ສ້າງຄູການເມືອງ

ຄະນະສຶກສາສາດ, ມະຫາວິທະຍາໄລແຫ່ງຊາດລາວ

 ປະລິນຍາຕີ 4 ປີ

ສາຂາສ້າງຄູການເມືອງ ເປັນສາຂາທີ່ວ່າດ້ວຍການສ້າງບຸກຄະລາກອນຄູວິຊາສຶກສາພົນລະເມືອງໃນຊັ້ນມັດທະຍົມຕອນປາຍ ຫຼື ວິຊາການເມືອງໃນໂຮງຮຽນວິຊາຊີບຕ່າງໆ. ສາຂານີ້ມີຄວາມສຳຄັນ ເພາະ​ວ່າ​ປັດ​ຈຸ​ບັນ​ທຸກໆ​ຂະ​ແຫນງວິ​ຊາ​ຮຽນ​ຈຳ​ເປັນ​ຕ້ອງ​ໄດ້​ຮຽນ​ວິ​ຊາພື້ນ​ຖານ​ການ​ເມືອງ​ເພື່ອ​ເປັນ​ຄວາມ​ຮູ້​ທົ່ວ​ໄປ. ​ນອກຈາກນີ້ ໃນປັດ​ຈຸ​ບັນ​​ບຸກ​ຄະ​ລາ​ກອນ​ຄູ​ທີ່​ຈະ​ມາ​ສອນ​ດ້ານ​ນີ້​ຍັງ​ເປັນ​ທີ່ຕ້ອງການຫລາຍ ອີກທັງການເປັນຄູການເມືອງຫມາຍເຖິງການເປັນຜູ້ເຜີຍແຜ່ນະໂຍບາຍຂອງພັກລັດນຳ​ອີກ.

ສາຂາວິ​ຊາ​ນີ້​​ຮຽນ​ກ່ຽວ​ກັບ​ການ​ເມືອງໃນ ສ​ປ​ປ ​ລາວ  ໃນນັ້ນກວມເອົາ ​ປະ​ຫວັດ​ສາດ​ພັກ, ການ​ສ້າງ​ຕັ້ງ​ພັກ, ນະ​ໂຍ​ບາຍ​ຂອງ​ພັກ​ ແລະ ລັດ, ປັດຊະຍາ ແລະ ທິດສະດີມາກເລນິນ ເປັນຕົ້ນ. ນອກນີ້, ນັກສຶກສາຍັງຈະໄດ້ຮຽນຮູ້ຫຼັກການສິດສອນ, ການວິເຄາະຫຼັກສູດເພື່ອໃຫ້ສາມາດແຕ່ງບົດສອນ ແລະ ກະກຽມບົດສອບເສັງໃຫ້ກົງກັບຫຼັກສູດ, ຫລັກຈັນຍາບັນຂອງການເປັນຄູສອນ, ການສ້າງແຮງບັນດານໃຈ ແລະ ການຊຸກຍູ້ສົ່ງເສີມໃຫ້ນັກຮຽນມີສ່ວນຮ່ວມໃນຫ້ອງຮຽນ.

ວິທີການສິດສອນສ່ວນໃຫຍ່ແມ່ນຈະເນັ້ນໃສ່ການຮຽນ​ທາງ​ດ້ານ​ທິດ​ສະ​ດີ​ ໂດຍ​ອາ​ຈານ​ຈະ​ມອບໝາຍ​ໃຫ້​ນັກ​ສຶກ​ສາ​ຄົ້ນ​ຄ​ວ້າ​ກ່ຽວ​ກັບ​ບັນ​ດາ​ທິດ​ສະ​ດີ​ການ​ເມືອງ​ທັງ​ໃນ​ອະ​ດີດ ​ແລະ ​ປັດ​ຈຸ​ບັນ​, ທັງ​ພາຍ​ໃນ ​ແລະ ​ຕ່າງ​ປະ​ເທດ​ ເພື່ອ​ນຳ​ມາ​ວິ​ເຄາະ​ ແລະ ​ຂຽນບົດລາຍງານຕາມລາຍວິຊາ. ນອກຈາກນັ້ນ, ນັກສຶກສາຍັງຈະໄດ້ຮຽນຮູ້ວິທີການແຕ່ງບົດສອນ ແລະ ລົງຝຶກຫັດການສອນຕົວຈິງຢູ່ຕາມໂຮງຮຽນມັດທະຍົມຕ່າງໆ ພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ.

ນັກຮຽນຄວນມີຄວາມຮູ້ພື້ນຖານວິຊາປະ​ຫວັດ​ສາດ, ສຶກ​ສາ​ພົນ​ລະ​ເມືອງ ແລະ ວິຊາ​ພາ​ສາ​ລາວ​. ເປັນຄົນມັກຮັກໃນການສິດສອນ, ມີຄວາມອົດທົນ ແລະ ມີອັດທະຍາໄສດີ. ຄວນມີຄວາມສົນໃຈໃນວຽກ​ງານ​ພັກ​ລັດ, ສະ​ຖາ​ນະ​ການ​ການ​ເມືອງ, ​ມັກ​ຕິດ​ຕາມ​ຂໍ້​ມູນ​ຂ່າວ​ສານ ແລະ ຫ້າວຫັນໃນການຮ່ຳຮຽນຫາຄວາມຮູ້ໃໝ່ໆ.

