ເສດຖະສາດພາກລັດ

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕຼີ 4 ປີ

ສາຂາເສດຖະສາດພາກລັດ ເປັນສາຂາທີ່ວ່າດ້ວຍ ການສຶກສາກ່ຽວກັບບົດບາດ ແລະ ໜ້າທີ່ຂອງລັດຖະບານ ໃນການດໍາເນີນນະໂຍບາຍການເງິນ ແລະ ເງິນຕາ. ສາຂານີ້ ມີບົດບາດສໍາຄັນຫຼາຍຕໍ່ການພັດທະນາເສດຖະກິດ ແລະ ສັງຄົມ ເນື່ອງຈາກເປັນພື້ນຖານໃນການຄຸ້ມຄອງລະບົບເສດຖະກິດ ທີ່ຈະຊ່ວຍກະຕຸກຊຸກຍູ້ໃຫ້ເສດຖະກິດມີການຂະຫຍາຍຕົວ ແລະ ມີສະຖຽນລະພາບ ເວົ້າລວມ, ເວົ້າສະເພາະ ພາກການເງິນ.

ສາຂານີ້ຮຽນກ່ຽວກັບ ການຄຸ້ມຄອງເສດຖະກິດ-ການເງິນ, ຕະຫຼາດການເງິນ ແລະ ສະຖາບັນການເງິນ ເພື່ອໃຫ້ສອດຄ່ອງກັບຈັງຫວະການຂະຫຍາຍຕົວຂອງເສດຖະກິດ. ການວິເຄາະການເງິນຂອງທຸລະກິດ ແລະ ລັດຖະບານ, ນະໂຍບາຍງົບປະມານ, ນະໂຍບາຍເງິນຕາ, ການແກ້ໄຂບັນຫາເສດຖະກິດ, ຂະບວນການ, ວິທີການກະກຽມ ແລະ ການວິເຄາະງົບປະມານຂອງລັດຖະບານ, ບົດບາດ ແລະ ໜ້າທີ່ຂອງລັດຖະບານໃນລະບົບເສດຖະກິດ, ໂຄງສ້າງລາຍຮັບ-ລາຍຈ່າຍຂອງລັດ ເຊັ່ນ: ການເກັບສ່ວຍສາອາກອນ, ການກໍ່ໜີ້ສາທາລະນະ ເປັນຕົ້ນ.

ປະກອບມີການສອນທິດສະດີເພື່ອນໍາໃຊ້ເຂົ້າໃນການວິເຄາະບັນຫາເສດຖະກິດ ເຊັ່ນ: ບັນຫາການເງິນພາກລັດ, ການທະນາຄານ, ຕະຫຼາດການເງິນ ແລະ ຕະຫຼາດທຶນ. ມີການລົງເກັບກໍາຂໍ້ມູນຕົວຈິງທັງຈາກພາກສະໜາມ ຫຼື ຈາກເອກະສານ ເພື່ອປະກອບເຂົ້າໃນການຂຽນບົດລາຍງານ ແລະ ການລົງຝຶກງານໃນອົງກອນທີ່ກ່ຽວຂ້ອງ ເຊັ່ນ: ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ທະນາຄານກາງ,​ ທະນາຄານທຸລະກິດ, ຕະຫຼາດຫຼັກຊັບ ຫຼື ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ.

ຄວາມຮູ້ພື້ນຖານທາງດ້ານຄະນິດສາດ ແລະ ສະຖິຕິ. ມີຄວາມສົນໃຈກ່ຽວກັບເສດຖະກິດ ໂດຍສະເພາະທີ່ກ່ຽວຂ້ອງກັບພາກສ່ວນເງິນຕາ, ການທະນາຄານ ແລະ ການເງິນພາກລັດ ແລະ ມີຄວາມສົນໃຈຊອກຮູ້ ແລະ ສຶກສາກ່ຽວກັບນະໂຍບາຍຕ່າງໆ ທີ່ລັດຖະບານໄດ້ວາງອອກ.

