ພາສາ​ຫວຽດນາມ

ຄະນະ​​ອັກສອນສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ປະລິນຍາຕິ 4 ປີ

ພາສາຫວຽດນາມ ແມ່ນ ພາສາໜຶ່ງທີ່ມີ​ການ​ນໍາ​ໃຊ້​​ເພີ່ມຂຶ້ນໃນປະ​ເທດ​ລາວ ຍ້ອນການເຕີບໂຕຂອງລະບົບເສດຖະກິດ-ສັງ​ຄົມ ຂອງປະເທດຫວຽດ. ພາສາຫວຽດນາມ ມີຄວາມສຳຄັນຫຼາຍ​ ຕໍ່ການຮັດ​ແໜ້ນ​ສາຍ​ສຳ​ພັນ​ ​ແລະ ການ​ຮ່ວມ​ມື ​ລະຫວ່າງ ປະ​ເທດ​ລາວ ​ແລະ ຫວຽດນາມ ​ທັງໃນ​ດ້ານ​ເສດຖະກິດ ​ແລະ ວັດທະນະ​ທໍາ-ສັງຄົມ. ນອກ​ຈາກນັ້ນ​ ຍັງ​ເປັນ​ການ​ສົ່ງ​ເສີມ​​ການ​ແລກ​ປ່ຽນ​ຄວາມ​ຮູ້ກັບປະ​ຊາ​ຊົນ​ຫວຽດ​ນາມ ພ້ອມ​ທັງ​​ເປັນ​ການ​ເປີດ​ໂລ​ກະ​ທັດ​ໃນ​ການ​ຮຽນ​ຮູ້ ​ໃຫ້​ກ​ວ້າງ​ຂຶ້ນ.

ສາຂານີ້ຮຽນກ່ຽວກັບພາ​ສາຫວຽດ​ນາມ​ທົ່ວ​ໄປ ນັບຕັ້ງແຕ່ ຕົວອັກສອນ, ພະຍັນຊະນະ ແລະ ການ​ອອກສຽງ ໄປຈົນເຖິງທັກສະພື້ນຖານ ເຊັ່ນ: ການອ່ານ, ຟັງ, ​ເວົ້າ​, ຂຽນ, ຫຼັກ​ໄວ​ຍາ​ກອນ, ການ​ນຳ​ໃຊ້​ຄຳ ແລະ ປະໂຫຍກເພື່ອການສື່ສານ. ນອກ​ຈາກນີ້, ຍັງ​ຈະ​ໄດ້​ສຶກສາ ດ້ານອື່ນໆກ່ຽວກັບປະ​ເທດຫວຽດນາມ ​ເຊັ່ນ: ປະຫວັດສາດ, ພູມ​ສາດ, ເສດ​ຖະ​ກິດ, ວັດທະນະ​ທໍາ, ນະ​ໂຍບາຍ​ການ​ຕ່າງ​ປະ​ເທດ, ລະ​ບົບ​ການ​ເມືອງ-​ການ​ປົກ​ຄອງ. ພ້ອມ​ທັງ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ທິດ​ສະ​ດີ ແລະ ວິທີ​ການ​ແປ ອີກ​ດ້ວຍ.

ການ​ສິດສອນ​ຂອງ​ພາກ​ວິຊາ​ນີ້​ ແມ່ນ​ປະກອບດ້ວຍການຮຽນກ່ຽວກັບ​​ທິດ​ສະ​ດີພາຍໃນຫ້ອງຮຽນ ໂດຍມີການນໍາໃຊ້ສື່ການຮຽນ-ການສອນເພື່ອເພີ່ມຄວາມເຂົ້າໃຈຂອງນັກສຶກສາ ເຊັ່ນ: ​ການຟັງຈາກ​ຊີ​ດີ, ການອ່ານປຶ້ມ, ວາ​ລະ​ສານ ແລະ ໜັງ​ສື​ພິ​ມ.  ນອກ​ຈາກນີ້, ນັກສຶກສາຍັງຈະໄດ້ປະຕິບັດ​ຕົວ​ຈິງ​ໃນການຂຽນບົດຄວາມ, ບົດ​ປະ​ພັນ ແລະ ບົດ​ລາຍ​ງານ​ຕ່າງໆ ພ້ອມທັງ​ຈະໄດ້​ມີ​ໂອ​ກາດ​​ລົງ​ຝຶກງານນໍາບໍລິສັດ ຫຼື ຫ້ອງການຕ່າງໆ ທີ່ກ່ຽວຂ້ອງທັງ​ພາຍ​ໃນປະເທດ ແລະ ທີ່​ປະ​ເທດ​ເຈົ້າ​ຂອງ​ພາ​ສາ​ໂດຍ​ກົງ.

