ພາສີ ແລະ ອາກອນ

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕຼີ 4 ປີ

ພາສີໝາຍເຖິງ ພັນທະເປັນເງິນທີ່ມອບໃຫ້ລັດໂດຍບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ດຳເນີນການສົ່ງອອກ ນຳເຂົ້າ ເຄື່ອງຂອງ ຜ່ານດ່ານພາສີຢູ່ດ່ານຊາຍແດນ. ອາກອນໝາຍເຖິງ ພັນທະເປັນເງິນຂອງບຸກຄົນ ຫຼື ນິຕິບຸກຄົນ, ອົງການຈັດຕັ້ງຕ່າງໆ ລວມທັງຕ່າງປະເທດ ທີ່ດໍາເນີນທຸລະກິດ ຫຼື ເຄື່ອນໄຫວດ້ານອື່ນໆ ຢູ່ໃນລາວ, ເຊິ່ງມີຄວາມສໍາຄັນເນ່ື່ອງຈາກ ເປັນລາຍຮັບຫຼັກຂອງ ລັດຖະບານເພື່ອນໍາໄປໃຊ້ຈ່າຍໃນກິດຈະການການບໍລິຫານປະເທດ ອັນເປັນສາທາລະນະປະໂຫຍດໃຫ້ແກ່ປະເທດຊາດ.

ສາຂາວິຊານີ້ຮຽນກ່ຽວກັບ ກົດໝາຍ ແລະ ນະໂຍບາຍທາງດ້ານພາສີ ແລະ ສ່ວຍສາອາກອນ, ເຕັກນິກ ແລະ ຂະບວນການໃນການເກັບພາສີ ແລະ ອາກອນຕ່າງໆ, ບັນດາໝວດໝູ່ ແລະ ລະຫັດພາສີປະເພດຕ່າງໆ, ການຄິດໄລ່ພາສີ ແລະ ອາກອນປະເພດຕ່າງໆ, ​ຂະບວນການສົ່ງອອກ-ນໍາເຂົ້າ ແລະ ການຄ້າລະຫວ່າງປະເທດ. ນອກຈາກນີ້, ຍັງຈະໄດ້ຮຽນວິຊາ ກ່ຽວພັນອຶ່ນໆ ເຊັ່ນ: ພື້ນຖານຫຼັກການບໍລິຫານທຸລະກິດ, ເສດຖະສາດ,​ ບັນຊີ ແລະ ການກວດສອບບັນຊີ.

ນັກສຶກສາຈະໄດ້ຮຽນທິດສະດີທາງດ້ານພາສີ-ອາກອນ ພາຍໃນຫ້ອງຮຽນ ໂດຍຜ່ານການບັນຍາຍ ແລະ ການສຳມະນາ ແລະ ມີການ ປະຕິບັດຕົວຈິງ ເຊັ່ນ: ການໄປທັດສະນະສຶກສາ ແລະ ການລົງຝຶກງານ ໃນບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ເຊັ່ນ: ກະຊວງການເງິນ, ທະນາຄານ ແລະ ບໍລິສັດກວດສອບເອກະຊົນຕ່າງໆ. ນອກຈາກນັ້ນ, ນັກສຶກສາຈະໄດ້ເຮັດການຄົ້ນຄວ້າ ວິໄຈເພື່ອນໍາໃຊ້ຂໍ້ມູນເຂົ້າໃນການຂຽນບົດລາຍງານ ແລະ ບົດໂຄງການຈົບຊັ້ນທີ່ກ່ຽວຂ້ອງກັບພາສີ ແລະ ອາກອນ.

ພື້ນຖານດ້ານການຄິດໄລ່ ເພື່ອຊ່ວຍໃນການຄຳນວນລາຍຈ່າຍພາສີ ແລະ ອາກອນ ແລະ ພື້ນຖານທາງດ້ານວິຊາສັງຄົມສາດ ຫຼື ມີຄວາມຮູ້ກ່ຽວກັບສັງຄົມ ແລະ ລະບຽບກົດໝາຍ ໂດຍສະເພາະກົດໝາຍກ່ຽວກັບພາສີ ແລະ ອາກອນ ແລະ ມີທັກສະໃນການພົວພັນສື່ສານ ເພື່ອຊ່ວຍໃນການລົງເກັບກຳພາສີອາກອນກັບປະຊາຊົນ, ຮ້ານຄ້າ, ທຸລະກິດ ແລະ ອົງກອນຕ່າງໆ.

