ສາທາລະນະ​ສຸກ​ສາດ

ຄະນະສາທາລະນະສຸກສາດ, ມະຫາວິທະຍາໄລ ​ວິ​ທະ​ຍາ​ສາດ ​ສຸ​ຂະ​ພາບ ( ມວສ )





ຫຼັກສູດ ອະນຸປະລິນຍາ​ ​​3 ປີ 





ສາທາລະນະ​ສຸກ​ສາດ ໝາຍ​ເຖິງ ການປະ​​ເມີນ, ວາງແຜນ, ແລະ ຈັດຕັ້ງປະຕິບັດ ໂຄງການເພື່ອກວດສອບ ຕິດຕາມ ແລະ ຄວບຄຸມປັດໄຈທາງດ້ານສິ່ງແວດລ້ອມ ຊຶ່ງອາດມີຜົນຕໍ່ສຸຂະພາບ,  ເພື່ອຮັບປະກັນສະພາບບ່ອນເຮັດວຽກທີ່ມີຄວາມປອດໄພຕໍ່ສຸຂະພາບ, ແລະ ເພື່ອປ້ອງກັນພະຍາດ ແລະ ການບາດເຈັບ ທີ່ມີສາເຫດມາຈາກສານເຄມີ, ຮ່າງກາຍ, ລັງສີ ແລະ ສານຊີວະພາບຕ່າງໆ ຫຼື ປັດໄຈຕ່າງໆ ທີ່ບໍ່ເໝາະສົມກັບຮ່າງກາຍມະນຸດ.





ສາຂາ​ນີ້​ຮຽນຮູ້ກ່ຽວກັບ ການກວດກາ, ການ​ຄຸ້ມ​ຄອງ ວຽກງານ​ລະບາດ​ວິທະຍາ ​ແລະ ​ອະນາ​ໄມ​ຕ່າງໆ ​ເຊັ່ນ: ອະນາ​ໄມ​ອາຫານ, ​ໂພຊະ​ນາ​ການ, ອະນາ​ໄມ​ເດັກ – ໄວໜຸ່ມ ​ແລະ ອະນາ​ໄມ​ສິ່ງ​ແວດ​ລ້ອມ​ໃນ​ຂົງ​ເຂດ​ຕ່າງໆ: ​ໂຮງງານ​ອຸດສາຫະກຳ, ກະສິກຳ, ​ໂຮງໝໍ, ​ໂຮງຮຽນ, ​ໂຮງ​ແຮມ, ຮ້ານ​ອາຫານ ​ແລະ ຕະຫຼາດ. ນອກຈາກ​ນີ້, ກໍ​ຮຽນກ່ຽວກັບ ການ​ກັນ​ພະຍາດ, ຕ້ານ​ພະຍາດ, ຄວບ​ຄຸມພະ​ຍາດ​ຊຶມ​ເຊື້ອ ​ແລະ ຕິດຕໍ່, ສຸຂະ​ສຶກສາ ​ແລະ ສົ່ງ​ເສີມ​ສຸຂະພາບ​ໂດຍ​ເນັ້ນການ​ມີ​ສ່ວນ​ຮ່ວມ​ຂອງ​ຊຸມ​ຊົນ.

ມີການສິດສອນພາກທິດ​ສະ​ດີໃນຮູບແບບບັນລະຍາຍ ​​ແລະ ​​ປະຕິບັດ​ຕົວ​ຈິງ​ຢູ່​ຫ້ອງ​ທົດ​ລອງ​​ໂດຍ​ມີ​ອາຈານ​ປະຈຳ​ວິຊາ​ເປັນ​ຜູ້ນຳ​ພາ. ນອກຈາກ​ນີ້, ​ຍັງໄດ້​ລົງ​ເຝິກງານ​ຢູ່​ໂຮງໝໍ  ​​ສຶກສາວຽກງານ​ຕົວ​ຈິ​ງກ່ຽວກັບ​ການ​ໃຫ້​ສຸຂະ​ສຶກສາ​ແກ່ຄົນ​ເຈັບ, ການ​ຄວບ​ຄຸມ ​ແລະ ປ້ອງ​ກັນ​ພະຍາດ, ການ​ອະນາ​ໄມສະພາບ​ແວດ​ລ້ອມ​ໃນ​ໂຮງໝໍ ​ແລະ ອື່ນໆ. ຫຼັງຈາກ​ນັ້ນ, ກໍ​ໄດ້​ລົງ​ເຮັດ​ວຽກກັບ​ຊຸມ​ຊົນ​​ ເຊັ່ນ: ຄົ້ນຫາ​ພະຍາດ​ທີ່​ເປັນ​ບຸລິມະສິດ ​ແລ້ວ​ໃຫ້​ສຸຂະ​ສຶກສາ​ແກ່​ປະຊາຊົນ, ນຳພາອະນາ​ໄມ​ສະພາບ​ແວດ​ລ້ອມ ​ແລະ ອື່ນໆ.

​​ຄວາມ​ຮູ້​ພື້ນຖານດ້ານ ວິຊາ​ ຄະນິດສາດ, ​ເຄມີສາດ, ຟິຊິກ​ສາດ, ຄອມ​ພິວ​ເຕີ ​ແລະ ພາສາ​ອັງກິດ; ເປັນ​ຄົນ ມີ​ຄວາມ​ອົດທົນ, ມັກ​ວິ​ເຄາະ​ຫາ​ສາ​ເຫດ ​ແລະ ຫາ​ທາງ​ແກ້​ໄຂ, ມີ​ມະນຸດ​ສຳພັນ​ດີ​; ມີ​ຄວາມ​ສົນ​ໃຈ ໃນ​ການ​ເຮັດ​ວຽກກັບ​ຊຸມ​ຊົນ. ສິ່ງ​ສຳຄັນທີ່​ສຸດ, ຄວນມີ​ທັກ​ສະ​ໃນ​ການ​ສື່ສານ ​ແລະ ​ການເຮັດ​ວຽກ​ເປັນ​ທີ​ມ.




