ການປ້ອງກັນພືດ

ຄະນະ​ກະ​ເສດ​ສາດ, ມະຫາວິທະຍາໄລ ແຫ່ງຊາດລາວ

ຫຼັກສູດປະລິນຍາຕີ 4 ປີ

ການປ້ອງກັນພືດ ໝາຍເຖິງວິທະຍາສາດທີ່ວ່າດ້ວຍການຮັກສາສຸຂະພາບຂອງພືດ ເຊິ່ງກວມເອົົາວິທີການປ້ອງກັນ ແລະ ກໍາຈັດສິ່ງທີ່ທໍາລາຍພືດ ໂດຍສະເພາະແມ່ນພະຍາດ, ເຊື້ອລາ ແລະ ແມງໄມ້ຕ່າງໆ. ສາຂານີ້ມີຄວາມສໍາຄັນ ໃນການຮັບປະກັນປະສິດທິພາບການຜະລິດ ແລະ ຄຸນນະພາບຂອງຜົນຜະລິດກະສິກໍາໃຫ້ໄດ້ມາດຕະຖານສາກົນ ເຊິ່ງຈະຊ່ວຍໃຫ້ສາມາດເຂົ້າແຂ່ງຂັນກັບຕ່າງປະເທດໃນຕະຫຼາດການສົ່ງອອກສາກົນ ອັນຈະເປັນການສົ່ງເສີມເສດຖະກິດຂອງປະເທດເຮົາ.

ສາຂານີ້ສຶກສາກ່ຽວກັບ ວິທະຍາສາດການປ້ອງກັນພືດ ຈາກພະຍາດ, ແມງໄມ້, ຂີ້ກະ​ເດືອນ​ຝອຍ, ​ໄວ​ຣັສ ແລະ ເຊື້ອລາ ແລະ ວິທີການ​ປ້ອງ​ກັນ ​ແລະ ກໍາຈັດສັດຕູ​ພືດ ເຊັ່ນ: ວິທີການປ້ອງກັນພືດແບບຊີວະ​ວິທະຍາ ເຊິ່ງປະກອບມີ ການນໍາໃຊ້ແມງໄມ້ເພື່ອກໍາຈັດແມງໄມ້, ການໃຊ້ຈຸລິນຊີເພື່ອກໍາຈັດເຊື້ອລາ ​ແລະ ​ແບັກ​ທີ​ເລຍ; ການ​ໃຊ້​ສະໝຸນ​ໄພ​ປ້ອງ​ກັນ​ພືດ, ການປ້ອງກັນພືດແບບນໍາໃຊ້ສານເຄມີ ແລະ ການ​ປ້ອງ​ກັນ​ພືດແບບປະສົມປະສານ.

ວິທີການສິດສອນປະກອບມີການຮຽນທິດສະດີຜ່ານການບັນຍາຍ ໂດຍອາຈານພາຍໃນໂຮງຮຽນ ແລະ ຊ່ຽວຊານຈາກກະຊວງກະສິກໍາ ແລະ ຈາກຕ່າງປະເທດ. ມີການປະຕິບັດຕົວຈິງ ໂດຍນັກສຶກສາຈະໄດ້ເຮັດການສໍາຫຼວດສະຖານທີ່ ທີ່ມີການລະບາດຂອງແມງໄມ້ ແລະ ພະຍາດພືດ ເພື່ອສຶກສາເບິ່ງວິທີການປ້ອງກັນ ແລະ ກໍາຈັດສັດຕູພືດ ຂອງຊາວກະສິກອນທ້ອງຖິ່ນ. ນອກຈາກນີ້, ຍັງມີການລົງທັດສະນະສຶກສາ ເພື່ອສຶກສາສະພາບແວດລ້ອມ ແລະ ວິທີການຜະລິດກະສິກໍາ ແລະ ລົງຝຶກງານ.

ຄວາມຮູ້ພື້ນຖານ ຊີວະສາດ ແລະ ເຄມີສາດ. ມີຄວາມສົນໃຈທາງດ້ານການຜະລິດກະສິກໍາ ຫຼື ການສຶກສາກ່ຽວກັບພືດ, ການປູກຝັງ ແລະ ບັນຫາສຸຂະພາບຂອງພືດ. ເປັນຄົນມັກທໍາມະຊາດ ແລະ ມັກການເຮັດວຽກພາກສະໜາມ, ມີຄວາມລະອຽດຖີ່ຖ້ວນ ແລະ ມີການຕຶກຕອງທີ່ດີ ເນື່ອງຈາກຕ້ອງໄດ້ເຮັດວຽກກັບພະຍາດ ເຊິ່ງເປັນວັດຖຸທີ່ເຮົາເບິ່ງບໍ່ເຫັນດ້ວຍຕາເປົ່າ. 

