​ເຕັກນິກລັງສີ​ ​ແລະ ຮູບ​ພາບ​ການ​ແພດ



ຄະນະເຕັກ​ນິກ​ການ​ແພດ,  ມະຫາວິທະຍາໄລ ​ວິ​ທະ​ຍາ​ສາດ ​ສຸ​ຂະ​ພາບ ( ມວສ )





ອະນຸປະລິນຍາ (ຊັ້ນສູງ) 3 ປີ







ເຕັກນິກລັງສີ​ ​ແລະ ຮູບ​ພາບ​ການ​ແພດ​ແມ່ນ​ສາຂາໜຶ່ງຂອງ​​ການ​ແພດ ທີ່​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​​ທີ່​ໄດ້​ຈາກ​ ການສ່ອງ​ໄຟຟ້າ ​ແລະ ​ເອ​ໂກ ​ເປັນຕົ້ນ ເພື່ອ​ໃຫ້​ໄດ້​ຮູບ​ພາບຂອງ​ພາກ​ສ່ວນຕ່າງໆ​ຂອງ​ຮ່າງກາຍ ​​ເພື່ອ​ຊ່ວຍ​ໃນ​ການ​ບົ່ງມະຕິ ​ແລະ ປິ່ນປົວ​ພະຍາດ. ສາຂາ​ນີ້ ມີ​ຄວາມ​ສໍາຄັນ ​ເນື່ອງ​ຈາກ ມັນ​ຈະ​ຊ່ວຍ​ໃຫ້​ເຫັນ​ສະພາບ​ຂອງ​ອະ​ໄວຍະ​ວະພາຍ​ໃນ​ຮ່າງ​ກາຍ ​ກໍລະນີ​ມີ​ການ​ບາດ​ເຈັບ​ ເຊັ່ນ: ກະດູກ​ຫັກ ຫຼື ສະໝອງ​ໄດ້​ຮັບ​ການ​ກະທົບ ​ແລະ ຍັງ​ສາມາດຕິດຕາມ​ວິວັດທະນາ​ການ​ຂອງພະຍາດຕ່າງໆ​ ອີກ​ດ້ວຍ.



ສາຂາ​ນີ້ ຮຽນກ່ຽວກັບການນຳໃຊ້ເຄື່ອງຈັກທີ່​ທັນ​ສະ​ໄໝ​ ເຂົ້າ​ມາຊ່ວຍໃນການບົ່ງມະຕິທາງການແພດເປັນຕົ້ນ​ກໍແມ່ນ ເຄື່ອງ X-ray, CT Scan, ​ເຄື່ອງ ເອ​ໂກ (Ultrasound) ແລະ ອື່ນໆ ​ເພື່ອປະ​ເມີນ​ຮູບພາບ​ກ່ຽວກັບ​ອະ​ໄວ​ຍະ​ວະ​ພາຍ​ໃນ ​ແລະ ​ກວດ​ກາຫາ​ສິ່ງ​ທີ່ຜິດປົກກະຕິ​ໃນ​ຮ່າງກາຍ​ຂອງ​ມະນຸດ, ​ເພື່ອ​ເປັນ​ຕົວ​ຊ່ວຍ​ໃຫ້​ແກ່​ທ່ານໝໍ​ໃນ​ການ​ບົ່ງມະຕິ ​ແລະ ປິ່ນປົວ​ຄົນ​ເຈັບ​ໄດ້​ຢ່າງ​ຖືກຕ້ອງ ​ແລະ ທັນ​ກັບ​ພະຍາດ.





