ຊ່າງອົງຄະທຽມ ແລະ ເຄື່ອງຄ້ຳຊູ

ຄະນະ​ເຕັກນິກ​ການ​ແພດ, ມະຫາ​ວິທະຍາໄລ​ ​ວິ​ທະ​ຍາ​ສາດ ​ສຸ​ຂະ​ພາບ ( ມວສ )







ຫຼັກສູດ ອານຸປະລິນຍາຕີ 3 ປີ







ຊ່າງອົງຄະທຽມ ແລະ ເຄື່ອງຄ້ຳຊູ ແມ່ນ​ ນັກ​ເຕັກນິກ​ ທີ່​ມີໜ້າທີ່​ປະກອບສ່ວນ​ເຂົ້າ​ໃນ​ການ​ຟື້ນຟູ​ສະມັດ​ຕະພາບ​ຂອງ​ຮ່າງກາຍຂອງຄົນເຈັບ ​ໂດຍ​ສະ​ເພາະ​ແມ່ນ​ການ​ສູນ​ເສຍ​ອົງຄະ​ຈາກ​ສົງຄາມ, ກະດູກຫັກ, ກະດູກເສື່ອມ ແລະ ອຸບັດຕິ​ເຫດ. ວຽກງານຊ່າງອົງຄະທຽມ ແລະ ເຄື່ອງຄ້ຳຊູ ແມ່ນວຽກງານທີ່ສຳຄັນຫຼາຍ ​ເພາະ​ຈະ​ຊ່ວຍ​ໃຫ້ຜູ້ທີ່ພິການ ສາມາດ​ຊ່ວຍ​ເຫຼືອຕົນ​ເອງໄດ້, ມີໂອກາດຊອກວຽກເຮັດງານທໍາ ແລະ ​ເປັນ​ການຍົກສູງຄຸນນະພາບຊີວິດ ຂອງ​ເຂົາເຈົ້າໃຫ້ກັບມາໃຊ້ຊີວິດຢູ່ໃນສັງຄົມໄດ້ຄືເກົ່າ. 





​ສາຂາ​ນີ້ ຮຽນກ່ຽວກັບການປະເມີນ, ວາງແຜນ ແລະ ​ຜະລິດເຄື່ອງ​ຄ້ຳ​ຊູ​ ໃຫ້​ກັບ​ຄົນ​ເຈັບທີ່​ມີ​ຄວາມ​ບົກພ່ອງ​ຂອງ​ຮ່າງກາຍ​ທີ່​ພົວພັນ​ເຖິງ ກ້າມຊີ້ນ, ກະດູກ, ​ເສັ້ນປະສາດ ​ເຊັ່ນ: ​ ​ຄ້ຳ​ຊູ​ ຄໍ, ຂາ, ແຂນ ​ແລະ ​ແອວ ​ເປັນຕົ້ນ ​ເພື່ອຈະຊ່ວຍຊູແທນ ໃນໄລຍະກ່ອນ ແລະ ຫຼັງຜ່າຕັດ ​​ເຊິ່ງຈະຊ່ວຍເພີ່ມຄວາມສາມາດໃນການເຄື່ອນເໜັງ, ຫຼຸດຜ່ອນຄວາມເຈັບປວດ ແລະ ອື່ນໆ. ພ້ອມ​ດຽວກັນນັ້ນ ກໍ່ຍັງມີ​ການ ​ສ້າງອົງຄະທຽມ ​ເພື່ອທົດແທນອະໄວຍະວະທີ່​ເສຍ​ໄປ ອີກດ້ວຍ. ​



