ພາສາ​ຣັດເຊຍ

ຄະນະ​​ອັກສອນສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ປະລິນຍາຕິ 4 ປີ

ພາສາລັດເຊຍ ແມ່ນພາສາໜຶ່ງທີ່ມີການນໍາໃຊ້ຢ່າງກວ້າງຂວາງ ໃນຫຼາຍປະເທດໃນທະວີບເອີລົບ ໂດຍສະເພາະແມ່ນປະເທດທີ່ເຄີຍເປັນພາກສ່ວນຂອງອະດີດສະຫະພາບໂຊຫວຽດ. ລັດ​ເຊຍ ​ເປັນ​ປະ​ເທດໜຶ່ງ ທີ່​ມີ​ປະຫວັດສາດ​ທີ່ໜ້າສົນໃຈ, ວັດທະນະ​ທໍາ​​ທີ່​ງົດ​ງາມ, ວັນນະຄະດີທີ່​ອຸດົມສົມບູນ ​ແລະ ວິທະຍາສາດ​ທີ່​ກ້າວໜ້າ. ດັ່ງນັ້ນ, ການ​ຮຽນພາສາ​ລັດ​ເຊຍ ຈະຊ່ວຍໃຫ້​ມີ​ຄວາມ​ເຂົ້າ​ໃຈ​ໃນປະ​ເທດ​ລັດ​ເຊຍ ຢ່າງ​ເລິກເຊິ່ງ ​ແລະ ​ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ການ​​ສື່​ສານ ​ແລະ ສຶກສາ​​ແລກປ່ຽນຄວາມ​ຮູ້.

ສາຂານີ້ຮຽນກ່ຽວກັບພື້ນຖານພາສາລັດເຊຍ ນັບຕັ້ງແຕ່ ພະຍັນຊະນະ, ການ​ຜັນ​ສຽງ, ຫຼັກ​ໄວ​ຍະ​ກອນ, ການ​ນຳ​ໃຊ້​ຄຳ ​ແລະ ການ​ສ້າງ​ປະ​ໂຫຍກ ໄປຈົນເຖິງ ທັກສະໃນການຕິດຕໍ່ສື່ສານ ​ເຊັ່ນ: ການສົນ​ທະ​ນາໃນຊີວິດປະຈໍາວັນ, ການແນະນໍາຕົນເອງ. ນອກ​ຈາກນີ້, ​ຍັງ​ຈະ​ໄດ້​ຮຽນ​ຮູ້ກ່ຽວກັບ ເສດ​ຖະ​ກິດ, ລະບົບ​ການ​ສຶກສາ, ວັນນະຄະດີ, ວັດທະນະ​ທໍາ, ປະຫວັດສາດ ແລະ ​ການ​ເມືອງ-​ການ​ປົກ​ຄອງ ຂອງ​ປະ​ເທດລັດ​ເຊຍ; ພ້ອມ​ທັງ​ຮຽນ​ຮູ້​ກ່ຽວ​ກັບ​ ທິດ​ສະ​ດີ​ການ​ແປ ​ແລະ ການ​ສອນ​ພາສາ​ລັດ​ເຊຍ.

ການ​ສິດສອນ​​ແມ່ນ​ອີງ​ໃສ່​ທັງ​ພາກ​ທິດ​ສະ​ດີ ​ແລະ ປະຕິບັດ​ຕົວ​ຈິງ​ຄຽງຄູ່​ໄປ​ນໍາກັນ ໂດຍນັກສຶກສາຈະໄດ້ມີ​ການຝຶກ​ການຟັງ, ການອ່ານ, ການຂຽນ, ການ​ສົນທະນາ ​ພາຍໃນ​ຫ້ອງ​ຮຽນ​ເປັນ​ປະ​ຈໍາ; ມີການ​ລົງ​ຝຶກງານນໍາບໍລິສັດ ຫຼື ຫ້ອງການຕ່າງໆທີ່ນໍາໃຊ້ພາສາລັດເຊຍ; ມີການເຂົ້າຮ່ວມການສໍາມະນາ ແລະ ຝຶກອົບຮົມຈາກອົງການຕ່າງໆ ເປັນຕົ້ນ. ນອກຈາກ​​ນັ້ນ,​ ນັກ​ສຶກສາ​ຍັງ​ມີ​ໂອກາດ​ ພັດທະນາທັກສະໃນການປາກເວົ້າ ຜ່ານການສົນທະນາກັບອາສາສະໝັກທີ່ເປັນເຈົ້າຂອງພາສາໂດຍກົງ.

