ສັດຕະວະ​ແພດ

ຄະນະ​ກະ​ເສດ​ສາດ, ມະຫາວິທະຍາໄລ ແຫ່ງຊາດລາວ

ຫຼັກສູດ​ປະລິນຍາ​ຕີ 5 ປີ

ສາຂາ​ສັດຕະວະ​ແພດ ແມ່ນວິທະຍາສາດຂະ​ແໜງໜຶ່ງ ທີ່​ສຶກສາກ່ຽວກັບ​ສັດ ​ແລະ ການແພດສໍາລັບສັດ ເຊັ່ນ: ການປ້ອງກັນ, ບົ່ງມະຕິ ແລະ ການປິ່ນປົວພະຍາດ ​ແລະ ການ​ບາດ​ເຈັບ​ຂອງສັດປະ​ເພດ​ຕ່າງໆ.  ສາຂານີ້ ມີຄວາມສໍາຄັນ ໃຫ້ແກ່ການສ້າງບຸກຄະລາກອນ ໃຫ້ມີຄວາມສາມາດສະເພາະດ້ານໃນການຮັກສາສັດ ​ໂດຍ​ສະ​ເພາະ​ແມ່ນ​ສັດລ້ຽງ ໃຫ້ມີສຸຂະພາບແຂງແຮງດີ.  ນອກຈາກນັ້ນ, ສາຂານີ້ ຍັງມີຄວາມສໍາຄັນ ໃນການ​ປ້ອງ​ກັນການ​ແຜ່ກະຈາຍຂອງພະຍາດ ຈາກ ສັດ ​ສູ່​ ຄົນ ອີກ​ດ້ວຍ.

​ສາຂາສັດຕະວະແພດ ຮຽນກ່ຽວກັບ ໂຄງສ້າງ ແລະ ສະລີລະສາດຂອງສັດ ລວມທັງພຶດຕິກໍາ ແລະ ນິໄສຂອງສັດ ແຕ່ລະຊະນິດ ເພື່ອແນ່ໃສ່ການປ້ອງກັນ ແລະ ຄວບຄຸມພະຍາດ ທີ່ເກີດຂື້ນກັບສັດ ເຊັ່ນ: ການບົ່ງມະຕິພະຍາດສັດ,  ພະຍາດຕິດແປດຈາກສັດ ສູ່ ຄົນ, ໂພຊະນາການຂອງສັດ, ການກວດກາອະນາໄມ, ຜະລິດຕະພັນສັດ ແລະ ອື່ນໆ.  ນອກນັ້ນ, ຍັງສຶກສາກ່ຽວກັບ ສາ​ເຫດ ​ແລະ ຕົ້ນຕໍຂອງ​ພະຍາດ​ສັດ ​ແລະ ວິທີການປີ່ນປົວທາງການແພດ ໃຫ້ແກ່ສັດ ເປັນຕົ້ນແມ່ນ ວິທີການຜ່າຕັດສັດ.

ການຈັດວິທີ​ການ​ຮຽນ-ການ​ສອນ​ ແມ່ນຈະລວມມີ​ທັງ​ພາກທິດ​ສະ​ດີ ​ແລະ ພາກ​ປະຕິບັດຕົວຈິງ ​ໄປ​ພ້ອມໆກັນເຊິ່ງພາກ​ທິດ​ສະ​ດີ​ທີ່ຢູ່​ໃນ​ຫ້ອງ​ຮຽນນັ້ນຈະ​ກວມ​ເອົາ 50% ​ແລະ ປະຕິບັດ​ຕົວ​ຈິງ 50% ​ເຊັ່ນ: ​ຝຶກວິທີ​ການ​ບົວລະບັດ ແລະ ການປະຕິບັດຕໍ່ສັດ; ​ບົ່ງມະຕິ​ພະຍາດ ​ແລະ ຜ່າຕັດ​ສັດ; ມີ​ການ​ຂຽນບົດ​ລາຍ​ງານ​ໃນ​ວິຊາ​ທີ່​ກ່ຽວຂ້ອງ; ມີການວິໄຈໃນຫ້ອງທົດລອງ; ບາງ​ວິຊາ​ຈະ​ໄດ້​ລົງສໍາຫຼວດ​ເພື່ອ​ເກັບ​ກຳ​ສະ​ຖິຕິ ແລະ ສຶກສາວິທີການລ້ຽງສັດຢູ່ຕາມໝູ່ບ້ານ​.

ມີຄວາມຮູ້ພື້ນຖານ ທາງດ້ານວິທະຍາສາດ​ທໍາມະຊາດ ເປັນຕົ້ນແມ່ນ ຊີວະສາດ ແລະ ເຄມີສາດ; ເປັນຄົນ ທີ່ມີຄວາມອົດທົນ, ຮັກ ແລະ ​ມີຄວາມ​ຜູກ​ພັນ​​ທີ່ດີຕໍ່ສັດ; ມີທັກສະ ໃນການວິເຄາະ ແລະ ມີຄວາມຄິດທີ່ລະອຽດອ່ອນ, ແລະ ມີຄວາມມັກ ​ແລະ ສົນໃຈ ຕໍ່ບັນດາປະເພດສັດ ກໍ່ຄື ສາມາດເຮັດວຽກກັບສັດໄດ້.