​ວິທີ​ການ​ສິດສອນ ​​ເນັ້ນ​ໃສ່ການຮຽນທິດສະດີແບບ​ເປັນ​ກຸ່ມ ແລະ ລົງປະຕິບັດຕົວຈິງໃນຫ້ອງທົດລອງຢູ່​ສູນ​ຟື້ນຟູໜ້າທີ່​ການ ​ເຊິ່ງ ອາຈານ​ທີ່​ປຶກສາ​ຜູ້ໜຶ່ງ ຈະ​ເປັນ​ຜູ້​ສາທິດ​ໃຫ້​ເບິ່ງ​ລະອຽດກ່ຽວກັບ​ການ​ ສ້າງ​ອົງຄະ​ທຽມ ​ແລະ ​ເຄື່ອງ​ຄ້ຳ​ຊູ ​ເຊັ່ນ: ຂາທຽມ, ຫຼາບ​ແຂນ​-ຂາ ​ແລະ ອື່ນໆ; ແລະ ນັກ​ສຶກສາ ຍັງ​ຈະ​ໄດ້​​ສ້າງ​ອົງຄະ​ທຽມ ​ແລະ ​ເຄື່ອງ​ຄ້ຳ​ຊູ​ ດ້ວຍຕົນເອງ ​ຢູ່​ສູນ​ຟື້ນຟູໜ້າທີ່​ການ ພາຍ​ໃຕ້​ການ​ຊີ້ນຳ​ຂອງ​ອາຈານ ເຊິ່ງນັກສຶກສາ​ແຕ່ລະຄົນ​ຈະ​ໄດ້​ຮັບຜິດຊອບ​ຄົນ​ເຈັບ​ຕົວ​ຈິງ.



ຄວາມ​ຮູ້​ພື້ນຖານ ​ຊີວະສາດ, ​ເລຂາຄະນິດ ​ແລະ ຟິຊິກ​ສາດ;  ມີ​ຄວາມ​ສົນ​ໃຈ ​​ໃນ​ການ​ປະດິດ​ສິ່ງ​ຂອງ ​ແລະ ເປັນ​ຄົນ ທີ່ມີຄວາມອົດທົນ, ມີຄວາມປານີດ, ມີສິລະປະ ​ແລະມີໃຈຮັກມັກໃນການຊ່ວຍເຫຼືອສັງຄົມ ໂດຍສະເພາະແມ່ນ ຄົນດ້ອຍໂອກາດ, ຄົນພິການ ຫຼື ບົກພ່ອງທາງດ້ານຮ່າງກາຍ. 



ຄວາມ​ສາມາດ​ໃນ​ການ​ເຮັດວຽກຮ່ວມກັບທ່ານໝໍປິ່ນປົວ ໂດຍຜະລິດອົງຄະທຽມ ແລະ ເຄື່ອງຄ້ຳຊູໃຫ້ແກ່ຄົນເຈັບ; ຮູ້ວິທີການວາງແຜນ ແລະ ອອກແບບອົງຄະທຽມ ແລະ ເຄື່ອງຄໍ້າຊູ ​ໃຫ້​ເໝາະສົມ​ກັບ​ຄົນ​ເຈັບ; ສາມາດ​ຖ່າຍ​ທອດ​ຄວາມ​ຮູ້​ດ້ານ​ວິຊາ​ການ​ອົງຄະ​ທຽມ ​ແລະ ​ເຄື່ອງ​ຄ້ຳ​ຊູໃຫ້​ແກ່​ນັກ​ສຶກສາ​ແພດ​ທີ່​ກ່ຽວຂ້ອງທັງ​ພາກ​ທິດ​ສະ​ດີ ​ແລະ ປະຕິບັດ​ຕົວ​ຈິງ.

 



​​

ເປັນ​ຊ່າງ​ອົງຄະ​ທຽມ ​ແລະ ​ເຄື່ອງ​ຄ້ຳ​ຊູ ​ຢູ່​ສູນ​ການ​ແພດຟື້ນຟູໜ້າທີ່​ການນະຄອນຫຼວງ ແລະ ຕ່າງແຂວງ, ສູນ​ຜິວໜັງ ​ແລະ ​ໂ​ຮງໝໍ; ເຮັດ​ວຽກນຳ​ໂຄງການສາກົນ​ ເປັນຕົ້ນ​ແມ່ນ ​ໂຄງການ ​ເກັບ​ກູ້ລະ​ເບີດ; ເປັນອາຈານ​ສອນ​ຢູ່​ພາກວິຊາ​ຊ່າງ​ອົງຄະ​ທຽມ ​ແລະ ​ເຄື່ອງ​ຄໍ້າ​ຊູ.