ມີຄວາມສາມາດໃນການຫາວິທີປ້ອງກັນບໍ່ໃຫ້ເກີດພະຍາດ, ແມງໄມ້ ແລະ ເຊື້ອລາໃນພືດ, ສາມາດປຸງແຕ່ງສະໝຸນໄພ ຫຼື ນໍາໃຊ້ສານເຄມີ ເພື່ອກໍາຈັດສັດຕູພືດ. ນອກຈາກນີ້, ຍັງມີທັກສະໃນການສໍາຫຼວດການລະບາດຂອງສັດຕູພືດ, ສາມາດກວດຫາເຊື້ອລາທີ່ເກີດໃນພືດ ແລະ ວິນິດໄສພະຍາດ ແລະ ມີຄວາມຮູ້ພື້ນຖານທາງດ້ານການປູກຝັງ. 

ສາມາດປະກອບອາຊີບເປັນນັກວິຊາການດ້ານການປ້ອງກັນພືດ ໂດຍສັງກັດໃນໜ່ວຍງານທັງພາກລັດ ແລະ ເອກະຊົນ. ສາມາດເຮັດວຽກຕາມດ່ານ-ຊາຍແດນ ໂດຍເຮັດໜ້າທີ່ກວດກາການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກໍາ ເພື່ອຢັ້ງຢືນຄວາມຖືກຕ້ອງ ແລະ ຮັບປະກັນຄຸນນະພາບ ໃຫ້ໄດ້ມາດຕະຖານຂອງກະຊວງກະສິກໍາ ແລະ ຕາມທີ່ກໍານົດໂດຍປະເທດຄູ່ຄ້າ.

ໝວດວິຊາພື້ນຖານວິຊາສະເພາະ

  1. ຫຼັກການ​ກະສິກຳ
  2. ພືດສາດ
  3. ສາ​ລີ​ລະ​ສາດ​ພືດ
  4. ຊີ​ວະ​ເຄ​ມີກະສິກຳ
  5. ນິເວດກະສິກຳ
  6. ກົນ​ຈັກກະ​ສິກຳ
  7. ​ອຸຕຸ​ນິ​ຍົມ​ວິ​ທະ​ຍາ​ກະ​ສິ​ກຳ
  8. ວິທະຍາສາດ​ດິນ

ໝວດວິຊາສະເພາະ

  1. ແມງ​ໄມ້​​ເບື້ອງຕົ້ນ
  2. ພະຍາດ​ພືດ​​ເບື້ອງຕົ້ນ
  3. ການປູກພືດອິນຊີ
  4. ນະ​ໂຍບາຍ ​ແລະ ກົດໝາຍ​ປ້ອງ​ກັນ​ພືດ
  5. ການ​ສົ່່ງ​ເສີມກະສິກຳ
  6. ແມງ​ໄມ້ສັດຕູ​ພືດ
  7. ພະຍາດພືດ
  8. ລະບົບການປູກພືດ​
  9. ການຈັດ​​ແບ່ງແມງ​ໄມ້
  10. ສຳ​ມ​ະ​ນາທາງ​ດ້ານ​ການ​ປ້ອງ​ກັນ​ພືດ
  11. ການ​ສຳ​ຫຼວດ​ແມງ​ໄມ້​ສັດຕູ​ພືດ
  12. ການ​ຜະລິດ​ພືດ
  13. ​ເມັດ​ພັນ​ ​ແລະ ພະຍາດ​ພືດ​ຫຼັງ​ເກັບ​ກ່ຽວ
  14. ການ​ສຳ​ຫຼວດພະຍາດ​ພືດ
  15. ການຄວບ​ຄຸມ​ແມງ​ໄມ້​ສັດຕູ​ພືດ
  16. ການປ້ອງ​ກັນ​ພືດແບບປະສົມປະສານ
  17. ການຄວບ​ຄຸມສັດຕູ​ພືດ​ແບບ​ຊີວະ​ວິທະຍາ
  18. ​ສັດຕູ​ພືດ ​ແລະ ການ​ຈັດການ
  19. ບັນຫາ​ພິ​ເສດ​ທາງ​ດ້ານ​ປ້ອງ​ກັນ​ພືດ
  20. ການ​ວິໄຈພະ​ຍາດ​ພືດ
  21. ຫຼັກການ​ປ້ອງ​ກັນ​ພືດ
  22. ການ​ຄວບ​ຄຸມພະ​ຍາດ​ພືດ
  23. ການ​ຈັດການ​ສັດຕູ​ພືດ​ພາຍຫຼັງການ​ເກັບ​ກ່ຽວ
  24. ວັດ​ສະ​ພືດ ​ແລະ ການ​ຄວບ​ຄຸມ​
  25. ການ​ໃຊ້​ສະໝຸ​ນ​ໄພ​ປ້ອງ​ກັນ​ສັດຕູ​ພືດ
  26. ຢາ​ກຳຈັດ​ສັດຕູ​ພືດ
  27. ພະຍາດ​ພືດ​ເສດຖະກິດ ​ແລະ ການ​ປ້ອງ​ກັນກຳຈັດ