ວິທີ​ການ​ສິດສອນ​ຂອງ​ສາຂາ​ນີ້ ເນັ້ນການ​ສອນ​ແບບ​ບັນ​ລະ​ຍາຍ ​ໄປ​ຄຽງຄູ່​ກັບ ການ​ສາທິດ​ຂອງ​ຄູ​ອາຈານ​ຕາມ​ຫ້ອງ​ທົດ​ລອງ​. ຫຼັງຈາກ​ນັ້ນ, ນັກ​ສຶກສາທຸກ​ຄົນ ​ຈະ​ຕ້ອງ​ໄດ້​ປະຕິບັດ​ຕົວ​ຈິງ​ຢູ່​ໂຮງໝໍ​​ເຊັ່ນ: ການຈັດ​ທ່າ​ຄົນ​ເຈັບ​ເພື່ອ​ສ່ອງ​ລັງສີ,  ວິທີ​ການ​ຖ່າຍ ຮູບ​ພາບ​ລັງສີ, ​ແລະ​ ຂະ​ບວນການ​ລ້າງຮູບ​ພາບ​ລັງສີ ເປັນຕົ້ນ. ນອກຈາກ​ນີ້, ກໍ່ຍັງມີການ​ມອບ​ຫົວ​ຂໍ້​ໃຫ້ນັກ​ສຶກສາ​ຄົ້ນຄວ້າ ດ້ວຍ​ຕົນ​ເອງ ​ແລະ ມີ​ການ​ເຮັດ​ບົດ​ລາຍ​ງານ​ສົ່ງ.





ຄວາມ​ຮູ້​ພື້ນຖານທາງ​ດ້ານ ຄະນິດສາດ, ຟິຊິກ​ສາດ, ​ເຄມີ​ສາດ, ຄອມ​ພິວ​ເຕີ ແລະ ພາ​ສາ​ອັງ​ກິດ; ​ເປັນ​ຄົນ ມັກ​ສັງ​ເກດ; ມີ​ທັກ​ສະ​ໃນ​ການ​ນໍາ​ໃຊ້​ເຄື່ອງຈັກ ​ແລະ ມີ​ຄວາມ​ສົນ​ໃຈ​​ໃນ ​ເຕັກໂນ​ໂລ​ຊີ ກໍ່ຍິ່ງ​ເປັນ​ຜົນ​ດີ ​ເພາະ​ຈະ​ໄດ້​ຮຽນກ່ຽວກັບ​ການ​ນຳ​ໃຊ້​ເຄື່ອງ​ຈັກ​ທີ່​ທັນ​ສະ​ໄໝເພື່ອ​ໃຫ້​ໄດ້​ຮູບ​ພາບ​ລັງ​ສີຂອງຮ່າງ​ກາຍ​ມະ​ນຸດ.



ສາມາດ​ນຳ​ໃຊ້​ເຄື່ອງ​ຈັກ​ທາງ​ການ​ແພດ​ເປັນຕົ້ນກໍ່​ແມ່ນ ​ເຄື່ອງ X-ray, CT Scan, Ultrasound ​ແລະ ອື່ນໆ ເພື່ອ​ໃຫ້​ໄດ້​ຮູບ​ພາບ​ລັງສີເຂົ້າມາຊ່ວຍ​ໃນ​ການ​ບົ່ງມະຕິ​ພະຍາດ​ຂອງ​ທ່ານໝໍ ແລະ ສາມາດ​ຖ່າຍ​ທອດ​ຄວາມ​ຮູ້ ​ແລະ ປະສົບ​ການ​ດ້ານ​ລັງສີ​ວິທະຍາໃຫ້​ແກ່​ນັກ​ສຶກສາ​ແພດ ​ແລະ ພະນັກງານ​ແພດ​ໃນ​ຂະ​ແໜງການ​ຕ່າງໆ.

ສາມາດປະ​ກອບ​ອາຊີບ ​ເປັນ​ນັກ​ເຕັກນິກ​ລັງສີ ​ຢູ່​ໂຮງໝໍທັງ​ໃນ​ພາກ​ລັດ ​ແລະ ​ເອກະ​ຊົນ; ເປັນອາຈານ​ສອນ​ດ້ານ​ເຕັກນິກ​ລັງສີ ຢູ່ພາກວິ​ຊາ ​​ເຕັກນິກ​ລັງສີ ​ແລະ ຮູບ​ພາບ​ການ​ແພດ ໃນ​ຄະ​ນະ​ເຕັກ​ນິກ​ການ​ແພດ​ ຂອງມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທ​ະ​ຍາ​ສາດ​ສຸ​ຂະ​ພາບ; ປະ​ກອບ​ອາ​ຊີບ​ອິດ​ສະຫຼະ ​ເຊັ່ນ​: ເປີດ​ໃຫ້​ບໍ​ລິ​ການດ້ານ ​ເຕັກນິກ​ລັງສີ ​ແລະ ຮູບ​ພາບ​ການ​ແພດ.




