ສະພາບແວດລ້ອມຜັງເມືອງ

ຄະນະ​ສະຖາປັດຕະຍະກຳ​, ມະຫາວິທະຍາ​ໄລ​ແຫ່ງ​ຊາດ





​ປະລິນຍາ​ຕີ 4 ປີ





ສະພາບແວດລ້ອມຜັງເມືອງ​ແມ່ນສະພາບ​ແວດ​ລ້ອມທາງ​ດ້ານ​ເສດຖະກິດ-ສັງຄົມທີ່​ເປັນ​ປັດ​ໄຈ​ຕໍ່​ການ​ຂະຫຍາຍຕົວ ແລະ ການ​ສ້າງ​ຕົວ​ເມືອງ​ທີ່​ໜ້າ​ຢູ່, ລວມທັງ​ສິ່ງ​ແວດ​ລ້ອມທາງ​ວັດທະນາ​ທຳ ​ແລະ ສິ່ງ​ແວດ​ລ້ອມທາງ​ທຳ​ມະ​ຊາດ. ການ​ວາງ​ແຜນ ​ແລະ ຄຸ້ມ​ຄອງ​ສະພາບ​ແວດ​ລ້ອມ​ຜັງ​ເມືອງທີ່ມີ​ປະສິດທິພາບມີ​ຄວາມ​ສຳຄັນຕໍ່​ການກຳນົດ​ແຜນ​ພັດທະນາຕົວເມືອງ​ໃຫ້​ມີ​ຄວາມຍືນຍົງ ​ແລະ ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​​ທາງ​ດ້ານ​ເສດຖະກິດ ​ແລະ ສັງຄົມທີ່ມີການຂະຫຍາຍຕົວ.



ວິຊາ​ນີ້​ຮຽນກ່ຽວກັບບັນດາ​ວິທີ​ການ​​ໃນ​ການວາງແຜນ ແລະ ການຄຸ້ມຄອງຕົວເມືອງ, ສຶກສາສະພາບແວດລ້ອມເສດຖະກິດ ແລະປັດໄຈທີ່ເຮັດໃຫ້ຕົວເມືອງມີການຂະຫຍາຍຕົວ, ປັດໃຈທາງສັງຄົມທີ່ສົ່ງຜົນຕໍ່ການສ້າງຕົວເມືອງທີ່ໜ້າຢູ່, ການປົກປັກຮັກສາ ແລະ ສົ່ງເສີມຄຸນຄ່າຂອງມໍລະດົກວັດທະນະທຳ, ເງື່ອນໄຂສະພາບແວດລ້ອມທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ ເພື່ອສ້າງສະພາບແວດລ້ອມສິ່ງປຸກສ້າງທີ່ເປັນມິດກັບສິ່ງແວດລ້ອມ.





ການສິດສອນວິຊາ​ນີ້​​ແມ່ນປະສົມ​ປະສານ​ການຮຽນທິດສະດີ ​ແລະ ເນັ້ນໜັກການສອນທັກສະການຮຽນຮູ້ດ້ວຍຕົນເອງໃຫ້ແກ່ນັກສຶກສາ ​ໂດຍຜ່ານ​ການປະຕິບັດຕົວຈິງ​ເຊັ່ນ: ການ​ຈຳລອງ​ສະພາບ​ແວດ​ລ້ອມ​ຜັງ​ເມືອງ, ວາງ​ແຜນ ​ແລະ ອອກ​ແບບ​ໂຄງ​ສ້າງ​ທາງ​ສະຖາປັດຕະຍາ​ກຳ ​ແລະ ສະພາບ​ແວດ​ລ້ອມ​ພາຍ​ໃນ​ອາຄານ​ເປັນ​ຕົ້ນ.​





ນັກສຶກສາ​ທີ່​ຮຽນສາຂາ​ນີ້​ຄວນ​ມີຄວາມສົນໃຈກ່ຽວກັບການວາງ​ແຜນ​, ອອກ​ແບບ ແລະ ການພັດທະນາຕົວເມືອງ, ມີ​ທັກ​ສະ​ໃນ​ການ​ວິ​ເຄາະ​ບັນຫາ, ການ​ຮັບ​ຟັງ ​ແລະ ການ​ປັບ​ຕົວ​ເຂົ້າ​ກັບ​ສະພາບ​ແວດ​ລ້ອມ​ອ້ອມ​ຂ້າງ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ພື້ນຖານ​ທາງ​​ດ້ານ​ການ​ແຕ້ມ ​ແລະ ການ​ຄິດ​ໄລ່. 



ນັກ​ສຶກສາທີ່​ຈົບ​ຈາກ​ພາກ​ວິຊາ​ນີ້​ຈະ​ມີ​ຄວາມສາມາດ​ໃນ​ການ​ວິ​ເຄາະ​ປັດ​ໄຈ​ຕ່າງໆ​ທີ່​ມີ​ຜົນ​ຕໍ່​ການ​ພັດທະນາ​ຕົວ​​ເມືອງ,​ ສາ​ມາດອອກແບບ, ວາງແຜນ ​ແລະ ພັດທະນາ​ຕົວ​ເມືອງ ​ໂດຍ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ເໝາະ​ສົມ. ມີທັກ​ສະໃນການນຳສະເໜີຄວາມຄິດດ້ວຍຄຳເວົ້າ, ການຂຽນ, ການແຕ້ມດ້ວຍມື, ດ້ວຍຄອມພິວເຕີ 2D ແລະ 3D  ແລະ ດ້ວຍຫຸ່ນຈຳລອງ.

