ອອກແບບຜະລິດພັນ

ຄະນະ ສະຖາປັດຕະຍະກຳສາດ, ມະຫາວິທະຍາໄລແຫ່ງຊາດ 

ປະລີນຍາຕີ 4 ປີ

​ຫຼັກສູດອອກແບບຜະລິດຕະພັນເປັນການສຶກສາດ້ານສິລະປະການອອກແບບ, ການປະຍຸກການນໍາໃຊ້ວັດຖຸວັດທໍາມະຊາດ ແລະ ວິທະຍາສາດ, ການນໍາໃຊ້ເຕັກໂນໂລຊີໃນການຜະລິດ ຕະຫຼອດຮອດການສຶກສາເຖິງພູມປັນຍາການຜະລິດ ໃນງານຫັດຖະກໍາລາວເພື່ອການອະນຸລັກ ແລະ ການສົ່ງເສີມຜະລິດຕະພັນລາວໃຫ້ມີການພັດທະນາທາງຮູບແບບ, ການນໍາໃຊ້ ແລະ ເພີ່ມມູນຄ່າໃຫ້ຜະລິດຕະພັນ. 

ວິຊາ​ນີ້ຮຽນ​ກ່ຽວ​ກັບການອອກແບບຜະລິດຕະພັນ, ການສົ່ງເສີມມູນຄ່າຜະລິດຕະພັນຕ່າງໆ. ໂດຍສະເພາະການພັດທະນາຜະລິດຕະພັນໃນງານຫັດຖະກໍາຂອງລາວ ເພື່ອກ້າວໄປສູ່ການຜະລິດແບບອຸດສາຫະກໍາ. ນອກນັ້ນ, ຍັງໄດ້ຄົ້ນຄວ້າລົງເລິກວິໄຈທາງດ້ານວັດຖຸດິບ, ວິທີການຜະລິດ ແລະ ປະຍຸກຜະລິດຕະພັນຂອງລາວໃຫ້ມີ​ລັກ​ສະ​ນະຮ່ວມສະໄໝ, ນໍາໃຊ້ເຕັກໂນໂລຊີທີ່ມີຄວາມທັນສະໄໝ, ອະນຸລັກພູມປັນຍາທ້ອງຖິ່ນ ແລະສົ່ງເສີມການຜະລິດທ້ອງຖິ່ນນໍາອີກ. 

ວິ​ທີ​ການ​ສິດສອນ​ຂອງ​ພາກ​ວິຊາອອກແບບຜະລິດຕະພັນແມ່ນໃຊ້ລະບົບໜ່ວຍກິດ, ການສອນທາງດ້ານທິດສະດີ ແລະ ປະຕິບັດໂຕຈິງໄປພ້ອມກັນ. ນອກນັ້ນ,​ຍັງໄດ້ນໍາພານັກສຶກສາລົງຝຶກງານຢູ່ບໍລິສັດ, ສໍານັກງານ,​ ຫ້ອງການ ຫຼື ສະຖານທີ່ທີ່ກ່ຽວຂ້ອງຕ່າງໆ ແລະ ນັກສຶກສາຍັງມີໂອກາດໄປທັດສະນະສຶກສາ ການສໍາຫຼວດວັດແທກດ້ວຍກ້ອງ ສໍາລັບປີສຸດທ້າຍແມ່ນເຮັດບົດໂຄງການຈົບຊັ້ນ

ນັກຮຽນ​ທີ່​ຈະ​ເຂົ້າມາ​ຮຽນ​ໃນ​ສາຂາ​ນີ້ ​ຕ້ອງເປັນຄົນ​ທີ່​ມີ​ຄວາມ​ມັກຮັກໃນການອອກແບບ, ຂີດຂຽນ, ມີຄວາມຄິດສ້າງສັນໃນການອອກແບບສື່ສານແນວຄວາມຄິດສູ່ຜະລິດຕະພັນ,​ ກະຕືລືລົ້ນ​​ໃນ​ການ​ຮຽນຮູ້, ມີຄວາມອົດທົນ ແລະ ມີທັກສະໃນການເຮັດວຽກເປັນທີມເປັນຕົ້ນ.

