ສາ​ຂາກາ​ຍະ​ບຳ​ບັດ

 



ຄະນະເຕັກ​ນິກ​ການ​ແພດ, ມະຫາວິທະຍາໄລ ​ວິ​ທະ​ຍາ​ສາດ ​ສຸ​ຂະ​ພາບ ( ມວສ ) 








ອະນຸປະລິນຍາ (ຊັ້ນສູງ) 3 ປີ, ປະລິນຍາຕຼີ 4 ປີ









ກາ​ຍະ​ບຳ​ບັດ​ໝາຍ​ເຖິງ ການ​ຟື້ນ​ຟູ​ໜ້າ​ທີ່​ການ ​ການເຮັດ​ວຽກຂອງ​ຮ່າງ​ກາຍໃນກໍລະນີຄົນເຈັບທີ່ໄດ້​ຖືກສູນເສຍໜ້າທີ່ການ ຍ້ອນ ພະຍາດ ຫຼື ຖືກກະທົບຈາກອຸບັດຕິເຫດຕ່າງໆ​ ເຊັ່ນ: ຄົນເຈັບ​ທີ່ເປັນອຳມະພາດ, ຄົນເຈັບ​ທີ່ເສຍອົງຄະ ຫຼື ມີຄວາມ ບົກພ່ອງທາງຮ່າງກາຍໃນການເຄື່ອນໄຫວໄປມາ ​ ​ໂດຍມີຈຸດປະສົງເພື່ອ ຟື້ນຟູ ແລະ ເພີ່ມຄວາມສາມາດໃນການເຄື່ອນເໜັງ ແລະ ຫຼຸດຜ່ອນຄວາມເຈັບປວດ ​ເພື່ອເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່ຂອງເຂົາເຈົ້າດີ​ຂື້ນ.





ສາຂາ​ນີ້ ຮຽນກ່ຽວກັບຫຼັກ​ການການປິ່ນປົວຟື້ນຟູໜ້າທີ່ການ​ຂອງ​ຮ່າງ​ກາຍຂອງ​ຄົນ​ເຈັບ ​ທີ່ມີຄວາມບົກພ່ອງຂອງຮ່າງກາຍ ໃນການເຄື່ອນໄຫວໄປມາ ເຊິ່ງປະກອບມີ: ການປະເມີນຄົນ​ເຈັບ, ການວາງແຜນການ​ປີ່ນ​ປົວ ແລະ ຝຶກແອບດ້ວຍ ວິທີກາຍະບຳບັດຫຼາຍຮູບເເບບ ແລະ ວິທີຕ່າງໆ ເຊັ່ນ: ການຝຶກແອບການ​ເຄື່ອນ​ເໜັງ, ການນວດບຳ​ບັດ, ການໃຊ້ຄື້ນສຽງ ແລະ ຄວາມຮ້ອນ ເພື່ອຫຼຸດ​ຜ່ອນ​ຄວາມ​ເຈັບ​ປວດ. ນອກ​ຈາກນີ້ກໍ່​ຍັງ​ໄ​ດ້ນຳ​ໃຊ້ ແສງເລເຊີ ແລະ ເຕັກນິກອື່ນເຂົ້າ​ໃນ​ການ​ປີ່ນ​ປົວ​ຄົນ​ເຈັບ​ອີກ​ດ້ວຍ. 







