ຄຸ້ມຄອງແຫຼ່ງນໍ້າ ແລະ ນຳໃຊ້ທີ່ດິນ

ຄະນະ​​ວິທະຍາສາດປ່າໄມ້, ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ປະລິນຍາຕິ 4 ປີ

ການຄຸ້ມຄອງແຫຼ່ງນ້ຳ ແລະ ນຳໃຊ້ທີ່ດິນ ໝາຍ​ເຖິງ​ວິທີ​ການບໍລິຫານ​ຈັດການ​ແຫຼ່ງ​ນ້ຳ​ ​ ແລະ ການວາງ​ແຜນ​ນຳ​ໃຊ້​ທີ່​ດິນ​ໃຫ້​ຖືກ​ຕາມ​ລັກສະນະ​ພູມ​ສັນຖານ ​ແລະ ໃຫ້​ມີ​ການ​ນໍາ​ໃຊ້​​ແບບຍືນ​ຍົງ​. ​ ແຫຼ່ງນ້ຳ ​ແລະ ​ທີ່​ດິນ ​ມີ​ຄວາມ​ຈໍາ​ເປັນ​ຕໍ່​ການ ດໍາລົງ​ຊີວິດ ​ແລະ ​ພັດທະນາ​ເສດຖະກິດ​ໃນ​ຂະ​ແໜງການຕ່າງໆ ​​ເຊັ່ນ: ກະສິກໍາ, ອຸດສາຫະກໍາ ​ແລະ ພະລັງງານ. ດັ່ງນັ້ນການ​ຮຽນສາຂາ​ນີ້ຈະ​ຊ່ວຍ​ສົ່ງ​ເສີມການ​ປົກ​ປັກ​ຮັກ​ສາ​ ແລະ​ ໝູນ​ໃຊ້​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ໃຫ້​​ຍືນ​ຍົງ ​ແລະ ​ເກີດ​ປະ​ໂຫຍ​ດສູງ​ສຸດ.​

ສາຂາວິຊານີ້ ສຶກສາຄົ້ນຄ້ວາກ່ຽວກັບ ການຄຸ້ມຄອງແຫຼ່ງນ້ຳ ໃຫ້​ມີ​ຄວາມ​ອຸ​ດົມ​ສົມ​ບູນ ​ເປັນຕົ້ນ ​ແມ່ນການ​ສຶກສາກ່ຽວກັບ ຕົ້ນກໍາ​ເນີ​ດຂອງ​ແຫຼ່ງນໍ້າ ​ແລະ ​ການຄຸ້ມຄອງອ່າງໂຕ່ງ; ການວາງແຜນນໍາໃຊ້ທີ່ດິນ​ໃຫ້​​ແທດ​ເໝາະກັບ​ສະພາບ​ພື້ນທີ່​ ເຊັ່ນ​: ການ​ຈັດ​ແຈງ​ພື້ນ​ທີ່ດິນ​ສໍາລັບການ​ຜະລິດກະ​ສິ​ກຳ​, ​ອຸດ​ສາຫະ​ກຳ, ການ​ຄຸ້ມ​ຄອງ​ປ່າ​ສະຫງວນ, ການ​ຄຸ້ມ​ຄອງຊີວະ​ນາໆພັນ  ​ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ​ໃຫ້​ຖືກ​ວິທີ​.

ວິທີການສິດສອນປະກອບ​ມີ ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເຊັ່ນ: ການ​ຂຽນ​ບົດ​ລາຍ​ງານ​ແບບ​ກຸ່ມ​ໃນຫົວ​ຂໍ້​ທີ່​ກ່ຽວ​ຂ້ອງ​ກັບ​ລາຍ​ວິ​ຊາ​ຮຽນ, ສຶກສາ​ວິທີ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ​ໂດຍ​ອີງ​ໃສ່​ການ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ແບບ​ປະ​ສົມ​ປະ​ສານ ​ໂດຍ​ໃຫ້​ປະ​ຊາ​ຊົນມີ​ສ່ວນ​ຮ່ວມ, ​ລົງ​ເກັບ​ກໍາ​ຂໍ້​ມູນ ​ແລະ ສັງ​ເກດ​ວິທີ​ການ​ຄຸ້ມ​ຄອງ​ແຫຼ່ງນໍ້າ ​ແລະ ການ​ນໍາ​ໃຊ້​ທີ່​ດິນ, ​ ວິ​ເຄາະ-ວິ​ໄຈ ຄຸນ​ນະພາ​ບດິນ ​ແລະ ​ນ້ຳ ​​​ໂດຍ​ຜ່ານ​ການ​ເກັບ​ກໍາ​ຂໍ້​ມູນ​ພາກ​ສະໜາມ.

ຄວາມຮູ້ພື້ນຖານວິຊາຄະນິດສາດ, ຟີຊິກສາດ, ເຄມີສາດ, ພູມ​ສາດ ແລະ ຊີວະສາດ; ເປັນ​ຄົນ​ມັກ​ເຮັດ​ວຽກພາກ​ສະໜາມ, ມັກ​ການວິ​ເຄາະ-ວິ​ໄຈ ​ແລ​ະ ຊອກ​ຫາ​ສາ​ເຫດ; ມີທັກ​ສະໃນ​ການວາງ​ແຜນ, ການ​ແກ້​ໄຂ​ບັນຫາ ​ແລະ ການສັງ​ເກດ ​ແລະ ​ມີຄວາມສົນໃຈໃນການປົກ​ປັກ​ຮັກສາ, ຄຸ້ມຄອງ ​ແລະ ຟື້ນຟູຊັບພະຍາກອນທຳມະຊາດ ​ແລະ ສິ່ງ​ແວດ​ລ້ອມ.

