ການຈອດ ​ແລະ ທໍ່ນ້ຳ 



ວິທະຍາໄລເຕັກນິກປາກປ່າສັກ



ຫຼັກສູດ ຊັ້ນກາງ 2 ປີ (12+2)

 

ຈອດ​ ​ແລະ ທໍ່​ນ້ຳ ​ໝາຍ​ເຖິງການ​ນຳ​ໃຊ້​ເຕັກ​​ໂນ​​ໂລ​ຊີ​ການ​ຈອດເຂົ້າໃນວິຊາຊ່າງຕ່າງໆ, ການ​ຕິ​ດຕັ້ງ ​ແລະ ສ້ອມ​​ແປງທໍ່​ນ້ຳ​​​ຕາມ​ອາຄານ​ສະ​​ຖານ​ທີ່ ​ແລະ ສິ່ງ​ປຸກ​ສ້າງ​ຕ່າງໆ. ວຽກສີມື​ທາງ​ດ້ານນີ້ ​ມີ​ຄວາມ​ສຳຄັນ​ຕໍ່​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​​​​​ໂດຍ​ສະ​ເພາະການ​ກໍ່ສ້າງ​ອາ​ຄານ ​​ແລະ ​ຍັງ​ເປັນເຄື່ອງ​ມື​ນຳ​ໃຊ້​​ໃນ​ການ​ປະກອບ​ອາຊີບຊີວິດ​ປະຈຳ​ວັນເຊັ່ນ: ການ​ແລ່ນ​ ​ແລະ ຈອດ​ທໍ່ນ້ຳ, ການ​ຈອດ​​​ໂຄງ​ເຫຼັກ​ຕັດ​ຫຼັງຄາ, ການ​ຈອດປະ​ຕູ​ໂລຫະຕ່າງໆ​, ການ​ຈອດ​ຮາງ​ລິນ ​ແລະ ສິ້ນ​ສ່ວນ​ໂລຫະ​ຕ່າງໆ. 



ສາຂານີ້ ຮຽນກ່ຽວກັບການນໍາໃຊ້ບັນດາເຕັກນິກ ຫຼື ວິທີການຕ່າງໆ ເຂົ້າໃນການຈອ​ດ​ ​ແລະ ທໍ່​ນ້ຳ​ເຊັ່ນ​: ໂລຫະ​​ແຜ່​ນ, ​ເຫຼັກ​, ການ​ຕິດຕັ້ງສຸຂະ​ພັນ. ນອກຈາກ​ນີ້ ນັກ​ສຶກສາ​ຍັງ​ຈະ​​ໄດ້ຮຽນ​ກ່ຽວ​ກັບ​ອຸປະກອນ​ເຄື່ອງ​ຕ່າງໆ​​ທີ່​ກ່ຽວຂ້ອງ ​ແລະ ມາດ​ຕ​ະ​​​ຖານ​ການ​ຈອດສາກົນ ​ເປັນຕົ້ນ​ແມ່ນ ISO 9606​, ທີ່​ມີ​ການ​ນຳ​ໃຊ້​​​ຢ່າງແພ່ຫຼາຍ ​ແລະ ​ເປັນ​ທີ່​ຍອມຮັບ​ຈາກຫຼາຍໆ​ປະ​ເທດ. 



ວິທີ​ການ​ສິດສອນ​ປະກອບມີການບັນຍາຍທິດສະດີ, ​ແຕ່​ສ່ວນ​ຫຼາຍ​ແມ່ນ​ເນັ້ນ​ໃສ່ ການປະຕິບັດ​ຕົວ​ຈິ​ງ​ໃນ​ການນຳ​ໃຊ້​ເຕັກນິກ ​ແລະ ອຸປະກອນ​​​ເຄື່ອງ​ມື​ມາດ​ຕະ​ຖານເປັນຕົ້ນ​ແມ່ນ ຕູ້​ຈອດ​​ໄຟ​ຟ້າ ​ແລະ ບັ້ງ​ອົກ​ຊີ​ເຂົ້າ​ໃນ​ການ ​ຈອດ, ການ​ຕັດ​ແກ້ວ, ອາ​ລູມີ​ນຽມ, ​​ໂລຫະ​​ແຜ່ນ. ຈອດ​​ໄຟ​ຟ້າ, ​ທູບມີສານ​ຟອກ​ຫຸ້ມ ແລະ ຈອດ​ແກສ໌​. 



