ເສດຖະສາດພັດທະນາ ແລະ ການວາງແຜນ

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕຼີ 4 ປີ

ເສດຖະສາດພັດທະນາ ແລະ ການວາງແຜນ ໝາຍເຖິງການສຶກສາຫຼັກການທາງດ້ານເສດຖະສາດພັດທະນາ ແລະ ການວາງແຜນ ເພື່ອໃຫ້ສາມາດນໍາໃຊ້ຊັບພະຍາກອນທີ່ມີຢູ່ຢ່າງຈໍາກັດໃຫ້ເກີດປະໂຫຍດສູງສຸດ ເຂົ້າໃນການພັດທະນາເສດຖະກິດ ໂດຍຄໍານຶງເຖິງການປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມຍືນຍົງຂອງການພັດທະນາ ເຊິ່ງເປັນປັດໄຈສໍາຄັນໃນການວາງແຜນພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດ ໂດຍໃຫ້ມີຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ແລະ ສັງຄົມໜ້ອຍທີ່ສຸດ. 

ສາຂານີ້ຮຽນກ່ຽວກັບບັນດາທິດສະດີ ແລະ ຫຼັກການດ້ານເສດຖະສາດ ແລະ ການວາງແຜນ ເປັນຕົ້ນແມ່ນ ເສດຖະສາດພັດທະນາ ແລະ ການວາງແຜນ, ເສດຖະສາດສິ່ງແວດລ້ອມ, ເສດຖະສາດແຮງງານ, ເສດຖະສາດພູມີພາກ, ເສດຖະສາດຄວາມທຸກຈົນ ແລະ ຄວາມບໍ່ສະເໝີພາບ ເປັນຕົ້ນ ໂດຍມີຈຸດປະສົງໃນການເສີມສ້າງໃຫ້ນັກສຶກສາມີຄວາມຮູ້ ແລະ ສາມາດວິເຄາະບັນຫາການພັດທະນາເສດຖະກິດ.

ວິທີການສິດສອນແມ່ນເນັ້ນໃສ່ການປູພື້ນທາງທິດສະດີໃຫ້ແໜ້ນໜາ ແລະ ປະຕິບັດຕົວຈິງ ໂດຍນັກສຶກສາຈະໄດ້ວິເຄາະ ແລະ ຄົ້ນຄິດຈາກກໍລະນີສຶກສາກ່ຽວກັບບັນຫາເສດຖະກິດຕົວຈິງ. ນັກສຶກສາຈະໄດ້ລົງເກັບກໍາຂໍ້ມູນຕົວຈິງທັງຈາກພາກສະໜາມ ຫຼື ຈາກເອກະສານ ເພື່ອປະກອບເຂົ້າໃນການຂຽນບົດລາຍງານ. ນັກສຶກສາຍັງຈະໄດ້ລົງຝຶກງານໃນອົງກອນທີ່ກ່ຽວຂ້ອງ ເຊັ່ນ: ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ຫຼື ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານເປັນຕົ້ນ.

ຄວາມຮູ້ພື້ນຖານ ທາງດ້ານຄະນິດສາດ ແລະ ສັງຄົມສາດ. ເປັນຄົນ ຄິດແບບມີເຫດຜົນ ແລະ ເປັນລະບົບ ເຊິ່ງຈະຊ່ວຍໃຫ້ສາມາດເຊື່ອມຕໍ່ທິດສະດີ ແລະ ການປະຕິບັດຕົວຈິງໃຫ້ສອດຄ່ອງກັບສະພາບການ ແລະ ບັນຫາຂອງການພັດທະນາ ແລະ ການວາງແຜນພັດທະນາເສດຖະກິດຂອງປະເທດໃນແຕ່ລະສະໄໝ.

ສາມາດນໍາໃຊ້ທິດສະດີ ແລະ ແບບຈໍາລອງທາງເສດຖະສາດ ເຂົ້າໃນການວິເຄາະນະໂຍບາຍ ທີ່ກ່ຽວຂ້ອງກັບການພັດທະນາ ແລະ ນະໂຍບາຍການເງິນໂດຍທົ່ວໄປ ໂດຍການນໍາໃຊ້ຂໍ້ມູນທາງດ້ານສະຖິຕິກ່ຽວກັບສະພາບເສດຖະກິດ ກ່ອນ ແລະ ຫຼັງການອອກນະໂຍບາຍໃດໜຶ່ງ. ສາມາດວິເຄາະ ແລະ ວາງແຜນໂຄງການພັດທະນາ.

ເປັນນັກຄົ້ນຄວ້າ, ນັກວິຊາການດ້ານເສດຖະສາດ ແລະ ການພັດທະນາ, ນັກວາງແຜນ ແລະ ວາງນະໂຍບາຍການພັດທະນາ ທີ່ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ທະນາຄານກາງ ແລະ ທະນາຄານທຸລະກິດ, ໜ່ວຍງານເອກະຊົນ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງໆ ຫຼື ເປັນອາຈານສອນ ທີ່ມະຫາວິທະຍາໄລແຫ່ງຊາດ ແລະ ອື່ນໆ.

ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  1. ຄະນິດສາດ
  2. ສະຖິຕິ
  3. ຫຼັກ​ເສດຖະສາດ
  4. ​ເສດຖະສາດ​ຈຸ​ລະ​ພາກ
  5. ​ເສດຖະສາດ​ມະຫາ​ພາກ
  6. ການ​​ບັນຊີທົ່ວໄປ
  7. ເສດຖະກິດ​ອາຊີ
  8. ເສດຖະສາດ​ປຽບທຽບ

ໝວດວິຊາສະເພາະ

  1. ພາສາອັງກິດສໍາລັບເສດຖະສາດ ແລະ ການຄ້າ
  2. ເສດຖະສາດຄວາມທຸກຍາກ ແລະ ຄວາມບໍ່ສະເໝີພາບ
  3. ເສດຖະສາດການຈະເລີນເຕີບໂຕ ແລະ ສະຖຽນລະພາບ
  4. ເສດຖະສາດພູມີພາກ
  5. ເສດຖະສາດແຮງງານ
  6. ເສດຖະສາດປະຊາກອນ
  7. ເສດຖະສາດການເງິນພາກລັດ
  8. ​ເສດຖະສາດ​ເງິນຕາ ​ແລະ ການ​ທະນາຄານ
  9. ເສດຖະສາດ​ການ​ບໍລິຫານ
  10. ການເງິນຈຸລະພາກ ແລະ ການ​ເງິນ​ຊົນ​ນະ​ບົດ
  11. ເສດຖະສາ​ດຊົນ​ນະ​ບົດ ​ແລະ ​ເມືອງ
  12. ການ​ພັດທະນາ​ເສດຖະກິດ​ຂອງບັນດາ​ປະ​ເທດ​ອາ​ຊຽນ
  13. ເສດຖະສາດອຸດສະຫະກຳແລະ ນະໂຍບາຍ
  14. ການວາງແຜນແລະ ປະເມີນໂຄງການ
  15. ເສດຖະສາດພັດທະນາແລະ ການວາງແຜນ
  16. ເສດຖະສາດສະຫວັດດີການ
  17. ເສດຖະສາດຊັບພະຍາກອນທຳ​ມະ​ຊາດ ແລະ ສິ່ງແວດລ້ອມ
  18. ນະ​​ໂຍບາຍ​ເສດຖະກິດ
  19. ເສດຖະສາດລະຫວ່າງປະເທດ
  20. ເສດຖະສາດກະສິກຳ
  21. ​ເສດຖະມິຕິ
  22. ວິທີການວິໄຈ
  23. ສຳມະນາ