ຮູ້ວິທີ​ການ​ນຳ​ໃຊ້​ແຜນ​ທີ່, ​​ສ້າງ​ແບບ​ແຜນ​ການ​ຈັດ​ສັນ​ຄຸ້ມ​ຄອງ​ປ່າ​ໄມ້, ​ບໍລິຫານ ​ແລະ ຄຸ້ມ​ຄອງແຫຼ່ງນໍ້າ ​ແລະ ນໍາ​ໃຊ້​ທີ່​ດິນ;  ​ສາ​ມາດ​ນຳ​​ໃຊ້​ໂປຣ​ແກ​ຣມກ່ຽວກັບ​ການ​ສຳ​ຫຼວດ​ປ່າ​ໄມ້ ​ແລະ ການ​ນໍາ​ໃຊ້​ທີ່​ດິນ​ແບບ​ສາ​ມ​ມິ​ຕິ; ຮູ້​ວິທີ​​ແປ​ຂໍ້​ມູນ ​ແລະ ນໍາ​ໃຊ້​ຂໍ້​ມູນພາບ​ຖ່າຍ​ທາງ​ອາ​ກາດ​ເຂົ້າ​ໃນ​ວຽກງານ​ຕິດຕາມ​ກວດກາ ​ແລະ ສໍາ​ຫຼວດພື້ນທີ່ ​ແລະ ​ຮູ້​ວິທີ​ການ​ວິ​ເຄາະ-ວິ​ໄຈ​ດິນ​ ແລະ ​ນ້ຳ​. 

​ເປັນ​ນັກ​ສໍາ​ຫຼວດ, ຄຸ້ມ​ຄອງ ​ແລະ ​ອານຸລັກ​ແຫຼ່ງນໍ້າ, ດິນ ​ແລະ ປ່າ​ໄມ້; ​ເປັນ​ທີ່​ປຶກສາດ້ານ​ການ​ຄຸ້ມ​ຄອງ​ແ​ຫຼ່ງນ້ຳ ​ແລະ ​ການ​ນໍາ​ໃຊ້​ທີ່​ດິນ, ​ເປັນ​ພະນັກງານ​ໃນ​ຂະ​ແໜງການ​ທີ່​ກ່ຽວຂ້ອງ​ທັງພາກລັດ ແລະ ເອກະຊົນ ເຊັ່ນ: ກະຊວງກະສິກຳ ແລະ ປ່າໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,  ຄະ​ນະ​ກຳ​ມະ​ການ​ແມ່ນ້ຳ​ຂອງ (MRC) ແລະ ອື່ນໆ.

  • ໝວດພື້ນຖານວິຊາສະເພາະ 
  1. ພືດສາດ
  2. ເຄມີສິ່ງແວດລ້ອມ
  3. ອຸຕຸນິຍົມວິທະຍາ
  4. ວາງແຜນ ແລະຄຸ້ມຄອງໂຄງການ
  5. ນິເວດວິທະຍາປ່າໄມ້
  6. ປ້ອງກັນປ່າ
  7. ນິຕິກໍາປ່າໄມ້
  8. ວິທະຍາຕົ້ນໄມ້ໃຫຍ່
  9. ນະໂຍບາຍ ແລະ ຍຸດທະສາດປ່າໄມ້
  10. ສໍາຫຼວດ ແລະແຕ້ມແຜນທີ່
  11. ສັງຄົມວິທະຍາ
  12. ສຶກສາສິ່ງແວດລ້ອມ
  13. ເສດຖະສາດພື້ນຖານ
  14. ການບັນຊີ
  • ໝວດວິຊາສະເພາະ
  1. ຄຸ້ມຄອງເຄື່ອງປ່າຂອງດົງ
  2. ຄຸ້ມ​ຄອງ​ປ່າ​ສະຫງວນ
  3. ຄຸ້ມຄອງຊີວະນາໆພັນ
  4. ການຄຸ້ມຄອງດິນບໍລິເວນນໍ້າ
  5. ກະສິກໍາ ແລະ ປ່າໄມ້
  6. ຄຸ້ມຄອງປ່າໄມ້ຊຸມຊົນ
  7. ພາບຖ່າຍທາງອາກາດ
  8. ເສດຖະສາດຊັບພະຍາກອນປ່າໄມ້
  9. ຄຸ້ມຄອງທີ່ດິນ
  10. ວິທະຍາສາດດິນ
  11. ວິທະຍາວັດແທກໄມ້
  12. ເສດຖະສາດຊົນນະບັດ
  13. ຄຸ້ມຄອງສັດປ່າ
  14. ຈັດສັນຄຸ້ມຄອງແຫຼ່ງນໍ້າ
  15. ສົ່ງເສີມ ແລະ ພັດທະນາຊົນນະບົດ
  16. ການບໍລິຫານທີ່ດິນ
  17. ວະນະວັດປ່າທໍາມະຊາດ
  18. ສຳຫຼວດຊັບພະຍາກອນປ່າໄມ້ລະບົບຂໍ້ ມູນຂ່າວສານທາງພູມສາດ
  19. ອຸທົກກະສາດປ່າໄມ້
  20. ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ
  21. ຊີວະພູມສາດ

ມະຫາວິທະຍາໄລແຫ່ງຊາດ

ໂທ 021 740 277