ວິທີ​ການ​ສິດສອນ​​ ລວມມີ ການສິດສອນແບບບັນລະຍາຍ ​ແລະ ການ​ຮຽນ​ໂດຍອີງໃສ່ການສຶກສາບັນຫາຂອງກໍລະນີ ຄົນເຈັບ ຕົວຈິງຈາກ​ການ​ແບ່ງເປັນກຸ່ມຍ່ອຍ; ມີການສາທິດຈາກອາຈານ ກ່ຽວກັບ​ ການຝຶກແອບກາຍະ​ບໍາບັດ​ ສໍາລັບຄົນເຈັບທີ່​ຕ້ອງການ ການ​ຟື້ນຟູ​ໜ້າທີ່​ການຂອງສ່ວນ​ຕ່າງໆຂອງ​ຮ່າງກາຍ ຢູ່ຫ້ອງປະຕິບັດການ. ຫຼັງຈາກນັ້ນ, ນັກສຶກສາ ຈະໄດ້ລົງຝຶກຫັດກາ​ຍະ​ບໍາບັດຕົວຈິງກັບຄົນເຈັບຢູ່ໂຮງໝໍ ແລະ ສູນການແພດຟຶ້ນຟູໜ້າທີ່ການ.



ມີຄວາມຮູ້ພື້ນຖານ ດ້ານຊີວະສາດ, ຟິຊິກສາດ, ເຄ​ມີ​ສາດ, ຄະນິດສາດ, ພາ​ສາ​ອັງ​ກິດ ແລະ ພາ​ສາ​ຝ​ຣັ່ງ. ນອກຈາກນີ້ແລ້ວ, ສິ່ງສຳຄັນທີ່ສຸດໃນ​ການ​ສຶກ​ສາ​ຮ່ຳ​ຮຽນ​ໃນ​ສາ​ຂາ​ວິ​ຊານີ້​ແມ່ນ ນັກຮຽນຈະຕ້ອງ​ເປັນ​ຄົນ​ທີ່ມີຈິດໃຈເອື້ອເຟື້ອເຜື່ອແຜ່, ມີມະນຸດ ສຳພັນທີ່ດີ, ມີຄວາມອົດທົນສູງ ແລະ ມີ​ຄວາມ​ສົນ​ໃຈຢາກຊ່ວຍເຫຼືອຄົນອື່ນ.



ສາມາດໃຫ້ການບໍລິການດ້ານກາຍະບຳບັດຮູບ​ແບບ​ຕ່າງໆ; ປະກອບສ່ວນເຂົ້າໃນວຽກງານສົ່ງເສີມສຸຂະພາບ ແລະ ຟື້ນຟູໜ້າທີ່ ການ ການ​ເຮັດ​ວຽກ​ຂອງ​ຮ່າງ​ກາຍຄົນເຈັບ; ສາມາດ ຝຶກອົບຮົມ ​ແລະ ມີທັກ​ສະ​ໃນ​ການໃຫ້ສຸຂະສຶກສາດ້ານກາຍະບຳບັດ ແກ່ຊຸມຊົນທີ່ຢູ່ຫ່າງໄກສອກຫຼີກ ແລະ ໃນສະຖານທີ່ບໍລິການ ສາທາລະນະສຸກ.



ສາມາດ​ປະກອບ​ອາຊີບ ເປັນນັກກາຍະບຳບັດຢູ່ໃນໂຮງໝໍ ທັງ​ໃນ​ພາກລັດ ແລະ ເອກະຊົນ; ເປັນ​ອາ​ຈານ​ສອນ​ ໃນ​ພາກວິ​ຊາ​  ກາ​ຍະ​ບຳ​ບັດ ໃນ​ຄະ​ນະ​ເຕັກ​ນິກ​ການ​ແພດ​ ຂອງມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທ​ະ​ຍາ​ສາດ​ສຸ​ຂະ​ພາບ​; ​ແລະ ຍັງ​ສາມາດ ປະ​ກອບ​ອາ​ຊີບ​ອິດ​ສະຫຼະ​ເຊັ່ນ: ​ໃຫ້​ບໍ​ລິ​ການ​ດ້ານ​ກາ​ຍະ​ບຳ​ບັດ.

