ປູກຝັງ

ຄະນະ​ກະ​ເສດ​ສາດ, ມະຫາວິທະຍາໄລ ແຫ່ງຊາດລາວ

ຫຼັກສູດປະລິນຍາຕີ 4 ປີ

ການປູກຝັງ ເປັນສາຂາວິຊາທີ່ເວົ້າເຖິງສາດ ຫຼື ວິທະຍາສາດຕ່າງໆກ່ຽວກັບການປູກພືດ ລວມທັງສິ່ງແວດລ້ອມທີ່ອໍານວຍຄວາມສະດວກໃຫ້ແກ່ການປູກພືດ. ສາຂານີ້ມີຄວາມສໍາຄັນ ເນື່ອງຈາກມັນໄດ້ເນັ້ນໜັກ ໃສ່ການສ້າງນັກວິຊາການທີ່ມີຄວາມຮູ້ແລະ ສາມາດເຜີຍແຜ່ຄວາມຮູ້ເຫຼົ່ານັ້ນ ໃຫ້ແກ່ຊາວກະສິກອນທ້ອງຖິ່ນ ໂດຍມີຈຸດປະສົງເພື່ອ ເພີ່ມປະສິດທິພາບໃນການຜະລິດ, ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ ກໍ່ຄືການພັດທະນາເສດຖະກິດ-ສັງຄົມໂດຍລວມ.

ສາຂານີ້ສຶກສາກ່ຽວກັບ ພືດສາດ (ເຊັ່ນ: ສະລິລະສາດພືດ, ລັກສະນະຂອງພືດ, ການທໍາງານຂອງພືດ) ແລະ ສິ່ງແວດລ້ອມທີ່ອໍານວຍຄວາມສະດວກໃຫ້ແກ່ການປູກຝັງ (ເຊັ່ນ: ການນໍາໃຊ້ນໍ້າເຂົ້າໃນການປູກພືດ, ການປັບປຸງດິນ, ບັນດາທາດໃນດິນທີ່ເຮັດໃຫ້ພືດຈະເລີນງອກງາມ, ອຸຕຸກະເສດ ຫຼື ການສຶກສາສະພາບອາກາດທີ່ເໝາະສົມໃຫ້ແກ່ການປູກພືດ) ແລະ ວິຊາສະເພາະດ້ານການປູກຝັງ ເຊັ່ນ: ວິທີການປູກ ແລະ ປັັບປຸງພັນພືດປະເພດຕ່າງໆ ເຊັ່ນ: ພືດສວນ, ພືດໄຮ່ ແລະ ພືດອຸດສາຫະກໍາ. 

ວິທີການສິດສອນປະກອບມີການຮຽນທິດສະດີການປູກຝັງ ໂດຍຜ່ານການບັນຍາຍ ແລະ ການປະຕິບັດຕົວຈິງ ໃນສວນທົດລອງພາຍໃນໂຮງຮຽນ, ໂດຍນັກສຶກສາຈະໄດ້ ທົດລອງປູກພືດດ້ວຍຕົນເອງ ເຊິ່ງມີຂະບວນການຕັ້ງແຕ່ ການເລືອກສະຖານທີ່, ການຂຸດໜານ, ກ້າ, ບົ່ມ, ຫົດນໍ້າ ແລະ ຕິດຕາມສຶກສາຂະບວນການຂະຫຍາຍຕົວ ຫຼື ຂະບວນການໃຫ້ຜົນຜະລິດ. ມີ​ການຝຶກງານ ໃນໜ່ວຍງານທັງພາກລັດ ແລະ ເອກະຊົນ ທັງພາຍໃນນະຄອນຫຼວງວຽງຈັນ ແລະ ທ້ອງຖິ່ນ.

ຄວາມຮູ້ພື້ນຖານວິຊາຊີວະສາດ, ເຄມີສາດ ແລະ ຄະນິດສາດ. ມີຄວາມສົນໃຈທາງດ້ານການຜະລິດກະສິກໍາ ຫຼື ການສຶກສາກ່ຽວກັບພືດ ແລະ ການປູກຝັງປະເພດຕ່າງໆ. ເປັນຄົນມັກທໍາມະຊາດ ແລະ ມັກການເຮັດວຽກພາກສະໜາມ ແລະ ທີ່ຂາດບໍ່ໄດ້ແມ່ນ ຄວນເປັນຄົນທີ່ເຫັນຄວາມສໍາຄັນຂອງຂະແໜງກະສິກໍາ ຕໍ່ການຂະຫຍາຍຕົວຂອງເສດຖະກິດ. 

