ສິລະປະປັ້ນດິນ​ເຜົາ

ສະຖາບັນ ວິຈິດສິນແຫ່ງຊາດ

ຫຼັກສູດ ອະນຸປະລິນຍາຕີ 3 ປີ

ຫຼັກສູດ ປະລິນຍາຕີ 5 ປີ

ສິລະປະປັ້ນດິນ​ເຜົາ ​ໝາຍເຖິງ ກາານນໍາໃຊ້ສິລະປະເຂົ້າໃນການປັ້ນຫຼໍ່ວັດຖຸສິ່ງຂອງ ທີ່ເປັນເຄື່ອງປັ້ນດິນ​ເຜົາ ເຊິ່ງ​ຂະ​ແໜງການດັ່ງກ່າວ ແມ່ນ​ມີ​ຄວາມ​ສຳຄັນ ແລະ ​ຄຸ້ນ​ເຄີຍກັນດີໃນ​ສັງຄົມ​ລາວ ​ແຕ່​ອະດີດຈົນ​ເຖິງ​ປະຈຸ​ບັນເຊັ່ນ: ເຄື່ອງ​ເຄືອບ, ຖ້ວຍ-ຈານ, ​ໄຫ​ໃສ່​ນ້ຳ, ​ເຕົ້າດອກ​ໄມ້ ແລະ ​ໂຄມ​ໄຟ​ປະດັບ​ເປັນຕົ້ນ ເຊິ່ງມັນໄດ້ສະແດງເຖິງ ຄວາມເປັນເອກະລັກ ແລະ ອຸດົມສົມບູນທາງດ້ານສິລະປະ ແລະ ວັດທະນະທໍາຂອງສັງຄົມລາວ. 

ນັກສຶກສາ ຈະໄດ້ຮຽນທິດສະດີໃນຫ້ອງຮຽນ  ໂດຍຜ່ານການບັນຍາຍ ຈາກ​ອາຈານ​ຜູ້​ທີ່​ມີ​ຄວາມ​ຊຳນານ​ງານ​ໃນ​ການ​ຜະລິດ, ຮຽນຮູ້​ເຕັກນິກການສ້າງສັນຜົນງານ ໂດຍການວິເຄາະຕົວຢ່າງຜະລິດຕະພັນ ພ້ອມກັບຮັບຟັງຄໍາແນະນໍາຈາກຄູອາ ຈານໃນການຜະລິດ, ການນໍາໃຊ້ສູດ​ເຄມີ ສຳລັບ ການ​ເຄືອບ​ຜະລິດ​ຕະພັນເຄື່ອງ​ປັ້ນ ແລະ ​ຮຽນຮູ້ ​ວິທີ​ການ​ປັບ​ອຸນຫະ​ພູມ​ທີ່​ເໝາະສົມ​ໃນ​ການ​ເຜົາ​ຜົນງານ ເຊິ່ງທັງໝົດນີ້​ແມ່ນ​ເນັ້ນໜັກ​ພາກ​ປະຕິບັດ​ຕົວ​ຈິງ​ເປັນ​ສ່ວນ​ໃຫຍ່.

ຄວາມຮູ້ພື້ນຖານ ດ້ານສິລະປະ ແລະ ການແຕ້ມຮູບຂັ້ນພື້ນຖານ. ເປັນຄົນ ມີຄວາມເອົາໃຈໃສ່ຕໍ່ລາຍລະອຽດ, ມີຄວາມລະອຽດອ່ອນ ແລະ ຄວາມປານີດ, ມີຄວາມອົດທົນສູງ, ມີຈິນຕະນາການ ແລະ ມີຄວາມຄິດສ້າງສັນ. ມີຄວາມສົນໃຈ ແລະ ມັກຮັກໃນວຽກງານການປັ້ນ.

ມີຄວາມຮູ້ທາງດ້ານສິລະປະການ​ປັ້ນດິນ​ເຜົາ​, ຮູ້ນໍາໃຊ້​ເຕັກ​ນິກ ແລະ ວິທີ​ການ​ຕ່າງໆ ເຂົ້າໃນການປັ້ນ, ມີ​ຄວາມ​ສາມາດ​ໃນ​ການ​ນຳ​ໃຊ້​ເຄມີ​ເຂົ້າໃນການເຄືອບ​ເງົາ​ຜົນງານ, ຮູ້ນໍາໃຊ້​ແນວຄວາມ​ຄິດ​ສ້າງສັນ ແລະ ຈິນຕະນາການໃໝ່ ເຂົ້າໃນການຜະລິດ ແລະ ສ້າງສັນຜົນງານ​ໃໝ່ໆອອກສູ່ສັງຄົມ.

ເປັນຊ່າງສີມື ດ້ານການ​ປັ້ນດິນ​ເຜົາ, ​ເປີດ​ກິດຈະການ​ສ່ວນ​ຕົວ, ​ເປັນອາຈານສອນ ແລະ ຍັງສາມາດເຮັດວຽກໃນອົງກອນທີ່ກ່ຽວຂ້ອງເຊັ່ນ: ບໍລິສັດຜະລິດຕະພັນວັດທະນະທຳ, ບໍລິສັດກໍ່ສ້າງ-ອອກແບບຕົກແຕ່ງ, ຫ້ອງການພາກລັດ,ໂຮງຮຽນວິຈິດສິນ ແລະ ໂຮງຮຽນ ວິຊາຊີບຕ່າງໆ. 

  1. ພາສາລາວ 
  2. ພາສາຕ່າງປະເທດ 
  3. ທິດສະດີວັດທະນະທໍາ 
  4. ປະຫວັດສາດລາວ ແລະ ປະຫວັດສາດໂລກ
  5. ພຸທປຼັດຊະຍາ ແລະ ສາສະນາຕ່າງໆໃນໂລກ
  6. ຫ້ອງສະໝຸດ ແລະ ວິທີຄົ້ນຄວ້າ
  7. ດົນຕີພື້ນເມືອງ
  8. ດົນຕີສາກົນ
  9. ພູມສາດ
  10. ການແຕ້ມຂັ້ນ 
  11. ອົງປະກອບສິນ 
  12. ສະຖາປັດຕະຍະກໍາ
  13. ສິນລະປະພື້ນເມືອງ
  14. ວິຊາຮ່າງພາບ
  15. ສີລະປະລາຍລາວ
  16. ຄອມພິວເຕີ
  17. ທັດສະນີຍະພາບ
  18. ປະຫວັດສາດສີລະປະ
  19. ທິດສະດີສິລະປະ
  20. ບູຮານຄະດີ
  21. ທິດສະດີຄວາມງາມ
  22. ໂຄງການສີລະປະນິພົນ
  23. ສີລະປະນິພົນ