ໝວດວິຊາພື້ນຖານ​ວິຊາ​ສະ​ເພາະ

  1. ກາ​ຍະ​ວິພາກ​ສາດ
  2. ກາ​ຍະ​ວິພາກ​ສາດ​ລະບົບ​ປະສາດ
  3. ວິທະຍາ​ການ​ເຄື່ອນ​ເໜັງ
  4. ສະ​ລິ​ລະວິ​ທະຍາ​ທົ່ວ​ໄປ
  5. ສະລີລະວິທະຍາ​ລະບົບ​ປະສາດ
  6. ສະລີລະວິທະຍາ​ຂອງ​ການ​ອອກ​ກໍາລັງ​ກາຍ
  7. ພັດທະນາ​ການ​ມະນຸດ
  8. ຄວາມ​ຊໍານານ​ໃນ​ການ​ສື່ສານ​ກັບ​ຄົນ​ເຈັບ

ໝວດວິຊາ​ສະ​ເພາະຊ່າງ​ອົງຄະ​ທຽມ ​ແລະ ​ເຄື່ອງ​ຄໍ້າ​ຊູ

  1. ຊີວະ​ກົນ​ສາດ​ການ​ເຄື່ອນ​ເໜັງຂອງ​ຮ່າງກາຍ
  2. ຊີວະ​ກົນ​ສາດຂອງ​ອົງຄະ​ທຽມ ​ແລະ ​ເຄື່ອງ​ຄໍ້າ​ຊູ
  3. ການ​ແພດ​ຟື້ນຟູໜ້າທີ່​ການ
  4. ພະຍາດ​ລະບົບ​ກ້າມຊີ້ນ-ກະດູກ-ຂໍ້​ຕໍ່
  5. ພະຍາດ​ລະບົບ​ປະສາດ
  6. ຄວາ​ມຜິດ​ປົກກະຕິ​ຂອງ​ຮ່າງ​ກາຍ​ມາ​ແຕ່​ເກີດ ຫຼື ຈາກ​ສາຍ​ເຫດ​ຕ່າງໆ
  7. ອຸປະກອນ​ກົນ​ຈັກ​ຄົງ​ທີ່
  8. ອຸປະກອນປະກອບ​ອົງຄະ​ທຽມ ​ແລະ ​ເຄື່ອງ​ຄໍ້າ​ຊູ
  9. ​ເຕັກນິກ​ພື້ນຖານ​ຂອງ​ການ​ປະກອບ​ອົງຄະ​ທຽມ ​ແລະ ​ເຄື່ອງ​ຄໍ້າ​ຊູ
  10. ​ແຕ້ມ​ຮູບ​ວິຊາ​ການ​ເຄື່ອງ​ຄໍ້າ​ຊູ ​ແລະ ອົງຄະ​ທຽມ
  11. ອົງຄະ​ທຽມສໍາລັບ​ອົງຄະ​ເທິງ
  12. ອົງຄະ​ທຽມສໍາລັບ​ອົງຄະລຸ່ມ
  13. ​ເຄື່ອງ​ຄໍ້າ​ຊູ​ສໍາລັບ​ກະດູກ​ສັນຫຼັງ
  14. ກາ​ຍະ​ບໍາບັດ
  15. ກິດຈະ​ກໍາ​ບໍາບັດ
  16. ຈັນຍາ​ທໍາ ​ແລະ ການ​ບໍລິຫານ​ຂອງ​ຊ່າງ​ອົງຄະ​ທຽມ ​ແລະ ​ເຄື່ອງ​ຄໍ້າ​ຊູ
  17. ຮູບ​ພາບ​ລັງສີ ​ແລະ ລັງສີ​ບົ່ງມະ​ຕິ