ຄວາມຮູ້ພື້ນຖານ ດ້ານຄະນິດສາດ​ເລັກ​ໜ້ອຍ ເພາະວ່າຈະໄດ້ນໍາໃຊ້​ເຂົ້າ​ໃນການຄິດໄລ່ ແລະ ອອກແບບ. ເປັນຄົນຊ່າງ​ສັງ​ເກດ, ມີ​ຄວາມ​ປານີດ, ມີ​ຄວາມ​ຄິດສ້າງສັນ ແລະ ມັກ​​ທົດ​ລອງ​ປະດິດ​ສິ່ງ​​ໃໝ່ໆ ພ້ອມ​ທັງ​ກ້າ​ທີ່​ຈະ​ນຳສະເໜີຜົນງານ​ໃໝ່ໆ, ມີຄວາມສົນໃຈໃນການ​ສ້າງ​ຜົນງານ​ທາງ​ດ້ານ​ສີ​ມື​ ​ເຊັ່ນ ການ​ຈອດ​ເຫຼັກ​, ອາ​ລູມີ​ນຽມ, ສະ​ແຕນ​ເລດ, ​ແລະ ລະບົບ​ການ​ຈັດການ​ທໍ່​ນໍ້າ​ ເປັນ​ຕົ້ນ. 



ສາມາດພັດທະນາ ແລະ ອອກແບບເຄື່ອງມືອຸປະກອນໂລຫະທີ່ໃຊ້ເຂົ້າໃນການ​ໃຊ້​ຊີວິດ​ປະຈຳ​ວັນ  ​ແລະ ​​​ໂຄ​ງຮ່າງ​ພື້ນຖານ​ຂອງ​ອາຄານ; ​ຮູ້​ວິທີ​ການ​ນຳ​ໃຊ້​ເຄື່ອງມື ແລະ ​ເຕັກນິກ​ທີ່​ຖືກຕ້ອງ​ເຂົ້າ​ໃນ​ການ​ຈອດ ​ແລະ ຕິດຕັ້ງທໍ່​ນ້ຳ; ຮູ້​ລະ​ບົບວົງ​ຈອນ​ທໍ່​ນ້ຳ, ຮູ້​ອອກ​​ແບ​ບ ​ແລະ ດັດ​ແປງ​​ເຄື່ອງມື​ຮັບ​ໃຊ້​ທີ່​ມີ​ພື້ນຖານ​ຜະ​ລິດ​ມາ​ຈາກ​ເຫຼັກ, ອາ​ລູມີ​ນຽມ, ​ແລະ ສະ​​ແຕນ​​ເລດ ​ເປັນ​ຕົ້ນ. 



ນັກ​ສຶກສາ ສາມາດປະກອບອາຊີບການ​ຊ່າງ ທີ່ຕິດພັນກັບການ​ຈອດ ​ແລະ ທໍ່​ນ້ຳໃນຫຼາຍໜ່ວຍງານທັງພາກລັດ ແລະ ເອກະຊົນ ເຊັ່ນ: ຫ້ອງການ​ນ້ຳປະ​ປາ, ບັນດາ​ບໍລິສັດ​ເອກະ​ຊົນ ​ແລະ ​ໂຮງງານ​ອຸດ​ສະຫະ​ກໍາ​ ທີ່​ມີ​ຄວາມ​ຕ້ອງການ​ຊ່າງ​ສື​ມື​ໃນ​ການຈອດ ​ແລະ ທໍ່​ນ້ຳ. ນອກ​ຈາກ​ນີ້, ນັກ​ສຶກສາ​ຍັງ​ສາມາດ​ປະ​ກອບທຸ​ລະ​ກິດ​ສ່ວນ​ຕົວ​​ໃນ​ການ​ໃຫ້​ບໍລິການ​ທາງ​ດ້ານ​ການ​ຈອດ​​​​​ ​ແລະ ທໍ່​ນ້ຳອີກ​ດ້ວຍ. 



ໝວດວິຊາຊີບພື້ນຖານ

  1. ທຸລະກິດພື້ນຖານ
  2. ໄຟຟ້າ
  3. ຄວາມປອດໄພ
  4. ພື້ນຖານເຕັກນິກ 3 ສາຂາ
  5. Auto CAD
  6. ຈັນຍາບັນ
  7. ວັດສະດູຊ່າງ
  8. ແຕ້ມແບບພື້ນຖານ

ໝວດວິຊາຊີບສະເພາະ

  1. ເລກຊ່າງ
  2. ວິທະຍາການຈອດໄຟຟ້າ
  3. ວິທະຍາການຈອດແກ໊ສ
  4. ວິທະຍາການຈອດ TIG
  5. ວິທະຍາການຈອດໂລຫະແຜ່ນ
  6. ວິທະຍາການຈອດທໍ່ນໍ້າ
  7. ແຕ້ມແບບເຕັກນິກ
  8. ຈັດຕັ້ງຄຸມຄອງໂຮງຊ່າງ