ເສດຖະກິດ​ຊົນນະບົດ ​ແລະ ​ເຕັກ​ໂນ​ໂລ​ຊີ​ອາຫານ

ຄະນະ​ກະ​ເສດ​ສາດ, ມະຫາວິທະຍາໄລ ແຫ່ງຊາດລາວ

ຫຼັກສູດປະລິນຍາຕີ 4 ປີ

ເສດຖະກິດ​ຊົນນະບົດ ແມ່ນ ບັນດາກິດຈະກໍາທີ່ຕິດພັນກັບການພັດ​ທະ​ນາ​ທາງ​ດ້ານ​ເສດຖະກິດ​ໃນ​​ເຂດ​ຊົນນະບົດ ​​ໂດຍ​ສະ​ເພາະ​ແມ່ນ​ການ​ຜະລິດ​ກະສິກຳ. ສ່ວນ​ເຕັກ​ໂນ​ໂລ​ຊີ​ອາຫານ ​ແມ່ນ​ການ​ນຳ​ໃຊ້​ເຕັກນິກ ​ແລະ ວິທີ​ການ​ທີ່​ທັນ​ສະ​ໄໝ​ເຂົ້າ​ໃນ​ການ​ແປ​ຮູບ​ຜົນ​ຜະລິດ​ຈາ​ກການ​ກະ​ເສດ​ເພື່ອ​ຮັກສາ​ອາຫານ ​ແລະ ສ້າງ​ຜະລິດ​ຕະພັນ​ໃຫ້​ກາຍ​ເປັນ​ສິນຄ້າ.  ວິຊາ​ນີ້ ມີຄວາມສໍາຄັນ ຕໍ່ການສ້າງ​ເງື່ອນ​ໄຂ​ໃຫ້ແກ່ການປັບປຸງຊີວິດ​ການ​ເປັນ​ຢູ່​, ສ້າງ​ລາຍ​ໄດ້ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກຂອງປະຊາຊົນ​ໃນເຂດ​ຊົນນະບົດ.   

ສາຂາວິຊານີ້ຮຽນ ກ່ຽວ​ກັບ ​ເສດຖະກິດທົ່ວ​ໄປ, ​ເສດຖະກິດ​ຊົນນະບົດ, ການ​ພັດທະນາ​ຊົນນະບົດ, ​ເສດຖະກິດ​ກະສິກຳ ​ແລະ ການ​ຄ້າ​ຜະລິດ​ຕະພັນ​ກະສິກຳ ໂດຍຄຽງ​ຄູ່​ກັບ​ການ​ຮຽນ​ຮູ້ ກ່ຽວ​ກັບ ​ການ​ແປ​ຮູບ​ຜະລິດ​ຕະພັນ​ອາຫານ​ ອັນລວມມີ ການ​ປຸງ​ແຕ່ງ​ຜົນ​ຜະລິດ​ພືດ ​ແລະ ສັດ, ​ໂພຊະ​ນາ​ການ ​ແລະ ຄຸນ​ນະພາ​ບອາຫານ, ເຕັກ​ໂນ​ໂລ​ຊີ​ອາຫານ, ການ​ວິ​ໄຈ​ຕ່ອງ​ໂສ້ ​ຜະລິດ​ຕະພັນ ແລະ ນະ​ໂຍບາຍ​ກະສິກຳ, ການ​ພັດທະນາ ​ແລະ ​ສົ່ງ​ເສີມ​ກະສິກຳ, ແລະ ການວາງ​ແຜນ ​ແລະ ຄຸ້ມ​ຄອງ​ໂຄງການ. 

ການສິດສອນຂອງ ວິຊານີ້ ແມ່ນ ມີທັງການບັນຍາຍທາງດ້ານທິດສະດີໃນຫ້ອງຮຽນ, ການວິ​ເຄາະ, ສັງ​ເກດ ແລະ ຄົ້ນຄວ້າຂຽນບົດລາຍງານຕາມ​ຫົວ​ຂໍ້​ທີ່​ກ່ຽວຂ້ອງ. ນອກນັ້ນ, ຍັງຮຽນຮູ້ຜ່ານການລົງປະຕິບັດຕົວຈິງ ແລະ ການລົງທັດສະນະ​ສຶກສາ​ຕາມຂົງເຂດຊົນນະບົດ ແລະ ໂຮງງານອຸດສາຫະກໍາປຸງແຕ່ງອາຫານ ເພື່ອສຶກສາກ່ຽວກັບ ຂະບວນການໃນການດໍາເນີນເສດຖະກິດ ແລະ ເຕັກໂນໂລຊີທີ່ນໍາໃຊ້ເຂົ້າໃນຂະບວນການແປຮູບ ແລະ ປຸງແຕ່ງອາຫານ​.

ມີຄວາມຮູ້ພື້ນຖານ ດ້ານພູມ​ສາດ,​ ເຄມີສາດ ແລະ ຊີວະສາດ.  ເປັນຄົນ ທີ່ມີຄວາມອົດທົນ ແລະ ມີ​ຄວາມ​ຄິດ​ສ້າງສັນ. ມີຄວາມມັກ ​ແລະ ສົນໃຈ ກ່ຽວ​ກັບ ​ການ​ພັດທະນາ​​ເສດ​ຖະກິດ​ໃນ​ເຂດຊົນນະບົດ ເປັນຕົ້ນ ແມ່ນການ​ຜະລິດ​ກະສິກຳ​ແບບ​ຍືນ​ຍົງ,​ ການ​ແປ​ຮູບ​ຜະລິດ​ຕະພັນ​ກະສິກຳ ​ແລະ ການ​ຄ້າ​ຜະລິດ​ຕະພັນ​ກະສິກຳ.

