ສະຖິຕິ

ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ສະຖິຕິ ໝາຍ​ເຖິງ​ຄະນິດສາດ​ຂະ​ແໜງໜຶ່ງ ໃນ​ການ​ຈັດການ, ວິ​ເຄາະ ​ແລະ ​ແປ​ຄວາມໝາຍ​ຂໍ້​ມູນທີ່​ເປັນ​ຕົ​ວ​ເລກເພື່ອນຳມາເປັນສະຖິຕິ.ເນື່ອງຈາກວຽກງານ​​ຕ່າ​ງໆມີຄວາມຈໍາ​ເປັນຕ້ອງ​ໄດ້​ເກັບ​ກໍາ​ສະຖິຕິ​ເຊັ່ນ: ສະຖິຕິພົນລະເມືອງ, ການ​ສຶກສາ, ພູມີສາດ, ເສດຖະກິດ ແລະ ສະພາບອາກາດຕ່າງໆ, ສະຖິຕິ ຈຶ່ງມີ​ຄວາມ​ສໍາຄັນ​ໃນ​ການກໍານົດ​ແຜນ​, ເປົ້າໝາຍ ​ແລະ ຕິດຕາມຄວາມກ້າວໜ້າຂອງການພັດທະນາ ພ້ອມ​ທັງ​ຊ່ວຍສະໜັບສະ​ໜູນການຕັດສິນໃຈໃນການບໍລິຫານ ​ແລະ ດຳເນີນການ.

ສຶກສາກ່ຽວກັບການວາງແຜນເພື່ອການສຳຫຼວດ, ເກັບກຳຂໍ້ມູນ,ຈັດລະບົບ, ຕີຄວາມໝາຍ, ສະຫຼຸບຜົນ ແລະ ວິເຄາະຂໍ້ມູນຕົວ​ເລກ; ຮຽນຮູ້ການວາງແຜນເພື່ອການວິ​ໄຈແລະທົດລອງ; ການສ້າງແລະພັດທະນາລະບົບຂໍ້ມູນ; ​​ຮຽນລົງເລິກເຖິງສູດຄິດໄລ່ທີ່ຊັບຊ້ອນພ້ອມທັງການນຳໃຊ້ສະຖິຕິເຂົ້າໃນການຄິດໄລ່​ແລະ​ເຂົ້າຊ່ວຍຂະແໜງອື່ນໆ; ຮຽນກ່ຽວກັບ​​ຄະນິດສາດ​ທົ່ວ​ໄປ; ສະຖິຕິ​ປະ​ເພດ​ຕ່າງໆ; ​ແລະ ການ​ນໍາ​ໃຊ້​ໂປຣ​ແກຣມຄອມ​ພິວ​ເຕີ​ທາງ​ສະຖິຕິເພື່ອ​ມາ​ວິ​ເຄາະຂໍ້​ມູນ.

ການ​ສິດ​ສອນ​ຈະ​ອີງຕາມຫຼັກສູດ ໂດຍ​ຮຽນທິດສະດີທາງຄະນິດສາດເພື່ອນໍາໃຊ້ເຂົ້າໃນການຄິດໄລ່;ໃນ​ພາກ​ປະ​ຕິ​ບັດ​ຕົວ​ຈິງ​ນັກ​ສຶກ​ສາ​ຈະ​ໄດ້ນຳໃຊ້ໂປຣແກຣມຄອມ​ພິວ​ເຕີ​ເຂົ້າໃນການຄິດໄລ່; ມີ​ການລົງຝຶກງານຕາມ​ຂະ​ແໜງ​ການທີ່ກ່ຽວ​ຂ້ອງໃນຂົງເຂດວຽກງານເສດຖະກິດ-ສັງຄົມ, ສິ່ງແວດລ້ອມ, ບັນຊີການເງິນ, ວິເຄາະການຕະຫຼາດໂດຍການນຳໃຊ້ຊອຟແວຣ໌ກ່ຽວກັບສະຖິຕິໃນການຄາດຄະເນສະຖານະການ, ເຫດການ ຫຼື ບັນຫາໃດໜຶ່ງ; ​ແລະ ມີ​ການ​ຂຽນບົດລາຍ​ງານ.