ຫຼັງຈາກ​ຮຽນ​ຈົບແລ້ວ ນັກສຶກສາຈະມີຄວາມສາມາດໃນການອອກແບບຜະລິດຕະພັນທ້ອງຖິ່ນ ແລະ ຮ່ວມສະໄໝ,​ສາມາດອອກແບບສື່ໂຄສະນາ, ພາຊະນະບັນຈຸຕ່າງໆໃຫ້ມີຄວາມດຶງດູດໃຈ ແລະ ຕອບໂຈດຜູ້​ບໍ​ລິ​ໂພກ, ​ມີ​ຄວາມ​ສາ​ມາດປະສົມປະສານຈຸດເດັ່ນຕ່າງໆທີ່ເປັນເອກະລັກມາສ້າງເປັນຜະລິດຕະພັນ ແລະ ນໍາໃຊ້ໂປຣແກມຕ່າງໆເຂົ້າມາໃຊ້ໃນການອອກແບບເພື່ອໃຫ້ເຫັນພາບຢ່າງຊັດເຈັນກ່ອນການຜະລິດ.

ທາງ​ເລືອກ​ໃນ​ການ​ປະກອບ​ອາຊີບ ​ແມ່ນ​ສາມາ​ດ​ປະກອບ​ອາຊີບໃນຫຼາຍຂົງ​ເຂດກ່ຽວກັບວຽກງານ​ການອອກແບບຜະລິດຕະພັນ ເຊັ່ນ: ເປັນນັກອອກແບບຜະລິດຕະພັນໃຫ້ກັບບໍລິສັດ,​ ​ອົງການຕ່າງໆທີ່ເຮັດກ່ຽວກັບການອອກແບບ ແລະ ຍັງສາມາດປະກອບອາຊີບເປັນນັກອອກແບບຜະລິດຕະພັນອິດສະຫຼະໄດ້ອີກດ້ວຍ. 

ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  • ໝວດວິຊາ​ສະ​ເພາະ​ພື້ນຖານ
  1. ການ​ແຕ້ມລາຍເສັ້ນ 
  2. ການວາດພາບ ແລະ ປັ້ນ
  3. ການ​ແຕ້ມ​ແບບເຕັກນິກ​
  4. ການນໍາສະເໜີແບບຜະລິດຕະພັນ
  5. ພາສາອັງກິດສໍາລັບສະຖາປັດຕະຍະກໍາ  
  6. ໂຄງການອອກແບບສະຖາປັດຕະຍະກຳ 
  7. ເກນ ແລະ ແນວຄວາມຄິດການອອກແບບສະຖາປັດຕະຍະກໍາ
  8. ການວາດໂຄງຮ່າງ
  • ໝວດວິຊາ​ສະ​ເພາະ​ລົງ​ເລິກ
  1. ຄວາມສໍາພັນລະຫວ່າງສີ ແລະ ການໃຊ້ສີ 
  2. ການແຕ້ມແບບເຕັກນິກຜະລິດຕະພັນ
  3. ການໃຊ້ຄອມພິວເຕີໃນການອອກແບບຜະລິດຕະພັນ  
  4. ວັດສະດຸ ແລະ ວິທີການຜະລິດ 
  5. ການອອກແບບ ແລະ ເຕັກໂນໂລຊີ
  6. ປະຫວັດສາດການອອກແບບຜະລິດຕະພັນ
  7. ການອອກແບບຜະລິດຕະພັນໄມ້
  8. ເຄື່ອງປັ້ນດິນເຜົາພື້ນຖານ
  9. ການອອກເຄື່ອງປະດັບ
  10. ການອອກແບບຜະລິດພັນໂລຫະ
  11. ການອອກແບບກຣາຟິກ 
  12. ລະບຽບວິທີການວິໄຈ
  13. ການອອກແບບໂຄສະນາ
  14. ການອອກແບບຜະລິດຕະພັນເພື່ອການຕົບແຕ່ງ
  15. ການອອກແບບປັດຈຸພັນ
  16. ການອອກແບບເຄື່ອງເຮືອນ
  17. ການເຮັດຫຸ່ນຈໍາລອງ
  18. ລະບົບຂໍ້ມູນຂ່າວສານເພື່ອການບໍລິຫານງານອອກແບບ
  19. ທຸລະກິດ ແລະ ການຕະຫຼາດ
  20. ການສໍາມະນາທາງວິຊາສະເພາະດ້ານການອອກແບບ
  21. ການປະຕິບັດວິຊາຊີບ ແລະ ການປະເມີນລາຄາ
  22. ການກະກຽມວິທະຍານິພົນ
  • ໝວດວິຊາ​ເລືອກ
  1. ການອອກແບບງານວາງສະແດງ
  2. ພັນໄມ້ ແລະ ການຕົບແຕ່ງ
  3. ແນວຄິດ ແລະ ຄຸນລັກສະນະພິເສດຂອງງານອອກແບບ
  4. ການອະນຸລັກສິລະປະ
  5. ເຄື່ອງເຮືອນ ແລະ ການຜະລິດທາງອຸດສາຫະກໍາ