ຄວາມ​ຮູ້​​ພື້ນ​ຖານ ດ້ານ​ພາ​ສາ​ຕ່າງ​ປະ​ເທດ ເຊັ່ນ: ພາ​ສາ​ອັງ​ກິດ, ພາ​ສາ​ຝ​ຣັ່ງ, ແລະ​ ພາ​ສາ​ຫວຽດ​ນາມ ຍິ່ງ​ເປັນ​ການ​ດີ; ​ເປັນ​ຄົນ ​ມີ​ວິ​​ໄສ​ທັດ​ກ​ວ້າງ​ໄກ, ມັກ​ໃນ​ການ​ສຶກ​ສາ​ຮຽນ​ຮູ້ ​ພາ​ສາ​ຕ່າງ​ປະ​ເທດ ແລະ ວັດທະນະທໍາໃໝ່ໆ; ແລະ ມີ​ຄວາມ​ສົນ​ໃຈ​ ໃນການສຶກສາກ່ຽວກັບ​ວັດ​ທະ​ນະ​ທຳ, ​ເສດຖະກິດ ​ແລະ ຊີ​ວິດ​ການ​ເປັນ​ຢູ່ ຂອງຄົນຫວຽດ​ນາມ​.

ມີ​ຄວາມ​ສາມາດ​ໃນ​ການ​ນຳ​ໃຊ້​ພາ​ສາ​ຫວຽດ​ນາມ​ໃນ​ການ​ສື່ສານ ​ເຊັ່ນ: ການ​ອ່ານ, ຟັງ, ຂຽນ ​ແລະ ​ເວົ້າ; ມີ​ຄວາມ​ເຂົ້າ​ໃຈ​​ໃນ​ສະພາບ​ເສດຖະກິດ, ວັດທະນະ​ທໍາ, ສັງຄົມ, ວັນນະຄະດີ, ​ແລະ ການທ່ອງທ່ຽວຂອງ​ຫວຽດນາມ; ສາ​ມາດ​ນຳ​ໃຊ້​ພາ​ສາ​ຫວຽດ​ນາມ​ເຂົ້າ​ໃນ​ວຽກ​ງານສະເພາະດ້ານອື່ນໆ ເຊັ່ນ: ການຕິດຕໍ່ພົວພັນ, ການ​ນໍາ​ທ່ຽວ ​ແລະ ການ​ແປ​.

ສາມາດປະ​ກອບ​ອາ​ຊີບ​ໃນຫຼາຍ​ຂະ​ແໜງ​ການທີ່​ກ່ຽວຂ້ອງ ເຊັ່ນ: ເປັນ​ອາ​ຈານ​ສອນ​ພາ​ສາ​ຫວຽດ​ນາມ, ພະ​ນັກ​ງານ​ນຳ​ທ່ຽວ, ນັກ​ແປ​ພາ​ສາ; ​ເປັນພະ​ນັກ​ງານ​ພາຍ​ໃນ​ຫ້ອງການ ທັງ​ໃນ​ພາກ ລັດ, ເອກ​ະ​ຊົນ, ສະ​ຖານ​ທູດ ​ແລະ ອົງການ​ສາກົນ ທີ່​ນໍາ​ໃຊ້​ພາສາ​ຫວຽດນາມ. ນອກນັ້ນ, ​ຍັງ​ສາ​ມາດ​ປະ​ກອບ​ອາ​ຊີບ​ໃນ​ຂະ​ແໜງ​ການ​ສື່​ສານມວນ​ຊົນ​ຕ່າງໆ ອີກ​ດ້ວຍ.

ໝວດຄວາມຮູ້ພື້ນຖານ​ວິຊາ​ສະ​ເພາະ: 

  1. ອັກຂະຫຼະວິທີພາສາຫວຽດນາມ
  2. ວະຈິວີພາກພາສາຫວຽດນາມ 
  3. ກາຍະສໍາພັນພາສາຫວຽດນາມ 
  4. ວັດທະນະທໍາຫວຽດນາມ
  5. ວັນນະຄະດີຫວຽດນາມ 
  6. ພູມສາດຫວຽດນາມ
  7. ປະຫວັດສາດຫວຽດນາມ 
  8. ນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ
  9. ການເມືອງການປົກຄອງຫວຽດນາມ
  10. ຄວາມຮູ້ກ່ຽວກັບເສດຖະກິດຫວຽດນາມ 
  11. ພາສາລາວໂດຍສັງເຂບ
  12. ພາສາລາວ​ເພື່ອ​ການ​ສື່​ສານ
  13. ພາສາ​ຕ່າງປະ​ເທດ

ໝວດວິຊາ​ສະ​ເພາະ

  1. ພາສາ​ຫວຽດນາມ
  2. ທິດສະດີການແປ
  3. ​ແປ​ເອກະສານ
  4. ການແປລ່າມ
  5. ທັກສະການຟັງ
  6. ທັກສະການອອກສຽງ
  7. ທັກສະການອ່ານ
  8. ທັກສະການເວົ້າ
  9. ທັກສະການຂຽນບົດປະເພດຕ່າງໆ

ມະຫາວິທະຍາໄລແຫ່ງຊາດ

ໂທ 021 740 277