ມີຄວາມຮູ້ພື້ນຖານ ຄະນິດສາດ, ພາສາອັງກິດ, ຄອມພິວເຕີຂັ້ນພື້ນຖານ;ມີທັກສະ ໃນການ​ຄິດ​ໄລ່, ຫົວໄວ ແລະ ແກ້ໄຂ​ບັນຫາ;ເປັນຄົນມີຄວາມຈຳດີ, ເຮັດຫຍັງຕາມຫຼັກການຕາມສຸດ ​ແລະ ເຂົ້າໃຈໄດ້ໄວໃນສິ່ງໃດໜຶ່ງທີ່ມີຄວາມຊັບຊ້ອນ; ​ແລະມີຄວາມສົນໃຈໃນການເກັບກຳສະຖິຕິ ແລະ ຄິດຄົ້ນວິທີທາງໃນການຄິດໄລ່ໃໝ່ໆຢູ່ສະເໝີ.

ສາມາດຄິດໄລ່ ​ແລະ ນຳໃຊ້ໂປຣແກຣມຄິດໄລ່ທາງສະຖິຕິ ເຂົ້າຊ່ວຍໃນວຽກງານເກັບກຳສະຖິຕິ; ຮູ້​ວິທີ​ການວາງແຜນ ແລະ ຄິດໄລ່ປະເມີນຜົນ; ສາມາດຄົ້ນຄວ້າ ແລະ ເຮັດບົດວິໄຈຕ່າງໆ ທີ່ມີການນໍາໃຊ້ສະຖິຕິເຂົ້າຊ່ວຍ; ​ແລະ ສາມາດນໍາໃຊ້ຂໍ້ມູນ ແລະ ສະຖິຕິເກົ່າເພື່ອຄາດຄະເນເຫດການຕ່າງໆທີ່ອາດຈະເກີດຂຶ້ນໃນອະນາຄົດ.

ເປັນຄູສອນຄະນິດສາດ ​ແລະ ວິຊາສະຖິຕິ ນັບຕັ້ງແຕ່ລະດັບປະຖົມຈົນເຖິງຂັ້ນການ​ສຶກ​ສາ​ຊັ້ນ​ສູງ;​ເປັນນັກຄົ້ນຄວ້າວິໄຈໃນຫຼາຍຂະແໜງການ​ເຊັ່ນ: ດ້ານການຄົ້ນຄວ້າທາງດ້ານສະຖິຕິປະຊາກອນ, ເສດ​ຖະ​ກິດ​ມະ​ຫາ​ພາກ, ຄິດໄລ່ພູມສາດ; ເປັນພະນັກງານຝ່າຍບັນຊີ ​ແລະ ບໍລິຫານທົ່ວໄປ; ​ແລະ ພະນັກງານສຳນັກງານລັດ ຫຼື ອົງກອນທົ່ວໄປທີ່​ກ່ຽວຂ້ອງ​ກັບ​ສະຖິຕິ.

ໝວດທິດສະດີວິຊາສະເພາະດ້ານ

  1. ສະຖິຕິພື້ນຖານ
  2. ຄະນິດສາດສະຖິຕິ
  3. ທິດສະດີສະຖິຕິ
  4. ການວິໄຈການດຳເນີນງານ
  5. ການວິເຄາະທາງດ້ານຄຸນນະພາບ
  6. ການວິເຄາະດ້ວຍໂປຣແກຣມສຳເລັດທາງສະຖິຕິ
  7. ຄວາມຮູ້ພື້ນຖານກ່ຽວກັບຖານຂໍ້ມູນ

ໝວດທິດສະດີວິຊາສະເພາະຫຼັກ

  1. ວິທີການຄົ້ນຄວ້າ
  2. ຊອຟແວຣ໌ນຳໃຊ້ລະດັບສູງ
  3. ພຶດຊະຄະນິດລີເນແອ
  4. ລະບົບຄອມພິວເຕີ
  5. ໝວດວິຊາສະເພາະບັງຄັບ

ສຳມະນາ

  1. ເຕັກນິກການເລືອກຕົວຢ່າງ
  2. ການວາງແຜນການທົດລອງ
  3. ການວິເຄາະອະນຸກົມເວລາແລະດັດຊະນີ
  4. ສະຖິຕິການວິໄຈ
  5. ການຄວບຄຸມຄຸນນະພາບທາງສະຖິຕິ
  6. ສະຖິຕິທຸລະກິດ
  7. ການຈຳລອງທາງສະຖິຕິ

ໝວດວິຊາສະເພາະເລືອກ

  1. ສະຖິຕິທີ່ບໍ່ໃຊ້ພາຣາມີເຕີ
  2. ການຈັດການງານຜະລິດສິນຄ້າ ແລະ ບໍລິການ
  3. ສະຖິຕິປະຊາກອນເບື້ອງຕົ້ນ
  4. ການອອກແບບການສຳຫຼວດ
  5. ສະຖິຕິທາງຊີວະວິທະຍາ
  6. ສະຖິຕິທາງສັງຄົມສາດ