະກໍາ.

 

ໝວດວິຊາພື້ນຖານວິຊາສະເພາະ

  1. ວິທີການຄົ້ນຄວ້າ
  2. ແຄນຄູລັດສ໌
  3. ສະຖິຕິພື້ນຖານ
  4. ເຄມີສາດ
  5. ຊອຟແວຣ໌ນຳໃຊ້ລະດັບສູງ
  6. ທົດລອງເຄມີສາດ

ໝວດວິຊາສະເພາະດ້ານ

  1. ຟີຊິກສາດ
  2. ທົດລອງຟີຊິກສາດ
  3. ໂປຣແກຣມສຳລັບ ຟີຊິກສາດ
  4. ຄະນິດສາດສຳລັບ ຟີຊິກສາດ

ໝວດວິຊາສະເພາະບັງຄັບ

  1. ກົນລະສາດ
  2. ອີເລັກໂຕນິກ
  3. ໄຟຟ້າແມ່ເຫຼັກ
  4. ຄວາມຮ້ອນ ແລະ ທິດສະດີການເດີນເຄື່ອນ
  5. ທົດລອງຄວາມຮ້ອນ
  6. ໄຟຟ້າ
  7. ກົນລະສາດຄວານຕັມ
  8. ທົດລອງຟີຊິກອາຕອມ
  9. ຟີຊິກແສງສະຫວ່າງ
  10. ຟີຊິກວັດຖຸແຂງ
  11. ສຳມະນາ
  12. ຟີຊິກນິວເຄຼຍ
  13. ຟີຊິກສະຖິຕິ
  14. ດາລາສາດ
  15. ຄວາມຮູ້ເບື້ອງຕົ້ນກ່ຽວກັບວັດຖຸເຄິ່ງຊັກນຳ

ໝວດວິຊາສະເພາະເລືອກ

  1. ຟີຊິກພະລັງງານ
  2. ທໍລະນີວິທະຍາທົ່ວໄປ
  3. ການສຳຫຼວດຄື້ນສັ່ນສະເທືອນ
  4. ການສຳຫຼວດທໍລະນີໄຟຟ້າ
  5. ການຖ່າຍເທຄວາມຮ້ອນ
  6. ພະລັງງານແສງຕາເວັນ
  7. ກົນລະສາດທາດໄຫຼ