ສາມາດ​ປະກອບ​ອາຊີບ​ເປັນ​ນັກ​ວິສະວະກອນ​ ຫຼື ທີ່​ປຶກສາ​ທາງ​ດ້ານ​ການອອກ​ແບບ​ພັດທະນາ​ຕົວ​ເມືອງ​ຢູ່​ອົງ​ກອນຕ່າງໆ​ທັງພາກລັດແລະເອກະຊົນເຊັ່ນ: ຂະ​ແໜງໂຍທາທິການ ແລະ ການຂົນສົ່ງ, ຂະ​ແໜງການອະນຸລັກມໍລະດົກວັດທະນະທຳ-ທ່ອງທ່ຽວ, ອົງການພັດທະນາສາກົນ, ຫ້ອງການວາງແຜນອອກແບບຜັງເມືອງ. ​ເປັນອາຈານ​ສອນ​ກ່ຽວກັບສະຖາປັດຕະຍາ​ກຳ​ສາດ ແລະ ຜັງເມືອງ.




ໜວດວິຊາຄວາມຮູ້ພື້ນຖານວິຊາສະເພາະ

  1. ການແຕ້ມແບບສະຖາປັດຕະຍະກຳ 
  2. ການວາດພາບ ແລະ ປັ້ນ
  3. ເກນ ແລະ ແນວຄວາມຄິດໃນການອອກແບບ 
  4. ເຕັກນິກການນຳສະເໜີ
  5. ໂຄງການອອກແບບສະຖາປັດຕະຍະກຳ 
  6. ພາສາອັງກິດສຳລັບສະຖາປະນິກ ແລະ ນັກວາງແຜນ 
  7. ທັກ​ສະການ​ຮຽນ​ຮູ້​ແລະ​ການ​ຂຽນ​ບົດ​ຄວາມ​ທາງ​ວິຊາ​ການ
  8. ການສຳຫຼວດວັດແທກ ແລະ ສ້າງພື້ນແຜນທີ່
  9. ການອອກແບບ ແລະ ວາງຜັງບໍລິເວນ
  10. ປັດໄຈສັງຄົມ ແລະ ພຶດຕິກຳສະພາບແວດລ້ອມ
  11. ຄອມພິວເຕີສຳລັບການແຕ້ມແບບ 2 ມິຕິ
  12. ໂຄງການວາງແຜນ-ອອກແບບ 
  13. ການຕັ້ງຖິ່ນຖານ ແລະ ພູມີທັດວັດທະນະທຳ
  14. ກົນ​ລະ​ສາດ​ວັດ​ສະດຸ
  15. ວັດ​ສະດຸ​ແລະ​ວິທີການ​ກໍ່ສ້າງ
  16. ການອອກແບບໂຄງສ້າງທາງສະຖາປັດຕະຍະກຳ
  17. ເຕັກນິກການວາງແຜນ
  18. ການຈຳລອງສະພາບແວດລ້ອມຕົວເມືອງ
  19. GIS ສຳລັບການວາງແຜນ ແລະ ຄຸ້ມຄອງຕົວເມືອງ
  20. ການ​ຄວບ​ຄຸມ​ສະພາບ​ແວດ​ລ້ອມພາຍໃນ​ອາຄານ
  21. ວິວັດທະນາການຜັງເມືອງໃນລາວ
  22. ມໍລະດົກສະຖາປັດຕະຍະກຳ ແລະ ຜັງເມືອງລາວ
  23. ການວາງແຜນການນຳໃຊ້ທີ່ດິນ
  24. ໂຄງລ່າງພື້ນຖານເມືອງ
  25. ການວາງແຜນສະພາບແວດລ້ອມຕົວເມືອງ
  26. ການວາງແຜນພື້ນທີ່ແບບປະສົມປະສານ 
  27. ການອະນຸລັກ ແລະ ຟື້ນຟູເມືອງ
  28. ການພັດທະນາທີ່ຢູ່ອາໄສ ແລະ ຊຸມຊົນ
  29. ນະໂຍບາຍ ແລະ ກົດໝາຍຜັງເມືອງ
  30. ການຄຸ້ມຄອງ ແລະ ບໍລິຫານຕົວເມືອງ
  31. ການວາງແຜນ ແລະ ພັດທະນາການທ່ອງທ່ຽວ
  32. ການປະຕິບັດວິຊາຊີບການວາງແຜນ ແລະ ອອກແບບສະພາບແວດລ້ອມຜັງເມືອງ
  33. ການສຳມະນາສະພາບແວດລ້ອມຜັງເມືອງ
  34. ການສຶກສາສ່ວນບຸກຄົນກ່ຽວກັບສະພາບແວດລ້ອມຜັງເມືອງ