ລັດຖະສາດ

ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລ ແຫ່ງຊາດລາວ

ຫຼັກສູດປະລິນຍາຕີ 4 ປີ

ລັດຖະສາດ ໝາຍ​ເຖິງການ​ສຶກສາດ້ານ​ການ​ເມືອງ, ການ​ປົກຄອງ ​ແລະ ການບໍລິຫານພາກລັດ.  ຄວາມ​ຮູ້​ທາງ​ດ້ານລັດຖະສາດ ແມ່ນມີຄວາມສໍາຄັນ​ໃນ​ການ​ສ້າງ​ຄວາມ​ເຂົ້າ​ໃຈ​ທາງ​ດ້ານ​ການ​ບໍລິຫານ​ປົກຄອງ​ລັດ, ວິ​ເຄາະ​ຈຸດ​ດີ-ຈຸດ​ອ່ອນ​ຂອງ​ລະບົບ​ການ​ປົກຄອງ​ຕ່າງໆ ​ແລະ ສຶກສາ​ບັນດາ​ພຶດຕິ​ກຳ​ຂອງ​ມະນຸດ​ທີ່ຢູ່​ຮ່ວມ​ກັນ​​ໃນ​ສັງຄົມ ​​ເພື່ອນຳ​ໃຊ້​ເຂົ້າ​ໃນ​ການ​ພັດທະນາ​ຮູບ​ແບບ​ການ​ປົກຄອງ​ໃຫ້ເຂັ້ມ​ແຂງ​ ​ແລະ ມີປະສິດທິພາບ ເພື່ອຮັບປະກັນ ສິດຜົນປະໂຫຍດ​ ​ແລະ ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ຂອງ​ຄົນໃນສັງຄົມ.  

ສາຂານີ້ຮຽນກ່ຽວກັບ ບັນດາກົດໝາຍທີ່ເປັນເຄື່ອງມືໃນການປົກຄອງ ແລະ ການບໍລິຫານລັດ, ໂຄງສ້າງ ​ແລະ ກົນ​ໄກການປົກຄອງ ລວມທັງ ວິທະຍາສາດການເມືອງ, ລະບອບການເມືອງ ຂອງ ສປປ ລາວ ​ແລະ ທິດສະດີການບໍລິຫານລັດ. ໃນນັ້ນ, ນັກສຶກສາຈະໄດ້ລົງເລິກກ່ຽວກັບ ບັນດາຫຼັກການທາງດ້ານກົດໝາຍ ເຊັ່ນ: ກົດໝາຍລັດຖະທໍາມະນູນ, ກົດໝາຍວ່າດ້ວຍສະພາແຫ່ງຊາດເປັນຕົ້ນ. ນອກນັ້ນ, ຍັງສຶກສາກ່ຽວກັບ ສະພາວະຂອງການເປັນຜູ້ນໍາ ແລະ ຈັນຍາບັນຂອງນັກປົກຄອງ ອີກດ້ວຍ. 

ການສິດສອນ ແມ່ນມີການບັນລະຍາຍທາງດ້ານທິດສະດີ ແລະ ສຶກສາເຫດການຕົວຈິງຂອງສະພາບສັງຄົມ, ມີການຕັ້ງ​ບັນຫາເພື່ອໃຫ້ນັກສຶກສາຄົ້ນຄວ້າ ແລະ ສົນທະນາເປັນກຸ່ມ​ໂດຍ​ນຳ​ໃຊ້​ທິດ​ສະ​ດີ​ເຂົ້າ​ໃນ​ການ​ວິ​ເຄາະ​ບັນ​ຫາ​ດັ່ງກ່າວແລ້ວ ນໍາສະເໜີທັດສະນະຂອງນັກສຶກສາ. ນອກນັ້ນ, ຍັງມີການທັດສະນະສຶກສາ ແລະ ການຝຶກງານຢູ່ຕາມບັນດາຫ້ອງການປົກຄອງ ໃນຂັ້ນສູນກາງ ເຊັ່ນ: ກະຊວງພາຍໃນ, ຫ້ອງວ່າການລັດຖະບານ, ສະພາແຫ່ງຊາດ ແລະ ບັນດາ​ຫ້ອງການ​ລັດຂັ້ນທ້ອງຖີ່ນ.

ຄວາມ​ຮູ້​ພື້ນຖານທາງດ້ານວິຊາສັງຄົມເປັນຕົ້ນແມ່ນວິຊາ ສຶກສາພົນລະເມືອງ, ປະຫວັດສາດ ແລະ ພາສາລາວ; ມີຄວາມສົນໃຈ ທາງດ້ານໂຄງສ້າງຂອງລັດຖະບານ, ການສ້າງກົດໝາຍ, ການຈັດຕັ້ງປະຕິບັດກົດໝາຍໃນຊີວິດປະຈໍາວັນ; ມີຄວາມສົນໃຈ ແລະ ມັກຕິດຕາມເຫດການທາງດ້ານການເມືອງທີ່ເກີດຂື້ນ ແລະ ຕັ້ງຄໍາຖາມສີ່ງທີ່ກ່ຽວຂ້ອງກັບກົດໝາຍ ແລະ ການເມືອງ

