ສັງຄົມສົງເຄາະ

ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດລາວ

ຫຼັກສຸດ ປະລິນຍາຕຼີ 4 ປີ

ສັງຄົມສົງເຄາະ ໝາຍເຖິງການຊ່ວຍເຫຼືອຜູ້ທີ່ປະສົບບັນຫາ, ດ້ອຍໂອກາດ ຫຼື ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ ເຊັ່ນ ຄົນພິການ, ຜູ້ຕິດເຊື້ອເອດສ໌, ຕິດຢາເສບຕິດ ເຊິ່ງມີຈຸດປະສົງເພື່ອຟື້ນຟູ ແລະ ປັບປຸງບົດບາດທາງສັງຄົມຂອງເຂົາເຈົ້າ ໃຫ້ໄປສູ່ສະພາບທີ່ດີຂຶ້ນກວ່າເກົ່າ. ວິຊານີ້ມີບົດບາດສໍາຄັນ ໃນການຊ່ວຍບັນເທົາ ແລະ ປ້ອງກັນການຂະຫຍາຍຕົວ ຂອງບັນຫາສັງຄົມ ແລະ ບັນຫາສ່ວນບຸກຄົນ ອັນຈະເປັນພາລະທີ່ຖ່ວງດຶງການບັນລຸເປົ້າໝາຍການພັດທະນາ.

ວິຊານີ້ຮຽນກ່ຽວກັບ ບັນດາວິທີການຕ່າງໆທີ່ນຳໃຊ້ເຂົ້າໃນວຽກງານສັງຄົມສົງເຄາະ ເຊິ່ງມີຈຸດປະສົງ ເພື່ອຊ່ວຍໃຫ້ກຸ່ມຄົນ ເຫຼົ່ານີ້ ສາມາດດໍາລົງຊີວິດຢູ່ໄດ້ໂດຍກຸ້ມຕົນເອງ ບົນພື້ນຖານສິດສະເໝີພາບ ແລະ ເທົ່າທຽມກັບຄົນທົ່ວໄປໃນສັງຄົມ, ໂດຍຜ່ານການໃຫ້ການສຶກສາ, ການສ້າງຄວາມຮູ້ຄວາມສາມາດໃນການປະກອບອາຊີບ ແລະ ການຊ່ວຍເຫຼືອຟື້ນຟູທາງດ້ານ ຈິດໃຈ ແລະ ສົ່ງເສີມໃຫ້ເຂົາເຈົ້າເຂົ້າຮ່ວມກິດຈະກຳຕ່າງໆໃນສັງຄົມ. 

ການສິດສອນປະກອບມີທິດສະດີ ແລະ ການປະຕິບັດຕົວຈິງ ໂດຍຜ່ານການສຶກສາພຶດຕິກຳຂອງຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ ພ້ອມທັງສຶກສາການປະຕິບັດໜ້າທີ່ຂອງພະນັກງານໃນໜ່ວຍງານທີ່ກ່ຽວຂ້ອງ ເຊັ່ນ: ໂຮງໝໍ, ສູນຟື້ນຟູຄົນພິການ, ຜູ້ຕິດເຊື້ອເອດສ໌, ຜູ້ຕິດຢາເສບຕິດ. ນັກສຶກສາຈະມີໂອກາດເຂົ້າຮ່ວມເປັນອາສາສະໝັກຊ່ວຍເຫຼືອສັງຄົມ ທັງພາຍໃນ ໂຮງຮຽນ ຫຼື ໃນໜ່ວຍງານທີ່ກ່ຽວຂ້ອງ ພ້ອມທັງເຮັດບົດລາຍງານທີ່ກ່ຽວຂ້ອງກັບລາຍວິຊາຮຽນທັງແບບກຸ່ມ ແລະ ດ່ຽວ. 

ຄວາມຮູ້ພື້ນຖານ ທາງດ້ານຈິດຕະວິທະຍາ ແລະ ພາສາຕ່າງປະເທດ. ມີທັກສະ ໃນການເຂົ້າຫາຄົນ, ການໂນ້ມນ້າວຈິດໃຈ, ການຮັບຟັງ ແລະ ເຂົ້າໃຈບັນຫາ. ເປັນຄົນ ເບິ່ງໂລກໃນດ້ານບວກ, ມີຄວາມອົດທົນສູງ, ມີມະນຸດສຳພັນດີ ແລະ ມີທັດສະນະຄະຕິທີ່ດີຕໍ່ຜູ້ຄົນ ແລະ ສັງຄົມ. ມີຄວາມສົນໃຈ ໃນການຊ່ວຍເຫຼືອສັງຄົມ ແລະ ມີຄວາມທຸ້ມເທເສຍສະຫຼະ. 

