ການ​ຄ້າ

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕຼີ 4 ປີ

ການ​ຄ້າໝາຍ​ເຖິງ​ການ​ດຳ​ເນີນ​ທຸລະ​ກິດການ​ຄ້າ(ການນຳເຂົ້າ-ການສົ່ງອອກ)​ແລະ ການ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ສາຂາ​ການ​ຄ້າ​ມີ​ຄວາມ​ສຳຄັນ​ຕໍ່​ກັບ​ເສດຖະກິດ​ລາວ​ໃນ​ປັດຈຸ​ບັນທີ່ມີການສົ່ງເສີມການພົວພັນການຄ້າທັງພາຍໃນ ແລະ ຕ່າງປະເທດ. ນອກນັ້ນ, ການທີ່​ປະ​ເທດ​ລາວ​ເຮົາ​ໄດ້​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ​ໃນ​ປີ 2013 ທີ່​ຜ່ານ​ມາ, ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ນີ້​ຄື​ຍຸກ​ສະ​ໄໝ​ແຫ່ງ​ການ​ເປີດ​ກວ້າງ​ການ​ຄ້າ​ເສລີ​ບໍ່ວ່າຈະເປັນພາຍໃນ, ພາກພື້ນ ແລະ ໃນຂອບເຂດທົ່ວໂລກ.

ສາຂານີ້ສຶກສາກ່ຽວກັບ ການຄ້າ ແລະ ການລົງທຶນລະຫວ່າງປະເທດ ໃນນັ້ນ ນັກສຶກສາຈະໄດ້ຮຽນກ່ຽວກັບ: ບັນດານິຍາມທິດສະດີຂອງການຄ້າ ແລະ ການລົງທຶນລະຫວ່າງປະເທດ, ລັກສະນະຂອງການຄ້າປະເພດຕ່າງໆ (ການຄ້າເສລີ, ການຄ້າທີ່ມີການຄຸ້ມຄອງ), ຮູບແບບວິທີການດຳເນີນການຄ້າລະຫວ່າງປະເທດ, ບັນດານະໂຍບາຍການຄ້າຕ່າງໆ ເຊັ່ນ: ການສົ່ງເສີມການສົ່ງອອກ, ການທົດແທນການນຳເຂົ້າ, ຮູບ​ແບບ, ວິທີ ​ແລະ ລະບົບ​ການ​ຊຳລະ​ສິນຄ້າ​ລະຫວ່າງ​ປະ​ເທດ ແລະ ກົດໝາຍການຄ້າ ເປັນຕົ້ນ.

ວິທີ​ການ​ສິດສອນ ​ແມ່ນ​ປະກອບ​ມີ​ພາກ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ​ໄປ​ນຳກັນ ​ເຊັ່ນ: ພາຍຫຼັງຮ່ຳຮຽນພາກທິດສະດີແລ້ວຮອດປີ 3 ນັກສຶກສາຈະຕ້ອງໄດ້​ລົງ​ຝຶກງານ​ຕົວ​ຈິງ​ນຳ​ບັນດາ​ອົງ​ກອນ​ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງທັງພາ​ກລັດ ​ແລະ ບັນດາ​ບໍລິສັດເອກະຊົນ​ຕ່າງໆ, ພ້ອມມີການ​ເຮັດ​ບົດລາຍງານ​ທີ່​ຕິດ​ພັນ​ກັບການ​ປະຕິບັດ​ຕົວ​ຈິງ​ໃນ​ແຕ່​ລະວິ​ຊາທີ່ກ່ຽວຂ້ອງ​. ນອກຈາກ​ນັ້ນ, ນັກ​ສຶກສາ​ຍັງ​ຈະ​ໄດ້​ລົງ​ໄປ​ທັດສະນະສຶກສາຕາມສະຖານທີ່ຕ່າງໆ ພ້ອມ​ທັງ​ຂຽນບົດ​ລາຍ​ງານໂດຍນໍາໃຊ້ຂໍ້ມູນ​​ທີ່​ໄດ້​ຈາກ​ການ​ໄປ​ທັດສະນະ​ຈາກ​ວິຊາ​ດັ່ງກ່າວ.