ນັກສຶກສາຈະມີ​ຄວາມ​ຮູ້​ກ່ຽວ​ກັບ​ການ​ເມືອງ​ທັງ​ພາຍ​ໃນ ​ແລະ ​ສາ​ກົນ, ມີ​ຄວາມ​ເຂົ້າ​ໃຈ​ຕໍ່ແນວທາງ​ນະ​ໂຍ​ບາຍ​ພັກ-​ລັດ. ມີທັກສະໃນການສິດສອນ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ. ມີຄວາມສາມາດໃນການບໍລິຫານວຽກງານ, ສາມາວິເຄາະສະຖານະການບ້ານເມືອງ ແລະ ນະໂຍບາຍຂອງພັກລັດແລ້ວນຳມາຫມູນໃຊ້ເຂົ້າໃນວຽກງານຕົວຈິງຢ່າງມີຫົວຄິດປະດິດສ້າງ.

ສາມາດປະກອບອາຊີບເປັນຄູສອນວິຊາສຶກສາພົນລະເມືອງໃນຊັ້ນມັດທະຍົມຕອນປາຍ ແລະ ສອນວິຊາການເມືອງໃນໂຮງຮຽນວິຊາຊີບຕ່າງໆ. ສາມາດເຮັດວຽກໃນຂົງເຂດທີ່ກ່ຽວຂ້ອງອື່ນໆ ເຊັ່ນ: ຢູ່ສໍານັກງານ ແລະ ອົງການຕ່າງໆ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍອີງໃສ່ຄວາມຈໍາເປັນ ແລະ ຄວາມຮຽກຮ້ອງຕ້ອງການຂອງພັກ-ລັດອີກດ້ວຍ.

ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  1. ເຕັກໂນໂລຊີການສຶກສາ
  2. ວັດປະເມີນຜົນການຮຽນ
  3. ການ​ວິ​ໄຈ​ພາກ​ປະ​ຕິ​ບັດ
  4. ວິທີວິໄຈການສຶກສາ
  5. ສຶກສາສາດທົ່ວໄປ
  6. ບໍ​ລິ​ຫານ​ການ​ສຶກ​ສາ
  7. ຈິດຕະວິທະຍາວິທະຍາການ
  8. ວິ​ເຄາະ​ຫລັກ​ສູດ​ສ້າງ​ຄູ
  9. ປະ​ສົບ​ການ​ວິ​ຊາ​ຊີບ​ຫມວດ​ວິ​ຊາ​ສະ​ເພາະ​ທາງ​ດ້ານ​ວິ​ທະ​ຍາ​ສາດ​ການ​ເມືອງ
    1. ປັດ​ຊະ​ຍາ​ມາກ ເລ​ນິນ
    2. ປະ​ຫວັດ​ປັດ​ຊະ​ຍາ
    3. ຕັກ​ກະ​ສາດ
    4. ປັດ​ຊະ​ຍ​າ​ລາວ
    5. ການພັດທະນາຊົນນະບົດ
    6. ການ​ພັດ​ທະ​ນາ​ຊຸມ​ຊົນ
    7. ສັງ​ຄົມ​ວິ​ທະ​ຍາ​ພື້ນ​ຖານ
    8. ຈັນ​ຍ​າ​ສາດ
    9. ປັດ​ຊະ​ຍາ​ການ​ເມືອງ
    10. ການ​ປ່ຽນ​ແປງ​ທາງ​ສັງ​ຄົມ ແລະ ວັດ​ທະ​ນະ​ທຳ
    11. ເສດ​ຖະ​ສາດ​ການ​ເມືອງ
    12. ປະ​ຫວັດ​ເສດ​ຖະ​ສາດ
    13. ຫລັກ​ເສດ​ຖະ​ສາດ
    14. ຫລັກ​ການ​ຕະ​ຫລາດ
    15. ລັດ​ທິ​ສັງ​ຄົມນິຍົມ​ວິ​ທະ​ຍາ​ສາດ
    16. ຂະ​ບວນ​ການ​ກຳ​ມະ​ກອນ​ສາ​ກົນ
    17. ປະ​ຫວັດ​ພັກປະຊາຊົນປະຕິວັດລາວ
    18. ຄວາມ​ຮູ້​ພັກ​ການ​ເມືອງ
    19. ການພົວພັນລະຫວ່າງປະເທດ
    20. ສັງຄົມວິທະຍາການເມືອງ
    21. ລະ​ບົບ​ການ​ເມືອງ​ໂລກ
    22. ກົດໝາຍໃນຂົງເຂດຍຸດຕິທໍາ
    23. ກົດໝາຍທຸລະກິດ
    24. ກົດໝາຍການປົກຄອງ
    25. ຝຶກ​ຫັດ​ວິ​ຊາ​ຊີບ​ຄູ