ຄວາມ​ຮູ້​​ພື້ນ​ຖານ ດ້ານ​ພາ​ສາ​ຕ່າງ​ປະ​ເທດ ເຊັ່ນ: ພາ​ສາ​ອັງ​ກິດ ​ຫຼື ພາ​ສາ​ຝ​ຣັ່ງ; ​ເປັນ​ຄົນ ມີ​ຄວາມ​ກະຕືລືລົ້ນໃນການຊອກຮູ້, ມີ​ຄວາມ​ພະຍາຍາມ, ມີ​ວິ​​ໄສ​ທັດ​ກ​ວ້າງ​ໄກ ແລະ ມີ​ໃຈ​ຮັກ​​ໃນ​ການຮຽນຮູ້ສີ່ງໃໝ່ໆ; ມີຄວາມ​ສົນ​ໃຈໃນ ​ພາສາ, ວັນນະຄະດີ, ​ວັດ​ທະ​ນະ​ທຳ, ​ເສດຖະກິດ ​ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ ຄົນລັດເຊຍ. ​

ທັກ​ສະ 4 ດ້ານ ​ໃນ​ການ​ສື່ສານ ພາສາ​ລັດ​ເຊຍ ​ເຊັ່ນ: ການ​ເວົ້າ, ​ຟັງ, ​ອ່ານ ​ແລະ ຂຽນ; ທັກ​ສະ ການ​ສອນ ພາສາລັດ​ເຊຍ; ສາ​ມາດ​ນຳ​ໃຊ້​ຄວາມຮູ້ດ້ານພາ​ສາ ​​ເຂົ້າ​ໃນ​ການ​ນໍາ​ທ່ຽວ ​ແລະ ການ​ແປ; ມີ​ຄວາມ​ເຂົ້າ​ໃຈ​ກ່ຽວກັບ ວັດທະນະ​ທໍາ ​ແລະ ຄວາມ​ຮູ້​ຕ່າງໆກ່ຽວກັບ ລັດ​ເຊຍ ​ແລະ ສາມາດ ສົມທຽບ, ​ເລືອ​ກ​ເຟັ້ນ, ​ແລະ ໝູນ​ໃຊ້ ຄວາມ​ຮູ້​ດັ່ງກ່າວ​ເຂົ້າ​ໃນ​ວຽກງານ​ທີ່​ກ່ຽວຂ້ອງ.

ສາມາດເຮັດວຽກໃນຫຼາຍຂະແໜງວຽກງານທີ່​ໄດ້​ນໍາ​ໃຊ້ ພາສາລັດ​ເຊຍ ທັງພາກ​ລັດ, ​ເອກະ​ຊົນ ​ແລະ ອົງການຈັດຕັ້ງ​ສາກົນ ເຊັ່ນ: ​ເປັນພະນັກງານວິຊາການໃນກະຊວງການຕ່າງປະເທດ, ເປັນຜູ້ນຳທ່ຽວ, ນາຍແປພາສາ, ເປັນອາຈານສອນ ພາສາ​ລັດ​ເຊຍ ແລະ ເປັນເລຂາ ​ໃນຫ້ອງການທີ່ນໍາໃຊ້ພາສາລັດເຊຍ ​​ເປັນຕົ້ນ​ແມ່ນ ເລຂາຢູ່ສະຖານທູດ.  ​ 

ໝວດຄວາມຮູ້ພື້ນຖານ​ວິຊາ​ສະ​ເພາະ: 

  1. ການ​ຜັນ​ສຽງພາສາລັດເຊຍ
  2. ພາສາລັດເຊຍທົ່ວໄປ
  3. ວິທີ​ສອນ​ພາສາລັດ​ເຊຍ
  4. ພາສາລັດເຊຍສໍາລັບ​ການ​ນໍາ​ທ່ຽວ

ໝວດວິຊາ​ສະ​ເພາະ

  1. ​ຝຶກ​ຫັດໄວຍະກອນ
  2. ອັກຂະຫຼະວິທະຍາ
  3. ຄໍາ​ສັບ​ວິທະຍາ
  4. ການ​ປະກອບ​ສ້າງ​ຄໍາ​ສັບ
  5. ພື້ນຖານພາສາສາດລັດ​ເຊຍ
  6. ສັບທະສິນສາດ
  7. ວະຈິວິພາກພາສາລັດເຊຍ
  8. ພາສາ​ລັດ​ເຊຍ​ປັດຈຸ​ບັນ
  9. ວັນນະຄະດີ​ລັດ​ເຊຍ
  10. ວັນນະຄະດີ​ໂຊ​ຫວຽດ
  11. ວິ​ເຄາະ​ບົດ​ປະ​ພັນ
  12. ອະລິຍະທໍາ
  13. ທິດສະດີການແປພາສາລັດເຊຍ
  14. ພາສາລັດເຊຍສະເພາະດ້ານ

ມະຫາວິທະຍາໄລແຫ່ງຊາດ

ໂທ 021 740 277