ການທ່ອງທ່ຽວ

ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດລາວ

ຫຼັກສຸດ ປະລິນຍາຕຼີ 4 ປີ

ການທ່ອງທ່ຽວ ໝາຍເຖິງ ການເດີນທາງຈາກບ່ອນໜຶ່ງ ໄປຫາບ່ອນໜຶ່ງ ເຊິ່ງມີຈຸດປະສົງເພື່ອຜ່ອນຄາຍຄວາມຕຶງຄຽດ ຈາກກິດຈະກໍາໃນຊີວິດປະຈໍາວັນ. ຂະແໜງການທ່ອງທ່ຽວມີຄວາມສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ເນື່ອງຈາກມັນເປັນຂະແໜງການ ທີ່ສ້າງລາຍໄດ້ ແລະ ຊື່ສຽງໃຫ້ແກ່ປະເທດຊາດ, ສ້າງວຽກເຮັດງານທໍາ ໃຫ້ແກ່ປະຊາຊົນທ້ອງຖິ່ນ ແລະ ຍັງຊ່ວຍໃຫ້ມີການຂະຫຍາຍຕົວຂອງຫົວໜ່ວຍທຸລະກິດອື່ນໆ ທີ່ກ່ຽວຂ້ອງກັບການທ່ອງທ່ຽວ.  

ຮຽນກ່ຽວກັບການໃຫ້ບໍລິການການທ່ອງທ່ຽວ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານນໍາທ່ຽວ, ພາສາອັງກິດສໍາລັບການທ່ອງທ່ຽວ, ການບໍລິຫານ ແລະ ການຕະຫລາດທຸລະກິດນຳທ່ຽວ, ເສດຖະກິດອຸດສະຫະກໍາການທ່ອງທ່ຽວ ແລະ ການວາງແຜນອຸດສະຫະກໍາການທ່ອງທ່ຽວ, ການຈັດກິດຈະກໍາການທ່ອງ ທ່ຽວປະເພດທ່ຽວປ່າ, ລ່ອງເຮືອ, ທ່ຽວຖໍ້າ, ງານປະເພນີ ແລະ ວິຖີຊີວິດ. ນັກສຶກສາຍັງຈະໄດ້ຮຽນຮູ້ກ່ຽວກັບ ການພັດທະນາ ແລະ ການອະນຸລັກແຫຼ່ງທ່ອງທ່ຽວ.  ນອກນີ້ ນັກສຶກສາຍັງໄດ້ລົງພາກປະຕິບັດ ດ້ວຍການຈັດ ແລະ ບໍລິການທົວ ເຊິ່ງເອີ້ນວ່າ ທົວຈຳລອງ. 

ການສິດສອນແມ່ນເນັ້ນໃສ່ການຮຽນກ່ຽວກັບທິດສະດີ ແລະ ການສຶກສາຄົ້ນຄວ້າ ເອກະສານຕ່າງໆ ທີ່ກ່ຽວພັນກັບສາຂາວິຊາຮຽນ ໂດຍສະເພາະແມ່ນ ຮຽນຮູ້ບັນດາຫຼັກເກນ ແລະ ຈັນຍາບັນຂອງການໃຫ້ບໍລິການ. ນອກນີ້ ນັກສຶກສາຍັງຈະໄດ້ລົງປະຕິບັດຕົວຈິງໃນການເກັບກຳຂໍ້ມູນ ເພື່ອຂຽນບົດລາຍງານ ແລະ ລົງທັດສະນະສຶກສາໃນສະຖານທີ່ທ່ອງທ່ຽວທີ່ສໍາຄັນພາຍໃນປະເທດ ເພື່ອຮຽນຮູ້ວິທີການ ບໍລິຫານ, ຈັດການ, ຄຸ້ມຄອງ ແລະ ອະນຸລັກ ສະຖານທີ່ທ່ອງທ່ຽວດັ່ງກ່າວ. ຫຼັງຈາກນັກສຶກສາຮຽນຈົບພາກທິດສະດີແລ້ວ ກໍລົງເຝິກງານໃນສະຖານປະກອບການ ແລະ ອົງກອນຕ່າງໆທີ່ກ່ຽວຂ້ອງ.

ຄວາມສົນໃຈ ໃນວຽກງານການບໍລິການ, ມັກການເດີນທາງ ແລະ ທ່ອງທ່ຽວ, ມັກພົບປະຜູ້ຄົນ ແລະ ມັກຮຽນພາສາຕ່າງປະເທດ. ເປັນຄົນ ມີມະນຸດສຳພັນດີ, ມີຄວາມກະຕືລືລົ້ນໃນການສະແຫວງຫາຄວາມຮູ້ອ້ອມຕົວ, ມີຄວາມຮັບຜິດຊອບສູງ, ມີຄວາມດຸໝັ່ນ, ກ້າສະແດງອອກ ໃນການນໍາສະເໜີ, ມີຄວາມອົດທົນ ແລະ ມີຫົວຄິດປະດິດສ້າງແນວຄວາມຄິດໃໝ່ໆ.

