ການເມືອງ ແລະ ບໍລິຫານລັດຖະກິດ

ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດລາວ

ຫຼັກສຸດ ປະລິນຍາຕຼີ 4 ປີ

ການເມືອງ ແລະ ບໍ​ລິ​ຫານລັດ​ຖະ​ກິດ ໝາຍເຖິງ​ການສຶກສາກ່ຽວກັບທິ​ດ​ສະ​ດີ​, ຫຼັກການ ແລະ ແນວທາງປະຕິບັດ ໃນການບໍ​ລິ​ຫານ​, ​ຄຸ້ມ​ຄອງ​, ຈັດ​ການ ແລະ ກວດ​ກາ​ ທຸກກິດ​ຈະ​ການ​ພາຍ​ໃຕ້​ກົງ​ຈັກ​ການ​ປົກ​ຄອງ​ຂອງ​ລັດ. ບັນດາທິດສະດີ ແລະ ຫຼັກການເຫຼົ່ານີ້ ມີຄວາມສໍາຄັນໃນການເປັນພື້ນຖານໃຫ້ແກ່ການກໍານົດແນວທາງນະໂຍບາຍທີ່ກ້າວໜ້າ ໃນການປະກອບການ ຂອງລັດ ແລະ ໜ່ວຍງານພາກລັດໃນທ້ອງຖິ່ນ ເຊິ່ງເປັນປັດໄຈທີ່ຈະຊ່ວຍຊຸກຍູ້ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ. 

ນັກສຶກສາຈະໄດ້ສຶກສາກ່ຽວກັບ ພື້້ນຖານການເມືອງ-ການປົກຄອງ, ໃນນັ້ນລວມມີ: ປັດຊະຍາການເມືອງ, ເສດຖະສາດການເມືອງ, ຄວາມຮູ້ພື້ນຖານຂອງລັດທິທຶນນິຍົມ ແລະ ລັດທິສັງຄົມນິຍົມ ແລະ ທິດສະດີການເມືອງ ໂດຍເນັ້ນໜັກໃສ່ທິດສະດີ​ ມາກ​-ເລ​ນິນ. ນອກຈາກນີ້ ນັກສຶກສາຍັງຈະໄດ້ສຶກສາກ່ຽວກັບ ທິດສະດີການບໍລິຫານລັດ ແລະ ການປົກຄອງລັດ, ລະບົບ ການເມືອງ-ການປົກຄອງ, ແນວທາງນະໂຍບາຍ ແລະ ກົດໝາຍຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ເປັນຕົ້ນ. 

ວິທີການສິດສອນປະກອບມີການບັນຍາຍທາງດ້ານທິດສະດີ ແລະ ມີການສົນທະນາສົມທຽບລະຫວ່າງທິດສະດີ ກັບສະພາບການທີ່ເກີດຂື້ນຕົວຈິງ.  ມີການມອບໝາຍໃຫ້ນັກສຶກສາ ເຮັດການຄົ້ນຄວ້າວິໄຈ ແລະ ເຮັດບົດລາຍງານກ່ຽວກັບການເມືອງ-ການປົກຄອງ, ນະໂຍບາຍ ແລະ ກົດໝາຍທີ່ລັດຖະບານໄດ້ວາງອອກ.  ມີການ ໄປທັດສະນະສຶກສາຢູ່ຕາມກະຊວງ ແລະ ອົງການທີ່ກ່ຽວຂ້ອງ. ມີການລົງຝຶກງານຕົວຈິງໃນສໍານັກງານ, ອົງການ ຫຼື ໜ່ວຍງານທ້ອງຖິ່ນຂອງພາກສ່ວນ ພັກ-ລັດ.