 




ໜວດວິຊາຄວາມຮູ້ພື້ນຖານວິຊາສະເພາະ

  1. ກາ​ຍະ​ວິ​ພາກ​ສາດ
  2. ສະ​ລິ​ລະ​ວິ​ທະ​ຍາ
  3. ສະ​ລິ​ລະພະ​ຍາດ​ວິ​ທະ​ຍາ
  4. ວິ​ທີ​ວິ​ທະ​ຍາ​ການ​ຄົ້ນ​ຄວ້າ
  5. ສະ​ລິ​ລະພະ​ຍາດ​ວິ​ທະ​ຍາຂອງ​ການ​ອອກ​ກຳ​ລັງ​ກາຍ
  6. ​ຄວາມ​ຊຳ​ນານ​ໃນ​ການ​ສື່​ສານ​ກັບ​ຄົນ​ເຈັບ
  7. ອຸ​ປະ​ກອນ​ຄ້ຳ​ຊູ ແລະ ອົງ​ຄະ​ທຽມ
  8. ຮູບພາບລັງສີ ແລະ ລັງສີບົ່ງມະຕິ
  9. ໂພ​ສະ​ນາ​ການ
  10. ວິທະຍາການ​ເຄື່ອນ​ເໜັງ
  11. ຈິດ​ຕະ​ວິ​ທະ​ຍາ
  12. ຈັນ​ຍາ​ທຳ​ແພດ, ຈັນ​ຍາ​ທຳ​ກາ​ຍະ​ບຳບັດ
  13. ພະ​ບາ​ບານ​ຟື້ນ​ຟູ ​ແລະ ປະຖົມພະຍາບານ

ໝວດວິຊາສະເພາະ (ວິຊາຊີບ)

  1. ການ​ນຳ​ໃຊ້ເຄື່ອງ​ມື​ປິ່ນ​ປົວ​ທາງ​ກາ​ຍະ​ພາບ
  2. ການ​ບໍລິຫານ​ວິຊາ​ການ​ທາງ​ກາ​ຍະບຳ​ບັດ
  3. ການອອກ​ກຳ​ລັງ​ກາຍ​ເພື່ອ​ບຳ​ບັດ
  4. ກາ​ຍະ​ບຳ​ບັດ​ໃນ​ເດັ​ກ​ທີ່​ມີ​ຄວາມ​ຜິດ​ປົກ​ກະ​ຕິ​ມາ​ແຕ່​ກຳ​ເນີດ
  5. ດົນ​ຕີ​ບຳ​ບັດ, ກິດ​ຈະ​ກຳ​ບຳ​ບັດ
  6. ກາ​ຍະ​ບຳ​ບັດ​ໃນ​ສຸ​ຕິ​ນາ​ລີ​ເວດ
  7. ກາ​ຍະ​ບຳ​ບັດ​ໃນ​ຊຸມ​ຊົນ
  8. ກາ​ຍະ​ບຳ​ບັດພະຍາດ​ໃນລະ​ບົບ​ປະ​ສາດ
  9. ກາ​ຍະ​ບຳ​ບັດພະຍາດ​ໃນລະ​ບົບ​ກະ​ດູກ-ກ້າມ​ຊີ້ນ
  10. ກາ​ຍະ​ບຳ​ບັດໃນ​ຜູ້​ສູງ​ອາ​ຍຸ
  11. ກາ​ຍະ​ບຳ​ບັດ​ໃນລະ​ບົບ​ຫາຍ​ໃຈ
  12. ກາ​ຍະ​ບຳ​ບັດ​ໃນກຸ່ມ​ນັກ​ກິ​ລາ
  13. ກາ​ຍະ​ບຳ​ບັດ​ຫຼັງ​ຈາກ​ຖືກ​ກະ​ທົບ
  14. ການ​ດັດ-ຍຶດ, ການນວດ ແລະ ການ​ດຶງ​ຈ່ອງ
  15. ຝຶກ​ປະຕິບັດ​ຢູ່​ຫ້ອງ​ທົດ​ລອງ
  16. ປະຕິບັດ​ຕົວ​ຈິງ​ພາກຄລີນິກຢູ່​ໂຮງໝໍ, ສູນ​ປິ່ນປົວ​ຕ່າງໆ