ມີ​ຄວາມສາມາດ​ໃນ​ການ​ວິ​ເຄາະລະບົບ​ການ​ປົກຄອງ, ນຳ​ໃຊ້​ເຄື່ອງມື​ທາງ​ດ້ານກົດໝາຍ​ເຂົ້າ​ໃນ​ການ​ປົກຄອງຢ່າງ​ມີ​ປະສິດທິພາບ, ສ້າງບັນດານິຕິກໍາທາງດ້ານການ​ເມືອງ​ການປົກຄອງລວມທັງ​ການ​ສ້າງ​ບັນດາ​ເອກະສານ​ທາງ​ດ້ານການປົກຄອງ​ເປັນ​ຕົ້ນ​ແມ່ນ: ແຈ້ງການ, ໜັງສືສະເໜີ ຫຼື ຂໍ້ຕົກລົງ. ມີທັກສະດ້ານການເປັນຜູ້ນໍາ ເພື່ອການປົກຄອງທ້ອງຖີ່ນ ແລະ ການບໍລິຫານລັດ.

ເປັນນັກວິຊາການ ​ແລະ ນັກ​ບໍລິຫານ ໃນຂົງເຂດນິຕິກໍາທາງດ້ານການປົກຄອງ ຕາມບັນດາສໍານັກງານ, ອົງການ ແລະ ຫ້ອງການປົກຄອງຂອງລັດຖະບານ ເປັນຕົ້ນແມ່ນກະຊວງພາຍໃນ, ຫ້ອງວ່າການລັດຖະບານ, ສະພາແຫ່ງຊາດ, ຫ້ອງວ່າການນະຄອນຫຼວງ, ຫ້ອງວ່າການປົກຄອງແຂວງ ແລະ ອື່ນໆ. ນອກນັ້ນ, ຍັງສາມາດເປັນຜູ້ຊ່ວຍທາງດ້ານນິຕິກໍາໃນ ພາກເອກະຊົນອີກດ້ວຍ.

ໝວດວິຊາພື້ນຖານວິຊາສະເພາະ

  1. ກົດໝາຍແພ່ງ
  2. ພື້ນຖານກົດໝາຍໂຣມັນ
  3. ກົດໝາຍທີ່ດິນ
  4. ກົດໝາຍປົກປັກຮັກສາສິ່ງແວດລ້ອມ
  5. ກົດໝາຍພາສີ
  6. ກົດໝາຍຄອບຄົວ
  7. ກົດໝາຍແຮງງານ
  8. ກົດໝາຍຊັບສິນທາງປັນຍາ
  9. ພາສາຕ່າງປະເທດ
  10. ເສດຖະສາດມະຫາພາກ
  11. ເສດຖະສາດຈຸລະພາກ
  12. ກົດໝາຍສົ່ງເສີມການລົງທືນ
  13. ກົດໝາຍອາຍາ
  14. ອາຍາວິທະຍາ

ໝວດວິຊາສະເພາະ

  1. ກົດໝາຍລັດຖະທໍາມະນຸນ
  2. ທິດສະດີລັດ ແລະ ກົດໝາຍ
  3. ກົດໝາຍສັນຊາດ
  4. ກົດໝາຍວ່າດ້ວຍສະພາແຫ່ງຊາດ
  5. ກົດໝາຍວ່າດ້ວຍຊັບສິນຂອງລັດ
  6. ຄວາມຮູ້ພື້ນຖານການບໍລິຫານລັດ
  7. ຄວາມຮູ້ພື້ນຖານລັດຖະສາດ
  8. ການເງິນແຫ່ງລັດ
  9. ການປົກຄອງສົມທຽບ
  10. ການປົກຄອງທ້ອງຖີ່ນ
  11. ຈັນຍາບັນຂອງນັກປົກຄອງ
  12. ກົດໝາຍການປົກຄອງພາກທົ່່ວໄປ
  13. ກົດໝາຍການປົກຄອງພາກສະເພາະ
  14. ເຕັກນິກບໍລິຫານ
  15. ການບໍລິຫານອົງການ
  16. ການບໍລິຫານບຸກຄະລາກອນ
  17. ການບໍລິຫານການພັດທະນາ
  18. ພາວະຜູ້ນໍາ
  19. ຈິດຕະວິທະຍາຄຸ້ມຄອງ
  20. ການບໍລິຫານສົມທຽບ
  21. ເສດຖະສາດການເມືອງ
  22. ທິດສະດີການພົວພັນລະຫວ່າງຊາດ
  23. ກົດໝາຍລະຫວ່າງຊາດພາກລັດ
  24. ກົດໝາຍລະຫວ່າງຊາດພາກບຸກຄົນ
  25. ກົດໝາຍເສດຖະກິດສາກົນ

ຖະໜົນໜອງບອນ, ບ້ານ ນາໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.  ໂທ: 201 412461, ແຟັກ: 201 453126, E-mail: vihas@hotmail.com. www. vihatec.edu.la