ນັກສຶກສາທີ່ຈົບຈາກສາຂານີ້ ຈະມີທັກສະໃນການປູກພືດ, ການບົວລະບັດຮັກສາພືດ ແລະ ການຈັດການກິດຈະການກະສິກໍາອື່ນໆ ເຊັ່ນ: ການເລືອກພື້ນທີ່ໃນການປູກ, ການປັບແຕ່ງພື້ນທີ່ ຫຼື ການກຽມດິນ, ການປູກ, ຮັກສາ ແລະ ເກັບກ່ຽວພືດ ແລະ ການຈໍາໜ່າຍຜົນຜະລິດພືດ. ນອກຈາກນີ້, ຍັງມີຄວາມສາມາດໃນການສົ່ງເສີມ ແລະ ນໍາພາປະຊາຊົນເຮັດວຽກກະສິກໍາ.

ນັກສຶກສາ ສາມາດປະກອບອາຊີບ ເປັນນັກວິຊາການ ເຊິ່ງມີໜ້າທີ່ຫຼັກໃນການຈັດການກ່ຽວກັບການປູກຝັງ ໂດຍສາມາດເຮັດວຽກນໍາໜ່ວຍງານທັງພາກລັດ, ເອກະຊົນ, ອົງການຈັດຕັ້ງ ແລະ ໂຄງການສົ່ງເສີມກະສິກໍາຕ່າງໆ ເຊັ່ນ: ກະຊວງກະສິກໍາ ​ແລະ ປ່າ​ໄມ້, ຫ້ອງການກະສິກໍາ ​ແລະ ປ່າ​ໄມ້ແຂວງ, ທະນາຄານສົ່ງເສີມກະສິກໍາ, ສູນປ້ອງກັນພືດ ເປັນຕົ້ນ.

ໝວດວິຊາພື້ນຖານວິຊາສະເພາະ

  1. ພືດສາດ
  2. ນິເວດວິທະຍາ
  3. ວິທະຍາສາດ​ດິນ
  4. ກະ​ເສດ​ຊົນລະປະທານ
  5. ສະລິ​ລະ​ສາດ​ພືດ
  6. ອຸ​ຕຸນິຍົມ​ວິ​ທະ​ຍາ​ກະ​ສິ​ກຳ
  7. ຈຸ​ລະ​ຊີ​ວະ​ວິ​ທະ​ຍາ
  8. ວິ​ສະ​ວະ​ກຳ​ກະ​ສິ​ກຳ
  9. ຊີວະ​ເຄມີ

ໝວດວິຊາສະເພາະ

  1. ຫຼັກການກະສິກຳ
  2. ນະ​ໂຍ​ບາຍ​​ກະສິກຳ
  3. ລະບົບການຜະລິດ
  4. ລະບົບການລ້ຽງສັດ
  5. ການ​ພັດ​ທະ​ນາ​ ແລະ ສົ່ງເສີມ
  6. ກະ​ສິ​ກຳ​ປ່າ​ໄມ້
  7. ສະຖິຕິ ແລະ ຄົ້ນຄວ້າທົດລອງ
  8. ສຳ​ມ​ະ​ນາ ແລະ ຂຽນບົດ​ລາຍ​ງານ
  9. ຝຶກງານສະເພາະດ້ານ
  10. ລະ​ບົບ​ການ​ປູກ​ພືດ
  11. ວິທະຍາ​ການຫຼັງການ​ເກັບ​ກ່ຽວ
  12. ການ​ກະສິກຳ​ແບ​ບປະສົມ​ປະສານ
  13. ກະ​ສິກຳ​ອິນ​ຊີ
  14. ການ​ປະສົມ ​ແລະ ການ​ຄັດ​ພັນ​ພືດ
  15. ປ້ອງ​ກັນ ແລະ ກັກ​ກັນ​ພືດ
  16. ການ​ປັບປຸງ​ດິນ
  17. ການ​ນຳ​ໃຊ້​ທີ່​ດິນ
  18. ວິທະ​ຍາ​ການ​ເມັດ​ພັນ
  19. ພືດ​ທັນ​ຍາ​ຫານ
  20. ພືດ​​ເສດຖະກິດ
  21. ພືດ​ສວນ
  22. ເຮືອນກ້າ 
  23. ແມງ​ໄມ້
  24. ພະຍາດ​ພືດ
  25. ການ​ວິນິດ​​ໄສ​ພະຍາດ​ພືດ
  26. ການ​ຜະລິດ​ພືດ