ຕັດຫຍິບ

ວິທະຍາໄລເຕັກນິກປາກປ່າສັກ



ຫຼັກສູດ​ ຊັ້ນກາງ 2 ປີ (12+2) ສໍາລັບ​ນັກຮຽນທີ່​ຮຽນຈົບ ມ 7

    ຊັ້ນກາງ 3 ປີ (9+3) ສໍາລັບ​ນັກຮຽນທີ່​ຮຽນຈົບ ມ 4



ການຕິດຫຍິບ ເປັນວິຊາຊີບໜຶ່ງທີ່ກ່ຽວຂ້ອງກັບການຕັດຫຍິບເຄື່ອງນຸ່ງ ບໍ່ວ່າຈະເປັນເຄື່ອງນູ່ງສໍາລັບຜູ້ຍິງ, ຜູ້ຊາຍ, ເດັກນ້ອຍ ແລະ ອື່ນໆ. ວິຊາຊີບຕັດຫຍິບມີຄວາມສໍາຄັນ ແລະ ເປັນວິຊາຊີບທີ່ມີໂອກາດຈະເລີນກ້າວໜ້າ ເນື່ອງຈາກເຄື່ອງນຸ່ງເປັນສິ່ງຈໍາເປັນສໍາລັບທຸກໆຄົນ. ຊ່າງຕັດຫຍິບຍັງເປັນອາຊີບທີ່ສ້າງຖານະ ແລະ ລ້ຽງຊີບໃຫ້ແກ່ສ່ວນບຸກຄົນ ພ້ອມດຽວກັນນັ້ນ ກໍ່ເປັນຫົວໜ່ວຍອູດສາຫະກໍາໜຶ່ງທີ່ເປັນທ່າແຮງ ໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດ. 



ສາຂານີ້ຮຽນກ່ຽວກັບການຕັດຫຍິບ ແລະ ການອອກແບບພື້ນຖານ ເຊິ່ງເລີ່ມຕັ້ງແຕ່ການຮຽນກ່ຽວກັບ​ເຄື່ອງນຸ່ງ​ຂອງ​ຜູ້ຍິງ, ຜູ້ຊາຍ, ເດັກນ້ອຍ ແລະ ​ເຕັກນິກການຫຍິບເຄື່ອງນຸ່ງ ເພື່ອໃຫ້ເໝາະສົມກັບຮູບ​ຮ່າງ, ​ເພດ, ​ໄວ ຂອງ​ຜູ້​ນຸ່ງ​ຖື; ການແທກໂຕ, ການອອກແບບ ແລະ ການສ້າງແບບ; ການນໍາໃຊ້ເຄື່ອງຈັກ ແລະ ອຸປະກອນອື່ນໆ ທີ່ໃຊ້ໃນການຕັດຫຍິບ ແລະ ຍັງຮຽນກ່ຽວກັບພື້ນຖານການບໍລິຫານທຸລະກິດຕັດຫຍິບ ເປັນຕົ້ນ.



ການສິດສອນຂອງສາຂາວິຊານີ້​ ປະກອບມີການຮຽນທິດສະດີພາຍໃນຫ້ອງຮຽນ ເຊິ່ງນັກສຶກສາຈະໄດ້ຮຽນທິດ ສະດີກ່ຽວກັບການຕັດຫຍິບ ແລະ ການນໍາໃຊ້ອຸປະກອນຕັດຫຍິບຕ່າງໆ ເພື່ອເປັນພື້ນຖານໃນການປະຕິບັດຕົວຈິງ. ໃນການປະຕິບັດຕົວຈິງ ນັກສຶກສາຈະໄດ້ລົງມືຕັດຫຍິບເຄື່ອງນຸ່ງໃດໜຶ່ງ ໂດຍຈະໄດ້ເລີ່ມຕັ້ງແຕ່ການອອກແບບ, ການສ້າງແບບ, ການຕັດ ແລະ ການຫຍິບຕົວຈິງ ພາຍໃຕ້ການແນະນໍາ ແລະ ນໍາພາຈາກອາຈານສອນ.



ຄວາມຮູ້ພື້ນຖານດ້ານການແຕ້ມຮູບ, ມີທັກສະໃນການອອກແບບ ແລະ ປະດິດ. ຄວນມີຄວາມມັກຮັກໃນການຕັດຫຍິບເຄື່ອງນູ່ງປະເພດຕ່າງໆ. ເປັນຄົນ ມີຄວາມຄິດສ້າງສັນ, ມັກຄວາມສວຍງາມ, ມັກການອອກແບບ ແລະ ປະດິດປະດອຍ, ມີຄວາມລະອຽດອ່ອນ, ມີຄວາມອົດທົນ ແລະ ຄວາມພະຍາຍາມສູງ ແລະ ຄວນຈະເປັນຄົນທີ່ມີມະນຸດ​ສໍາພັນ​ດີໃນການບໍລິການ.

ມີທັກສະໃນການຕັດຫຍິບເຄືອງນຸ່ງປະເພດຕ່າງໆ ເຊັ່ນ:​ ເຄື່ອງນຸ່ງຊາຍ, ເຄື່ອງນຸ່ງຍິງ, ເຄື່ອງນຸ່ງທາງການ, ເຄື່ອງນຸ່ງໄປງານລ້ຽງ ແລະ ອື່ນໆ; ມີທັກສະ ​ແລະ ຫົວຄິດ​ປະດິດ​ສ້າງ ໃນການແທກໂຕ, ການອອກແບບ ແລະ ການສ້າງແບບ, ການຕັດຜ້າ, ການຫຍິບ, ສອຍຜ້າ ແລະ ຮູ້ວິທີການໃຊ້​ເຄື່ອງຈັກ ແລະ ອຸປະກອນ​ຕ່າງໆ​ໃນ​ການ​ຕັດຫຍິບ.



ສາມາດປະກອບອາຊີບ ໃນຫົວໜ່ວຍທຸລະກິດທີ່ກ່ຽວກັບການຜະລິດເຄື່ອງນຸ່ງຫົ່ມ ບໍ່ວ່າຈະເປັນໂຮງງານຕັດຫຍິບຕ່າງໆ ໂດຍເຮັດໜ້າທີ່ເປັນ ພະນັກງານຕັດຜ້າ, ພະນັກງານຫຍິບຜ້າ. ສາມາດປະກອບອາຊີບເປັນ ພະນັກງານຫຍິບເຄື່ອງອິດສະຫຼະ, ນັກອອກແບບເຄື່ອງນຸ່ງ ແລະ ເປັນຜູ້ປະກອບການທຸລະກິດຕັດຫຍິບ ເປັນຕົ້ນ.



  1. ການ​ສ້າງ​ແບບ​ຕັດ
  2. ການ​ຕັດຫຍິບ​ເບື້ອງຕົ້ນ
  3. ສິນລະປະ​ດິດ
  4. ຄວາມ​ຮູ້​ກ່ຽວກັບ​ຈັກ​ຫຍິບ
  5. ຕັດ ​ແລະ ຫຍິບ​ເຄື່ອງນຸ່ງ​ຜູ້ຍິງ ​ແລະ ຜູ້​ຊາຍ