ມີ​ທັກ​ສະ​ວິຊາ​ການ ​ເພື່ອ​ຈັດຕັ້ງປະຕິບັດ, ຕິດຕາມ​ວຽກງານ​ປ້​ອງກັນ​ສຸຂະພາບ, ສຸຂະ​ສຶກສາ, ສົ່ງ​ເສີມ​ສຸຂະພາບ, ສຸຂະ​ອະນາ​ໄມ​ຂອງ​ອາຫານ ​ແລະ ​ໂພຊະ​ນາ​ການ. ​ປິ່ນປົວ​ສຸຂະພາບ​ຂັ້ນຕົ້ນ ​ແລະ ສົ່ງ​ຕໍ່ຄົນ​ເຈັບ​ໄປ​ໂຮງໝໍທີ່​ເໝາະສົມ, ກວດກາ​ດ້ານ​ສຸຂະ​ອະນາ​ໄມ ​ແລະ ປຸກລະດົມ​ປະຊາຊົນ​ໃຫ້​ປະກອບສ່ວນ​ໃນ​ການ​ຮັກສາ​ສິ່ງ​ແວດ​ລ້ອມ.

​​ເປັນ​ນັກ​ກວດກາ​ດ້ານ​ອະນາ​ໄມ ​ເປັນຕົ້ນ​ແມ່ນ​ເຮັດ​ວຽກນຳ ລັດ ​ແລະ ອົງການ​ຈັດຕັ້ງສາກົນ ​ເຊັ່ນ: ສູນນ້ຳສະອາດ, ສູນລະບາດວິທະຍາ, ອະນາໄມສິ່ງແວດລ້ອມ, ໂຮງໝໍ, ຫ້ອງການສາທາສາລະນະສຸກທັງຢູ່ຂັ້ນສູນ​ກາງ, ​​ແຂວງ, ​ເມືອງ. ນອກຈາກ​ນີ້ຍັງສາມາດ​ເປັນ ອາຈານສອນ ຢູ່ສະ​ຖາ​ບັນ​ການ​ສຶກສາ​ສາທາລະນະ​ສຸກ.



  1. ພາສາ​ອັງກິດ​ທາງ​ການ​ແພດ
  2. ກາ​ຍະ​ວິພາກ​ສາດ
  3. ສະລີລະວິທະຍາ
  4. ຊີວະ​ວິທະຍາທາງການ​ແພດ
  5. ຊີວະ-​ເຄມີ​ສາດ
  6. ສຸຂະພາບ​ຈິດ
  7. ​ໂອສົດ​ວິທະຍາ
  8. ການ​ແພດ​ພື້ນ​ເມືອງ
  9. ອາການ​ສາດ
  10. ປະຖົມພະຍາບານ
  11. ການ​ພະຍາບານ​ພື້ນຖານ
  12. ຟິຊິກ​ສາດ​ທາງ​ການ​ແພດ
  13. ວິທີ​ວິທະຍາ​ຂອງ​ການຄົ້ນຄວ້າ
  14. ລະບາດ​ວິທະຍາ
  15. ສັກ​ຢາ​ກັນ​ພະຍາດ​ວິທະຍາ
  16. ອະນາ​ໄມ​ສ່ວນ​ບຸກຄົນ
  17. ອະນາ​ໄມ​ສິ່ງ​ແວດ​ລ້ອມ
  18. ການ​ກວດກາ​ອະນາ​ໄມ​ເດັກ ​ແລະ ​ໄວໜຸ່ມ
  19. ການ​ກວດກາ​ອາຊີວະ​ອະນາ​ໄມ
  20. ອະນາ​ໄມ​ອາຫານ
  21. ​ໂພຊະ​ນາ​ການ​ເພື່ອ​ສຸຂະພາບ​
  22. ການ​ກວດກາ ​ແລະ ຄວບ​ຄຸມ​ການ​ຕິດ​ເຊື້ອ​ໃນ​ໂຮງໝໍ
  23. ການ​ຄຸ້ມ​ຄອງ​ບໍລິຫານ​ສາທາລະນະ​ສຸກ
  24. ການ​ວາງ​ແຜນ​ສາທາລະນະ​ສຸກ
  25. ສຸຂະ​ສຶກສາ ​ແລະ ການ​ໃຫ້​ຄຳ​ປຶກສາ
  26. ​ເວ​ຊສາດ​ຊຸມ​ຊົນ
  27. ຂໍ້​ມູນ​ສາທາລະນະ​ສຸກ
  28. ພາວະ​ຜູ້ນຳ
  29. ພິດ​ວິທະຍາ
  30. ສຸຂະພາບ​ໄວ​ຈະ​ເລີ​ນພັນ
  31. ການ​ຄວບ​ຄຸມພະ​ຍາດ ​ແລະ ການ​ຕ້ານ​ພະ​ຍາດ
  32. ການວາງແຜນຄອບຄົວ
  33. ພຶດຕິ​ກຳ​ສາດ