ນັກສຶກສາຈະມີຄວາມສາມາດໃນການຄິດໄລ່ອາກອນປະເພດຕ່າງໆ ເຊັ່ນ: ອາກອນເງິນເດືອນ, ອາກອນມອບເໝົາ, ອາກອນກຳໄລ, ອາກອນຊົມໃຊ້, ອາກອນມູນຄ່າເພີ່ມ ແລະ ອື່ນໆ. ສາມາດເຂົ້າໃຈ ແລະ ໄຈ້ແຍກບັນດາໝວດສິນຄ້າ ແລະ ວິທີການເກັບພາສີທີ່ເໝາະສົມກັບປະເພດສິນຄ້າ ແລະ ຮູ້ກ່ຽວກັບຂະບວນການສົ່ງອອກ-ນໍາເຂົ້າສິນຄ້າ.

ສາມາດປະກອບອາຊີບເປັນເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ສ່ວຍສາອາກອນ ຕາມດ່ານ-ຊາຍແດນລະຫວ່າງປະເທດ ຫຼື ຢູ່ກົມພາສີ, ກົມອາກອນ ທີ່ຂຶ້ນກັບກະຊວງການເງິນ ແລະ ສາມາດເຮັດວຽກທີ່ກ່ຽວຂ້ອງກັບການວາງແຜນນະໂຍບາຍພາສີ ແລະ ອາກອນໃນອົງການຈັດຕັ້ງລັດ ຫຼື ເຮັດໜ້າທີ່ເປັນທີ່ປຶກສາທາງດ້ານພາສີ ແລະ ອາກອນໃຫ້ແກ່ບັນດາບໍລິສັດເອກະຊົນຕ່າງໆ.

  1. ບໍລິສັດການບັນຊີ ແລະ ກວດສອບ
  2. ຈັນຍາບັນທາງທຸລະກິດ ແລະ ການປົກຄອງ
  3. ຫຼັກການການຕະຫຼາດ
  4. ເຕັກນິກປະລິມານ
  5. ການບັນຊີທົ່ວໄປ
  6. ເສດຖະສາດຈຸລະພາກ
  7. ທຸລະກິດທີ່ປຶກສາ
  8. ກົດໝາຍທຸລະກິດ
  9. ຄອມພິວເຕີ
  10. ການບັນຊີງົບປະມານແຫ່ງຊາດ
  11. ການບໍລິຫານການຜະລິດ ແລະ ການດຳເນີນງານ
  12. ການເງິນທຸລະກິດ 
  13. ເສດຖະສາດມະຫາພາກ
  14. ການບັນຊີການເງິນ 
  15. ການບັນຊີບໍລິຫານ
  16. ກົດໝາຍການບັນຊີ
  17. ບໍລິດສັດຂ້າມຊາດ
  18. ລະບົບຂໍ້ມູນຂ່າວສານທາງການບັນຊີ
  19. ຂະບວນການສົ່ງອອກ ນຳເຂົ້າ
  20. ການບັນຊີທະນາຄານ 
  21. ກົດໝາຍພາສີ ແລະ ກົດໝາຍອາກອນ
  22. ສ່ວຍສາອາກອນ
  23. ວີທີການຄົ້ນຄວ້າວິໄຈທາງດ້ານພາສີ ອາກອນ
  24. ການບັນຊີການເງິນຂັ້ນສູງ
  25. ການກວດສອບ ແລະ ການຮັບປະກັນ
  26. ການລາຍງານການເງິນ
  27. ອາກອນມູນຄ່າເພີ່ມ
  28. ການບໍລິຫານຂໍ້ມູນຂ່າວສານທາງດ້ານພາສີ ອາກອນ
  29. ການບໍລິຫານຂະບວນການຈັດເກັບພາສີ ອາກອນ
  30. ບັນຫາຂອງອາກອນລາຍໄດ້
  31. ບັນຊີສ່ວຍສາອາກອນ
  32. ພາສີ ແລະ ນະໂຍບາຍ
  33. ໂປຼແກຣມການບັນຊີ ແລະ ການນຳໃຊ້
  34. ນະໂຍບາຍສ່ວຍສາອາກອນ
  35. ການບໍລິການການຂົນສົ່ງ ແລະ ຊີບປິງ

ຫ້ອງການ: 021 770067