ໜວດວິຊາຄວາມຮູ້ພື້ນຖານວິຊາສະເພາະ

  1. ກາ​ຍະ​ວິ​ພາກ​ສາດ
  2. ສະ​ລິ​ລະ​ວິ​ທະ​ຍາ
  3. ການ​ພະ​ຍາ​ບານ​ພື້ນ​ຖານ
  4. ຄວາມ​ຊຳ​ນານ​ໃນ​ການ​ສື່​ສານ​ກັບ​ຄົນ​ເຈັບ
  5. ການ​ເບິ່ງ​ແຍງ​ຄົນ​ເຈັບ​ໃນ​ລັງ​ສີ​ວິ​ທະ​ຍາ
  6. ຈິດ​ຕະ​ວິ​ທະ​ຍາ ແລະ​ ສຸ​ຂະ​ພາບ​ຈິດ
  7. ຟີ​ຊິກ​ລັງ​ສີ
  8. ປະ​ຕິ​ກິ​ລິ​ຍາ​ຂອງ​ແສງ​ລັງ​ສີ​ຕໍ່​ຊີ​ວະ​ສາດ
  9. ອຸ​ປະ​ກອນ​ເຄື່່ອງ​ຈັກ​ລັງ​ສີ
  10. ​ອາ​ການ​ສາດ
  11. ພະ​ຍາດ​ວິ​ທະ​ຍາ
  12. ຈັນ​ຍາ​ທຳ​ວິ​ຊາ​ອາ​ຊີບ
  13. ການ​ຄຸ້ມ​ຄອງ​ຮັກ​ສາ​ເຄື່ອງ​ຈັກ​ລັງ​ສີ

ໝວດວິຊາສະເພາະ (ວິຊາຊີບ)

  1. ວິ​ທີ​ການ​ຖ່າຍຮູບ​ລັງ​ສີ
  2. ຂະ​ບວນ​ການ​ລ້າງ​ຮູບ​ລັງ​ສີ
  3. ການ​ປະ​ເມີນ​ຜົນ​ຟີມ​ຮູບ​ລັງ​ສີ
  4. ການ​ບົ່ງ​ມະ​ຕິ​ຮູບ​ພາບ​ການ​ແພດ​ທີ່​ທັນ​ສະ​ໄໝ
  5. ການ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ໃນ​ການ​ຖ່າຍ​ຮູບ​ພາບ​ລັງ​ສີ
  6. ການ​ນຳ​ໃຊ້​ສານ​ກັນ​ແສງ
  7. ການ​ປ້ອງ​ກັນ​ແສງ​ລັງ​ສີ
  8. ອຸ​ປະ​ກອນ​ທາງ​ລັງ​ສີ​ປິ່ນ​ປົວ ແລະ ການ​ຄວບ​ຄຸມ​ຄຸນ​ນະ​ພາບ
  9. ອຸ​ປະ​ກອນ​ທາງ​ເວດ​ຊະ​ສາດ​ນີວ​ເຄ​ຼຍ ແລະ ການ​ຄວບ​ຄຸມ​ຄຸນ​ນະ​ພາບ
  10. ການກວດ ແລະ ປິ່ນ​ປົວ​ພະ​ຍາດ​ທາງ​ລັງ​ສີ​ປີ່ນ​ປົວ
  11. ການກວດ ແລະ ປິ່ນ​ປົວ​ພະ​ຍາດ​ທາງ​ເວດ​ຊະ​ສາດ​ນີວ​ເຄ​ຼຍ