ຄວາມຮູ້ຄວາມສົນໃຈທາງດ້ານການເມືອງ, ການປົກຄອງ ຂອງ ສປປ ລາວ; ສົນໃຈ ແລະ ມັກຕິດຕາມ ເຫດການທາງດ້ານ ການເມືອງທີ່ເກີດຂື້ນພາຍໃນປະເທດ, ພາກພື້ນ ແລະ ສາກົນ. ນອກນີ້ ຍັງເປັນຄົນມັກ ຮັກໃນການປະກອບສ່ວນ ພັດທະນາສັງຄົມໂດຍນໍາໃຊ້ນະໂຍບາຍການບໍລິຫານທາງດ້ານການເມືອງ.

ນັກສຶກສາຈະມີທັກສະໃນການສັງເກດ ແລະ ວິເຄາະບັນດາປະກົດການທີ່ເກີດຂື້ນໃນສັງຄົມໃນລັກສະນະຂອງນັກການ ເມືອງ-ນັກປົກຄອງ, ສາມາດຊອກຫາວິທີໃນການແກ້ໄຂ ແລະ ພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມກ້າວໜ້າ.  ນອກຈາກນັ້ນ ນັກສຶກສາຍັງສາມາດນໍາໃຊ້ ຫຼັກການ ແລະ ວິທີການ ເພື່ອພິຈາລະນາວາງແນວທາງນະໂຍບາຍໃນການຄຸ້ມຄອງລັດ. 

ນັກສຶກສາສາມາດປະກອບອາຊີບໃນ ສໍານັກງານ-ອົງການພາກລັດຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ໃນວຽກງານການຄຸ້ມຄອງ ລັດ ແລະ ສັງຄົມ, ວຽກງານໂຄສະນາອົບຮົມແນວຄິດການເມືອງ, ວຽກງານກວດກາການປະຕິບັດງານຂອງອົງກອນ, ກົດໝາຍຂອງລັດ ແລະ ກົດລະບຽບຂອງພັກ, ວຽກງານການພັວພັນຕ່າງປະເທດ ແລະ ຍັງສາມາດ ເປັນອາຈານສອນ ເປັນຕົ້ນ.

ໝວດຄວາມຮູ້ພື້ນຖານວິຊາສະເພາະ

  1. ຈັນຍາສາດ
  2. ຕັກກະສາດ
  3. ພູມີລັດຖະສາດ
  4. ສັງຄົມວິທະຍາການເມືອງ
  5. ປັດຊະຍາການເມືອງ
  6. ປັດຊະຍາສັງຄົມ
  7. ລະບົບການເມືອງໂລກ
  8. ວິທີການສະຖິຕິ
  9. ການເມືອງວິທະຍາ
  10. ທິດສະດີການບໍລິຫານລັດ

ໝວດວິຊາ​ສະ​ເພາະ

  1. ບັນຫາສັງຄົມ
  2. ປະຫວັດສາດປັດຊະຍາ
  3. ເສດຖະສາດການເມືອງ
  4. ການພັດທະນາຊຸມຊົນ ແລະ ຊົນນະບົດ
  5. ຄຸ້ມຄອງເສດຖະກິດ
  6. ປັດຊະຍາມາກ-ເລນີນ
  7. ກົດໝາຍທຸລະກິດ
  8. ກົດໝາຍຍຸດຕິທໍາ
  9. ກົດໝາຍແຮງງານ
  10. ການປົກຄອງລັດ
  11. ເສດຖະສາດພັດທະນາ
  12. ກົດໝາຍການປົກຄອງ
  13. ລັດທິສັງຄົມນິຍົມວິທະຍາສາດ
  14. ປະຫວັດສາດພັກ
  15. ການບໍລິຫານຫ້ອງການ
  16. ການປົກຄອງທ້ອງຖີ່ນ
  17. ການບໍລິຫານບຸກຄະລາກອນ
  18. ການ​ບໍລິຫານ​ການ​ພັດທະນາ
  19. ປັດຊະຍາລາວ
  20. ກໍ່ສ້າງພັກ
  21. ການເມືອງລາວ
  22. ການພົວພັນສາກົນ
  23. ພາວະຜູ້ນໍາ
  24. ການບໍລິຫານອົງການ
  25. ການວາງແຜນ ແລະ ການຈັດການ