ສ້າງຄູອະຊີວະເຕັກໂນໂລຊີຂໍ້ມູນ-ຂ່າວສານ

ວິທະຍາໄລເຕັກນິກວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ

ຊັ້ນສູງ ຕໍ່ເນື່ອງ 2 ປີ (12+2+2)

ຄູອະຊີວະສຶກສາ ກ່ຽວກັບ ເຕັກໂນໂລຊີຂໍ້ມູນຂ່າວສານ ຫຼື IT ແມ່ນ​​ການຖ່າຍທອດຄວາມຮູ້ວິຊາການ​​ໃນການປະຍຸກໃຊ້ເຕັກໂນໂລຊີເພື່ອຈັດການກັບຂໍ້ມູນ ເຊິ່ງການສ້າງບຸກຄະລະກອນທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ​​ຈະສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເຊື່ອມໂຍງທາງດ້ານການແລກປ່ຽນຂໍ້ມູນ-ຂ່າວສານ ແລະ ການຈັດການຂໍ້ມູນໃນຫົວໜ່ວຍທຸລະກິດ ແລະ ອົງກອນຕ່າງໆ. 

ສາຂານີ້ຮຽນກ່ຽວກັບ 2 ດ້ານຫຼັກຄື: ຄວາມຮູ້ກ່ຽວກັບເຕັກໂນ​​ໂລຊີຂໍ້ມູນຂ່າວສານ (ໂຄງສ້າງຂອງຂໍ້ມູນ ແລະ ການປົກປ້ອງຖານຂໍ້ມູນ, ການວິເຄາະ ແລະ ອອກແບບລະບົບ, ການຂຽນໂປແກຣມໃນມືຖື ແລະ ຄອມພິວເຕີ, ການຕັດຕໍ່ ແລະ ອອກແບບພາບ, ພື້ນຖານການອອກແບບເວັບໄຊ໌, ການບໍລິຫານເຄືອຂ່າຍ); ແລະ ຄວາມຮູ້ດ້ານການສອນ ເຊັ່ນ: ວິທີການຕ່າງໆໃນການສອນ ແລະ ການນໍາໃຊ້ເຕັກໂນໂລຊີເຂົ້າໃນການສອນ.

ວິທີການ ສິດສອນປະກອບມີທິດສະດີ ຄວບຄູ່ໄປກັບການປະຕິບັດຕົວຈິງໃນຫ້ອງຄອມພິວເຕີ ໂດຍອີງຕາມເນື້ອໃນຂອງແຕ່ລະວິຊາ ເຊັ່ນ: ຝຶກຂຽນ ແລະ ປັບປຸງຖານຂໍ້ມູນ, ການອອກແບບເວັບໄຊ໌ ແລະ ສ້າງໂປຣແກຣມເປັນຕົ້ນ. ພ້ອມກັນນັ້ນ, ກໍ່ມີການເຮັດບົດລາຍງານ ແລະ ລົງຝຶກງານເປັນຄູສອນຢູ່ຕາມສະຖາບັນຕ່າງໆ. 

ຄວນມີຄວາມຮູ້ພື້ນຖານ ແລະ ມີທັກສະ ດ້ານວິຊາຄະນິດສາດ ແລະ ພາສາອັງກິດ; ເປັນຄົນ ມັກແກ້ໄຂບັນຫາ, ມີຄວາມຄິດລິ  ເລີ່ມ, ມັກຫຼິ້ນເກມ, ມີຄວາມສົນໃຈໃນຄອມພິວເຕີ ແລະ ການປ່ຽນ​​ແປງຂອງເຕັກໂນໂລຊີ; ມີຄວາມສົນໃຈທາງດ້ານການສິດສອນ, ການສື່ສານຕ່າງໆ ແລະ ການຈັດການກັບຂໍ້ມູນ.

ມີທັກສະໃນການສອນ, ການແຕ່ງບົດສອນ, ການອະທິບາຍໃຫ້ຄົນອື່ນເຂົ້າໃຈ ແລະ ການບໍລິຫານເວລາ; ທັກສະທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການນຳໃຊ້ຄອມພິວເຕີຢ່າງເລິກເຊິ່ງເຊັ່ນ: ສາມາດສ້າງຖານຂໍ້ມູນ, ທັກສະການຂຽນໂປຣແກຣມ ແລະ ສ້າງເວັບໄຊ໌.

ເປັນຄູສອນ ທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ​​ເປັນເຈົ້າຂອງທຸລະກິດສ່ວນຕົວກ່ຽວກັບ IT, ເປັນນັກອອກແບບເວັບໄຊ໌, ນັກກຣາບຟິກດີຊາຍ, ນັກຂຽນໂປຣແກຣມ ແລະ ນັກວິຊາການທີ່ກ່ຽວຂ້ອງກັບເຕັກໂນໂລຊີຂໍ້ມູນຂ່າວສານ ຢູ່ອົງການພາກລັດ ແລະ ເອກະຊົນ. 

ວິຊາຮຽນ

  1. ຄວາມຮູ້ທົ່ວໄປ
  2. ພາສາອັງກິດ 
  3. ພາສາຫວຽດນາມ
  4. ສິ່ງ​​ແວດລ້ອມ 
  5. ຈິດຕະວິທະຍາທົ່ວໄປ
  6. ພື້ນຖານທາງດ້ານໂທລະຄົມມາຄົມ

ພື້ນຖານວິຊາສະເພາະ

1.ການຄ້າທາງອີເລັກໂຕນິກE-commerce
2.ຄອມພິວເຕີ້ຊ່ວຍສອນ
3.ອອກແບບເວັບໄຊ໌
4.ກຣາບຟິກດີຊາຍ
5.ຄວາມປອດໄພຂໍ້ມູນຂ່າວສານ
6.ພາສາ SQL

ວິຊາສະເພາະ
1.Computer programming 3
2.Ms. Visual basic
3.ວິເຄາະ ແລະ ອອກແບບລະບົບ
4.ການຂຽນໂປຣແກມໃນມືຖື
5.ໂຄງສ້າງຂໍ້ມູນ
6.ການບໍລິຫານເຄືອຄ່າຍ
7.ບໍລິຫານການສຶກສາ
8.ວິທະຍາຍາກການວິຊາຊີບຄູ
9.ຝຶກສອນ
10.ເຕັກໂນໂລຊີການສຶກສາ