ຄວາມ​ສົນ​ໃຈ​ທາງ​ດ້ານ​ການ​ຄ້າ​ເປັນ​ພິ​ເສດ, ການເຮັດທຸລະກິດ. ເປັນຄົນ ມີຄວາມຄິດສ້າງສັນ ແລະ ຊ່າງ​ສັງ​ເກດ. ມັກຮຽນພາສາຕ່າງປະເທດ, ມັກການຕິດຕໍ່ພົວພັນກັບຄົນຈາກຫຼາກຫຼາຍວັດທະນະທຳ, ມັກ​ອ່ານ​ຂ່າວ, ມັກ​ການ​ຄຳນວນ​ຄິດ​ໄລ່, ມັກ​ຮຽນຮູ້​ສິ່ງ​ໃໝ່ໆທີ່​ເກີດ​ຂຶ້ນ​ຮອບ​ຕົວ ​ແລະ ວິ​ເຄາະສະຖານະ​ພາບຂອງເສດຖະກິດ​ສັງຄົມ​ໃນ​ຍຸກ​ປັດຈຸ​ບັນ​.

ນັກສຶກສາທີ່​ຈົບ​ຈາກ​ສາຂາ​ວິຊາ​ນີ້​ຈະ​ມີຄວາມ​ຮູ້-ຄວາມ​ເຂົ້າ​​ໃຈ​ກ່ຽວກັບ​ການ​ຄ້າ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ເຊິ່ງຄວາມ​ຮູ້​ດັ່ງກ່າວ​ແມ່ນ​ມີ​ຄວາມ​ສຳຄັນຫຼາຍໃນ​ການ​ປະກອບສ່ວນ​ເຂົ້າ​ໃນໜ້າທີ່​ວຽກງານ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ລວມ​ໄປ​ເຖິງ​ການ​ປະກອບ​ທຸລະ​ກິດ​ສ່ວນ​ຕົວ.

​ນັກສຶກສາສາມາດປະກອບອາຊີບເປັນ​ນັກ​ວິຊາ​ການ​ສັງກັດ​ໃນ​ກະຊວງ​ອຸດ​ສາຫະ​ກຳ ​ແລະ ການ​ຄ້າ, ​ເປັນ​ນັກ​ຄົ້ນຄວ້າ, ບັນດາອົງການລະຫວ່າງປະເທດທີ່ມີການພົວພັນທາງເສດຖະກິດ ຫຼື ພະນັກງານວິຊາການ​ຂອງ​ບໍລິ​ສັດ​ທີ່ນຳ​ເຂົ້າ ​ແລະ ສົ່ງ​ອອກຕ່າງໆ. ນອກຈາກ​ນັ້ນ, ຍັງ​ສາມາດ​ເຂົ້າ​ເຮັດ​ວຽກທີ່​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໃນ​ຕໍາ​ແໜ່ງວິຊາ​ການ​ພິຈາລະນາ​ໂຄງການ​ລົງທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

  1. ຄະນິດສາດ
  2. ການເມືອງ
  3. ຈິດຕະວິທະຍາທົ່ວໄປ
  4. ສະຖິຕິ
  5. ເສດຖະສາດຈຸລະພາກ
  6. ເສດຖະສາດມະຫາພາກ
  7. ພາສາອັງກິດທົ່ວໄປ
  8. ຄອມພິວເຕີ
  9. ພາສາອັງກິດສຳລັບເສດຖະສາດ-ການຄ້າ
  10. ເສດຖະສາດປຽບທຽບ
  11. ເສດຖະສາດອາຊີ
  12. ເສດຖະສາດອຸດສາຫະກຳແລະນະໂຍບາຍ
  13. ເສດຖະກິດໂລກ
  14. ເສດຖະສາດລະຫວ່າງປະເທດ
  15. ການຄ້າພາຍໃນ
  16. ການຄ້າຊາຍແດນ
  17. ເສດຖະມິຕິ
  18. ການວາງແຜນແລະປະເມີນໂຄງການ
  19. ກົດໝາຍການຄ້າລະຫວ່າງປະເທດ
  20. ການຕະຫຼາດລະຫວ່າງປະເທດ
  21. ການເງິນລະຫວ່າງປະເທດ
  22. ການຮ່ວມມືທາງເສດຖະກິດແລະການເຈລະຈາ
  23. ຕະຫຼາດຫຼັກຊັບ
  24. ທັດສະນະສຶກສາແລະການຝຶກງານ
  25. ເສດຖະສາດການລົງທຶນລະຫວ່າງປະເທດ
  26. ວິທີວິໄຈ
  27. ເສດຖະສາດຂົນສົ່ງແລະການປະກັນໄພ
  28. ການຄ້າເສລີອາຊຽນແລະອົງການການຄ້າ
  29. ການຊຳລະຄ່າສິນຄ້າລະຫວ່າງປະເທດ
  30. ເສດຖະສາດທຸລະກິດ
  31. ເສດຖະສາດເງິນຕາແລະທະນາຄານ
  32. ທິດສະດີພາສີອາກອນ
  33. E-Commerce
  34. ບັນຊີທົ່ວໄປ
  35. ບົດໂຄງການຈົບຊັ້ນ