ນັກສຶກສາທີ່ຮຽນຈົບໃນພາກວິຊານີ້ຈະ​ມີ​ທັກ​ສະ​ໃນ​ການ​ສິດສອນ​ ຫຼື ຝຶກ​ຊ້ອມ​ທັກ​ສະ​ຕ່າງໆ​ໃຫ້​ແກ່​ສັດ; ມີ​ທັກ​ສະ ​ໃນ​ການ​ສັງ​ເກດ ​ແລະ ວິນິດ​ໄສ​ພະຍາດ​ສັດ; ມີ​ຄວາມ​ຮູ້ໃນ​ການ​ປ້ອງ​ກັນ ​ແລະ ປິ່ນປົວ​ພະຍາດ​ທີ່​ຈະ​ເກີດ​ຂຶ້ນ​ກັບ ສັດ ລວມທັງ​ພະຍາດ​ທີ່​ສາມາດ​ຕິດ​ຕໍ່​ໃສ່​ຄົນ ​ແລະ ທັກສະ​ໃນ​ການກວດສອບ ​ເຊື້ອທີ່​ປົນ​ເປື້ອນ​ໃນຜະລິດ​ຕະພັນຈາກ​ສັດ​.

ສາມາດປະກອບອາຊີບ ເປັນ ໝໍປົວ​ພະ​ຍາດ​ສັດ ຫຼື ສັດຕະວະແພດ, ນັກຈັດການຟາມ, ນັກການຢາກ່ຽວກັບສັດ, ເປັນນັກຄົ້ນຄວ້າວິໄຈ ​ແລະ ກວດ​ສອບ​ເຝົ້າລະວັງການລະບາດ​ຂອງ​ພະຍາດ​ກ່ຽວກັບ​ສັດ ແລະ ເປັນອາຈານສອນ ສາຂາສັດຕະວະແພດ.  ນອກຈາກນັ້ນ, ນັກສຶກສາ ຍັງສາມາດນໍາໃຊ້ຄວາມຮູ້ ເພື່ອເປີດຄລີນິກ ຫຼື ຫ້ອງກວດພະຍາດສັດ ດ້ວຍຕົນເອງອີກດ້ວຍ. 

ໝວດວິຊາພື້ນຖານວິຊາສະເພາະ

  1. ຊີວະເຄມີທາງສັດຕະວະແພດ
  2. ຄັບພະວິທະຍາທາງສັດຕະວະແພດ
  3. ການປັບປຸງພັນສັດ ແລະ ພະຍາດທາງກໍາມະພັນ
  4. ພືດເປັນຢາ
  5. ພຶດຕິກໍາ, ການຄວບຄຸມສັດ ແລະ ການລ້ຽງສັດ
  6. ວິຊາສັດຕະວະແພດທົ່ວໄປ
  7. ການຜະລິດສັດໃຫຍ່
  8. ການຜະລິດສັດນໍ້າ
  9. ສຸຂະພາບສັດລ້ຽງ

ໝວດວິຊາສະເພາະ

  1. ສະລີລະສາດສັດຕະວະແພດ
  2. ຈຸລະຊີວະວິທະຍາທາງສັດຕະວະແພດ
  3. ກາຍຍະວິພາກສັດຕະວະແພດ
  4. ໄວຣັສວິທະຍາທາງສັດຕະວະແພດ ຫຼື ຈຸລະໂລກ
  5. ພູມຕ້ານວິທະຍາທາງສັດຕະວະແພດ
  6. ກາຝາກທາງສັດຕະວະແພດ
  7. ການຢາສັດຕະວະແພດ
  8. ພະຍາດວິທະຍາທົ່ວໄປທາງສັດຕະວະແພດ
  9. ແມງໄມ້ ແລະ ໂປໂຕຊົວທາງສັດຕະວະແພດ
  10. ພະຍາດວິທະຍາສະເພາະລະບົບທາງສັດຕະວະແພດ
  11. ພະຍາດຕິດແປດສັດໃສ່ຄົນ
  12. ພຶດວິທະຍາທາງສັດຕະວະແພດ
  13. ລັງສີວິທະຍາທາງສັດຕະວະແພດ
  14. ປະດຸງຄັນທາງສັດຕະວະແພດ
  15. ການປີ່ນປົວສັດນ້ອຍ
  16. ການປີ່ນປົວສັດຄ້ຽວເອື້ອງ
  17. ກວດກາອະນາໄມຊີ້ນ ແລະ ຜະລິດຕະພັນສັດ
  18. ສັນຍາກໍາສັດໃຫຍ່
  19. ການປີ່ນປົວໝູ
  20. ການປີ່ນປົວປາ ແລະ ສັດຕ່າງໆ
  21. ລະບາດວິທະຍາ ແລະ ຊີວະສະຖິຕິ
  22. ວິທະຍາການປະສົມພັນສັດ
  23. ການປີ່ນປົວສັດປີກ