ນັກສຶກສາຈະມີທັກສະໃນການນໍາທ່ຽວ ແລະ ການໃຫ້ບໍລິການ; ຮູ້ວິທີ ການບໍລິຫານ ແລະ ຈັດການ ທຸລະກິດນໍາທ່ຽວ; ທັກສະໃນການນໍາໃຊ້ພາສາຕ່າງປະເທດ ໂດຍສະເພາະໃນການສະໜອງຂໍ້ມູນກ່ຽວກັບແຫຼ່ງທ່ອງທ່ຽວ; ການນໍາໃຊ້ເຕັກໂນໂລຊີສື່ສານ ເຂົ້າໃນການໃຫ້ບໍລິການການທ່ອງທ່ຽວ; ແລະ ຮູ້ຈັກວິທີການພົວພັນຄົນທີ່ມາຈາກຫຼາກຫຼາຍວັດທະນະທຳ.

ເປັນພະນັກງານນຳທ່ຽວ, ພະນັກງານໃຫ້ຂໍ້ມູນໃນສະຖານທີ່ທ່ອງທ່ຽວ ຫຼື ດໍາເນີນທຸລະກິດທ່ອງທ່ຽວ. ນອກນີ້ຍັງສາມາດ ເຮັດວຽກນໍາໜ່ວຍງານ ທີ່ເຮັດວຽກກ່ຽວກັບການຄຸ້ມຄອງ-ພັດທະນາແຫຼ່ງທ່ອງທ່ຽວ ແລະ ສ້າງນະໂຍບາຍການທ່ອງທ່ຽວ ທັງພາກລັດ ແລະ ເອກະຊົນ ເຊັ່ນ: ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ອົງກອນອະນຸລັກແຫຼ່ງທ່ອງທ່ຽວ ເປັນຕົ້ນ.

ໝວດຄວາມຮູ້ພື້ນຖານວິຊາສະເພາະ

  1. ປະເພນີ ແລະ ວັດທະນະທຳລາວ
  2. ຈິດຕະວິທະຍາບໍລິການ
  3. ຊັບພະຍາກອນທ່ອງທ່ຽວທາງທຳມະຊາດຂອງລາວ
  4. ປະຫວັດສາດລາວສຳລັບ​ການທ່ອງທ່ຽວ
  5. ບໍລິຫານທຸລະກິດເບື້ອງຕົ້ນ
  6. ເສດຖະສາດເບື້ອງຕົ້ນ
  7. ກົດໝາຍທຸລະກິດ ແລະ ກົດໝາຍການທ່ອງທ່ຽວ
  8. ສຶກສາອາຊຽນ
  9. ຈັນຍາບັນສຳລັບທຸລະກິດບໍລິການ
  10. ການປະຖົມພະຍາບານ
  11. ວິທີການທາງສະຖິຕິ
  12. ພາສາ​ອັງກິດ ສຳລັບ​​ທ່ອງທ່ຽວ
  13. ຄວາມຮູ້ເບື້ອງຕົ້ນກ່ຽວກັບການທ່ອງທ່ຽວ

ໝວດວິຊາ​ສະ​ເພາະ

  1. ປະຫວັດ​ແຫຼ່ງທ່ອງທ່ຽວ
  2. ການບໍລິຫານຊັບພະຍາກອນມະນຸດ
  3. ພຶດຕິກຳນັກທ່ອງທ່ຽວ
  4. ຂໍ້ມູນຂ່າວສານທາງການທ່ອງທ່ຽວ
  5. ນະໂຍບາຍການທ່ອງທ່ຽວລາວ
  6. ຄວາມ​ຮູ້​ເບື້ອງ​ຕົ້ນ​ກ່ຽວກັບ​ການທ່ອງທ່ຽວ
  7. ການທ່ອງທ່ຽວແບບອະນຸລັກ
  8. ການວາງ​​ແຜນການ​ທ່ອງ​ທ່ຽວ
  9. ການຕະຫຼາດການທ່ອງທ່ຽວ
  10. ການພັດທະນາແຫຼ່ງທ່ອງທ່ຽວ
  11. ການຂົນສົ່ງ ເພື່ອການທ່ອງທ່ຽວ
  12. ການຈັດການທຸລະກິດນຳທ່ຽວ
  13. ການເງິນສຳລັບການທ່ອງ​ທ່ຽວ
  14. ການບັນຊີການທ່ອງທ່ຽວ
  15. ການຈັດການທຸລະກິດສິນຄ້າທີ່ລະນຶກ
  16. ພະນັກງານນຳທ່ຽວ
  17. ວິທີ​ວິ​ໄຈທາງ​ການທ່ອງທ່ຽວ
  18. ການຈັດການທຸລະກິດການປະຊຸມ