ມີຄວາມສາມາດ ​ແລະ ທັກ​ສະຂ​ອງການ​ເປັນ​ນັກ​ພັດທະນາ,​ ສາມາດ​ວາງ​ແຜນສົ່ງ​ເສີມ​ການ​ຜະລິດ ​ແລະ ການ​ຕະຫຼາດ ຜະລິດ​ຕະພັນ​ກະສິກຳ​.  ນອກນັ້ນ, ນັກສຶກສາ ຍັງຈະສາມາດ ຮູ້ຈັກນໍາໃຊ້​ເຕັກນິກ ​ແລະ ວິ​ທີການ​ໃໝ່ໆ​ໃນ​ການ​ແປ​ຮູບ ​ແລະ ​ເກັບ​ຮັກສາ​ຜະລິດຕະພັນອາຫານ ​ເພື່ອ​ສ້າງ​ມູນ​ຄ່າ​ເພີ່ມ,  ລວມທັງ​ໄດ້​​ທັກ​ສະ​ໃນ​ການ​ຄຸ້ມ​ຄອງ​ໂຄງການ​ພັດທະນາ​ຊົນນະບົດ​ຕ່າງໆ. 

ເປັນນັກ​ພັດທະນາ​ຊົນນະບົດ​ຢູ່​ອົງການ​ລັດ ​ແລະ ​ໂຄງການ​ພັດທະນາ​ຂອງອົງການ​ຈັດ​ຕັ້ງ​ສາກົນ​. ສາມ​າດປະກອບ​ອາຊີ​ບ​​ເປັນ​ວິຊາ​ການ, ທີ່​ປຶກສາ ຫຼື ນັກ​ພັດທະນາ​ສິນຄ້າ ໃນ​ຂະແໜງອຸດ​ສະ​ຫາ​ກຳ​​ແປ​ຮູບຜະລິດ​ຕະພັນ​ອາຫານຕ່າງໆ ແລະ ສາມາດບໍລິຫານ ​ແລະ ຄຸ້ມ​ຄອງ ​ໂຄງການ​ພັດທະນາ​ຊົນນະບົດ​ ແລະ ໂຄງການສົ່ງເສີມຜະລິດຕະພັນ ທີ່ມີການ​ນໍາໃຊ້ເຕັກ​ໂນ​ໂລ​ຊີໃນການປຸງແຕ່ງ​ອາຫານ. 

ໝວດວິຊາພື້ນຖານວິຊາສະເພາະ

  1. ເຄມີອົງຄະທາດ
  2. ຊີວະເຄມີ
  3. ສະຖິຕິກະສິກໍາ
  4. ສັງຄົມວິທະຍາຊົນນະບົດ
  5. ວິທະຍາສາດດິນ
  6. ກະເສດຊົນ
  7. ສີລະສາດສັດ ​ແລະ ພືດ
  8. ສາລີລະສາດສັດ
  9. ອຸຕຸນິຍົມວິທະຍາກະສິກໍາ
  10. ການວາງແຜນ-ຄຸ້ມຄອງໂຄງການ
  11. ກໍາມະພັນທົ່ວໄປ
  12. ຈຸລະຊີວະວິທະຍາ
  13. ເສດຖະກິດທົ່ວໄປ
  14. ລະບົບ​ການ​ຜະລິດ​ກະສິກຳ
  15. ລະບົບ​ການ​ລ້ຽງສັດ ​ແລະ ປູກ​ພືດ
  16. ກະສິກຳ​ປ່າ​ໄມ້
  17. ສະຖິຕິ ​ແລະ ຄົ້ນຄວ້າ​ທົດ​ລອງ 
  18. ຫຼັກການ​ກະສິກຳ

ໝວດວິຊາສະເພາະ

  1. ເສດຖະກິດ​ຊົນນະບົດ
  2. ​ເລກ​ເສດຖະ​ສາດ
  3. ທຸລະ​ກິດ​ກະ​ເສດ
  4. ຈຸລິນ​ຊີ​ວິທະຍາ​ອາຫານ
  5. ຊີວະ​ເຄມີ​ອາຫານ
  6. ​ເຕັກ​ໂນ​ໂລ​ຊີ​ອາຫານ
  7. ປຸງ​ແຕ່ງ​ຜົນ​ຜະລິດ​ພືດ ​ແລະ ສັດ
  8. ການ​ຈັດການ​ຄຸນ​ນະພາ​ບອາຫານ
  9. ​ໂພຊະ​ນາ​ການ​ອາຫານ
  10. ວາງ​ແຜນ ​ແລະ ຄຸ້ມ​ຄອງ​ໂຄງການ
  11. ນະ​ໂຍບາຍ​ກະສິກຳ
  12. ການ​ພັດທະນາ ​ແລະ ສົ່ງ​ເສີມ​ກະສິກຳ
  13. ວິ​ໄຈ​ຕ່ອງ​ໂສ້​ຜະລິດ​ຕະພັນ 
  14. ການ​ຄ້າ​ສາກົນ​ຜະລິດ​ຕະພັນ​ກະສິກຳ
  15. ປະ​ເມີນ​ໂຄງການ​ພັດທະນາ​ກະສິກຳ
  16. ສິນ​ເຊື່ອ​ການ​ເງິນ​ຈຸ​ລະ​ພາກ