ສາມາດນໍາໃຊ້ທິດສະດີ ແລະ ເຄື່ອງມືທາງເສດຖະສາດ ເຂົ້າໃນການຄຸ້ມຄອງເສດຖະກິດ-ການເງິນ, ຕະຫຼາດການເງິນ ແລະ ສະຖາບັນການເງິນ, ການວິເຄາະເສດຖະກິດ, ນະໂຍບາຍການເງິນ ແລະ ເງິນຕາ ຂອງລັດຖະບານ ແລະ ບັນຫາທີ່ເກີດຈາກການນໍາໃຊ້ນະໂຍບາຍການເງິນ-ເງິນຕາໃດໜຶ່ງ, ວິເຄາະປະສິດທິພາບໃນການຈັດເກັບລາຍຮັບ ແລະ ການໃຊ້ຈ່າຍຂອງລັດຖະບານ.

ເປັນນັກວິຊາການດ້ານການວາງແຜນນະໂຍບາຍ ແລະ ຄຸ້ມຄອງເສດຖະກິດ-ການເງິນ, ຕະຫຼາດການເງິນ ແລະ ສະຖາບັນການເງິນ ໂດຍສາມາດເຮັດວຽກໃນອົງກອນທີ່ກ່ຽວຂ້ອງ ເຊັ່ນ: ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ຕະຫຼາດຫຼັກຊັບ ແລະ ສະຖາບັນການເງິນອື່ນໆ ເຊັ່ນ: ທະນາຄານ, ບໍລິສັດປະກັນໄພ, ບໍລິສັດເງິນທຶນ, ບໍລິສັດຫຼັກຊັບ ເປັນຕົ້ນ.

ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  1. ຄະນິດສາດ
  2. ສະຖິຕິ
  3. ຫຼັກ​ເສດຖະສາດ
  4. ​ເສດຖະສາດ​ຈຸ​ລະ​ພາກ
  5. ​ເສດຖະສາດ​ມະຫາ​ພາກ
  6. ​​ບັນຊີທົ່ວໄປ
  7. ເສດຖະກິດ​ອາຊີ
  8. ເສດຖະສາດ​ປຽບທຽບ

ໝວດວິຊາສະເພາະ

  1. ພາສາ​ອັງກິດ​ສຳ​ຫຼັບ​ເສດ​ຖະສາດ-ການ​ຄ້າ
  2. ​ເສດຖະສາດ​ເງິນຕາ-ການ​ທະນາຄານ
  3. ທິດ​ສະ​ດີ​ເງິນຕາ
  4. ທິດສະດີຕະຫຼາດ​ການ​ເງິນ ​ແລະ ສະ​ຖາ​ບັນ​ການ​ເງິນ
  5. ນະ​ໂຍບາຍ​ເສດຖະກິດ
  6. ຕະຫຼາດ​ຫຼັກ​ຊັບ
  7. ເສດຖະສາດ​ການ​ເງິ​ນທຸລະກິດ
  8. ​ເສດຖະສາດ​ການ​ເງິນ​ພາກ​ລັດ
  9. ທິດ​ສະ​ດີ​ພາສີ-ອາກອນ
  10. ​ເສດຖະສາດ​ສາທາລະນະ
  11. ງົບປະມານ
  12. ​ເສດຖະສາດ​ອຸດສະຫະ​ກຳ ​ແລະ ນະ​ໂຍບາຍ
  13. ການ​ວາງ​ແຜນ ​ແລະປະ​ເມີນ​ໂຄງການ
  14. ​ເສດຖະສາດ​ພັດທະນາ ​ແລະ ວາງ​ແຜນ
  15. ​ເສ​ດຖະສາດ​ສະຫວັດດີ​ການ
  16. ເສດຖະສາດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
  17. ການ​ເງິນ​ລະຫວ່າງ​ປະ​ເທດ
  18. ​​ເສດຖະສາດລະຫວ່າງ​ປະ​ເທດ
  19. ເສດຖະສາດການ​ບໍລິຫານ
  20. ​ເສດຖະມິ​ຕິ
  21. ວິທີ​ການ​ວິ​ໄຈ
  22. ທັດສະນະສຶກສາ ແລະ ລົງຝຶກງານ
  23. ສຳ​ມະ​ນາ