ສາມາດສື່ສານຢ່າງມີປະສິດທິພາບ; ຮູ້ວິເຄາະ ແລະ ວິໄຈບັນຫາສັງຄົມ ແລະ ສ່ວນບຸກຄົນ; ຮູ້ວິທີການໃນການເຂົ້າຫາ, ໃຫ້ຄໍາປຶກສາ ແລະ ໃຫ້ຄໍາແນະນໍາແກ່ຜູ້ອື່ນ; ສາມາດເຮັດວຽກຮ່ວມກັນເປັນກຸ່ມ ແລະ ຮູ້ທັກສະໃນການປະສານງານ ກັບ ບຸກຄົນ ແລະ ໜ່ວຍງານທີ່ໃຫ້ການບໍລິການທາງສັງຄົມ. 

ເປັນນັກສັງຄົມສົງເຄາະ, ເປັນພະນັກງານຝ່າຍບໍລິຫານບຸກຄະລາກອນ, ເຮັດວຽກກັບໜ່ວຍງານທີ່ກ່ຽວຂ້ອງກັບການໃຫ້ການ ຊ່ວຍເຫຼືອສັງຄົມ ເຊັ່ນ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສາທາລະນະສຸກ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບ ລັດຖະບານ (NGOs) ແລະ ອົງການຈັດຕັ້ງສາກົນອື່ນໆທີ່ກ່ຽວຂ້ອງ.

ໝວດຄວາມຮູ້ພື້ນຖານວິຊາສະເພາະ

  1. ສຶກສາບັນຫາສັງຄົມ
  2. ຊົນເຜົ່າວິທະຍາ
  3. ທິດສະດີທາງສັງຄົມວິທະຍາ
  4. ສິດທິເດັກ ແລະ ການປົກປ້ອງ
  5. ອາສາສະໝັກ ແລະ ບໍລິການຊຸມຊົນ
  6. ປັດຊະຍາຊີວິດ
  7. ສັງຄົມວິທະຍາໄວໜຸ່ມ
  8. ຈິດຕະວິທະຍາສັງຄົມ
  9. ສັງຄົມສົງເຄາະເບື້ອງຕົ້ນ
  10. ນະໂຍບາຍສັງຄົມ
  11. ສາສະໜາກັບການສັງຄົມສົງເຄາະ
  12. ພາສາອັງກິດ

ໝວດວິຊາ​ສະ​ເພາະ

  1. ວິທີວິທະຍາການວິໄຈ
  2. ຈັນຍາບັນນັກສັງຄົມສົງເຄາະ
  3. ເພດພາວະສຶກສາ
  4. ອາຍາວິທະຍາ
  5. ສິດທິມະນຸດ
  6. ທິດສະດີ ແລະ ຫຼັກການສັງຄົມສົງເຄາະ
  7. ສັງຄົມວິທະຍາຕົວເມືອງ
  8. ສັງຄົມວິທະຍາຄອບຄົວ
  9. ແນວຄິດການພັດທະນາສັງຄົມ
  10. ສັງຄົມສົງເຄາະທາງການແພດ
  11. ການໃຫ້ຄໍາປຶກສາທາງສັງຄົມສົງເຄາະ
  12. ການວິໄຈທາງສັງຄົມສົງເຄາະ
  13. ການປະກັນສັງຄົມ
  14. ການຄຸ້ມຄອງໄພພິບັດ
  15. ການສຶກສາຊຸມຊົນ
  16. ການແກ້ໄຂຂໍ້ຂັດແຍ່ງ
  17. ການປະເມີນຜົນກະທົບທາງສັງຄົມ
  18. ຍຸດທະສາດແກ້ໄຂຄວາມທຸກຍາກ
  19. ການຈັດການສະຫວັດດີການສັງຄົມ
  20. ການລະດົມທຶນທາງສັງຄົມສົງເຄາະ
  21. ການບໍລິຫານໂຄງການ
  22. ການປົກປ້ອງສັງຄົມ